ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ທ່ານເຄີຍຮູ້ບໍ່ວ່າ ນ້ຳແມ່ນຕົວການສຳຄັນທີ່ເຮັດໃຫ້ຄົນເຮົາເຈັບປ່ວຍ ແຕ່ລະຄົນດື່ມກິນນ້ຳທີ່ແຕກຕ່າງກັນໄປ ມີທັງນ້ຳທຳມະດາ, ນ້ຳເຢັນ, ນ້ຳຮ້ອນ, ນ້ຳຊາ, ນ້ຳອັດລົມ, ນ້ຳຫມາກໄມ້, ນ້ຳນົມ .... ຜົນທີ່ໄດ້ຈາກການດື່ມນ້ຳນັ້ນ ກໍຈະແຕກຕ່າງກັນອອກໄປ ອີກທັງຈຳນວນຫນ້ອຍ-ຫລາຍ ຈັງຫວະເວລາໃນການດື່ມນ້ຳກໍບໍ່ຄືກັນ ເຊິ່ງອາດກໍ່ໃຫ້ເກີດອາການຂອງໂຣກຕ່າງໆໄດ້.
ຕໍ່ໄປນີ້ ລອງມາເບິ່ງວ່າພຶດຕິກຳໃນການດື່ມນ້ຳຂອງພວກເຮົາຖືກຕ້ອງແລ້ວຫລືຍັງ.....


ຂັ້ນຕອນທີ 1. ດື່ມນ້ຳໃຫ້ພຽງພໍກັບນ້ຳຫນັກໂຕ

ຮ່າງກາຍຂອງຄົນເຮົາປະກອບດ້ວຍນ້ຳ 60-70% ເມື່ອທຽບກັບນ້ຳຫນັກໂຕເຮົາ ຕາມສູດທີ່ອົງການອະນາໄມໂລກໄດ້ກຳນົດເອົາໄວ້ ຄົນເຮົາໃນແຕ່ລະວັນຕ້ອງດື່ມນ້ຳໃຫ້ໄດ້ປະລິມານທີ່ເຫມາະສົມກັບນ້ຳຫນັກຂອງໂຕເອງ ມີວິທີຄິດໄລ່ດັ່ງນີ້
ສູດຊອກປະລິມານນ້ຳທີ່ຄວນດື່ມຕໍ່ມື້ ຕາມນ້ຳຫນັກໂຕ: [ນ້ຳຫນັກໂຕ (ກ.ກ) x 2,2 x 30] / 2 = ? ມ.ລ
ຕົວຢ່າງ ສົມມຸດທ່ານຫນັກ 60 ກິໂລກຣາມ : [60 x 2.2 x 30] / 2 = 1.980 ມ.ລ = 1.98 ລິດ

ແລ້ວທ່ານຮູ້ບໍ່ວ່າເປັນຫຍັງຕ້ອງດື່ມນ້ຳໃຫ້ໄດ້ຂະຫນາດນັ້ນ?

ເພື່ມຄວາມສົມດູນຂອງນ້ຳໃນຮ່າງກາຍ ເພາະຮ່າງກາຍຂອງຄົນເຮົາປະກອບດ້ວຍນ້ຳເຖິງ 2 ໃນ 3 ສ່ວນ, ເລືອດເຮົາປະກອບດ້ວຍນ້ຳຫລາຍກວ່າ 60% ຖ້າຂາດນ້ຳ ເລືອດກໍຈະຂົ້ນ ເຮັດໃຫ້ເລືອດໄຫລວຽນໄປລ້ຽງຮ່າງກາຍໄດ້ລຳບາກ ຫົວໃຈກໍຈະເຮັດວຽກຫນັກໃນການສູບສີດເລືອດ ເສັ້ນເລືອດບາງເສັ້ນມີຂະຫນາດນ້ອຍຫລາຍຈົນຕ້ອງໄດ້ໃຊ້ກ້ອງຂະຫຍາຍສ່ອງເບິ່ງຈຶ່ງຈະເຫັນ ທ່ານລອງຄິດເບິ່ງວ່າເລືອດທີ່ມັນຂົ້ນຈະເຂົ້າໄປໃນເສັ້ນເລືອດນ້ອຍໆເຫລົ່ານັ້ນໄດ້ແນວໃດ ສຸດທ້າຍກໍເຮັດໃຫ້ເສັ້ນເລືອດອຸດຕັນ ສະຫມອງຂາດເລືອດ ເປັນອຳມະພຶກ ອຳມະພາດໄປ.


ຂັ້ນຕອນທີ 2. ດື່ມນ້ຳຕອນເຊົ້າຫລັງຕື່ນນອນ

ຕື່ນເຊົ້າຂຶ້ນມາ ຂໍແນະນຳວ່າສິງທີ່ຄວນເຮັດທຳອິດແມ່ນດື່ມນ້ຳໃຫ້ໄດ້ 0,4 - 1 ລິດ ດື່ມນ້ຳອຸ່ນໄດ້ຍິ່ງດີ ເພາະນ້ຳອຸ່ນນັ້ນດື່ມງ່າຍກວ່ານ້ຳທຳມະດາ ແລະອຸນຫະພູມຂອງນ້ຳທີ່ດື່ມບໍ່ຄວນຕ່ຳກວ່າອຸນຫະພູມຂອງຮ່າງກາຍ ເພື່ອບໍ່ເປັນການໄປດຶງອຸນຫະພູມຂອງຮ່າງກາຍໃຫ້ເຢັນລົງ.

ການດື່ມນ້ຳຕອນເຊົ້າມີປະໂຫຍດຢ່າງທີ່ທ່ານຄາດບໍ່ເຖິງ ເພາະເປັນການຊຳລະລ້າງທຳຄວາມສະອາດລະບົບຂັບຂອງເສຍໃນຮ່າງກາຍ ຍາມເຊົ້າເປັນເວລາເຫມາະສົມໃນການກຳຈັດພິດອອກຈາກຮ່າງກາຍ ຮ່າງກາຍຈະໄດ້ສະອາດ ແຖມເປັນຢາຮັກສາໂຣກໄດ້ໄດ້ເປັນຢ່າງດີອີກດ້ວຍ ເຊັ່ນຜູ່ທີ່ມີອາການທ້ອງອືດ ຖ້າດື່ມນ້ຳໄດ້ປະມານ 1 ລິດ (ຫລືຫນ້ອຍກວ່າ ຂຶ້ນກັບນ້ຳຫນັກຮ່າງກາຍ) ໃນຕອນເຊົ້າ ຮ່າງກາຍຈະຄ່ອຍໆປັບສົມດູນ ພາຍໃນ 2 ອາທິດ ລະບົບຂັບຖ່າຍກໍຈະດີຂຶ້ນເອງໂດຍບໍ່ຕ້ອງກິນຢາລະບາຍ ເພາະຢາລະບາຍຈະເຮັດໃຫ້ລຳໄສ້ເສຍການເຮັດວຽກ ເພາະຖືກຢາກະຕຸ້ນຈົນລຶ້ງເຄີຍ ຂັບຖ່າຍເອງຕາມທຳມະຊາດຍ່ອມດີກວ່າ.


ຂັ້ນຕອນທີ 3. ຫລີກລ່ຽງນ້ຳເຢັນ, ນ້ຳອັດລົມ, ນົມ

ອຸນຫະພູມໂດຍປົກະຕິຂອງຮ່າງກາຍຄົນເຮົາແມ່ນ 36-37 ອົງສາC ຖ້າເຮົາດື່ມນ້ຳເຢັນໆ ປະມານ 2 ອົງສາC ນ້ຳເຢັນຈະຕ້ອງໄປດຶງຄວາມຮ້ອນຂອງຮ່າງກາຍມາ ເຮັດໃຫ້ອຸນຫະພູມຂອງນ້ຳເທົ່າກັບຮ່າງກາຍ ການດູດຊຶມຈຶ່ງຈະເຮັດວຽກໄດ້ ເຮັດໃຫ້ຮ່າງກາຍສູນເສຍພະລັງງານແລະເສຍເວລາໃນການປັບສົມດູນໃຫ້ຄືນສູ່ປົກະຕິ ບາງຄົນເອົານ້ຳຊາໃສ່ກະຕິກນ້ຳແຂງແຊ່ເຢັນ ແລ້ວດື່ມຫມົດມື້ ເວລາດື່ມກໍຊື່ນໃຈດີ ແຕ່ທ່ານເຊື່ອບໍ່ວ່າ ທ່ານຍິ່ງດື່ມເທົ່າໃດ ທ່ານກໍຍິ່ງຮ້ອນຂຶ້ນເທົ່ານັ້ນ ເພາະຊາມີລິດເຢັນເຖິງຈະດື່ມແບບຮ້ອນກໍຕາມ ເມື່ອຊາເຂົ້າໄປຢູ່ໃນຮ່າງກາຍ ຄວາມຮ້ອນຂອງນ້ຳຈະຫາຍໄປເຫລືອແຕ່ລິດເຢັນຂອງຊາ ບໍ່ຕ້ອງເວົ້າເຖິງເມື່ອເຮົາດື່ມນ້ຳຊາແຊ່ເຢັນແລ້ວໂຕເຮົາຈະເຢັນສ່ຳໃດ ຄືກັບຮ່າງກາຍເຮົາຖືກແຊ່ເຢັນ ແຖມຍັງເກີດລົມ ເກີດແກ໊ສຂຶ້ນມາອີກຕ່າງຫາກ.

ສ່ວນນ້ຳອັດລົມ ທ່ານດື່ມແລ້ວຮູ້ສຶກເຢັນຊ່າຊື່ນໃຈ ຈົນບາງຄົນຕິດ ບໍ່ດື່ມບໍ່ໄດ້ ຊິດື່ມກໍຕ້ອງດື່ມແບບເຢັນໆ ແຊ່ຕູ້ເຢັນ ແຖມໃສ່ນ້ຳແຂງລົງໄປອີກ ທ່ານລອງຄິດເບິ່ງຈັກຫນ້ອຍວ່າທ່ານໄດ້ຫຍັງແດ່ຈາກນ້ຳອັດລົມ ນອກຈາກຄວາມເຢັນ ນ້ຳຕານ ສານແຕ່ງສີ ສານແຕ່ງກິ່ນ ມີແຕ່ສິ່ງບໍ່ມີປະໂຫຍດທັງນັ້ນ ນ້ຳອັດລົມດື່ມໄດ້ ແຕ່ຂໍໃຫ້ດື່ມສ່ຳພໍຮູ້ຣົດຊາດ ຢ່າໄດ້ດື່ມເປັນກິດຈະວັດແທນນ້ຳ ແຕ່ຖ້າຈະໃຫ້ດີກໍຄວນງົດໄປເລີຍດີກວ່າ.

ສ່ວນນົມ ທີ່ຫລາຍຄົນພະຍາຍາມສອນໃຫ້ລູກຫລານດື່ມ ດ້ວຍຄວາມເຊື່ອທີ່ວ່າ ນົມນັ້ນມີປະໂຫຍດເຫລືອຫລາຍ ວ່າຈະເຮັດໃຫ້ສູງໃຫຍ່ແຂງແຮງ ແຄລຊຽມຊ່ອຍບຳລຸງກະດູກ. ຄົນອາຊີ ເມື່ອຫຍ່ານົມແລ້ວ ຮ່າງກາຍຈະບໍ່ຍ່ອຍນ້ຳຕານແລັກໂຕສໃນນົມ ແລະສານເຄຊິນໃນນົມຈະຫນຽວຈັບໂຕເປັນກ້ອນ ເຮັດໃຫ້ກະເພາະອາຫານຍ່ອຍສານເຫລົ່ານີ້ລຳບາກ ແລະຍັງນິຍົມດື່ມນົມທີ່ມີຣົດຫວານ ດື່ມນົມແຊ່ເຢັນກັນອີກ ຄວາມຫວານແລະຄວາມເຢັນທີ່ທ່ານມັກດື່ມນັ້ນ ກໍສາມາດສ້າງປັນຫາໃຫ້ຮ່າງກາຍຂອງທ່ານໄດ້ບໍ່ຕ່າງຫຍັງຈາກນ້ຳອັດລົມ.


ຂັ້ນຕອນທີ 4. ດື່ມນ້ຳໃຫ້ຖືກເວລາ

- 15 ນາທີກ່ອນຮັບປະທານອາຫານ
- ລະຫວ່າງຮັບປະທານອາຫານ
- ຮັບປະທານອາຫານອີ່ມໃຫມ່ໆ

ທັງ 3 ກໍລະນີທີ່ຍົກມາ ແມ່ນຊ່ວງເວລາທີ່ຄົນເຮົາມັກດື່ມນ້ຳ ການດື່ມນ້ຳໃນຊ່ວງເວລາດັ່ງກ່າວເປັນການດື່ມນ້ຳທີ່ຜິດເວລາຢ່າງໃຫຍ່ຫລວງແລະເປັນສາເຫດໃຫ້ເກີດອາການເຈັບໄຂ້ໄດ້ປ່ວຍໄດ້
ຖ້າທ່ານດື່ມນ້ຳກ່ອນຮັບປະທານອາຫານ ນ້ຳທີ່ທ່ານດື່ມເຂົ້າໄປກໍຈະໄປເຈືອຈາງນ້ຳຍ່ອຍໃນກະເພາະອາຫານ ແລະເມື່ອທ່ານຮັບປະທານອາຫານຕາມເຂົ້າໄປ ນ້ຳຍ່ອຍທີ່ເຂັ້ມຂົ້ນສຳລັບຍ່ອຍອາຫານມັນຜັດເຈືອຈາງໄປແລ້ວ ເຮັດໃຫ້ການຍ່ອຍອາຫານບໍ່ດີ ອາຫານບໍ່ຍ່ອຍແລະເກີດການຫມັກຫມົມໃນກະເພາະອາຫານ ເມື່ອເກີດການຫມັກຫມົມໃນກະເພາະອາຫານ ກໍເກີດພິດໃນຮ່າງກາຍ ພິດທີ່ເກີດຂຶ້ນມາເປັນສາເຫດອາການເຈັບປ່ວຍທັງຫລາຍ ເຊັ່ນດຽວກັບການດື່ມນ້ຳລະຫວ່າງຮັບປະທານອາຫານ ຫລືດື່ມນ້ຳຫລັງຮັບປະທານອາຫານອີ່ມໃຫມ່ໆ ຈະເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ບໍ່ດີ ແຕ່ຖ້າຫລີກລ່ຽງບໍ່ໄດ້ ກໍຂໍແນະນຳໃຫ້ດື່ມພຽງຫນ້ອຍໆ.

ສາເຫດງ່າຍໆທີ່ທ່ານອາດຈະຍັງບໍ່ເຄີຍຮູ້ມາກ່ອນວ່າການດື່ມນ້ຳຜິດເວລາກໍເຮັດໃຫ້ເກີດຄວາມເຈັບປ່ວຍໄດ້ ແຕ່ແກ້ໄຂໄດ້ງ່າຍໆດັ່ງນີ້:

1. ລະຫວ່າງຮັບປະທານອາຫານຄວນດື່ມນ້ຳໃຫ້ຫນ້ອຍໆ ຫລາຍສຸດບໍ່ໃຫ້ເກີນ 200 ມ.ລ ຫລືປະມານ 1 ຈອກ ເພື່ອໃຫ້ນ້ຳຍ່ອຍມີປະສິດທິພາບໃນການຍ່ອຍໄດ້ເຕັມທີ່

2. ຫລັງຮັບປະທານອາຫານແລ້ວ 40 ນາທີຄ່ອຍດື່ມນ້ຳຕາມປົກະຕິ ເພື່ອໃຫ້ກະເພາະໄດ້ຍ່ອຍອາຫານເສຍກ່ອນ ແລະບໍ່ຄວນດື່ມນ້ຳເທື່ອລະຫລາຍໆ ຄວນດື່ມເທື່ອຫນ້ອຍ ແຕ່ຫລາຍເທື່ອດີກວ່າ ຖ້າດື່ມເທື່ອລະຫລາຍໆ ຜົນກໍຄືຮ່າງກາຍຍັງບໍ່ທັນໄດ້ດູດຊຶມກໍປັດສະວະອອກໄປຫມົດກ່ອນແລ້ວ ຖ້າເປັນແນວນີ້ ດື່ມນ້ຳຫລາຍສ່ຳໃດກໍຍັງຫິວນ້ຳຄືເກົ່າ.

3. ແລະທີ່ສຳຄັນບໍ່ຄວນດື່ມນ້ຳເຢັນ ໃນການຍ່ອຍອາຫານນັ້ນ ກະເພາະຕ້ອງໃຊ້ໄຟໃນການຍ່ອຍອາຫານ ຖ້າທ່ານດື່ມນ້ຳເຢັນເຂົ້າໄປ ຄວາມເຢັນຈະເຂົ້າໄປດັບໄຟໃນກະເພາະ ແລະເປັນສາເຫດໃຫ້ອາຫານບໍ່ຍ່ອຍ ບາງທ່ານອາດຈະບອກວ່າເວລາໄປຮ້ານອາຫານ ເຂົາກໍໃຫ້ແຕ່ນ້ຳເຢັນທັງນັ້ນ ກໍຂໍໃຫ້ທ່ານດື່ມໃຫ້ຫນ້ອຍໆດີກວ່າ.

ກະເພາະອາຫານມີທາດໄຟ " ປະຣິນາມັກຄີ " ຄືໄຟສຳລັບຍ່ອຍອາຫານໃຫ້ເປັນສານອາາຫານໄປຫລໍ່ລ້ຽງຮ່າງກາຍ ຖ້າໄຟທາດນີ້ພິການ ອາຫານກໍຈະບໍ່ມີໄຟໃນການຍ່ອຍ ກໍຈະເກີດອາການທ້ອງອືດ ທ້ອງໃຄ່ ພະອືດພະອົມ ປວດຮາກ ຮ້ອນໃນອົກໃນໃຈ ບວມຕາມມື-ຕີນ ບາງຄົນໄອບໍ່ເຊົາ ຍ້ອນກິນແຕ່ຢາແກ້ໄອ ເຊິ່ງເປັນການແກ້ບັນຫາບໍ່ຖືກຈຸດ ເພາະສາເຫດທີ່ແທ້ຈິງແມ່ນກະເພາະອາຫານຍ່ອຍອາຫານບໍ່ໄດ້ ແລ້ວເກີດການຫມັກຫມົມ ເກີດເປັນແກ໊ສພິດ Toxin ໃນຮ່າງກາຍແລະກະແສເລືອດ.


ເປັນແນວໃດເພື່ອນໆພັນລາວເຮົາ ຄິດວ່າຄົງຈະຂັດຈາກຄວາມລຶ້ງເຄີຍຂອງຫລາຍໆຄົນບໍ່ຫນ້ອຍແມ່ນບໍ່ ເຮົາເອງກໍດື່ມນ້ຳແບບຜິດໆມາຕະຫລອດຄືກັນ ເມື່ອຮູ້ແນວນີ້ແລ້ວກໍພະຍາຍາມປ່ຽນພຶດຕິກຳການດື່ມນ້ຳໃຫມ່ສາ ຢ່າລືມວ່າ ສຸຂະພາບທີ່ດີ ບໍ່ແມ່ນວ່າບໍ່ສະບາຍແລ້ວໄປຫາຫມໍ ໄດ້ຢາມາກິນແລ້ວເຊົາ ແຕ່ເປັນຫນ້າທີ່ຂອງພວກເຮົາເອງທີ່ຕ້ອງເບິ່ງແຍງໂຕເອງຢ່າງຖືກຕ້ອງ.

ຂອບໃຈທຸກທ່ານທີ່ອົດທົນອ່ານມາຮອດນີ້

ຂໍຂອບໃຈຂໍ້ມູນເພື່ອສຸຂະພາບນີ້ ຈາກ www.the-arokaya.com

 

Delicious Digg Fark Twitter