ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີຫມູ່ຄົນຫນຶ່ງລາວເວົ້າວ່າ ຫລົງຮັກແມ່ເຮືອນທັ້ງໆທີ່ມີລູກແລ້ວ ເທົ່ານັ້ນຍັງບໍ່ພໍ ຍັງມີສາວແກ່ ແມ່ຮ້າງອີກທີ່ລາວຫລົງມັກ 

ລາວວ່າເຫັນສາວຈຳພວກນິ້ງາມກວ່າສາວທົ່ວໆໄປ, ລາວຫລິ້ນເນັດເຂົາອາດຈະໄປຄອມເມັນສາວແກ່ຫລືມີຜົວແລ້ວ 

ພວກທ່ານເດ້ເຄີຍແບບນິ້ບໍ່?  

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ອີກບໍ່ເທົ່າໃດມື້ ປີໃໝ່ສາກົນກໍ່ຈະກ້າວເຂົ້າມາແລ້ວ ແລະກໍ່ຈະມີຄູ່ບ່າວໆ ສາວໆ ໄປສະຫຼອງກັນແລ້ວ ບາງຄົນກໍ່ຈະສົມຫວັງບາງຄົນກໍ່ຈະຜິດຫວັງ

ເຖິງຢ່າງໃດກໍ່ຕາມ ກໍ່ຂໍໃຫ້ທຸກໆຄົນໄດ້ສົມຫວັງກັນທຸກໆຄູ່ເດີ ໂດຍສະເພາະຜູ້ຊາຍຈະເຮັດແບບໃດໃຫ້ຜູ້ຍິງສົມໃຈເຮົາ ແລະກໍ່ຈະໃຫ້ຜູ້ຍິງຕິດຄ່າລົມເຮົາ ຈະເອົາອົກເອົາໃຈເຂົາແບບໃດ

ຂໍເຊີນທ່ານອ່ານຂ້າງລຸ່ມນີ້ເດີ ເປັນຢ່າງໃດກໍ ຄອມເມັ້ນໃຫ້ແດ່ເດີ

ວິທີລົມສາວໃຫ້ຕິດ

໑. ຢ່າພົບເຂົາເປັນໝູ່ເພື່ອນ

  ດຽວເຂົາຈະເຂົ້າໃຈຜິດຄິດວ່າທ່ານເປັນພຽງໝູ່ເພື່ອນ ຫຼືບໍ່ກໍ່ເປັນກິ໊ກຄົນຫນຶ່ງຂອງ ເຂົາເທົ່ານັ້ນ ຖ້າທ່ານພ້ອມທີ່ຈະເຮັດທຸກສິ່ງທຸກຢ່າງເພື່ອເຂົາກ່ອນຄວາມຮັກຈະຕັ້ງ ຕົວຂື້ນ ເຂົາຈະຄິດວ່າທ່ານເປັນເໝືອນໜູ່ເພື່ອນຄົນຫນຶ່ງທັນທີ ຍິ່ງດົນໄປຄວາມສຳ ພັນຄວນຈະເບັ່ງບານ ແຕ່ມັນກໍ່ບານໄດ້ສະເພາະເປັນໝູ່ເພື່ອນເທົ່ານັ້ນ ບໍ່ກ້າວເຖິງ ຄວາມເປັນແຟນຈັກເທື່ອ ດີບໍ່ດີໂດນຄົນອື່ນຄວ້າໄປອີກ ສະນັ້ນຖ້າຄິດວ່າຈະພົບເຂົາ ເປັນແຟນ ກໍ່ຈົ່ງພົບແບບແຟນຕັ້ງແຕ່ທຳອິດເລີຍ

 

໒. ເຮັດສິ່ງທີ່ຕື່ນຕາຕື່ນໃຈໃຫ້ເຂົາແດ່

ຜູ້ຍິງເຂົາມັກເລື່ອງຄວາມຕື່ນເຕັ້ນ ຈະໃຫ້ເຂົາປາກແຂງເທົ່າໃດ ເຊື່ອເຖິະ ວ່າເຂົາ ມັກຄວາມຕື່ນເຕັ້ນເລົ້າໃຈ ແລະເລິກລັບ ຫຼາຍກວ່າທີ່ຈະຮູ້ຈັກທ່ານໝົດເນື້ອໝົດຕົວ ເພາະຍ່າງນັ້ນ ມັນກໍ່ເໝືອນໝົດຄວາມໜ້າຕື່ນເຕັ້ນໃນຕົວເອງນັ້ນແລະ ໃຫ້ຂໍ້ມູນຕົວ ທ່ານກັບເຂົາແດ່ບາງຄັ້ງ ກະຕຸ້ນໃຫ້ເຂົາຢາກຮູ້ຢາກເຫັນ ຢ່າໃຫ້ເຂົາຮູ້ວ່າທ່ານເດີນ ກຳລັງຍ່າງມາຢ່າງໃດ ສ້າງຄວາມປະທັບໃຈແລະໂຍນໃຈເຂົາເອົາໄວ້ ແລ້ວເຂົາຈະ ຍ່າງມາຫາທ່ານເອງ

 

໓. ເປັນຟ່າຍຢູ່ເສີຍໆ ບໍ່ແມ່ນຟ່າຍໄລ່ນຳ

ຢ່າເຄື່ອນໃຫວກ່ອນ ຍຸກສະໃໝມັນປ່ຽນໄປແລ້ວ ກ່ອນທີ່ຈະຄົ້ນຜູ້ຍິງຈັກຄົນໜຶ່ງກ່ອນ

ຈົ່ງນຶກໄວ້ວ່າ ມັນອາດຈະເຮັດໃຫ້ເຂົາລຳຄານໄດ້ງ່າຍໆ ຢູ່ເສີຍໆ ແລ້ວຍັ້ງເບິ່ງກ່ອນ ວ່າ ເຂົາສົນໃຈທ່ານຫຼືບໍ່ ຫຼືທ່ານສົນໃຈເຂົາແທ້ຫຼືບໍ່ ຖ້າແມ່ນ ຄ່ອຍໆ ເຜີໃຫ້ເຂົາຮູ້ ເທື່ອລະນ້ອຍ ແຕ່ຢ່າອ່ອຍດົນເກີນໄປ ດຽວເຂົາຈະຫຼຸດຫາຍໄປຈາກວົງໂຄຈອນ ສາກ່ອນ

 

໔. ຫັນມາສົນໃຈຕົວເອງແດ່ຈັກໜ່ອຍ

 ເພື່ມສະເໜ່ໃຫ້ຕົວເອງ ດ້ວຍກິ່ນກາຍທີ່ຫອມໆ ຜີວພັນທີ່ຊວນເບິ່ງ  ອ້າວ… ວ່າບໍ່ໄດ້

ດຽວນີ້ຜູ່ຍິງເຂົາເບິ່ງຜູ້ຊາຍທີ່ຜີວພັນນຳເດີ ປະເພດຜີວດຳຄ້ຳ ຍ່ອມຮັບວ່າມີບາງ ກຸ່ມທີ່ມັກ ແຕ່ສວ່ນໃຫຍ່ຖ້າເປັນໜຸ່ມຜີວດີ ມັກເຂົ້າຕາກຳມະການສາວໆ ຫຼາຍກວ່າ ສິ່ງສຳຄັນຄືລົມຫາຍໃຈແລະກິ່ນປາກຕ້ອງສົດຊື່ນ ແຕ່ງຕົວສະອາດຊວນເບິ່ງ ແຕ່ງໃຫ້ເບິ່ງແລ້ວໜ້າຄົບຫາສມາຄົມແລະເບິ່ງສຸພາບໄວ້ກ່ອນ ໜ້າຈະໄດ້ຄະແນນ ຄວາມນິຍົມງ່າຍກວ່າ


໕. ມີອາລົມຂັນ

ຜູ້ຍິງນ້ອຍຄົນຈະມັກຜູ້ຊາຍທີ່ເຕັມໄປດ້ວຍຄວາມກຽດ…ຯລຯ

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຄວາມຮັກຂອງຊາຍ ທີ່ມີຕໍ່ຍິງ

ຈູບທີ່ດັງ                       ຫມາຍເຖິງ    ເຈົ້າຫນ້າຮັກຫຼາຍ

ຈູບທີ່ແກ້ມ                      -//-    ຂ້ອຍຕ້ອງການເຈົ້າ

ຈູບທີ່ຄໍ                         -//-    ເຈົ້າຕ້ອງເປັນຂອງຂ້ອຍ  (ຄືນນິ້ແນ່ນອນ)

ຈູບທີ່ຮີມປາກ                   -//-    ຂ້ອຍຮັກເຈົ້າ

ຈູບທີ່ເປືອກຕາ                   -//-    ຂ້ອຍກຳລັງຫຼົງຮັກເຈົ້າ

ເອົາແຫວນຂອງເຈົ້າໄປໃສ່         -//-    ເຈົ້າຕ້ອງເເປັນຂອງຂ້ອຍຄົນດຽວຕະຫຼອດໄປ

ໃຫ້ຂອງຂວັນເຈົ້າເປັນປະຈຳ       -//-    ເຂົາເອົາໃຈໃສ່ແລະຄິດເຖິງເຈົ້າຈະຫຼອດ

ຈັບມື                          -//-    ຂ້ອຍມັກເຈົ້າ

ເບິ່ງເຂົ້າໄປໃນດວງຕາຂອງເຈົ້າ           -//-    ເຈົ້າຮັກຂ້ອຍຫຼືບໍ່

ບີບນິ້ວມືຂອງເຈົ້າ                -//-    ຂ້ອຍຢາກຈູບເຈົ້າ

ລູບເບົ່າໆທີ່ຫົວໄຫຼ່               -//-    ຢາກຈະເອົາໃຈເຈົ້າ

ກັດຮີມປາກ                     -//-    ຂ້ອຍຫຶງເຈົ້ານ່ະ

ຫຼິ້ນຜົມຂອງເຈົ້າ                      -//-    ຂ້ອຍຊື່ນຊົມເຈົ້າ

ຢຽບຕີນເຈົ້າ                    -//-    ຂ້ອຍຊັງເຈົ້າ

ເວົ້າວ່າຄິດເຖິງເຈົ້າສະເຫມີ        -//-    ຂ້ອຍໃສ່ໃຈເຈົ້າ

ເວົ້າວ່າຄືນນີ້ຈະຟັນເຖິງເຈົ້າ        -//-    ເຈົ້າເປັນຄົນພິເສດສຸດໆ

ເວົ້າວ່າຢາກຈະຢູ່ກັບເຈົ້າຕະຫຼອດເວລາ    -//-    ຄິດເຖິງເຈົ້າທຸກລົມຫາຍໃຈ

ແບບຫອມເຈົ້າ                       -//-    ເຈົ້າຄືຄົນທີ່ sweet (ຫວານ) ທີ່ສຸດໆເລີຍ                       

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

“When you have a broken heart”

A message to teenagers

 

Disappointment in love does not mean the end of everything. You may have lost something, but you still have many precious things left. To fail at love does not mean you are good for nothings. So many people still love and care for you: your parents, family and friends. Do not let just one person determine your value or control your fate.

 

The past is the past. As long as you do not carry it or cling to it, it can have no effect on you. The more you carry it around, the more suffering you will have. That person may not your soul mate. To lost him or her may actually give you the freedom to search for the one who really suits you.

 

Bring heartbroken also teaches us that life is not all about success. Disappointments are a fact of life. They also make us stronger so that we will be able to withstand further disappointments.

 

ຂໍ້ຄິດເຖິງໄວລຸ້ນ

"ເມື່ອທ່ານອົກຮັກ"

 

ຫາກທ່ານຜິດຫວັງໃນຄວາມຮັກບໍ່ໄດ້ຫມາຍຄວາມຈະເປັນການສິ້ນສຸດໃນທຸກສິ່ງທຸກຢ່າງ ທ່ານອາດຈະສູນເສຍບາງຢ່າງແຕ່ທ່ານຍັງມີສິ່ງທີ່ມີຄ່າຫລາຍ

ຢ່າງເຫລືອຢູ່ການລົ້ມເຫລວໃນຄວາມຮັກບໍ່ແມ່ນທ່ານບໍ່ມີຄວາມດີຫຍັງເລີຍໃນຊີ

ວິດຍັງມີຄົນຈຳນວນຫລາຍຮັກແລະຫ່ວງໃຍທ່ານ ເຊັ່ນ ພໍ່ ແມ່ ຄອບຄົວ ແລະເພື່ອນໆ ຍັງຮັກທ່ານຢູ່ຢ່າປ່ອຍໃຫ້ຄົນພຽງຄົນດຽວຕັດສິນຄວາມມີຄຸນຄ່າ

ໃນຕົວທ່ານ ຫລືມີອິດທິຜົນຕໍ່ຄວາມເຊື່ອຫມັ້ນໃນຕົວທ່ານ

 

ອະດີດກໍ່ຄືອະດີດ ປ່ອຍຖິ້ມໄປຢ່ານຳຕິດຕົວມາຫລືຍຶດຕິດກັບອະ ດີດ ກໍ່ຈະເຮັດໃຫ້ເຮົາຫລຸດພົ້ນແລະບໍ່ມີຜົນກະທົບຕໍ່ຕົວເຮົາ ຫາກທ່ານຍຶດຕິດກັບອະ

ດີດທ່ານກໍ່ຈະມີແຕ່ຄວາມທຸກຫລາຍຂຶ້ນຄິດໄວ້ວ່າຄົນທີ່ສ້າງປັນຫາໃຫ້ທ່ານຄົງ ຈະບໍ່ແມ່ນເນື້ອຄູ່ການເລີກຈາກເຂົາຫລືເຂົາຄົນນັ້ນຖືວ່າເປັນການໄດ້ອິສະຫລະ ພາບໃນການຄົ້ນຫາຄົນທີ່ເຫມາະສົມກັບທ່ານແທ້ໆ

 

ການອົກຮັກສອນໃຫ້ເຮົາຮູ້ວ່າຊີວິດບໍ່ໄດ້ມີແຕ່ຄວາມສຳເລັດ ຄວາມຜິດຫວັງ ເປັນ ຄວາມຈິງຂອງຊີວິດທີ່ຈະສອນເຮົາໃຫ້ເຂັ້ມແຂງເພື່ອເຮົາຈະໄດ້ສາມາດຍືນຍັນ

ເອົາຊະນະຄວາມຜິດຫວັງໄດ້.