ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 ຊ່ວງນີ້ກໍ່ເຖິງຊ່ວງລະດູໜາວກັນ ທຸກໆຄົນຄວນຮັກສາສຸພາບແດ່ເດີ ຂ້າພະເຈົ້າບໍ່ມີຫຍັງຊິອວຍພອນປີໃໝ່ໃຫ້ມີແຕ່ ຂໍ້ຄວາມດີໆ ທີ່ເອົາລົງໄວ້ນີ້ ເປັນຂໍ້ມູນຄວາມຮູ້

ເລັກໆນ້ອ​ຍໆ ມາຟາກໃຫ້ ລອງອ່ານເບິ່ງເດີທ່ານ 

ການຟິງໄຟ ອ່ານໜັງສືກາງແດດສ່ຽງໂລກຕາແຫ້ງ

ນັກວິໄຈຕ່າງປະເທດລາຍງານວ່າ ຄົນທີ່ມັກອ່ານໜັງສືກາງແດດ ໂດຍສະເພາະນັກຮຽນ ຫຼືນັ່ງຟິງໄຟ ເພື່ອຄາຍໜາວ ສ່ຽງເປັນ ໂລກຕາແຫ້ງຈາກການຖືກຄວາມຮ້ອນເຜົາກັບສະພາບອາກາດແຫ້ງທີ່ມີຢູ່ແລ້ວ ຜູ້ໃດໃສ່ ຄອນແທັກເລນສ໌ ຕ້ອງລະວັງເປັນພິ ເສດ ຫາກຈຳເປັນຕ້ອງການອ່ານໜັງສືໃນກາງແດດ ຄວນນັ່ງ ຫັນຫຼັງໃຫ້ແສງແດດ ຫຼືໃສ່ໝວກບັງຄວາມຮ້ອນ ແລະກິນຜັກ ໝາກໄມ້ເພື້ມວິຕາມິນ A (ເອ) ບ່ຳລຸງສາຍຕາ ດື່ມນ້ຳໃຫ້ຫຼາຍໆ ຢ່າງໜ້ອຍມື້ລະ 8 ຈອກ

 

          ທ່ານໝໍຕ່າງປະເທດລາຍງານວ່າ ຄວນຈະຕ້ອງລະມັດລະວັງໃຫ້ ດີເພາະອາດຈະສົ່ງຜົນເສຍກັບຕາໄດ້ ທີ່ພົບໄດ້ຫຼາຍທີ່ສຸດກໍ່ຄື ໂລກເຍື່ອບຸຕາຂາວແຫ້ງ ຫຼືທີ່ເອີ້ນກັນວ່າໂລກຕາແຫ້ງ ເຊິງເກີດ ຂື້ນເນື່ອງມາຈາກນ້ຳຕາທີ່ລ້ຽງເຍື່ອບຸຕາຂາວ ລະເຫີຍຫຼາຍເກີນ ໄປຈາກການຖືກຄວາມຮ້ອນທັງຈາກແສງແດດແລະເເປວໄຟ ເປັນເວລາດົນນານ ເຮັດໃຫ້ປະລິມານນ້ຳຕາໃຫ້ຄວາມຊຸ່ມກັບ ດວງຕາເຄືອບແກ້ວຕາດຳບໍ່ພໍ ຜູ້ທີ່ຈະຕ້ອງລະມັດລະວັງເປັນພິ ເສດຄືຜູ້ທີ່ໃສ່ ຄອນແທັກເລນສ໌ ເພາະຕາຈະແຫ້ງງ່າຍກວ່າຄົນທີ່ບໍ່ໃສ ຫຼືຜູ້ທີ່ເປັນໂລກຕາແຫ້ງຢູ່ແລ້ວ ເມື່ອຢູ່ໃນທີ່ທີ່ອາກາດ ແຫ້ງໆ  ຖືກລົມຮ້ອນໆ ຫຼືມີຄວັນ ອາການຈະເປັນໜັກຂື້ນ

ໂລກຕາແຫ້ງເຖິງແມ່ນວ່າຈະບໍ່ເປັນໂລກທີ່ມີອັນຕະລາຍ ຫຼາຍ ແຕ່ເປັນໂລກທີ່ສ້າງຄວາມລຳຄານໃນຊີວິດປະຈຳວັນ ເຊັ່ນອາການຄັນແລະລະຄາຍເຄືອງໃນຕາ ເຊິ່ງເຮັດໃຫ້ຮູ້ສຶກ ເໝືອນກັບວ່າມີເມັດຊາຍນ້ອຍໆຢູ່ໃນຕາຕະຫຼອດ ໂດຍປົກກະຕິຈະເກີດຂື້ນກັບດວງຕາທັງສອງຂ້າງ ຢາກຈະມືນ ຕາກໍ່ມືນບໍ່ຂື້ນ ບາງຄັ້ງອາດຈະມີການແສບເຄືອງຕາ ນ້ຳຕາໄຫຼບໍ່ຢຸດ

ການປ້ອງກັ່ນໂລກຕາແຫ້ງໃນຊ່ວງລະດູໜາວ ຫາກຈຳເປັນ ຕ້ອງນັ່ງອ່ານຫຼືຮຽນໜັງສືກາງແດດ ຈະຕ້ອງນັ່ງໃຫ້ຖືກວິທີ ໂດຍບໍ່ຄວນນັ່ງກາງແດດຮ້ອນໄໝ້ຫຼືນັ່ງຫັນໜ້າໄປທາງແສງແດດ ຄວນນັ່ງຫັນຫຼັງໃຫ້ແສງແດດຫຼືໃນທິດທາງທີ່ຕາມແສງໃນ ຂະນະແດດຮ້ອນແຮງ ຫາກຈຳເປັນຕ້ອງນັ່ງກາງແດດ ຄວນໃຫ້ ນັກຮຽນໃສ່ໝວກບັງ ເພື່ອປິດບັງແສງເຂົ້າຕາ ແລະຄວນພັກສາຍຕາເປັນໄລຍະໆ ເຊັ່ນ: ເບິ່ງໄປຫາຕົ້ນໄມ້ ສະໜາມຫຍ້າ ເພາະສີຂຽວຈະຊ່ວຍໃຫ້ຮູ້ສຶກສະບາຍຕາຂື້ນ ນອກຈາກນີ້ຄວນເພີ່ມການກິນອາຫານທີ່ມີວິຕາມິນ A (ເອ) ຫຼາຍໆ ບ່ຳລຸງສາຍຕາ ເຊັ່ນ ຜັກສີເຫຼືອງ ເຊັ່ນ ໝາກອຶ, ແຄຣອຕ ແລະຜັກໃບຂຽວ ເຊັ່ນ ຜັກບຸ້ງ, ຜັກຕຳລຶງ ໃຫ້ຫຼາຍຂື້ນ ເຊິງປະ ໂຫຍດວິຕາມິນ A (ເອ) ຈະເຮັດໜ້າທີ່ສຳຄັນ ຄື ການນຳໄປໃຊ້ ສ້າງເມັດສີຊ່ວຍການເບິ່ງເຫັນພາບທີ່ມືດ ໂດຍສະເພາະບໍລິເວນ ຈໍຮັບພາບໃນຕາ ແລະດື່ມນ້ຳສະອາດໃຫ້ຫຼາຍໆ ຢ່າງໜ້ອຍມື້ລະ 8 ຈອກ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

 ອອກກຳລັງກາຍດ້ວຍ ”ການຫົວ!”

            ຫລາຍໆຄົນຄົງຮູ້ວ່າການຫົວນັ້ນເປັນສິ່ງທີ່ດີຕໍ່ສຸຂະພາບ ແຕ່ຄົງມີຄົນບໍ່ເທົ່າໃດທີ່ຮູ້ວ່າ

ການຫົວກໍ່ເປັນການອອກກຳລັງກາຍທີ່ດີຢ່າງຫນຶ່ງເຊັ່ນກັນ ເຊິ່ງການຫົວນັ້ນນອກຈາກຈະເຮັດ ໃຫ້ສຸຂພາບຈິດແຈມໃສແລ້ວ ຍັງຊ່ວຍໃນເລື່ອງການຈະເລີນອາຫານແລະ ຮໍຣ໌ໂມນຕ່າໆ ໃຫ້ທຳ ງານໄດ້ຢ່າງມີປະສິດທິພາບ ເຖິງວ່າຈະເປັນເລື່ອງປະຫລາດທີ່ເຮົາຈະນຳການອອກກຳລັງກາຍ

ແບບປົກກະຕິໄປປຽບທຽບກັບການອອກກຳລັງກາຍດ້ວຍການຫົວ ແນ່ນອນວ່າທ່ານຈະບໍ່ສາ

ມາດລ່ຳບິ໋ກ ກ້າມໃຫຍ່ຂື້ນມາໄດ້ຈາກກາຫົວ ແຕ່ທ່ານຈະມີສຸຂະພາບທີ່ດີຂື້ນຢ່າງແນ່ນອນ

            ການຫົວນັ້ນສາມາດລົດຄວາມຄຽດ ແລະລົດຄວາມສ່ຽງຂອງການເປັນໂລກຫົວໃຈໄດ້ນຳ ແຖມຍັງຊ່ວຍໃຫ້ຈິດໃຈແຈ່ມໃສເຂົ້າເຕີ່ມອີກ ແລະສາມາດເບິ່ງໂລກໃນແງ່ບວກຫລາຍຍິ່ງຂື້ນ ເຮັດໃຫ້ການແກ້ປັນຫາຕ່າງໆ ບໍ່ວ່າຈະເປັນປັນຫາຊີວິດ ຫລືທຸລະກິດການງານ ກໍ່ຈະເຮັດ ໃຫ້ມີຄວາມຄິດດີດີທີ່ຈະຜ່ານພົ້ນໄປໄດ້ ນອກຈາກນີ້ຍັງຊ່ວຍໃນເລື່ອງການຈະເລີນອາຫານ ເຊິ່ງຄວາມສາມາດໃນການຍ່ອຍອາຫານ ແລະລະບົບຂັບຖ່າຍຈະຄ່ອຍໆ ລົດລົງເມື່ອທ່ານ ມີອາຍຸຫລາຍຂື້ນ ດັ່ງນັ້ນການຫົວຈະຊ່ວຍທ່ານໄດ້ຫລາຍ ເພື່ອບໍ່ໃຫ້ທ່ານມີປັນຫາກ່ຽວ ກັບຊີ ວິດຄວາມເປັນຢູ່ ແລະສຸຂະພາບຂອງທ່ານ

ຄວາມສຳພັນຂອງສຸຂະພາບ ແລະການຫົວ

            ມີງານວິໄຈລະບຸວ່າການຫົວຢ່າງສະຫນຸກສະຫນານລ່າເລີງຈະຊ່ວຍລົດຮ​ໍຣ໌ໂມນທີ່ບໍ່ດີ  ເຊິ່ງເກີດຈາກຄວາມຄຽດ ເຊິ່ງເປັນຜົນກະທົບດ້ານບວກທີ່ການຫົວເຮັດໄດ້ ເຫມືອນກັບການອອກ ກຳລັງກາຍປະເພດອື່ນໆ ນອກຈາກນີ້ລະບົບຕ່າງໆ ຂອງຮ່າງກາຍກໍ່ຈະທຳງານໄດ້ດີຍິ່ງຂື້ນ ທ່ານ ມີລະດັບຄໍເຣສເຕີອຣອລ ແລະຄວາມດັນເລືອດທີ່ລົດລົງນອກຈາກນີ້ງານວິໄຈ ຍັງລະບຸອີກວ່າ

ການຫົວຊ່ວຍກະຕຸ້ນການທຳງານຂອງຮໍຣ໌ໂມນ leptin ແລະ ghrelin ຖ້າລະດັບ leptin ລົດລົງລະດັບ ghrelin ເພີ່ມຂື້ນຈະເຮັດໃຫ້ທ່່ານຮູ້ສຶກຢາກອາຫານ ເຊິ່ງມັກເກີດຂື້ນຫລັງຈາກ ທ່ານອອກກຳລັງກາຍຕາມປົກກະຕິ

            ມີງານວິໄຈທີ່ສຶກສາອາສາສະຫມັກຈຳນວນ ໑໔ ຄົນເຊິ່ງທຸກຄົນມີສຸຂະພາບທີ່ດີ ແລະມີອາຍຸສະເລ່ຍ ໒໑ ໂດຍແບ່ງອອກເປັນສອງກຸ່ມ ກຸ່ມຫນຶ່ງໃຫ້ເບິ່ງ ວີດີໂອ ຕະຫລົກເປັນເວລາ ໒໐ ນາທີ ແລະອີກກຸ່ມຫນຶ່ງໃຫ້ເບິ່ງຫນັງສົງຄາມໂລກຄັ້ງທີ່໒ ມີຄວາມຄຽດສູງຫລັງຈາກເບິ່ງຫນັງຈົບ ນັກວິໄຈໄດ້ທຳການເບິ່ງເລືອດເພື່ອຫາລະດັບ leptin ແລະ ghrelin ຂອງອາສາສະຫມັກ ການຫົວນັ້ນ ໄດ້ຜົນລັບທີ່ leptin ລົດລົງແລະ ghrelin ເພິ່ມຂື້ນ ຫລືເວົ້າງ່າຍໆ ຄືເມື່ອທ່ານເບິ່ງຫນັງຕະຫລົກຈົບທ່ານຈະມີອາການຢາກອາຫານ ເຊິ່ງຖືວ່າເປັນສິ່ງທີ່ດີເຊິງເກີດຈາກການຫົວນັ້ນເອງ

            ບໍ່ແມ່ນແຕ່ພຽງເລື່ອງຄວາມຢາກອາຫານເທົ່ານັ້ນ ແຕ່ໃນທາງການແພດຍັງຍ່ອມຮັບວ່າການຫົວຊ່ວຍໃຫ້ຟື້ນຕົວຂອງຜູ້ປ່ວຍໄວຍິ່ງຂື້ນ ແລະໃນຄົນທຳມະດາທີ່ຫົວເປັນປະຈຳນັ້ນ ກໍ່ຈະມີສຸຂະພາບແຂງແຮງກວ່າຄົນທີ່ມີອາການຊຶມເສົ້າອີກດ້ວຍ ດັ່ງນັ້ນເຮົາຄວນມາຫາເລື່ອງຫົວກັນດີກວ່າ ເຮັດຕົວໃຫ້ລ່າເລີງແຈມໃສ ແລະເບິ່ງຊີວິດໃນແງ່ມູມທີ່ຕ່າງອອກໄປ ຫັດເບິ່ງຫຍັງບໍ່ໃຫ້ຊີເຣສແລະເບື່ອຫນ່າຍ ເບິ່ງຫຍັງໃຫ້ສະຫນຸກສະຫນານເພື່ອໃຫ້ຊີວິດວັນນີ້ຂອງທ່ານມີຄວາມສຸກ  

 

*ທີ່ມາ ງານວິໄຈ ຕ່າງປະເທດ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

       ໃຜທີ່ຢາກເພື່ມພະລັງໃຫ້ຕົວເອງໃນຕອນເຊົ້າ ມື້ນິ້ມີຄຳແນະນຳເຄື່ອງດື່ມສຳຫລັບເພື່ມພະລັງໃນຕອນເຊົ້າມາບອກທ່ານຮັບຮູ້........ ແຕ່ລະຢ່າງມີດັ່ງນິ້..........

໑.   ນ້ຳຫມາກນາວ

ລອງເອົານ້ຳຫນາກນາວມາດື່ມຕອນເຊົ້າ ເພາະໃນນ້ຳຫມາກນາວຈະມີ ກຣົດຊິຕຣິກ ມີວິຕາມີນC ທີ່ນອກຈາກຈະຂັບຂີ້ກະເທີ່ ແກ້ອາການເຈັບຄໍ ແລ້ວຍັງຊ່ວຍໃຫ້ຮ່າງກາຍສົດຊື່ນ ແຖມຍັງມີກິ່ນຫອມອ່ອນໆ ຈາກເປືອກທີ່ຖືກຄັ້ນຍັງຊ່ວຍໃຫ້ຮູ້ສຶກຜ່ອນຄາຍໄດ້ອີກ

໒.   ນ້ຳຂີງ

ສຳຫລັບຄົນທີ່ມີອາການເມົາຄ້າງ ຄື້ນໄສ້ ຢາກອາຈຽນ(ຮາກ) ກໍ່ຂໍ່ແນະນຳນ້ຳຂີງຮ້ອນໆ ຈັກຈອກເພາະໃນຂີງມີສານເຄມີຊະຫນິດຫນຶ່ງທີ່ເອີ້ນວ່າ ຈິນເຈືອຣອລ ເປັນສານເຄມີປະເພດນ້ຳມັນລະເຫີຍ ຈັດຢູ່ໃນກຸ່ມ ແອລກໍຮອລ໌(ເຫລົ້າ)ທີ່ບໍ່ເຮັດໃຫ້ຮູ້ສຶກມື່ນເມົາແຖມຍັງແກ້ອາການເມົາໄດ້ດີ ການເຮັດນ້ຳຂີງໃຫ້ແຊບນັ້ນ ຄວນທຸບຫົວຂີງທີ່ບໍ່ແກ່ຈົນເກີນໄປຕົ້ມດ້ວຍນ້ຳຮ້ອນພໍຟົດ ຢ່າຕົ້ມດົນເກີນໄປ ເພາະຂີງຈະເສຍລົດແລະກິ່ນໄປໄດ້

໓.    ນ້ຳຜັກຫລືຫມາກໄມ້

ເປັນເຄື່ອງດື່ມທີ່ອຸດົມໄປດ້ວຍວິຕາມີນຫລາຍຊະຫນິດ ໂດຍສະເພາະວິຕາມີນC ວິຕາມີນA ໂຟລິຄແອຊິດ ແລະແຮ່ທາດ ເຊັ່ນ ໂຊດຽມໂປຣແຕສຊຽມ ສັງກະສີ ນອກຈາກນັ້ນໃນນ້ຳຜັກແລະນ້ຳຫມາກໄມ້ຍັງມີສ່ວນປະສົມຂອງນ້ຳຕານໂດຍທຳມະຊາດ ເຊຶ່ງສາມາດເຮັດໃຫ້ພະລັງງານແກ່ຮ່າງກາຍ ຊ່ວຍໃຫ້ຫາຍເມື່ອຍ ອ່ອນເພຍ ເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ

໔.     ນ້ຳຫວານ

ຄົນທີ່ນອນເດິກສ່ວນໃຫຍ່ຍາມເຊົ້າຈະມີອາການປວດຫົວ ມຶນຫົວ ເກີດອາການຄຽດທາງປະສາດ ເຊຶ່ງອາດຈະເປັນເພາະຮ່າງກາຍພັກຜ່ອນບໍ່ພຽງພໍ ຄວນຮັບປະທານອາຫານເຊົ້າທີ່ມີແປ້ງແລະນ້ຳຕານເຊຶ່ງຈະສາມາດຊ່ວຍໄດ້ ໂດຍສະເພາະນ້ຳຕານນັ້ນຈະຖືກດູດຊຶມໄດ້ດີແລະງ່າຍ ດັ່ງນັ້ນນ້ຳຫວານຈະເຮັດໃຫ້ຈິດໃຈສະຫງົບ ຄາຍອາການຄຽດແລະມຶນງົງໄດ້ຢ່າງດີ 

ນົມຖົ່ວເຫລືອງ

ເຫມາະສຳຫລັບຄົນທີ່ຮັກສຸຂະພາບ ເພາະນົມຖົ່ວເຫລືອງເປັນເຄື່ອງດື່ມທີ່ໃຫ້ໂປຣຕີນທີ່ມີຄຸນສົມບັດເຫມືອນໂປຣຕີນຈາກຊິ້ນສັດ

໕.     ກາເຟ

ກາເຟເປັນເຄື່ອງດື່ມຍາມເຊົ້າຂອງຄົນເຮັດວຽກ ເພາະກາເຟກະຕຸ້ນຄວາມສົດຊື່ນກ່ອນລົງມືເຮັດວຽກ ນອກຈາກນິ້ຍັງສາມາດຊ່ວຍລົດຄວາມສ່ຽງຈາກການເກີດຫນິ້ວໃນຖຸງນ້ຳບີ ມະເລັງລຳໄສ້ໃຫຍ່ ລົດອາການຫອບໃນຜູ້ທີ່ເປັນໂລກຫອບຫືດ ແລະເປັນຜົນດີຕໍ່ນັກກິລາໃນການເພີ່ມຄວາມທົນທານແລະຄວາມອຶດໃນກິລາທີ່ຕ້ອງໃຊ້ເວລາດົນນານ

ຖ້າຢາກຮູ້ສຶກສົດຊື່ນຍາມເຊົ້າ ກໍ່ລອງຫາເຄື່ອງດື່ມທີ່ແນະນຳມາດື່ມກັນເບິ່ງໄດ້.

 

 ທີ່ມາ Internet