ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 

ສະບາຍດີ ! ວຽງຈັນ 450 ປີ
 
 

 

ຍັງອີກບໍ່ພໍເທົ່າໃດມື້ ຄົນລາວພວກເຮົາ ເວົ້າສະເພາະ ຊາວນະຄອນຫຼວງວຽງຈັນ ກໍຈະໄດ້ຕ້ອນຮັບ ເບິ່ງແຍງ ພໍ່ແມ່ພີ່ນ້ອງ ລຸງປ້າອາວອາ ຍາດມິດເພື່ອນຝູງ ແລະ ແຂກຕ່າງດ້າວ ທ້າວຕ່າງແດນ ທີ່ມາທ່ອງທ່ຽວ ຢ້ຽມຊົມ ແລະ ຮ່ວມງານບຸນສະເຫຼີມສະຫຼອງ ວຽງຈັນເປັນນະຄອນຫຼວງ ຄົບຮອບ 450 ປີ ດ້ວຍນ້ຳຈິດນ້ຳໃຈ ຄວາມມີອັດທະຍາໃສໄມຕີ ໂດຍຈະໄດ້ພ້ອມກັນ ກ່າວຄຳວ່າ: ສະບາຍດີ !.

ສະບາຍດີ ! ສະບາຍດີ ບໍ ເປັນຄຳເວົ້າງ່າຍໆ ທີ່ສຸພາບ ອ່ອນຫວານ ນອບນ້ອມ ຖ່ອມໂຕ ແຕ່ຫາກເຕັມໄປດ້ວຍ ຄວາມຈິງໃຈ ຮັກແພງ ເປັນກັນເອງ ທີ່ພວກເຮົາທຸກຄົນຈະໄດ້ປະຕິບັດ ພ້ອມກັບການຍໍມືນົບ ຍິ້ມຫົວ ອັນເປັນການສະແດງອອກເຖິງ ຄວາມເຄົາລົບນັບຖື ໃຫ້ກຽດແກ່ຜູ້ມາຢາມ ເພື່ອຢາກບອກຄວາມຮູ້ສຶກ ຊື່ນຊົມຍິນດີ ເວລາທີ່ໄດ້ພົບໜ້າພໍ້ຕາ ມັນເປັນສະເໜ່ຂອງຄົນລາວ ທີ່ສືບທອດຕໍ່ກັນຈົນກາຍມາເປັນ ປະເພນີອັນດີງາມ ເປັນເອກະລັກ ໃນການດຳລົງຊີວິດ ໃນປັດຈຸບັນ ການກ່າວຄຳວ່າ: ສະບາຍດີ ນອກຈາກຍໍມືນົບ ຍິ້ມຫົວແລ້ວ ຄົນລາວ ຍັງນິຍົມຈັບມືຖືແຂນໄປພ້ອມ ບາງຄົນທີ່ເປັນສ່ຽວຮັກ ພ້ອມກັບການຍໍມືນົບ ຈັບມືຖືແຂນ ຍັງກອດຄໍຫອມແກ້ມ ຕົບບ່າໄຫຼ່ຄ່ອຍໆ ແລ້ວຈຶ່ງພາຍ່າງເຂົ້າເຮືອນ ຫຼື ບ່ອນຕ້ອນຮັບຂັບສູ່ ມີນ້ຳເຢັນໆ ເຊີນກິນເຂົ້າເຊົາເຮືອນ... ບາງຄົນຍ້ອນຄວາມດີໃຈ ທີ່ພີ່ນ້ອງມາຢາມ ກໍລົ້ມງົວຄວາຍເປັດ ເຮັດລາບ ຟັງສຽງຟັກລາບເຮືອນໃຕ້ ເຮືອນເໜືອ ດັງແຂ່ງກັນ ຟົດສະນັ່ນຫວັ່ນໄຫວ ເອີ້ນວ່າ: ຮັບເອົາໂຊກເອົາລາບ ເຂົ້າສູ່ໃນເຮືອນ ມີເຫຼົ້າໄຫໄກ່ໂຕ ຜູກຂໍ້ຕໍ່ແຂນ... ມ່ວນຊື່ນລຳວົງ ນັ້ນສະແດງວ່າ ຮັກອີ່ຫຼີອີ່ຫຼໍ ຈົນສາມາດຕາຍແທນກັນໄດ້.

ຄຳວ່າ: ສະບາຍດີ ເປັນຄຳຄຸນນາມ ຫຼື ຄຳວິເສດ ໃນວັດຈະນານຸກົມພາສາລາວ ແປວ່າ: ຢູ່ດີມີແຮງ ເຂັ້ມແຂງ ມີຄວາມສຸກສຳລານ ເບີກບານຫົວໃຈ ງາມຮຽບຮ້ອຍ ຢູ່ນະຄອນຫຼວງວຽງຈັນ ມີເຮືອນພັກສະບາຍດີ ຮ້ານອາຫານສະບາຍດີ ລົດຕຸກໆສະບາຍດີ ຮ້ານຂາຍຜ້າໄໝສະບາຍດີ... ໝາຍຄວາມວ່າ: ພວກເຮົາມີບ່ອນກິນ ບ່ອນຢູ່ ບ່ອນພັກຜ່ອນຫຼັບນອນ ທ່ຽວຫຼິ້ນ ຊື້ເຄື່ອງຂອງ ແລະ ການເດີນທາງໄປມາ ທີ່ພຽບພ້ອມສະດວກສະບາຍ ອົບອຸ່ນ ແລະ ປອດໄພ ຮັບປະກັນຄວາມມ່ວນຊື່ນ ພໍອົກພໍໃຈ ໃນເວລາທີ່ທຸກໆຄົນ ໄດ້ມາພັກອາໄສ.

ສະບາຍດີ ແມ່ນໃຊ້ຖາມຂ່າວຄາວ ຊີວິດຄວາມເປັນຢູ່ ຄວາມສຸກທຸກ ຄວາມເປັນຫ່ວງເປັນໃຍ ຄິດຮອດຄິດເຖິງ ແທນໃຫ້ຄວາມໂອບເອື້ອອາລີ ເອົາໃຈໃສ່ໃກ້ຊິດ ເຊັ່ນ: ກິນເຂົ້າລະບໍ ສຸຂະພາບຮ່າງກາຍເປັນຈັ່ງໃດ ມີອັນໃດໃຫ້ຊ່ວຍເຫຼືອບໍ ເປັນການໃຫ້ຄວາມເຊື່ອໝັ້ນ ຕໍ່ການຕ້ອນຮັບ ເບິ່ງແຍງ ທີ່ອົບອຸ່ນປະທັບໃຈ ເຊິ່ງຢາກບອກວ່າ: ເຈົ້າຈະມີຄວາມສະດວກສະບາຍ ໄດ້ຮັບຄວາມຊ່ວຍເຫຼືອ ເອົາໃຈໃສ່ ໃຫ້ກຽດ ແລະ ເບິ່ງແຍງເປັນຢ່າງດີ ຄືດັ່ງຄົນທີ່ສຸດແສນພິເສດຂອງຂ້ອຍ ໃນຕະຫຼອດໄລຍະເວລາທີ່ພັກເຊົາ ກິນຢູ່ ຫຼັບນອນ ເຄື່ອນໄຫວໄປມາ ຢູ່ເທິງຜືນແຜ່ນດິນລ້ານຊ້າງ ອັນແສນສວຍງາມ ສະຫງົບສຸກ ແລະ ຮົ່ມເຢັນ...

ສະບາຍດີ ຍັງໝາຍເຖິງວ່າ: ນີ້ແມ່ນດິນແດນທີ່ມີຄວາມອຸດົມສົມບູນ ຮັ່ງມີ ແລະ ສວຍງາມໄປດ້ວຍທຳມະຊາດ ປະຫວັດສາດ ວິຖີຊີວິດ ຮີດຄອງປະເພນີ ອະລິຍະທຳ ແລະ ນ້ຳໃຈ ເຊິ່ງທ່ານສາມາດພົບເຫັນ ຫຼົງໄຫຼ ແລະ ສຳຜັດໄດ້ ໃນທົ່ວທຸກແຫ່ງຫົນ ແລະ ຍ່ອມຫຍ້າຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສຳລັບການກ່າວ ສະບາຍດີ ໃນອີກໂອກາດໜຶ່ງ ກໍແມ່ນກ່າວກ່ອນຈະຈາກກັນໄປ ເຊິ່ງການກ່າວຕອນນີ້ ແມ່ນກ່າວແທນຄຳຂອບອົກຂອບໃຈ ຮັກໄຄ່ ຄວາມຮູ້ບຸນຄຸນ ແລະ ປະທັບໃຈຢ່າງສຸດຊຶ້ງ... ໝາຍເຖິງ ຂອບໃຈເດີ ! ທີ່ເຈົ້າດູແລເບິ່ງແຍງຂ້ອຍ ໃນເວລາທີ່ດຳລົງຊີວິດຢູ່ໃນຄອບຄົວ ເຮືອນຊານຂອງເຈົ້າ ຂໍໃຫ້ເຈົ້າຢູ່ດີມີແຮງເຊັ່ນດຽວກັນ ແລະ ພົບກັນໃໝ່ ໃນໂອກາດໜ້າ ຂ້ອຍຈະກັບມາຢາມເຈົ້າອີກ ໃນເວລາໃກ້ໆນີ້ ບູຮານວ່າ: ສິບປີລ້ຳຊາວປີລ້ຳ ຈຶ່ງເຫັນໂອງມາຢາມມັ່ງ ບາດວ່າເຂົ້າຂຶ້ນເລົ້າ ພັດເຫັນເຈົ້າແຕ່ເທື່ອດຽວ.

ທີ່ມາ: ຫນັງສືພິມວຽງຈັນໃຫມ່  ໂດຍ:ສານດາຣາ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

ປະເທດຖືກປວກກັດ

ປະເທດລາວເປັນປະເທດທີ່ອຸດົມສົມບູນໄປດ້ວຍວັດທະນາທຳ ທຳມະຊາດ ແລະ ຈົນເຖິງການພາສາປາກເວົ້າ ເປັນຂອງ ຂອງຕົນເອງ, ຊາວໂລກກໍ່ຍົກ ຍ້ອງສັນລະເສີນວ່າ ປະເທດລາວເປັນປະເທດທີ່ອະນຸລັກວັດທະນາທຳໄດ້ດີ ຈົນ ກະທັງການນຸ່ງຖື ກໍ່ເປັນລະບຽບຮຽບຮ້ອຍດີ, ເຊິ່ງໃນໂລກນິ້ບໍ່ມີໃຜ ມີເຫມືອນ ລາວເຮົາ ທີ່ຈະນຸ່ງສິ້ນພາດແພເຂົ້າວັດວາ ເຂົ້າຫາຜູ້ຫຼັກຜູ້ໃຫຍ່ ແບບເຮົາ.

     ແຕ່ມາປັດຈຸບັນນິ້ ປະເທດລາວຖືກກົມກືນໄປດ້ວຍວັດທະນາທຳ ການນຸ່ງ ຖື ພາສາປາກເວົ້າ ຈົນກະທັງສຳປະທານທີ່ດິນກໍ່ຍັງເປັນຂອງຕ່າງຊາດໄປແລ້ວ, ເປັນຫຍັງຈິ່ງເວົ້າຈັງຊັ້ນ? ກໍ່ເພາະວ່າ ປັດຈຸບັນນິ້ຄົນລາວເຮົາມັກນຳຂອງປະຫຼາດ ມາໃສຕົວ ໃນເມື່ອມັກຂອງປະຫຼາດແລ້ວຕ່າງຊາດເຂົາກໍ່ສົນໃຈ, ດຽວນິ້ປະເທດ ເຮົາຖືກແຊກຊຶມເຂົ້າມາຫຼາຍຮູບແບບເຊັ່ນວ່າ: ມາເຜີຍແຜ່ວັດທະນາທຳຂອງເຂົາ ໃຫ້ເຮົາທາງກົງແລະທາງອ້ອມ ສ່ວນຫຼາຍການນຸ່ງຖືແລະການປາກເວົ້າຈະນຳມາ ຈາກການເບິ່ງໂທລະພາບຈາກປະເທດເພື່ອນບ້ານ ໃນເມື່ອຮຽນແບບຂອງເຂົາ ມາແລ້ວຄຳເວົ້າຈົນເຖິງການນຸ່ງຖືແບບຂອງລາວໆ ຫາຍໄປໃສ? ເປັນຈັງຊິ້ລະ ຜູ້ຂຽນ ຈິ່ງໃສ່ຫົວເລື່ອງວ່າ “ປະເທດຖືກປວກກັດ” ທ່ານເຄີຍເຫັນປວກກັດໄມ້ບໍ່ ມັນຄ້ອຍໆກັດກິນໄປເທື່ອລະນ້ອຍໆ ອີກບໍ່ດົນຕົ້ນໄມ້ຕົ້ນັ້ນກໍ່ອາດຈະລົ້ມລົງໄດ້, ໃນເມື່ອເຫັນແບບນິ້ແລ້ວພວກເຮົາຈະຍ່ຽວຢາແບບໃດ ໃຫ້ຕົ້ນໄມ້ຕົ້ນນິ້ ໃຫ້ມັນແຂງແຮງເຫມືອນເດີມໄດ້ ເພື່ອບໍ່ໃຫ້ປວກຕ່າງຊາດມາກັດໄດ້.

     ຂໍໃຫ້ສະມາຊິກພັນລາວເຮົາ ຈົ່ງພິນິດພິຈະລະນາຊ່ວຍກັນເບິ່ງ ວ່າມັນ ແມ່ນແທ້ ຫລືບໍ່ແທ້ ຕາມທີ່ຜູ້ຂຽນເຄີຍເຫັນ ແລະເຄີຍສຳພັດມາແລ້ວ