ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 

ພາສາລາວໃນປັດຈຸບັນ ເລີ່ມກະຈ່າງຫາຍໄປ ເອົາພາສາຕ່າງປະເທດມາໃຊ້ແທນເວົ້າພາສາອື່ນແທນພາສາລາວ ລອງໃຫ້ສະມາຊິກໃນພັນລາວເຮົານິ້ ໂວດເບິ່ງ ວ່າ ຄຳໃດທີ່ຖືກທີ່ສຸດໃນ ພາສາລາວເຮົາ ແລະໃຫ້ເຫດຜົນມາພ້ອມ ຖືກເພາະສາເຫດໃດ ບໍ່ຖືກເພາະສາເຫດໃດ.

ໂປ່ງໃສ            ແລະ        ປອດໃສ, ຂາວສະອາດ

ຫຼາກຫຼາຍ           -//-          ອຸດົມສົມບູນ, ເພິ່ງຕົນເອງ, ກຸ້ມຕົນເອງ

ບ້ານ (ຫຼັງດຽວ)       -//-          ເຮືອນ

ແປັບດຽວ           -//-          ບຶດຫນຶ່ງ, ຈັກຫນ້ອຍ

ທາງຊອຍ           -//-          ທາງຮ່ອມ

ລຸ້ນລາງວັນ          -//-          ເສັງເອົາລາງວັນ

ຈະ ຈ້າ            -//-          ໂດຍ, ເຈົ້າ

ບໍ່ໃຊ່               -//-          ບໍ່ແມ່ນ

ທີ່ຈິງແລ້ວ           -//-          ແທ້ຈິງແລ້ວ

ທຸນ                            -//-                        ທຶນ

ກິນເຂົ້າຫຼືຍັງ              -//-                        ກິນເຂົ້າແລ້ວບໍ່

 

**   ຍິ່ງນານວັນ ພວກເຮົາບໍ່ຫຼຽວແລ ຫົດນ້ຳພວນດິນ ໃສ່ຝຸ່ນໃຫ້ພາສາລາວ ຕໍ່ໄປອາດຈະມີເຄືອກ້ຽວ ມີບົ້ງແມງມາກັດກິນ ແລະ ໃນທີ່ສຸດ ກໍຈະຍາກແກ່ການປິ່ນປົວ ນັ້ນເອງ.