ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ວິທີແກ້ມືຮ້ອນຈາກຫມາກເຜັດ


ໃນເມື່ອເຮົາຊອຍຫມາກເຜັດແລ້ວຈະເຮັດໃຫ້ມືເຮົາຮ້ອນແສບ ຈົນທໍລະມານເຮັດກິນກໍ່ງຸດງິດ

ມີວິທີ່ແກ້ດັ່ງນີ້

໑. ຖັງເຂົ້ສານ,   

 ໒. ເກືອ  

໓. ແປ້ງ,

໑.໑ ຖັງເຂົ້າສານຊ່ວຍໄດ້: ໃນເມື່ອມືເຮົາຮ້ອນເຮົາຕ້ອງນຳມືຂອງເຮົາທີ່ຮູ້ສຶກວ່າແສບຮ້ອນ ຈຸ່ມລົງໄປໃນຖັງເຂົ້າສານນັ້ນ ເພາະເມັດເຂົ້າສານຈະຊ່ວຍດູດຄວາມແສບຮ້ອນອອກໄປຈາກມື ແລະຍັງຊ່ວຍເຮັດໃຫມືຮູ້ສຶກເຢັນສະບາຍນຳອີກ

 

໒.໒ ເກືອຊ່ວຍໄດ້: ເກືອທີ່ມີລົດຊາດເຄັມນັ້ນ ໃຫ້ນຳມາໂຮຍໃສ່ມືທີ່ຮູ້ສຶກວ່າແສບຮ້ອນຈັກປະມານ ຫນຶ່ງ

ຊ້ອນ ແລ້ວຖູລູບໄປມາ ເກືອກໍ່ຈະຊ່ວຍດູດຄວາມແສບຮ້ອນໃຫຫາຍໄປທັນທີ

 

. ແປ້ງຊ່ວຍໄດ້: ແປ້ງເດັກນ້ອຍທີ່ເຮົາມັກເອົາມາທາຫລັງຈາກອາບນ້ຳນັ້ນ ສາມາດຂ່ວຍໄດ້ ໂດຍໃຫ້ໂຮຍແປ້ງໃສ່ບ່ອນທີ່ມີອາການນັ້ນ ແລ້ວລູບໄປມາພຽງເທົ່ານີ້ ຄວາມແສບຮ້ອນກໍ່ຈະຫາຍ ໄປ ນອກຈາກຈະຊ່ວຍໃຫ້ຫາຍແສບຮ້ອນແລ້ວ ຍັງຊ່ວຍຖະຫນອມຜີວແລະເຮັດໃຫ້ມືຂອງທ່ານ ມີກິ່ນຫອມຕິດມືອີກນຳ

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

 ໄກ້ຈະຮອດປີໃຫມ່ສາກົນແລ້ວບໍ່ກີ່ມື້ນີ້ເອງ ຜູ້ຂ້າຄິດວ່າບາງຄົນກໍ່ອາດຈະສະຫນຸກສະຫນານກັນເຕັມທີ ແຕ່ບາງຄົນກໍ່ອາດຈະເລື່ອງເສົ້າໆ ເຂົ້າມາແຊກແຊງໃນຫົວໃຈຂອງເຮົາ 

ເຊັ່ນວ່າ: ຜິດຫວັງບໍ່ , ຄົນຮັກອອກຈາກໄປທີ່ໄກບໍ່ ແລະສິ່ງອື່ນໆ ມັນອາດຈະສະດຸດຂື້ນມາຈາກຈິດໃຈເຮົາໃຣເມື່ອເຮົາມີອະດີດ ທີ່ຜ່ານມາ ເຖິງແມ່ນວ່າເຮົາບໍ່ຢາກໃຫ້ມັນເກີດຂື້ນ

ແຕ່ກໍ່ຫ້າມຄວາມຄິດແມ່ນບໍ່ໄດ້ ຂ້າພະເຈົ້າກໍ່ເລີຍເອົາການຫົວນີ້ມາໃຫ້ທ່ານ ຄ່ອຍຄິດພິຈາລະນາເບິ່ງ ວ່າມັນແມ່ນຄວາມທີ່ເຂົເວົ້າແທ້ບໍ່ ເຊິ່ງເລື່ງນີ້ຜູ້ຂ້າໄດ້ເອົາລົງຄັ້ງຫນຶ່ງ ແຕ່ບໍ່

ໃຜອ່ານ ກໍ່ເລີຍຄິດວ່າ  ເອ.... ປີໃຫມ່ນີ້ຫນ້າຈະມີສິ່ງອື່ນໆເກີດຂື້ນ ກໍ່ເລີຍເອົາມາໃຫ້ສະມາຊິກເຮົາໄດ້ອ່ານອີກຄັ້ງ ເປັນຈັງໃດລອງໄປອ່ານກັນເລີຍ

ອອກກຳລັງກາຍດ້ວຍ ການຫົວ!

            ຫລາຍໆຄົນຄົງຮູ້ວ່າການຫົວນັ້ນເປັນສິ່ງທີ່ດີຕໍ່ສຸຂະພາບ ແຕ່ຄົງມີຄົນບໍ່ເທົ່າໃດທີ່ຮູ້ວ່າ

ການຫົວກໍ່ເປັນການອອກກຳລັງກາຍທີ່ດີຢ່າງຫນຶ່ງເຊັ່ນກັນ ເຊິ່ງການຫົວນັ້ນນອກຈາກຈະເຮັດ ໃຫ້ສຸຂພາບຈິດແຈມໃສແລ້ວ ຍັງຊ່ວຍໃນເລື່ອງການຈະເລີນອາຫານແລະ ຮໍຣ໌ໂມນຕ່າໆ ໃຫ້ທຳ ງານໄດ້ຢ່າງມີປະສິດທິພາບ ເຖິງວ່າຈະເປັນເລື່ອງປະຫລາດທີ່ເຮົາຈະນຳການອອກກຳລັງກາຍ

ແບບປົກກະຕິໄປປຽບທຽບກັບການອອກກຳລັງກາຍດ້ວຍການຫົວ ແນ່ນອນວ່າທ່ານຈະບໍ່ສາ

ມາດລ່ຳບິ໋ກ ກ້າມໃຫຍ່ຂື້ນມາໄດ້ຈາກກາຫົວ ແຕ່ທ່ານຈະມີສຸຂະພາບທີ່ດີຂື້ນຢ່າງແນ່ນອນ

            ການຫົວນັ້ນສາມາດລົດຄວາມຄຽດ ແລະລົດຄວາມສ່ຽງຂອງການເປັນໂລກຫົວໃຈໄດ້ນຳ ແຖມຍັງຊ່ວຍໃຫ້ຈິດໃຈແຈ່ມໃສເຂົ້າເຕີ່ມອີກ ແລະສາມາດເບິ່ງໂລກໃນແງ່ບວກຫລາຍຍິ່ງຂື້ນ ເຮັດໃຫ້ການແກ້ປັນຫາຕ່າງໆ ບໍ່ວ່າຈະເປັນປັນຫາຊີວິດ ຫລືທຸລະກິດການງານ ກໍ່ຈະເຮັດ ໃຫ້ມີຄວາມຄິດດີດີທີ່ຈະຜ່ານພົ້ນໄປໄດ້ ນອກຈາກນີ້ຍັງຊ່ວຍໃນເລື່ອງການຈະເລີນອາຫານ ເຊິ່ງຄວາມສາມາດໃນການຍ່ອຍອາຫານ ແລະລະບົບຂັບຖ່າຍຈະຄ່ອຍໆ ລົດລົງເມື່ອທ່ານ ມີອາຍຸຫລາຍຂື້ນ ດັ່ງນັ້ນການຫົວຈະຊ່ວຍທ່ານໄດ້ຫລາຍ ເພື່ອບໍ່ໃຫ້ທ່ານມີປັນຫາກ່ຽວ ກັບຊີ ວິດຄວາມເປັນຢູ່ ແລະສຸຂະພາບຂອງທ່ານ

ຄວາມສຳພັນຂອງສຸຂະພາບ ແລະການຫົວ

            ມີງານວິໄຈລະບຸວ່າການຫົວຢ່າງສະຫນຸກສະຫນານລ່າເລີງຈະຊ່ວຍລົດຮ​ໍຣ໌ໂມນທີ່ບໍ່ດີ  ເຊິ່ງເກີດຈາກຄວາມຄຽດ ເຊິ່ງເປັນຜົນກະທົບດ້ານບວກທີ່ການຫົວເຮັດໄດ້ ເຫມືອນກັບການອອກ ກຳລັງກາຍປະເພດອື່ນໆ ນອກຈາກນີ້ລະບົບຕ່າງໆ ຂອງຮ່າງກາຍກໍ່ຈະທຳງານໄດ້ດີຍິ່ງຂື້ນ ທ່ານ ມີລະດັບຄໍເຣສເຕີອຣອລ ແລະຄວາມດັນເລືອດທີ່ລົດລົງນອກຈາກນີ້ງານວິໄຈ ຍັງລະບຸອີກວ່າ

ການຫົວຊ່ວຍກະຕຸ້ນການທຳງານຂອງຮໍຣ໌ໂມນ leptin ແລະ ghrelin ຖ້າລະດັບ leptin ລົດລົງລະດັບ ghrelin ເພີ່ມຂື້ນຈະເຮັດໃຫ້ທ່່ານຮູ້ສຶກຢາກອາຫານ ເຊິ່ງມັກເກີດຂື້ນຫລັງຈາກ ທ່ານອອກກຳລັງກາຍຕາມປົກກະຕິ

            ມີງານວິໄຈທີ່ສຶກສາອາສາສະຫມັກຈຳນວນ ໑໔ ຄົນເຊິ່ງທຸກຄົນມີສຸຂະພາບທີ່ດີ ແລະມີອາຍຸສະເລ່ຍ ໒໑ ໂດຍແບ່ງອອກເປັນສອງກຸ່ມ ກຸ່ມຫນຶ່ງໃຫ້ເບິ່ງ ວີດີໂອ ຕະຫລົກເປັນເວລາ ໒໐ ນາທີ ແລະອີກກຸ່ມຫນຶ່ງໃຫ້ເບິ່ງຫນັງສົງຄາມໂລກຄັ້ງທີ່໒ ມີຄວາມຄຽດສູງຫລັງຈາກເບິ່ງຫນັງຈົບ ນັກວິໄຈໄດ້ທຳການເບິ່ງເລືອດເພື່ອຫາລະດັບ leptin ແລະ ghrelin ຂອງອາສາສະຫມັກ ການຫົວນັ້ນ ໄດ້ຜົນລັບທີ່ leptin ລົດລົງແລະ ghrelin ເພິ່ມຂື້ນ ຫລືເວົ້າງ່າຍໆ ຄືເມື່ອທ່ານເບິ່ງຫນັງຕະຫລົກຈົບທ່ານຈະມີອາການຢາກອາຫານ ເຊິ່ງຖືວ່າເປັນສິ່ງທີ່ດີເຊິງເກີດຈາກການຫົວນັ້ນເອງ

            ບໍ່ແມ່ນແຕ່ພຽງເລື່ອງຄວາມຢາກອາຫານເທົ່ານັ້ນ ແຕ່ໃນທາງການແພດຍັງຍ່ອມຮັບວ່າການຫົວຊ່ວຍໃຫ້ຟື້ນຕົວຂອງຜູ້ປ່ວຍໄວຍິ່ງຂື້ນ ແລະໃນຄົນທຳມະດາທີ່ຫົວເປັນປະຈຳນັ້ນ ກໍ່ຈະມີສຸຂະພາບແຂງແຮງກວ່າຄົນທີ່ມີອາການຊຶມເສົ້າອີກດ້ວຍ ດັ່ງນັ້ນເຮົາຄວນມາຫາເລື່ອງຫົວກັນດີກວ່າ ເຮັດຕົວໃຫ້ລ່າເລີງແຈມໃສ ແລະເບິ່ງຊີວິດໃນແງ່ມູມທີ່ຕ່າງອອກໄປ ຫັດເບິ່ງຫຍັງບໍ່ໃຫ້ຊີເຣສແລະເບື່ອຫນ່າຍ ເບິ່ງຫຍັງໃຫ້ສະຫນຸກສະຫນານເພື່ອໃຫ້ຊີວິດວັນນີ້ຂອງທ່ານມີຄວາມສຸກ 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

 ໃນເວັບບອດ ມີສະມາຊິກຕັ້ງຄຳຖາມຂື້ນມາວ່າ “ສົມຄວນເວົ້າຈັງຊັ້ນບໍ່?”  ໃນຄວາມວ່າ: “ໃຫ້ໄປຕືກເບັດຢູ່ຕ່າງປະເທດປະເທດລາວຄືຊິຈະເລີນໄວຄືກັບຈີນ

ຫລາຍໆຄົນກໍ່ໄປ ຄອມເມັ້ນວ່າ ງົງ ອ້າວລະເຖິງຢ່າງໃດກໍ່ຕາມ ຈະມາອະທິບາຍ ຄວາມຂ້ອງໃຈນ້ອຍຫນຶ່ງ ເປັນຄວາມຄິດເຫັນຂອງຂ້າພະເຈົ້າເອງ ແຕ່ຂ້າພະເຈົ້າ ກໍ່ເຄີຍຟັງມາແລ້ວກ່ຽວກັບເລື່ອງນີ້ ມັນເປັນການເມືອງການພັດທະນາ

            ຄຳວ່າ ”ໄປຕຶກເບັດຢູ່ຕ່າງປະເທດ” ບໍ່ແມ່ນຊິແບກແຫແບກມອງ ຖືເບັດຖືໄຊ ໄປຫາປາທີ່ນ້ຳທະເລຍແລະນ້ຳມະຫາສະມຸດ ໃຫ້ມັນຍາກລຳບາກດັ່ງທີ່ຫລາຍໆຄົນ ຄົງຄິດກັນ ວ່າ: ບໍ່ສົມຄວນຈະເວົ້າ, ອ່ານລະງົງ, ແມ່ນຫຍັງວະງົງ !!! ຄວາມໝາຍຕຶກເບັດຢູ່ຕ່າງປະເທດ ຫັ້ນນະ? , (ສ່ວນນີ້ແມ່ນສະມາຊິກບາງຄົນເວົ້າ)

ໄປຕຶກເບັດຢູ່ຕ່າງປະເທດ: ຫມາຍຄວາມໃຫ້ໄປສຶກສາທີ່ຕ່າງປະເທດໄປສຶກ ສາຫາຄວາມຮູ້ຈາກປະເທດທີ່ເພິ່ນພັດທະນາວ່າເຂົາພັດທະນາແບບໃດ ເຂົາສ້າງ ປະເທດແບບໃດ ເປັນຫຍັງປະເທດເຂົາຈິ່ງຈະເລີນກວ່າລາວ ໃນເມື່ອເຮົາໄດ້ໄປສຶກສາຮູ້ແບບເຂົາເຈົ້າເຮົາກໍ່ເອົາ ແບບຂອງເຂົາມາພັດທະນາບ້ານເຮົາ ເຂົາໃຊ້ການພັດທະນາແບບໃດ ດ້ານໃດ ດ້ານການສຶກສາບໍ່? ດ້ານການພັດທະນາບໍ່? ດ້ານການເມືອງບໍ່? ແລະອື່ນໆ ທີ່ເຮົາຄວນນຳແບບເຂົາມາ ບໍ່ແມ່ນວ່າຈະໄປນຳແບບທຸກສິ່ງທຸກ ຢ່າງ ສິ່ງບໍ່ດີກໍ່ຈະເອົາມາເປັນແບບ ສິ່ງນີ້ກໍ່ບໍ່ແມ່ນ ເຮົາຄວນຕຶກຕອງເອົາ ສິ່ງທີ່ຈະສະດວກສະບາຍບ້ານເມືອງເຮົາໆກໍ່ສະແຫວງຫາ ຊອກຫາສິ່ງທີ່ອິ່ນຳຊຳລານຈິດໃຈຂອງພວກເຮົາ,, ເວົ້າແບບພາສາຊາວບ້ານເນາະ ໃນເມື່ອເຮົາຫີວເຂົ້າກິນເຂົ້າກັບແຈ່ວ ວ່າແຈ່ວມັນບໍ່ແຊບທຸກໆມື້ ກິນແຕ່ແບບເກົ່າ ແລ້ວເຮົາຮູ້ບໍ່ວ່າ ຕະຫລາດເຂົາຂາຍຫຍັງກັນ ຂາຍແຈ່ວບໍ່? ເຫມືອນກັບເຮືອນເຮົາກິນທຸກໆມື້ບໍ່?

ສິ່ງນີ້ກໍ່ເປັນຂໍ້ຄິດສິ່ງຫນຶ່ງ ຖ້າເຮົາບໍ່ໄປສະແຫວງຫາ ເຮົາບໍ່ຮ່ອນຮູ້ ບູຮານວ່າ: ບໍ່ອອກຈາກບ້ານບໍ່ຮູ້ດານແດນໄກ ຖ້າບໍ່ໄປສຶກສາຮ່ຳຮຽນຣ່ອນບໍ່ມີຄວາມຮູ້

 

ເອົ້າລະພໍເທົ່ານີ້ກ່ອນເນາະ ໃຫ້ສະມາຊິກເຮົາມີຄວາມຄິດເຫັນນຳແດ່

ຂອບໃຈນຳອາຈານຄົນນັ້ນເດີ  ທີ່ໃຫ້ຄວາມຄິດອອກມາ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

ເອື້ອເຟື້ອເພື່ອແຜ່ ... ດູແລ ແລະ ຫ່ວງໃຍ ຄືນ້ຳໃຈຄົນລາວ
 

 

 

 

ເວລາຮູ້ວ່າຈະມີພີ່ນ້ອງ ຫຼືແຂກໄກໄທອື່ນ ຄົນຮັກຄົນແພງມາຢ້ຽມຢາມ ກິນເຂົ້າເຊົາເຮືອນ ຄົນລາວຈະຂຸ້ນຂ້ຽວ ພາກັນຫ້າງຫາກະກຽມ ທຸກສິ່ງທຸກຢ່າງ ດ້ວຍຄວາມຕື່ນເຕັ້ນຍິນດີ ນັບແຕ່ການຕົບແຕ່ງ ປະດັບປະດາ ສະຖານທີ່ ເຮືອນຊານບ້ານຊ່ອງ ໃຫ້ສະອາດຈົບງາມ ຮຽບຮ້ອຍ ເປັນຕາໜ້າຢູ່ໜ້າເຊົາ ເຖິງວ່າເຮືອນນ້ອຍ ແຕ່ສິ່ງສຳຄັນແມ່ນ ໃຈບໍ່ນ້ອຍຕາມ ໃຈຕ້ອງກ້ວາງໃຫຍ່ ໃຫ້ແຂກມີຄວາມພໍອົກພໍໃຈ ສະດວກສະບາຍ ສົມໜ້າສົມຕາຜູ້ມາຢາມ ສ່ວນໜຶ່ງກໍແມ່ນ ຮີບຟ້າວຂົນຂວາຍເອົາຂອງຢູ່ຂອງກິນ ຢ່າງພຽງພໍ ມາສະສົມໄວ້ບໍ່ໃຫ້ຂາດໃຫ້ເຂີນ ເຮືອນໃຕ້ມີໝາກເຂືອ ເຮືອນເໜືອມີເຂົ້າ ແລະ ນ້ຳ ຫຼືວ່າ ເຮືອນເອມມີໄກ່ ເຮືອນບາໄມມີໝູ ກໍພ້ອມກັນເອົາມາສູ່ແຂກກິນ ເຮັດໃຫ້ແຂກໄດ້ຢູ່ໄດ້ກິນ ຢ່າງອີ່ມໜຳສຳລານ ເບີກບານຫົວໃຈ ຖືວ່າມາເຮືອນແມ່ ເຮືອນພໍ່ ບໍ່ໃຫ້ເຈົ້າຄິດງໍ້ເລື່ອງກິນ ເລື່ອງຢູ່ ມາແຕ່ຕົວກັບຫົວໃຈກໍພໍແລ້ວ ເງິນຄຳບໍ່ສຳຄັນ ແຕ່ຄັນໃຫ້ດີແທ້ ມີຈັກໜ້ອຍຕິດຕົວມານຳແດ່ ກໍຫາກດີເນາະ ເພິ່ນວ່າ ! ເພາະບາງເທື່ອກໍໄດ້ແຈກລູກ ແຈກຫຼານຕື່ມແດ່ ໃນຍາມຈະເດີນທາງກັບ.

ເວົ້າເລື່ອງຄົນລາວພວກເຮົາ ເຖິງວ່າຕົນເອງທຸກຍາກ ແຕ່ຈິດໃຈກໍບໍ່ເຄີຍສະແດງໃຫ້ເຫັນ ເຖິງຄວາມລຳບາກ ຄວາມຄັບແຄບ ຂີ້ຖີ່ ຫຼື ບໍ່ມີນ້ຳໃຈ ຄົນລາວເປັນຄົນເອື້ອເຟື້ອເພື່ອແຜ່ ດູແລ ແລະ ຫ່ວງໃຍຄົນອື່ນ ດ້ວຍຫົວຈິດຫົວໃຈ ເອົາອົກເອົາໃຈ ຜູ້ມາຢ້ຽມຢາມ ບໍ່ໃຫ້ເພິ່ນເວົ້າຂວັນເຂົາວ່າ: ຄົນລາວເຮົາ ດ້ອຍພັດທະນາວ່າຊັ້ນ ! ອັນນີ້ກໍຍັງຄິດສົງໃສຢູ່ວ່າ: ເຂົາເວົ້າຖືກຢູ່ບໍ ເພາະຕົວຈິງແລ້ວ ຈິດໃຈຂອງຄົນລາວນີ້ ມັນພັດທະນາ ແລະ ຈະເລີນຮຸ່ງເຮືອງເຫຼືອງເຫຼື້ອມ ມີອະລິຍະທຳທີ່ໜ້າອັດສະຈັນ ແລະ ຫຼົງໄຫຼ ມາຫຼາຍຮ້ອຍຫຼາຍພັນປີແລ້ວ ຊຶ່ງຜ່ານມາ ຄົນລາວກໍໄດ້ພິສູດໃຫ້ຄົນທັງໂລກ ຮັບຮູ້ເຂົ້າໃຈ ແລະ ຕື່ນຕາຕື່ນໃຈມາແລ້ວວ່າ:ຄົນລາວ ເປັນຄົນດີມີນ້ຳໃຈໄມຕີຈິດ ແລະ ມີຊີວິດທີ່ສົດຊື່ນແຈ່ມໃສ ບໍ່ໄດ້ຫງ່ວມເຫງົາເສົ້າໂສກ ແລະ ມັກຫາເລື່ອງຫາຄວາມ ຄືດັ່ງປະເທດອື່ນ ພິເສດ ຄົນລາວເປັນຄົນທີ່ມັກສະຫງົບ ສັນຕິ ມີລະບຽບວິໄນ ນ້ຳໃຈດີງາມ ຮູ້ເອົາໃຈເພິ່ນມາໃສ່ໃຈໂຕ ຮັກຫອມ ເຫັນອົກເຫັນໃຈ ອະໄພໃຫ້ກຽດ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ... ປັດຈຸບັນນີ້ ກໍຄືສູ່ມື້ນີ້ ຄົນລາວທັງຊາດ ກໍກຳລັງເປັນເຈົ້າການ ຮ່ວມແຮງຮ່ວມໃຈກັນ ມ່ວນຊື່ນສະຫຼອງໄຊ ພ້ອມຈິດພ້ອມໃຈ ຮັບຕ້ອນແຂກຕ່າງດ້າວ ທ້າວຕ່າງແດນ ທີ່ເດີນທາງມາຢ້ຽມຢາມທ່ຽວຊົມ ແລະ ສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ ແລະ ວັນຊາດທີ ທັນວາ ຄົບຮອບ 35 ປີ ຊຶ່ງປີນີ້ກໍມີ 21 ໂຄງການ ຫຼາຍກິດຈະກຳທີ່ສ່ອງແສງເຖິງ ຄວາມສວຍງາມ ອຸດົມສົມບູນທາງທຳມະຊາດ ມີປະຫວັດສາດທີ່ໜ້າອັດສະຈັນ ແລະ ມີວັດທະນະທຳຫຼາຍສີສັນ ແລະ ລ້ຳຄ່າ ... ຖືວ່າຄົນລາວ ໄດ້ຜ່ານເລື່ອງລາວທັງໄລຍະຮ້ອນ ແລະ ໜາວ ແຕ່ຈິດໃຈຂອງຄົນລາວວິລະຊົນ ກໍບໍ່ເຄີຍຖືກດັບສູນ ຄວາມເປັນຊາດລາວ ຄົນລາວຍັງຖືກບູລະນະໃຫ້ງອກງາມ ແລະ ເບັ່ງບານ ເໝືອນດັ່ງດວງຈຳປາ ທີ່ນັບມື້ສວຍງາມ ສົ່ງກິ່ນຫອມຫວນ ໄປທົ່ວທຸກສາລະທິດຂອງດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຜູ້ອົງອາດ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ.

ຮອຍຍິ້ມ ຄວາມໂອບເອື້ອອາລີ ມີນ້ຳໃຈ ແລະ ຫ່ວງໃຍຄົນອື່ນ ເປັນສະເໜ່ອັນໜ້າຫຼົງໄຫຼ ຂອງຄົນລາວພວກເຮົາ ເພາະຄົນລາວເປັນຄົນໃຈດີ ໃຈບຸນ ຢູ່ໃນສິນກິນໃນທຳ ຖະນຸຖະໜອມຕ່ອມຕຸ້ມ ຮັກແພງຄົນອື່ນຫຼາຍກ່ວາຕົນເອງ ໃນຊີວິດປະຈຳວັນ ພວກເຮົາສາມາດພົບເຫັນຮອຍຍິ້ມ ແລະ ຄວາມມີນ້ຳໃຈ ໄດ້ທຸກຫົນແຫ່ງຂອງດິນແດນລ້ານຊ້າງ ຄົນລາວບໍ່ເຄີຍຄິດເອົາປຽບຄົນອື່ນ ບູຮານວ່າ: ຄັນອ້າຍຊິເມືອນຳນ້ອງ ບໍ່ໃຫ້ເຄືອງບາດແຂນ ຄັນຊິເມືອນຳນ້ອງ ບໍ່ໃຫ້ແຄ້ນບາດຍ່າງ ຄັນບໍ່ຂຶ້ນຂີ່ຊ້າງ ຊິພາອ້າຍຂີ່ລົດຍົນ.

ແນວໃດກໍຕາມ ສິ່ງທີ່ຢາກແລກປ່ຽນ ແລະ ເປັນຫ່ວງຫຼາຍທີ່ສຸດ ຢ້ານຄົນອື່ນແນມເບິ່ງຄົນລາວເຮົາ ດ້ອຍພັດທະນານັ້ນ ກໍຍັງແມ່ນເລື່ອງຄວາມເອຶ້ອເຟື້ອເພື່ອແຜ່ ແລະ ບໍ່ດູແລຂີ້ເຫຍື້ອຂອງແຕ່ລະຄົນ ໂດຍສະເພາະແມ່ນ ມາລະຍາດໃນການຖິ້ມຂີ້ເຫຍື້ອ ຊຶ່ງພວກເຮົາຍັງບໍ່ພ້ອມກັນ ພັດທະນາເທົ່າທີ່ຄວນ ເພາະມື້ສົມໂພດຮູບປັ້ນເຈົ້າອະນຸວົງ ພະອົງກໍຄືຊິຕ່ຳຄ້ອຍນ້ອຍໃຈ ເປັນຫ່ວງເປັນໃຍ ລູກຫຼານເຫຼັນຫຼ້ອນຂອງເພິ່ນ ທີ່ບໍ່ພ້ອມກັນຮັກສາບ້ານເຮືອນ ຫຼືດູແລອະນຸສາວະລີແຫ່ງນີ້ ຊ່ວຍກັນ ຄວາມສະອາດສວຍງາມ ໃຜໆກໍນິຍົມຊົມຊອບ ບູຮານວ່າ: ຢູ່ໃຫ້ເຮັດດີ ໜີໃຫ້ເພິ່ນຄິດຮອດ.

ໂດຍ: ສາຍດາຣາ ຈາກຫນັງສືພິມ ວຽງຈັນໃຫມ່

 
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

ຕໍ່ໄປນິ້ເປັນຄຳສັບພາສາອັງກິດ ແລະພາສາລາວ ຄຳຄ່ອງ ອ່ານແລ້ວເຂົ້າໃຈງ່າຍວ່າຊັ້ນ

 

son=  ລູກຊາຍ                  ຂາຍ= sell

tell=  ບອກ                    ອອກ= out

cow= ແມ່ງົວ                   ຫົວ=  head

get=  ໄດ້ຮັບ                   ຈັບ=  catch

advice= ຄຳແນະນຳ              ຈຳ=   remember

never= ບໍ່ເຄີຍ                   ເນີຍ=  butter

better= ດີກວ່າ                  ມາ=   come

drum= ກອງ                    ທອງຄຳ=gold

hold= ຖື                       ມື=    hand

fan=  ພັດລົມ                   ຫນຸ່ມສາວ=   young

tongue= ລີ້ນ                   ກີນ=  eat

need= ຕ້ອງການ                ບ້ານເຮືອນ= house

now= ດຽວນິ້                    ດີ=    good

put=  ວາງ                     ກາງ= middle

gentle= ສຸພາບ,ຜູ້ດີ               ທີ່ຫລັງ= after

brother= ອ້າຍ,ນ້ອງຊາຍ           ຮ່າງກາຍ= body

story= ເລື່ອງລາວ                ຂາວ= white

right= ຂວາ                     ນາລິກາ(ໂມງ)= clock

rock= ຫີນ                      ໄດ້ຍິນ= hear

near= ໃກ້                      ຄົນໃຊ້= servant