ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ບ້ານໃກ້ທ່າ..................ບໍ່ມີນ້ຳກິນ

ມີຫມໍ້ດິນ......................ບໍ່ຮູ້ຈັກໃຊ້

ລ້ຽງໄກ່.......................ໄກ່ບໍ່ຂັນ

ຢາກຂື້ນສະຫວັນ........ໃຫ້ໄປແກ້ຜ້າຊິ້ນໃນວັ

** ຂໍ້ສຸດທ້າຍຢ່າເຂົ້າໃຈເລິກເດີ້ ພີ່ນ້ອງ

ຖ້າມີຜູ້ສົນໃຈບາດຫນ້າຊິມາຂະຫຍາຍຄວາມໃຫ້ຟັງ ເອົາຄວາມຫມາຍແຕ່ລະຂໍ້

ຖ້າໃຜຮູ້ກໍ່ຊ່ວຍຕອບແດ່ເພື່ອບໍ່ໃຫ້ເຂົ້າໃຈຜິດ ຈຸດຫນັກແມ່ນຂໍ້ສຸດທ້ານນີ້ລະ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຫນ້າທີ່ຂອງຜູ້ຍິງກໍ່ບໍ່ມີຫຍັງຫລາຍເກີນໄປມີແຕ່ເຮັດຫນ້າທີ່ເປັນແມ່ເຮືອນ ລ້ຽງດູລູກເບິ່ງແຍງຄອບຄົວແຕ່ກໍ່ຕ້ອງມີດັ່ງນີ້:

*  ລ້ຽງລູກຢ່າໃຫ້ລູກຊົ່ວ ເປັນຜູ້ຍິງຕ້ອງຕ້ອງເບິງຕ້ອງແຍງ ດູແລເອົາໃຈໃສ່ ໃຫ້ຄວາມອົບອຸ່ນຢ່າໃຫ້ລູກຕົກເປັນຄົນຊົ່ວ

* ລ້ຽງຜົວຢ່າໃຫ້ຂາດຄວາມພາກພູມໃຈ ສາມີຈະພາກພູມໃຈຕໍ່ເມຍກໍ່ຄືເຮືອນ ໓ ນ້ຳ ໔

ເຮືອນ ໓ ນ້ຳ ໔ ມີດັ່ງນີ້

*** ເຮືອນ ສາມ 

໑ ເຮືອນຜົມງາມ

໒ ເຮືອນຮ່າງງາມ

໓ ເຮືອນທີ່ຢູ່ອາໃສງາມ

 

*** ນ້ຳ ສີ່

໑ ມີນ້ຳກິນໃຫ້ສາມີໃຊ້ ເອົາຕ້ອນຮັບໃນເວລາລຸກມາຈາກເຮັດວຽກ

໒ ມີນ້ຳໃຊ້ໃຫ້ສາມີ

໓ ມີນ້ຳໃຈໃຫ້ສາມີ ເມື່ອ  ເຂົາມີທຸກກໍປອບໃຈໃຫ້ເຂົາ

໔ ມີນ້ຳຄຳທີ່ດີ 

     ຖ້າເຮົາເອົາແບບນີ້  ລູກກໍ່ບໍ່ຊົ່ວ ຜົວກໍ່ຈະມີຄວາມພາກພູມໃຈ

ເມື່ອປາຖະຫນາຢາກໃຫ້ຄອບຄົວມີຄວາມສຸກກໍ່ຈົ່ງປະຕິບັດກັນເລີຍ

 

ບາດຫນ້າຊິເອົາຫນ້າທີ່ຂອງຜູ້ຊາຍມາລົງໃຫ້ອ່ານ