ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 ລູກຖິ້ມແມ່… ແຕ່ແມ່ບໍ່ຖິ້ມລູກ

ໃນສະໃໝກ່ອນ ມີນິທານເລື່ອງລູກທໍລະຍົດກັບແມ່ ແມ່ກໍເຖົ້າແກ່ຫຼາຍແລ້ວ ເຊິ່ງລູກຊາຍຂອງເຂົາ ບໍ່ສາມາດຈະລ້ຽງດູໄດ້ ໃນເມື່ອບໍ່ສາມາດລ້ຽງແມ່ໄດ້ ຈິ່ງວາງແຜນການ ເອົາແມ່ໄປຖິ້ມໃນປ່າ

ແມ່ຮູ້ຊະຕາກຳດີ ວ່າລູກບໍ່ສາມາດລ້ຽງດູໄດ້ ເມື່ອຍ່າງເຂົ້າໄປໃນປ່າ ແມ່ຂອງເຂົາກໍ່….ບໍ່ອ້ອນວອນ…ບໍ່ຖາມ…ບໍ່ຮ້ອງຂໍ ໃຫ້ລູກຊາຍພາແມ່ກັບ ແຕ່ນາງກໍ່ໄດ້ຫັກກິ່ງໄມ້ເອົາໄວ້ຕະຫຼອດທາງ ເມື່ອເຂົ້າມາໃນປ່າດົງດິບໄກພໍສົມຄວນແລ້ວ ລູກຊາຍກໍຖິ້ມແມ່ໄວ້ ແລ້ວກໍ່ແລ່ນໜີ ໃນຕອນນັ້ນເອງ ລູກຊາຍຂອງເຂົາກໍ່ໄດ້ຍິນສຽງແມ່ຮ້ອງດັງມາຕາມຫຼັງຂື້ນມາວ່າ

 

“ລູກເອີຍ…ຕາມຮອຍກິ່ງໄມ້ທີ່ແມ່ຫັກໃວ້ເດີ…ຈະບໍ່ໄດ້ຫຼົງປ່າ”

 

ທ່ານຜູ້ອ່ານ… ໃນເມື່ອແມ່ບໍ່ຍອມຖິ້ມລູກ… ແລ້ວທ່ານລະຄິດແບບໃດກັບແມ່!

ຂ້າພະເຈົ້າໄດ້ອ່ານປະໂຫຍກທ້າຍນີ້ ນ້ຳຕາຈົນຊຶມອອກໃນຄວາມຮູ້ສຶກຂອງລູກ

“ລູກເອີຍ… ຕາມຮອຍກິ່ງໄມ້ທີ່ແມ່ຫັກໄວ້ເດີ…ຈິ່ງຈະບໍ່ໄດ້ຫຼົງປ່າ”