ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ອີກບໍ່ເທົ່າໃດມື້ ປີໃໝ່ສາກົນກໍ່ຈະກ້າວເຂົ້າມາແລ້ວ ແລະກໍ່ຈະມີຄູ່ບ່າວໆ ສາວໆ ໄປສະຫຼອງກັນແລ້ວ ບາງຄົນກໍ່ຈະສົມຫວັງບາງຄົນກໍ່ຈະຜິດຫວັງ

ເຖິງຢ່າງໃດກໍ່ຕາມ ກໍ່ຂໍໃຫ້ທຸກໆຄົນໄດ້ສົມຫວັງກັນທຸກໆຄູ່ເດີ ໂດຍສະເພາະຜູ້ຊາຍຈະເຮັດແບບໃດໃຫ້ຜູ້ຍິງສົມໃຈເຮົາ ແລະກໍ່ຈະໃຫ້ຜູ້ຍິງຕິດຄ່າລົມເຮົາ ຈະເອົາອົກເອົາໃຈເຂົາແບບໃດ

ຂໍເຊີນທ່ານອ່ານຂ້າງລຸ່ມນີ້ເດີ ເປັນຢ່າງໃດກໍ ຄອມເມັ້ນໃຫ້ແດ່ເດີ

ວິທີລົມສາວໃຫ້ຕິດ

໑. ຢ່າພົບເຂົາເປັນໝູ່ເພື່ອນ

  ດຽວເຂົາຈະເຂົ້າໃຈຜິດຄິດວ່າທ່ານເປັນພຽງໝູ່ເພື່ອນ ຫຼືບໍ່ກໍ່ເປັນກິ໊ກຄົນຫນຶ່ງຂອງ ເຂົາເທົ່ານັ້ນ ຖ້າທ່ານພ້ອມທີ່ຈະເຮັດທຸກສິ່ງທຸກຢ່າງເພື່ອເຂົາກ່ອນຄວາມຮັກຈະຕັ້ງ ຕົວຂື້ນ ເຂົາຈະຄິດວ່າທ່ານເປັນເໝືອນໜູ່ເພື່ອນຄົນຫນຶ່ງທັນທີ ຍິ່ງດົນໄປຄວາມສຳ ພັນຄວນຈະເບັ່ງບານ ແຕ່ມັນກໍ່ບານໄດ້ສະເພາະເປັນໝູ່ເພື່ອນເທົ່ານັ້ນ ບໍ່ກ້າວເຖິງ ຄວາມເປັນແຟນຈັກເທື່ອ ດີບໍ່ດີໂດນຄົນອື່ນຄວ້າໄປອີກ ສະນັ້ນຖ້າຄິດວ່າຈະພົບເຂົາ ເປັນແຟນ ກໍ່ຈົ່ງພົບແບບແຟນຕັ້ງແຕ່ທຳອິດເລີຍ

 

໒. ເຮັດສິ່ງທີ່ຕື່ນຕາຕື່ນໃຈໃຫ້ເຂົາແດ່

ຜູ້ຍິງເຂົາມັກເລື່ອງຄວາມຕື່ນເຕັ້ນ ຈະໃຫ້ເຂົາປາກແຂງເທົ່າໃດ ເຊື່ອເຖິະ ວ່າເຂົາ ມັກຄວາມຕື່ນເຕັ້ນເລົ້າໃຈ ແລະເລິກລັບ ຫຼາຍກວ່າທີ່ຈະຮູ້ຈັກທ່ານໝົດເນື້ອໝົດຕົວ ເພາະຍ່າງນັ້ນ ມັນກໍ່ເໝືອນໝົດຄວາມໜ້າຕື່ນເຕັ້ນໃນຕົວເອງນັ້ນແລະ ໃຫ້ຂໍ້ມູນຕົວ ທ່ານກັບເຂົາແດ່ບາງຄັ້ງ ກະຕຸ້ນໃຫ້ເຂົາຢາກຮູ້ຢາກເຫັນ ຢ່າໃຫ້ເຂົາຮູ້ວ່າທ່ານເດີນ ກຳລັງຍ່າງມາຢ່າງໃດ ສ້າງຄວາມປະທັບໃຈແລະໂຍນໃຈເຂົາເອົາໄວ້ ແລ້ວເຂົາຈະ ຍ່າງມາຫາທ່ານເອງ

 

໓. ເປັນຟ່າຍຢູ່ເສີຍໆ ບໍ່ແມ່ນຟ່າຍໄລ່ນຳ

ຢ່າເຄື່ອນໃຫວກ່ອນ ຍຸກສະໃໝມັນປ່ຽນໄປແລ້ວ ກ່ອນທີ່ຈະຄົ້ນຜູ້ຍິງຈັກຄົນໜຶ່ງກ່ອນ

ຈົ່ງນຶກໄວ້ວ່າ ມັນອາດຈະເຮັດໃຫ້ເຂົາລຳຄານໄດ້ງ່າຍໆ ຢູ່ເສີຍໆ ແລ້ວຍັ້ງເບິ່ງກ່ອນ ວ່າ ເຂົາສົນໃຈທ່ານຫຼືບໍ່ ຫຼືທ່ານສົນໃຈເຂົາແທ້ຫຼືບໍ່ ຖ້າແມ່ນ ຄ່ອຍໆ ເຜີໃຫ້ເຂົາຮູ້ ເທື່ອລະນ້ອຍ ແຕ່ຢ່າອ່ອຍດົນເກີນໄປ ດຽວເຂົາຈະຫຼຸດຫາຍໄປຈາກວົງໂຄຈອນ ສາກ່ອນ

 

໔. ຫັນມາສົນໃຈຕົວເອງແດ່ຈັກໜ່ອຍ

 ເພື່ມສະເໜ່ໃຫ້ຕົວເອງ ດ້ວຍກິ່ນກາຍທີ່ຫອມໆ ຜີວພັນທີ່ຊວນເບິ່ງ  ອ້າວ… ວ່າບໍ່ໄດ້

ດຽວນີ້ຜູ່ຍິງເຂົາເບິ່ງຜູ້ຊາຍທີ່ຜີວພັນນຳເດີ ປະເພດຜີວດຳຄ້ຳ ຍ່ອມຮັບວ່າມີບາງ ກຸ່ມທີ່ມັກ ແຕ່ສວ່ນໃຫຍ່ຖ້າເປັນໜຸ່ມຜີວດີ ມັກເຂົ້າຕາກຳມະການສາວໆ ຫຼາຍກວ່າ ສິ່ງສຳຄັນຄືລົມຫາຍໃຈແລະກິ່ນປາກຕ້ອງສົດຊື່ນ ແຕ່ງຕົວສະອາດຊວນເບິ່ງ ແຕ່ງໃຫ້ເບິ່ງແລ້ວໜ້າຄົບຫາສມາຄົມແລະເບິ່ງສຸພາບໄວ້ກ່ອນ ໜ້າຈະໄດ້ຄະແນນ ຄວາມນິຍົມງ່າຍກວ່າ


໕. ມີອາລົມຂັນ

ຜູ້ຍິງນ້ອຍຄົນຈະມັກຜູ້ຊາຍທີ່ເຕັມໄປດ້ວຍຄວາມກຽດ…ຯລຯ

 

 

 

Delicious Digg Fark Twitter