ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 ຊ່ວງນີ້ກໍ່ເຖິງຊ່ວງລະດູໜາວກັນ ທຸກໆຄົນຄວນຮັກສາສຸພາບແດ່ເດີ ຂ້າພະເຈົ້າບໍ່ມີຫຍັງຊິອວຍພອນປີໃໝ່ໃຫ້ມີແຕ່ ຂໍ້ຄວາມດີໆ ທີ່ເອົາລົງໄວ້ນີ້ ເປັນຂໍ້ມູນຄວາມຮູ້

ເລັກໆນ້ອ​ຍໆ ມາຟາກໃຫ້ ລອງອ່ານເບິ່ງເດີທ່ານ 

ການຟິງໄຟ ອ່ານໜັງສືກາງແດດສ່ຽງໂລກຕາແຫ້ງ

ນັກວິໄຈຕ່າງປະເທດລາຍງານວ່າ ຄົນທີ່ມັກອ່ານໜັງສືກາງແດດ ໂດຍສະເພາະນັກຮຽນ ຫຼືນັ່ງຟິງໄຟ ເພື່ອຄາຍໜາວ ສ່ຽງເປັນ ໂລກຕາແຫ້ງຈາກການຖືກຄວາມຮ້ອນເຜົາກັບສະພາບອາກາດແຫ້ງທີ່ມີຢູ່ແລ້ວ ຜູ້ໃດໃສ່ ຄອນແທັກເລນສ໌ ຕ້ອງລະວັງເປັນພິ ເສດ ຫາກຈຳເປັນຕ້ອງການອ່ານໜັງສືໃນກາງແດດ ຄວນນັ່ງ ຫັນຫຼັງໃຫ້ແສງແດດ ຫຼືໃສ່ໝວກບັງຄວາມຮ້ອນ ແລະກິນຜັກ ໝາກໄມ້ເພື້ມວິຕາມິນ A (ເອ) ບ່ຳລຸງສາຍຕາ ດື່ມນ້ຳໃຫ້ຫຼາຍໆ ຢ່າງໜ້ອຍມື້ລະ 8 ຈອກ

 

          ທ່ານໝໍຕ່າງປະເທດລາຍງານວ່າ ຄວນຈະຕ້ອງລະມັດລະວັງໃຫ້ ດີເພາະອາດຈະສົ່ງຜົນເສຍກັບຕາໄດ້ ທີ່ພົບໄດ້ຫຼາຍທີ່ສຸດກໍ່ຄື ໂລກເຍື່ອບຸຕາຂາວແຫ້ງ ຫຼືທີ່ເອີ້ນກັນວ່າໂລກຕາແຫ້ງ ເຊິງເກີດ ຂື້ນເນື່ອງມາຈາກນ້ຳຕາທີ່ລ້ຽງເຍື່ອບຸຕາຂາວ ລະເຫີຍຫຼາຍເກີນ ໄປຈາກການຖືກຄວາມຮ້ອນທັງຈາກແສງແດດແລະເເປວໄຟ ເປັນເວລາດົນນານ ເຮັດໃຫ້ປະລິມານນ້ຳຕາໃຫ້ຄວາມຊຸ່ມກັບ ດວງຕາເຄືອບແກ້ວຕາດຳບໍ່ພໍ ຜູ້ທີ່ຈະຕ້ອງລະມັດລະວັງເປັນພິ ເສດຄືຜູ້ທີ່ໃສ່ ຄອນແທັກເລນສ໌ ເພາະຕາຈະແຫ້ງງ່າຍກວ່າຄົນທີ່ບໍ່ໃສ ຫຼືຜູ້ທີ່ເປັນໂລກຕາແຫ້ງຢູ່ແລ້ວ ເມື່ອຢູ່ໃນທີ່ທີ່ອາກາດ ແຫ້ງໆ  ຖືກລົມຮ້ອນໆ ຫຼືມີຄວັນ ອາການຈະເປັນໜັກຂື້ນ

ໂລກຕາແຫ້ງເຖິງແມ່ນວ່າຈະບໍ່ເປັນໂລກທີ່ມີອັນຕະລາຍ ຫຼາຍ ແຕ່ເປັນໂລກທີ່ສ້າງຄວາມລຳຄານໃນຊີວິດປະຈຳວັນ ເຊັ່ນອາການຄັນແລະລະຄາຍເຄືອງໃນຕາ ເຊິ່ງເຮັດໃຫ້ຮູ້ສຶກ ເໝືອນກັບວ່າມີເມັດຊາຍນ້ອຍໆຢູ່ໃນຕາຕະຫຼອດ ໂດຍປົກກະຕິຈະເກີດຂື້ນກັບດວງຕາທັງສອງຂ້າງ ຢາກຈະມືນ ຕາກໍ່ມືນບໍ່ຂື້ນ ບາງຄັ້ງອາດຈະມີການແສບເຄືອງຕາ ນ້ຳຕາໄຫຼບໍ່ຢຸດ

ການປ້ອງກັ່ນໂລກຕາແຫ້ງໃນຊ່ວງລະດູໜາວ ຫາກຈຳເປັນ ຕ້ອງນັ່ງອ່ານຫຼືຮຽນໜັງສືກາງແດດ ຈະຕ້ອງນັ່ງໃຫ້ຖືກວິທີ ໂດຍບໍ່ຄວນນັ່ງກາງແດດຮ້ອນໄໝ້ຫຼືນັ່ງຫັນໜ້າໄປທາງແສງແດດ ຄວນນັ່ງຫັນຫຼັງໃຫ້ແສງແດດຫຼືໃນທິດທາງທີ່ຕາມແສງໃນ ຂະນະແດດຮ້ອນແຮງ ຫາກຈຳເປັນຕ້ອງນັ່ງກາງແດດ ຄວນໃຫ້ ນັກຮຽນໃສ່ໝວກບັງ ເພື່ອປິດບັງແສງເຂົ້າຕາ ແລະຄວນພັກສາຍຕາເປັນໄລຍະໆ ເຊັ່ນ: ເບິ່ງໄປຫາຕົ້ນໄມ້ ສະໜາມຫຍ້າ ເພາະສີຂຽວຈະຊ່ວຍໃຫ້ຮູ້ສຶກສະບາຍຕາຂື້ນ ນອກຈາກນີ້ຄວນເພີ່ມການກິນອາຫານທີ່ມີວິຕາມິນ A (ເອ) ຫຼາຍໆ ບ່ຳລຸງສາຍຕາ ເຊັ່ນ ຜັກສີເຫຼືອງ ເຊັ່ນ ໝາກອຶ, ແຄຣອຕ ແລະຜັກໃບຂຽວ ເຊັ່ນ ຜັກບຸ້ງ, ຜັກຕຳລຶງ ໃຫ້ຫຼາຍຂື້ນ ເຊິງປະ ໂຫຍດວິຕາມິນ A (ເອ) ຈະເຮັດໜ້າທີ່ສຳຄັນ ຄື ການນຳໄປໃຊ້ ສ້າງເມັດສີຊ່ວຍການເບິ່ງເຫັນພາບທີ່ມືດ ໂດຍສະເພາະບໍລິເວນ ຈໍຮັບພາບໃນຕາ ແລະດື່ມນ້ຳສະອາດໃຫ້ຫຼາຍໆ ຢ່າງໜ້ອຍມື້ລະ 8 ຈອກ

 

Delicious Digg Fark Twitter