ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ມ.ນ.. 20, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 733 ເທື່ອ
ມື້ນີ້ຈະມາທາຍນິໃສທ່ານທີ່ມັກກິນຫມາກໄມ້ຈາກທ່ານ ທ່ານມັກຫມາກໄມ້ປະເພດໃດຫລາຍທີ່ສຸດໂດຍສະເພາະທີ່ຂ້າພະເຈົ້າເອົາມາລົງໃນນີ້ (ຫ້າມເວົ້າທີ່ບໍ່ມີໃນນີ້)

 
ສ້າງເມື່ອ ມ.ນ.. 7, 2011 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 483 ເທື່ອ
ມາເປີດສົດ ສົມມຸດວ່າ ຂ້ອຍຮັກຍິງຄົນຫນຶ່ງ ຍິງຄົນນັ້ນຈະປະພຶດຕົວໃສ່ຂ້ອຍແບບນີ້: ໑ ຂ້ອຍໄປໃສລາວອາດຈະຕິດຕາມຂ້ອຍຢ່າງໃກ້ຊິດ ເຮັດໃຫ້ຂ້ອຍລຳຄານ ໒ ຖ້າຂ້ອຍໄປໃສ ລາວບໍ່ໄດ້ໄປນຳ ລາວຈະຖາມວ່າໄປນຳໃຜ ໄປນຳຜູ້ຍິງບໍ່ ໓ ເວົ້ານຳເຮົາ ຈະເວົ້າໃຫ້ແຕ່ເຮົາເປັນບ້າ ໔ ຖ້າເຮົາບໍ່ໂທໄປຫາ ມື້ຫນຶ່ງ ລາວອາດຈະຫາເລື່ອງໃສ່ເຮົາວ່າເຮົາບໍ່ຣັກເຂົາ ໕ ລາວມັກຈະຖາມເລື່ອງສ່ວນຕົວເຮົາຕະຫລອດ ກ່ຽວກັບຍາດຕິພີ່ນ້ອງເຮົາ ແລະຄອບຄົວເຮົາ

 
ສ້າງເມື່ອ ກ.ພ.. 20, 2011 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 589 ເທື່ອ
ຂ້ອຍໄດ້ພົບວາລະສານຕ່າງປະເທດຊ່ວງມື້ແຫ່ງຄວາມຮັກ ເພຶ່ນຂຽນວ່າ Valentine day? or Valendie day? ມັນຫມາຍຄວາມວ່າຈັງໃດ ຫລືວ່າມື້ຄວາມຮັກ ຫລືວ່າມື້ຕາຍ

 
ສ້າງເມື່ອ ມ.ກ.. 6, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 1028 ເທື່ອ
ຂ້ອຍຂ່ອນຂ້າງເປັນຄົນຂີ້ອາຍ ເກັງໃຈ ແລະກໍ່ເວົ້າບໍ່ຄ່ອຍເກັງ, ມີໝູ່ຫລາຍໆຄົນເຂົາກໍ່ເວົ້າ ໃຫ້ສາລະພັດຍາງ ເຂົາວ່າບໍ່ແມ່ນຜູ້ຊາຍຕົວແທ້ວ່າຊັ້ນ ຂ້ອຍມາພິດຈາລະນາຕົວເອງລະ ຍັງສົງໄສຢູ່ຄືກັນ ຂ້ອຍເຮັດຕົວແບບນີ້ດີແລ້ວບໍ່? (ຂ້ອຍຖາມຕົວເອງ) ນິໄສແບບເວົ້າມາຂ້າງເທິງຫັ້ນລະ ລົມນຳໝູ່ກໍ່ເວົ້າສຸພາບ ເວົ້ານຳແຟນກໍ່ສຸພາບ ບໍ່ເຄີຍເວົ້າປະຊົດໃຜ ມີແຕ່ເຂົາປະຊົດເຮົາ ແຕ່ກໍ່ອົດໃຈໃນຖານະໝູ່ກັນ. ເຂົ້າເລື່ອງສາເນາະ ໝູ່ເວົ້າວ່າ: ເປັນຜູ້ຊາຍຕ້ອງ ປາກໝາ ໜ້າດ້ານ ຕໍ່ຕ້ານຄວາມ, ທຸກສິ່ງໆທີ່ບໍ່ດີທັງນັ້ນ ເຂົາວ່າເປັນຄຳເວົ້າຂອງລູກຜູ້ຊາຍຕົວຈິງ ແລ້ວຂ້ອຍມາຄິດວ່າຖ້າຂ້ອຍປະພຶດແບບໝູ່ຄູ່ ບອກ ຄິດວ່າຜູ້ຍິງຕ້ອງຊັງແນ່ນອນ (ຫຼືວ່າມັກແບບນີ້ ອິອິອິ), ແລ້ວຄົນທີ່ຂ້ອຍຮັກ ແລະກໍ່ຮັກຂ້ອຍ ເຂົາພູມໃຈໃນນິໃສຂອງຂ້ອຍ ແລ້ວຂ້ອຍຢາກຖາມສະມາຊິກພັນລາວເຮົາຄິດວ່າແນວໃດກັບຄຳເວົ້າແບບນີ້ ຂ້ອຍຄິດບໍ່ ອອກກໍ່ເລີຍມາເປີດໂອກາດໃຫ້ທຸກໆຄົນມາຄວາມສ່ວນຮ່ວມນຳ ແລະກໍ່ຂໍຂອບໃຈລ່ວງໜ້າເດີຜູ້ທີ່ມາອ່ານແລະກໍ່ໃຫ້ຄຳແນະນຳ

 
ສ້າງເມື່ອ ທ.ວ.. 30, 2010 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 499 ເທື່ອ
ບໍ່ແມ່ຂ້ອຍເປັນກະເທີຍໃດ໋ ມາສອບຖາມສະມາຊິກເຮົາເບິ່ງຊື່ໆ ຂ້ອຍມີໝູ່ຄົນຫນຶ່ງ ລາວຂ່ອນຂ້າງເປັນຄົນຂີ້ອາຍ ເກັງໃຈ ບໍ່ມັກເວົ້າຂີ້ໂມ້ ແລະກໍຂ່ອນຂ້າງເກັບຕົວ ລາວເປັນຄົນຂ່ອນຂ້າງໜ້າຕາດີສຳວ່າຜູ້ຍິງເຫັນແລ້ວຕິດອົກຕິດໃຈກັບລາວຫັ້ນລະ ເສຍແຕ່ວ່າມັກອາຍ ເວລາໄປທ່ຽວນຳໝູ່ຄູ່ ຈະມີຄົນແຊວລາວວ່າ ລາວເປັນກະເທີຍ ລາວກໍ່ອາຍ ແທ້ຈິງແລ້ວລາວບໍ່ໄດ້ແມ່ກະເທີຍ ເວລາຢູ່ນຳໝູ່ທີ່ສະໜິດກັນ ລາວອາດເປັນຄົນ ຕະຫລົກ ມັກມ່ວນ ຖ້າເວົ້າເລື່ອງສາວໆ ລາວສຸດຍອດເລີຍ ສຸດລາມົກເລີຍວ່າຊັ້ນສາ ແຕ່ລາວກໍ່ມີແຟນ ແຟນຊວນໄປທ່ຽວກໍ່ຮູ້ກີ່ຄັ້ງ ເພາະວ່າ ລາວໜ້າຕາດີ ແຟນລາວກໍ່ຮັກລາວຫລາຍ ແຕ່ເສຍຢ່າງດຽວເວລາມີໝູ່ເວົ້າໃຫ້ລາວ ວ່າເປັນກະເທີຍແຕ່ລາວອາດຈະບໍ່ຕອບຊື້ງໆ ຢູ່ຫັ້ນລະ ແລະບໍ່ມັກເວົ້າຕົວະເວົ້າແຕ່ຄວາມຈິງ ບໍ່ເຄີຍຕົວະໝູ່ເລີຍ ລາວເປັນຄົນມີນ້ຳໃຈຫລາຍ ໃນເມື່ອລາວບໍ່ຄ່ອຍເວົ້າ ຄົນສ່ວນຫລາຍອາດຈະເວົ້າວ່າ ເປັນກະເທີຍ ແຕ່ຂ້ອຍຄາໃຈ ລາວມີແຟນ ບໍ່ປະພຶດຕົວແບບກະເທີຍ ລາວກໍ່ປົກກະຕິດີ ແບບຊາຍຫັ້ນລະ ສະມາຊິກເຮົາວ່າຈັງໃດ

 
ສ້າງເມື່ອ ພ.ຈ.. 27, 2010 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 298 ເທື່ອ
ເອົາຊີວິດຈິງມາເລົ່າໃຫ້ຟັງສາ ຂ້າພະເຈົ້າຈົບປະລິນຍາຕີແລ້ວ ແຕ່ບໍ່ມີວຽກເຮັດ(ຈົບມາແຕ່ໄທ) ໄປສະມັກວຽກບ່ອນໃດກໍ່ບໍ່ໄດ້ ດຽວນີ້ຄິດນ້ອຍໃຈວ່າຈະກັບໄປເຮັດໄຮ່ນາຢູ່ບ້ານທ່ານຄິດວ່າແບບໃດກັບຂ້າພະເຈົ້າ

 
ສ້າງເມື່ອ ພ.ຈ.. 27, 2010 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 511 ເທື່ອ
ໃນເມື່ອຊີວິດປະຈຳວັນຂອງເຮົາເກີດຫຍໍ້ຖໍ້ຂື້ນມາທ່ານຄິດວ່າຈະເຮັດແບບໃດດີ