ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຜູ້ຍິງຄິດວ່າແນວໃດ ຄຳເວົ້າແບບນີ້
ສ້າງເມື່ອ ມ.ກ.. 6, 2011 17 ຄົນໂຫວດ, 19 ຄຳເຫັນ, ອ່ານ 1024 ເທື່ອ
ຂ້ອຍຂ່ອນຂ້າງເປັນຄົນຂີ້ອາຍ ເກັງໃຈ ແລະກໍ່ເວົ້າບໍ່ຄ່ອຍເກັງ, ມີໝູ່ຫລາຍໆຄົນເຂົາກໍ່ເວົ້າ ໃຫ້ສາລະພັດຍາງ ເຂົາວ່າບໍ່ແມ່ນຜູ້ຊາຍຕົວແທ້ວ່າຊັ້ນ ຂ້ອຍມາພິດຈາລະນາຕົວເອງລະ ຍັງສົງໄສຢູ່ຄືກັນ ຂ້ອຍເຮັດຕົວແບບນີ້ດີແລ້ວບໍ່? (ຂ້ອຍຖາມຕົວເອງ) ນິໄສແບບເວົ້າມາຂ້າງເທິງຫັ້ນລະ ລົມນຳໝູ່ກໍ່ເວົ້າສຸພາບ ເວົ້ານຳແຟນກໍ່ສຸພາບ ບໍ່ເຄີຍເວົ້າປະຊົດໃຜ ມີແຕ່ເຂົາປະຊົດເຮົາ ແຕ່ກໍ່ອົດໃຈໃນຖານະໝູ່ກັນ.
ເຂົ້າເລື່ອງສາເນາະ
ໝູ່ເວົ້າວ່າ: ເປັນຜູ້ຊາຍຕ້ອງ ປາກໝາ ໜ້າດ້ານ ຕໍ່ຕ້ານຄວາມ, ທຸກສິ່ງໆທີ່ບໍ່ດີທັງນັ້ນ ເຂົາວ່າເປັນຄຳເວົ້າຂອງລູກຜູ້ຊາຍຕົວຈິງ ແລ້ວຂ້ອຍມາຄິດວ່າຖ້າຂ້ອຍປະພຶດແບບໝູ່ຄູ່ ບອກ ຄິດວ່າຜູ້ຍິງຕ້ອງຊັງແນ່ນອນ (ຫຼືວ່າມັກແບບນີ້ ອິອິອິ), ແລ້ວຄົນທີ່ຂ້ອຍຮັກ ແລະກໍ່ຮັກຂ້ອຍ ເຂົາພູມໃຈໃນນິໃສຂອງຂ້ອຍ
ແລ້ວຂ້ອຍຢາກຖາມສະມາຊິກພັນລາວເຮົາຄິດວ່າແນວໃດກັບຄຳເວົ້າແບບນີ້ ຂ້ອຍຄິດບໍ່ ອອກກໍ່ເລີຍມາເປີດໂອກາດໃຫ້ທຸກໆຄົນມາຄວາມສ່ວນຮ່ວມນຳ
ແລະກໍ່ຂໍຂອບໃຈລ່ວງໜ້າເດີຜູ້ທີ່ມາອ່ານແລະກໍ່ໃຫ້ຄຳແນະນຳ