ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຄົນທີ່ມີເລືອດປະເພດທີ່ຫາຍາກ ມັກຈະເປັນພະຍາດກ່ຽວກັບເສັ້ນເລືອດ ຢູ່ຫົວໃຈຫຼາຍກວ່າຄົນທີ່ມີເລືອດປະເພດທີ່ຄົນສ່ວນໃຫຍ່ມີກັນນັ້ນ. ພວກນັກຄົ້ນຄວ້າເວົ້າວ່າ ພວກຄົນ ເຫລົ່ານີ້ມີປະເດັນສ່ຽງທີ່ພາໃຫ້ເປັນໂຣກຫົວໃຈຫຼາຍກວ່າພວກມີເລືອດປະເພດອື່ນ. ຜູ້ສື່ຂ່າວວີໂອເອນາງ Jessica Berman ມີລາຍລະອຽດເລື້ອງນີ້ຢູ່ໃນລາຍງານຫຍໍ້ດ້ານສຸຂະພາບຈາກ ນະຄອນຫລວງວໍຊິງບໍ່ແມ່ນເລືອດອັນໃດກໍຈະຄືກັນໝົດ.

ໂດຍອີງໃສ່ການປະກົດມີຂອງທາດຕ້ານທານຮ່າງກາຍ ຫລືantigens ໂດຍສະເພາະເລືອດມີຢູ່ 4 ກຸ່ມດ້ວຍກັນ. ກຸ່ມເຫລົ່ານີ້ເອີ້ນວ່າ A, B, AB ຊຶ່ງເປັນປະເພດທີ່ຫາຍາກ ແລະກຸ່ມ O ຊຶ່ງເປັນປະເພດເລືອດທີ່ມີມັກພົບເຫັນຫລາຍທີ່ສຸດ. ເມື່ອທຽບກັບພວກທີ່ມີເລືອດໃນກຸ່ມ O ແລ້ວ ພວກນັກຄົ້ນຄວ້າເຫັນວ່າ ພວກທີ່ມີເລືອດ ໃນກຸ່ມ AB ແມ່ນມີຄວາມສ່ຽງຕໍ່ການເປັນໂຣກ ຫົວໃຈເພີ້ມຂຶ້ນ 23%. ບຸກຄົນທີ່ມີເລືອດ ໃນກຸ່ມ B ຂ້ອນຂ້າງວ່າຈະມີ ຄວາມສ່ຽງ ຕໍ່ການເປັນພະຍາດໃນເສັ້ນເລືອດຢູ່ຫົວໃຈ ຫລາຍກວ່າ ພວກທີ່ມີເລືອດກຸ່ມ O ຢູ່ 11% ໃນຂະນະທີ່ພວກທີ່ມີເລືອດກຸ່ມ A ແມ່ນມີ ຄວາມສ່ຽງຕໍ່ການເປັນໂຣກດັ່ງກ່າວເພີ້ມຂຶ້ນ 5%.

ການສຶກສາດັ່ງກ່າວ ດໍາເນີນໂດຍພວກນັກຄົ້ນຄວ້າ ຈາກໂຮງຮຽນແພດສາດຂອງມະຫາວິທະຍາໄລ Harvard ທີ່ນະຄອນ Boston ທີ່ໄດ້ວິໄຈ ຂໍ້ມູນເກັບກໍາມາຈາກການສຶກສາ ຄົ້ນຄວ້າໃຫຍ່ສອງບັ້ນໃນສະຫະລັດຄື: ການສຶກສາຄົ້ນຄວ້າສຸຂະພາບຂອງພວກພະຍາ ບານ ຊຶ່ງໄດ້ຕິດຕາມເບິ່ງ ສຸຂະພາບຂອງພະຍາບານຫລາຍກວ່າ 62 ພັນຄົນແລະການ ສຶກສາຄົ້ນຄວ້າທີ່ຕິດຕາມມາ ກ່ຽວກັບສຸຂະພາບຂອງນັກວິຊາການແພດອາຊີບທີ່ມີຜູ້ ຊາຍເຂົ້າຮ່ວມ ຫລາຍກວ່າ 27 ພັນຄົນ. ພວກເຂົ້າຮ່ວມ ໃນການຄົ້ນຄວ້າທັງສອງບັ້ນນີ້ ໄດ້ຖືກຕິດຕາມເບິ່ງສຸຂະພາບເປັນເວລາ 20 ປີຫລື ຫຼາຍປີກວ່ານັ້ນແລະຜົນການຄົ້ນຄວ້າ ຂອງມະຫາວິທະຍາໄລ Harvard ດັ່ງກ່າວ ແມ່ນສອດຄ່ອງກັນທັງສໍາລັບຜູ້ຍິງ ແລະຜູ້ ຊາຍ.

ນັກຂຽນບົດຄົນຄວ້າຂັ້ນອາວຸໂສ ທ່ານ Lu Qi [LOO KEY],  ອາຈານສອນວິຊາການ ສຶກສດ້ານພົນລະເມືອງ ທີ່ມະຫາວິທະຍາໄລ Harvard ເວົ້າວ່າ ການວິໄຈພັນທຸກໍາ ສາມາດບອກທ່ານໝໍໄດ້ວ່າ ຄໍາແນະນໍາປົກກະຕິໃນການຫລຸດຜ່ອນຄວາມສ່ຽງຕໍ່ການ ເປັນພະຍາດ ຫົວໃຈ ເຊັ່ນການປັບປຸງການກິນອາຫານ ແລະການອອກກໍາລັງກາຍ ຈະ ມີປະສິດທິຜົນດີ ຕໍ່ບຸກຄົນທີ່ມີເລືອດປະເພດທີ່ຫາຍາກກວ່າໝູ່ຫລືບໍ່. ທ່ານອະທິບາຍ ດັ່ງນີ້: ການກວດເລືອດ ສາມາດບອກລະດັບຂອງ Cholesterol ຫລືໄຂມັນໃນເລືອດຂອງເຮົາໄດ້.

ທ່ານ Qi ເວົ້າວ່າ: ຖ້າຫາກພວກເຮົາໄດ້ພົບປະເດັນທີ່ເປັນການສ່ຽງວ່າ ຈະເຮັດໃຫ້ມີການຕອບໂຕ້ທີ່ແຕກຕ່າງກັນຢູ່ໃນຮ່າງກາຍຂອງຄົນທີ່ມີ ເລືອດປະເພດຕ່າງກັນ ພວກເຮົາສາມາດໃຫ້ຄໍາແນະນໍາສະເພາະ ແກ່ ຄົນທີ່ມີເລືອດແຕ່ລະປະເພດທີ່ແຕກຕ່າງກັນນັ້ນ.

43% ຂອງຊາວອາເມຣິກັນ ແມ່ນມີເລືອດກຸ່ມ O ສົມທຽບກັບ

57% ທີ່ມີເລືອດກຸ່ມ A, ກຸ່ມ B ຫລື AB.

ເມື່ອທຽບໃສ່ເລືອດປະເພດອື່ນແລ້ວ, ການສຶກສາຄົ້ນຄວ້າບັ້ນກ່ອນໆນັ້ນ ໄດ້ພົບວ່າ ຄົນທີ່ ມີເລືອດກຸ່ມ A ມັກຈະມີລະດັບຄໍແຣັສໂທຣອລຊຶ່ງ ເປັນສານ ໄຂມັນ ທີ່ອຸດຕັນເສັ້ນເລືອດນັ້ນ ສູງກວ່າໝູ່ ໃນຂະນະທີ່ ພວກທີ່ມີເລືອດກຸ່ມ B ມັກຈະພົວ ພັນເຖິງການມີຄວາມດັນເລືອດສູງກວ່າຄົນມີເລືອດປະເພດອື່ນ. ທັງສອງອາການເຫລົ່ານີ້ ລ້ວນແຕ່ເປັນປະເດັນ ສ່ຽງ ຕໍ່ການເປັນພະຍາດໃນເສັ້ນເລືອດຢູ່ຫົວໃຈ.

ພວກຄົນທີ່ມີເລືອດປະເພດທີ່ຫາຍາກທີ່ສຸດ ກໍຄືກຸ່ມ AB ນັ້ນ ໄດ້ສະ ແດງໃຫ້ເຫັນວ່າ ມີ ລະດັບການໝູນວຽນຂອງແຊລທີ່ດູດຊັບຄວາມອຸ່ນ ຂອງເລືອດ ຫລື Endothelial cells ທີ່ສາມາດເຮັດໃຫ້ເກີດເປັນແຜອັກເສບ ແລະການກໍ່ຕົວຂຶ້ນຂອງສານໄຂມັນໃນເສັ້ນ ເລືອດແດງ ຊຶ່ງສາ ມາດພາໃຫ້ເສັ້ນເລືອດແດງຖືກອຸດຕັນໄດ້.

ແຕ່ຢ່າງໃດກໍຕາມ ທ່ານ Qi ເວົ້າວ່າ ການມີປະເພດເລືອດທີ່ຫາຍາກ ກໍໄດ້ໝາຍຄວາມ ວ່າ ຄົນຜູ້ນັ້ນມີທ່າທາງວ່າຈະເປັນໂຣກຫົວໃຈໂລດ. ທ່ານອະທິບາຍດັ່ງນີ້:

ການມີເລືອດ ໃນກຸ່ມ AB ຫລື A ຫລື B ບໍ່ໄດ້ ໝາຍຄວາມວ່າ ແນ່ນອນຄົນຜູ້ ນັ້ນຕ້ອງເກີດມີພະຍາດຫົວໃຈແບບຊໍາ ເຮື້ອໂລດ. ສິ່ງທີ່ພວກເຮົາຄົ້ນພົບກໍຄື ພຽງແຕ່ວ່າ ພວກຄົນເຫລົ່ານີ້ມີຄວາມສ່ຽງຕໍ່ການເປັນໂຣກຫົວໃຈແບບຊໍາເຮື້ອ ສູງກວ່າໝູ່ເທົ່ານັ້ນ.

ທ່ານ Qi ກ່າວມ້ວນທ້າຍວ່າ ບໍ່ວ່າຈະມີເລືອດປະເພດໃດກໍຕາມ ຄົນເຮົາຄວນຈະມີແບບ ແຜນດໍາລົງຊີວິດ ທີ່ພາໃຫ້ມີສຸຂະພາບແຂງແຮງດີ ເພື່ອຫລຸດຜ່ອນຄວາມສ່ຽງຕໍ່ການເປັນ ພະຍາດໃນເສັ້ນເລືອດຢູ່ຫົວໃຈ.

ບົດຂຽນສະບັບນຶ່ງກ່ຽວກັບຄວາມສຳພັນກັນ ລະຫວ່າງປະເພດຂອງເລືອດ ແລະໂຣກຫົວ ໃຈ ແມ່ນພິມເຜີຍແຜ່ຢູ່ໃນວາລະສານ ກ່ຽວກັບສະພາບຫລອດເລືອດ, ໂຣກເສັ້ນເລືອດ ຕີບຕັນ ແລະຊີວະວິທະຍາດ້ານ ຫລອດເລືອດ ຫລື Arteriosclerosis, Thrombosis, and Vascular Biology.

 ທີ່ມາ: VOAnews

 

Delicious Digg Fark Twitter