ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນຫ້ອງຮຽນຢູ່ຊົນນະບົດແຫ່ງໜຶ່ງ ນັກຮຽນ 30 ຄົນ ພາກັນມາໂຮງຮຽນຊ້າໝົດທຸກຄົນ.

ພໍມາຮອດກໍ່ເຫັນເອື້ອຍຄູນັ່ງຖ້າດ້ວຍສີໜ້າໃຈຮ້າຍ ເອື້ອຍຄູຈຶ່ງຖາມຫາເຫດຜົນຂອງແຕ່ລະຄົນ.

ຜູ້ທຳອິດ ຕອບວ່າ: ຄວາຍຂອງນ້ອງທີ່ຂີ່ມາໂຮງຮຽນແຕ່ລະມື້ນັ້ນແມ່ນບໍ່ສະບາຍຫຼາຍມື້ແລ້ວ,

ພໍດີມື້ນີ້ມັນອົດບໍ່ໄຫວ ມັນເລີຍຕາຍກາງທາງ ນ້ອງຍ່າງມາກໍ່ເລີຍຊ້າ.

ນັກຮຽນຜູ້ອື່ນໆ 28 ຄົນກໍ່ໃຫ້ເຫດຜົນແບບດຽວກັນກັບຜູ້ທຳອິດ ແຕ່ຍັງເຫຼືອພຽງຜູ້ດຽວ

ທີ່ເອື້ອຍຄູບໍ່ຢາກຖາມເພາະເຊື່ອວ່າຕ້ອງຕອບຄືກັນຢ່າງແນ່ນອນ.

ແຕ່ວ່າຜູ້ສຸດທ້າຍຂັດຄ້ານເພາະມີເຫດຜົນຕ່າງຈາກຄົນອື່ນໆ.

ຜູ້ສຸດທ້າຍ ຕອບວ່າ: ຮຽນເອື້ອຍຄູ ຄວາຍຂອງນ້ອງບໍ່ໄດ້ຕາຍຄືຄວາຍຄົນອື່ນດອກ

ແຕ່ນ້ອງຕ້ອງໃຊ້ເວລາຂີ່ຄວາຍຫຼົບຫຼີກຄວາຍ 29 ໂຕທີ່ຕາຍຕັນທາງ ນ້ອງກໍ່ເລີຍມາຊ້າ.

===ຫົວໃຫ້ແນ່ພີ່ນ້ອງເອີ້ຍ 55++===

ທີ່ມາ: laocyber.com

Delicious Digg Fark Twitter