ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

 

 

 

ພະນະທ່ານ ຈູມມະລີ ໄຊຍະສອນ ເກີດເມື່ອວັນທີ 6 ມີນາ 1936 ໃນຄອບຄົວຊາວນາເຜົ່າລາວລຸ່ມ ທີ່ບ້ານວັດເຫນືອ, ເມືອງໄຊເຊດຖາ, ແຂວງອັດຕະປື.

ທ່ານໄດ້ເຂົ້າການປະຕິວັດໃນປີ 1954 ດ້ວຍການເປັນທະຫານຂຶ້ນໄປເຕົ້າໂຮມຊຳເຫນືອແລະໄດ້ຮັບເຂົ້າເປັນສະມາຊິກພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວ)ໃນວັນທີ 7 ທັນວາ 1955. ທ່ານໄດ້ຜ່ານການຝຶກຝົນທົດສອບໃນແປວໄຟຂອງສົງຄາມປະຕິວັດປົດປ່ອຍຊາດດ້ວຍການເຂົ້າຮ່ວມໃນບັ້ນຮົບບັ້ນຕີທີ່ສຳຄັນໆ ເລີ່ມຈາກການເຄື່ອນໄຫວສູ້ຮົບປ້ອງກັນເຂດເຕົ້າໂຮມ ໃນປີ 1955-1956 ຈົນເຖິງການບັນຊາກຳລັງປະກອບອາວຸດແຂວງຊຽງຂວາງ ປົດປ່ອຍສາລາພູຄູນ-ກາສີ-ໂພນໂຮງ-ວຽງຈັນໃນປີ 1975 ເພື່ອເປັນເງື່ອນໄຂຫນູນຫນີບໃຫ້ແກ່ການຢຶດອຳນາດໃນທົ່ວປະເທດ ແລະສະຖາປະນາສປປ ລາວ ໃນວັນທີ 2 ທັນວາ 1975.

ທ່ານໄດ້ຖືກມອບຫມາຍໃຫ້ຮັບຜິດຊອບຫນ້າທີ່ສຳຄັນໂດຍເລີ່ມຈາກການເປັນຮອງຫົວຫນ້າຫມູ່ໃນປີ 1959, ເປັນຫົວຫນ້າຫມວດແລ້ວກ້າວຂຶ້ນບັນຊາກອງພັນໂດຍກົງ; ຕໍ່ມາໄດ້ເປັນຫົວຫນ້າເສນາເຂດ ແລະເປັນຮອງເລຂາຄະນະພັກເຂດ ໃນປີ 1972, ເປັນຫົວຫນ້າກົມສູ້ຮົບກົມໃຫຍ່ເສນາທິການແລະເປັນຮອງຫົວຫນ້າກົມໃຫຍ່ເສນາທິການ ໃນປີ 1980,ເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃນປີ 198

2 ແລະໄດ້ຮັບການປະດັບຊັ້ນພົນໂທ ໃນປີ 1990 ແລະເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໃນປີ 1991.

ພະນະທ່ານ ຈູມມະລີ ໄຊຍະສອນໄດ້ເປັນພະນັກງານນຳພາໃນຫລາຍຕຳແຫນ່ງທີ່ສຳຄັນໂດຍເລີ່ມຈາກການເປັນການເມືອງຫມວດ ໃນປີ 1960, ເປັນຜູ້ບັນຊາການ ແລະເປັນເລຂາຄະນະພັກກອງພັນ, ເປັນເລຂາຄະນະພັກເຂດຊຽງຂວາງ. ໄດ້ເປັນຄະນະພັກກົມໃຫຍ່ເສນາທິການ ແລະເປັນເລຂາຄະນະພັກກົມດັ່ງກ່າວໃນປີ 1980. ໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ, ທ່ານໄດ້ຮັບເລືອກຕັ້ງເປັນກຳມະການສູນການພັກ; ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໄດ້ຮັບເລືອກຕັ້ງເປັນກຳມະການສຳຮອງກົມການເມືອງສູນກາງພັກ ແລະໄດ້ເປັນກຳມະການກົມການເມືອງສູນກາງພັກ ຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ເປັນຕົ້ນມາ ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ; ນັບແຕ່ປີ 2001 ເປັນຕົ້ນມາ ພະນະທ່ານ ຈູມມະລີ ໄຊຍະສອນ ໄດ້ດຳລົງຕຳແຫນ່ງ ເປັນຮອງປະທານປະເທດ ແຫ່ງ ສປປ

ເພິ່ນທັງເປັນຮອງປະທານຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນສູນກາງ; ແຕ່ປີ 2003 ເປັນຕົ້ນມາ, ພະນະທ່ານ ຈູມມະລີ ໄດ້ຖືກແຕ່ງຕັ້ງ ເປັນຜູ້ປະຈຳການກົມການເມືອງສູນກາງພັກ.

ພະນະທ່ານ ຈູມມະລີ ໄຊຍະສອນ ໄດ້ຮຽນການທະຫານຊັ້ນສູງຢູ່ອະດີດ

ສະຫະພາບໂຊຫວຽດ

ແລະທິດສະດີຊັ້ນສູງຢູ່

ສາທາລະນະລັດສັງຄົມນິຍົມຫວຽດນາມ

. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກສະໄຫມທີ VIII ໃນວັນທີ

21 ມີນາ 2006

ໄດ້ເປັນເອກະສັນເລືອກຕັ້ງ ພະນະທ່ານ ຈູມມະລີ ໄຊຍະສອນ ເປັນ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

. ກອງປະຊຸມຄັ້ງປະຖົມມະລືກຂອງ

ສະພາແຫ່ງຊາດ

ຊຸດທີ VI ໃນວັນທີ

8 ມິຖຸນາ 2006

ໄດ້ເລືອກເອົາ ພະນະທ່ານ ຈູມມະລີ ໄຊຍະສອນ ເປັນ

ປະທານປະເທດ ແຫ່ງ ສປປ ລາວ

ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດຊຸດ

ທີ VI

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່