ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເຄັດລັບແກ້ແຄ້ນຜີ

-    ຢ່ານອນຕຽງທີ່ມີກ້ອງຕຽງ​​ໂລ່ງ ຖ້າຢ້ານຫຼາຍກໍໃຫ້ໄປນອນກ້ອງຕຽງແທນ ປ່ອຍໃຫ້ຜີມັນນອນເທິງຕຽງໄປ.

-    ຖ້າຢ້ານດອກໄຟເປີດເອງປິດເອງໄດ້ໃຫ້ຖອດດອກໄຟອອກທຸກດວງເຊັ່ນດຽວກັບກ໋ອກນ້ຳທີ່ເປີດເອງ ກໍໃຫ້ເປີດມັນຖິ້ມໄວ້.

-    ຖ້າຢູ່ດີໆໄດ້ກິ່ນທູບໃຫ້ເອົາຢາມ່ອງມາດົມ.

-    ຖ້າຢູ່ດີໆໄດ້ຍິນສຽງເພງບູຮານໃຫ້​​ເອົາ Ipod ມາເປີດ Hip hop ຟັງ.

-    ຖ້າຢູ່ດີໆໄດ້ຍິນສຽງເດັກນ້ອຍ ຫຼື ຜູ້ຍິງຮ້ອງໃຫ້ໃຫ້ລຸກຂຶ້ນມາປອບໃຈຜີ.

-    ຖ້າໝູ່ຂອງເຈົ້າຖືກຜີເຂົ້າໃຫ້ເຮັດບໍ່ສົນ​​ໃຈມັນແລ້ວໄປນອນ ພໍບໍ່ມີໃຜສົນໃຈຜີກໍຈະເຊັງອອກໄປເອງ.

-    ຖ້າມີເງົາແວັບຜ່ານປະຕູໄປໃຫ້​​ໄປຍືນແຖວໆປະຕູແລ້ວເຮັດເງົາແວັບກັບໄປຄືນ.

-    ຖ້າຢ້ານວ່າຈະມີ​​ໃຜມາຢືນຢູ່ປາຍຕຽງ ກໍໃຫ້ນອນເອົາຫົວມາໄວ້ປາຍຕຽງແທນ ( ​ເບິ່ງດຸຜີມັນຊິໄປຢືນໝ້ອງໄດ້ ).

-    ຖ້າຜີມາຂໍສ່ວນບຸນໃຫ້ຖາມກັບໄປວ່າສາມາດໂອນເຂົ້າບັນຊີ​​ໃດ, ທີ່ວັດ​​ໃດ, ສາຂາໃດ, ຮັບບັດເຄດິດໄດ້ຫຼືບໍ່.

-    ຖ້າຜີຍ່າງຕາມຫຼັງກັບໄປຢູ່ທີ່ບ້ານນຳ ບອກໃຫ້ຜີເຮັດເລື້ອງຍ້າຍສຳມະໂນຄົວໃນຖານະຜູ້ຢູ່ອາໄສໃຫ້ຖືກຕ້ອງຕາມກົດໝາຍສາກ່ອນ.

-    ຖ້າເປີດໂທລະທັດແລ້ວເຫັນຜີໃຫ້ເອົາໂທລະທັດໄປວາງໄວ້​​ແຄມປ່ອງຢ້ຽມ ຫຼື ລະບຽງ ( ​ໃນກໍລະນີທີ່ເປັນຕຶກ 3 ຊັ້ນຂຶ້ນໄປ ) ຜີທີ່ຄານອອກມາຈາກໂທລະທັດຈະໄດ້ຕົກຕຶກຕາຍເອງ.

-    ຖ້າຢູ່ດີໆນ້ຳທີ່ໃຊ້ກາຍເປັນເລືອດໃຫ້ເອົາຖົງ, ຄຸ ຫຼື ຖັງ ມາ​​ໂຕ່ງແລ້ວນຳເອົາເລືອດໄປຂາຍຕາມໂຮງໝໍ.

-    ຖ້າຢູ່ດີໆຮູບໜ້າໂຕເອງໃນແວ່ນກາຍເປັນໜ້າຜີ ຢ່າຕົກໃຈໃຫ້ຟ້າວເອົາສໍມາ1​ແທ່ງແລ້ວແຕ້ມໜວດລົງໄປໜ້າຜີທີ່ຢູ່ໃນແວ່ນນັ້ນ.

-    ຖ້າບໍ່ຢາກສ່ຽງກັບຜີໃນຕູ້ເສື້ອຜ້າ ໃຫ້ຂຽນປ້າຍແປະໄວ້ວ່າບ່ອນໝານອນ

-    ຖ້າຢ້ານຜີໃນລິບ ໃຫ້ຍົກເຄື່ອງໜັກໄປນຳ ຜີຈະນຳມາບໍ່ໄດ້ເພາະນ້ຳໜັກຈະເກີນ

-    ຖ້າຖ່າຍຮູບແລ້ວຕິດຜີ ໃຫ້ນຳຜີໄປຕັດຕໍ່ກັບພາບໂປ້ ຜີຈະອາຍບໍ່ກ້າມາຫຼອກອີກ.

-    ຖ້າເຈົ້າບໍ່ແນ່ໃຈວ່າຜູ້ຍິງທີ່ໂບກລົດມາກັບເຈົ້າຈະເປັນຜີຫຼືບໍ່ ໃຫ້ເອີ້ນເກັບຄ່າໂດຍສານ ກ່ອນທີ່ມັນຈະຫາຍໄປ.

-    ຖ້າເຈົ້າເຫັນຜີເປດໃນມື້ຝົນຕົກຟ້າຮ້ອງ, ຟ້າຜ່າ ໃຫ້ກົ້ມຕ່ຳໆຟ້າຈະໄດ້ຜ່າຖືກຜີກ່ອນ.

ຖ້າເຈົ້າເຮັດໄດ້ຕາມນີ້ໝົດ ຜີຈະບໍ່ມາຫຼອກເຈົ້າເລີຍເພາະເຊື່ອໄດ້ເລີຍວ່າເຈົ້າບ້າກວ່າຜີອີກ !!!
Delicious Digg Fark Twitter