ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

* ກຸນ​ແຈ​ບອກ​ຊີ​ວິດ *

    ມີເພື່ອນ 3 ຄົນໄດ້ຮ່ວມກັນປິດບ່ອນເຮັດວຽກທີ່ຊັ້ນ 60 ຂອງອາຄານແຫ່ງຫນຶ່ງ, ເຊົ້າມື່ຫນຶ່ງທັງ 3

ຄົນໄດ້ມາເຮັດວຽກພ້ອມກັນ ແຕ່ລິບໃຊ້ບໍ່ໄດ້  ທັງ 3 ຄົນຈິ່ງຕັດສິນໃຈຍ່າງຂື້ນ ເພາະແນວໃດກໍ່ມີເພື່ອນ

ຍ່າງດ້ວຍກັນ .

      ທ່ານ A ເຫັນວ່າຍ່າງຄົນດຽວມັນເຫງົາ ຈິ່ງເລົ່າເລື່ອງຕະຫຼົກໃຫ້ຫມູ່ຟັງແກ້ເຊັງ ພໍເຖິງຊັ້ນທີ 20 ລື່ອງເລົ່າກໍ່ຫມົດ , ທ່ານ B ຈິ່ງຂໍຮ້ອງເພງໃຫ້ຟັງແກ້ເຫງົາ ຮ້ອງໄປທັ້ງເພງມ່ວນ ແລະ ເພງເສົ້າ ພໍເຖິງ

ຊັ້ນ 40 ທ່ານ B ບໍ່ຮູ້ຈະຮ້ອງເພັງຫຍັງອີກແລ້, ທ່ານ C ຈິ່ງຂໍເລົ່າປະສົບການຊີວິດທີ່ຜ່ານມາໃຫ້ຟັ ໃນທ້າຍທີ່ສຸດກໍ່ເຖິງຊັ້ນ 60

  ທ່ານ A ຖາມວ່າ ໃຜມີລູກກະແຈ Office ແນ່ , ເຮົາເອງຄຶດວ່າ ມີຄົນຢູ່ໃນບໍລິສັດແລ້ວ ຈິ່ງບໍ່ໄດ້ເອົາ

ລູກກະແຈມ,  ທ່ານ B ບອກວ່າບໍ່ໄດ້ເອົາມາ ຄຶດວ່າພວກທ່ານມີ ,  ທ່ານ C ບອກວ່າ ເຮົາໃຫ້ນ້ອງ

ຜູ້ຢູ່ໃນບໍລິສັດຢືມໄປ ແຕ່ມື່ນີ້ນ້ອງເຂົາລາພັກວຽກບໍ່ໄດ້ມາ


ເລື່ອງນີ້ ປຽບເຫມືອນຊີວິດຂອງຄົນ

ຈາກ 0 ຫາ 20 ປີ ເຮົາຕ່າງມີຊີວິດທີ່ສະຫນຸກສະຫນານ

20 ຫາ 40 ປີ ເຮົາມີຊີວິດທັງສະຫນຸກ ແລະ ທຸກປົນໆ ກັນໄປ

40 ຫາ 60 ປີ ເຮົາກັບຕ້ອງມານັ່ງຄຶດເຖີງຊີວິດທີ່ຜິດພາດໄປ

ຫາກເຮົາຄຶດເຖີງລູກກະແຈຕັ້ງແຕ່ຊັ້ນທີ່ 20 ເຮົາກໍ່ຍັງມີເວລາກັບໄປເອົາລູກກະແຈໄດ້ທັນ



ແລ້ວທ່ານເດລ່ະ ລືມລູກກະແຈໄວ້ ຫຼື ບໍ່ນໍ.

 

 

  # ບົດຄວາມດີໆຈາກ LAOHOT