ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

alt

ນະຄອນຫລວງ ຈະຕິດຕັ້ງກ້ອງວົງຈອນປິດ ຈໍານວນ 100 ຈຸດ

ອີງຕາມ
(ຂປລ) ລັດຖະບານຕັດສິນໃຈ ຕິດຕັ້ງລະບົບກ້ອງໂທລະທັດ ຈຳນວນ 100 ຈຸດ
ໄວ້ທົ່ວນະຄອນຫລວງວຽງຈັນ ໂດຍຈະຕິດຕັ້ງໄວ້ ຕະຫລາດ, ໄຟແດງ, ປະຕູໄຊ, ທາດຫລວງ,
ບ່ອນຜູ້ສັນຈອນຫນາແຫນ້ນ ແລະ ສະຫນາມກິລາຊີເກມ ແຫ່ງໃຫມ່. ເປົ້າຫມາຍຂອງການຕິດຕັ້ງ
ກ້ອງວົງຈອນປິດ ແມ່ນເພື່ອ ໃຫ້ຕຳຫລວດ ມີເຄື່ອງມືທັນສະໄຫມ ໄວ້ຮັບມືກັບ ບັນຫາອາຊະຍາກຳ
ແລະ ອຸບັດເຫດຕາມທ້ອງຖະຫນົນ ທີ່ອາດຈະເກີດຂຶ້ນໃນລະຫວ່າງ ການແຂ່ງຂັນກິລາຊີເກມ


,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,



ເປັນຂ່າວຮ້າຍຫລືວ່າຂາດວດີ



ອາດເປັນຂ່າວຮ້າຍສໍາລັບຜູ້ທີ່ຝືນກົດລະບຽບເດີ
,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,

 

 

 

 

ບົດຄວາມດີໆຈາກ LAOHOT

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມີເງິນ..ເຂົາເອີ້ນວ່າ..ນ້ອງ..
ມີທອງ..ເຂົາເອີ້ນວ່າ..ອ້າຍ..


>>>…
ຖ້າມີແກ້ວແຫວນ..ເງິນທອງ..
>>>…
ມີເພັດພອຍ....
ສິ່ງຕ່າງໆ ເຫລົ່ານີ້..
ເອີ້ນວ່າ..ເປັນຂອງມີຄ່າ..

ຄຸນຄ່າຂອງສິ່ງເຫລົ່ານັ້ນ..
ຄວນແກ່ການເກັບຮັກສາໄວ້..
>>>…
ຖ້າໃຜມີຫລາຍເທົ່າໃດ...
>>>…
ກໍ່ເປັນການບົ່ງບອກວ່າ..
ຜູ້ນັ້ນ..ໄດ້ຊື່ວ່າ..ເປັນອະພິມະຫາເສດຖີ..ຜູ້ລ້ຳລວຍ..

ສິ່ງຂອງທີ່ມີຄ່າເຫລົ່ານັ້ນ..
>>>…
ກໍ່ເປັນພຽງສົມບັດພາຍນອກ..
>>>…
ທີ່ໃຊ້ໄປແລ້ວ..ກໍ່ຫມົດສິ້ນໄປ..

ແຕ່ສົມບັດອັນລ້ຳຄ່າ..ທີ່ຕິດໂຕເຮົາ..
ບໍ່ມີໃຜຂະໂມຍໄດ້..
ຍິ່ງໃຊ້ຫລາຍເທົ່າໃດ..
ກໍ່ມີແຕ່ເພີ່ມທະວີຄູນໄປເລື້ອຍໆ..

>>>…
ສົມບັດອັນລ້ຳຄ່າທີ່ສຸດຂອງຊີວິດເຮົາ
>>>…
ເປັນສົມບັດພາຍໃນ..
>>>…
ນັ້ນກໍ່ຄື..ປັນຍາແລະຄຸນນະທຳ..

ປັນຍາໃຊ້ຫລາຍ..ຍິ່ງສະຫລາດຫລາຍ..
ແຕ່ສະຫລາດຢ່າງດຽວບໍ່ພໍ..
ຕ້ອງມີຄຸນນະທຳກັບກຳຊີວິດດ້ວຍ..

>>>…
ຄຸນນະທຳຍິ່ງມີໃນໂຕເອງຫລາຍເທົ່າໃດ..
>>>…
ກໍ່ເປັນການເພີ່ມຄຸນຄ່າໃນໂຕບຸກຄົນນັ້ນ
>>>…
ມີແຕ່ຄົນຍົກຍ້ອງ...ສັນລະເສີນ...
ແລະໄດ້ຊື່ວ່າ...
ມີສົມບັດອັນລ້ຳຄ່າໃນໂຕເອງ...ຢ່າງແທ້ຈິງ..


ບົດຄວາມດີໆຈາກ LAOHOT

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ກ່ອນຈະເລີ່ມຕົ້ນເຮັດຫຍັງກໍ່ຕາມ ພວກເຮົາຄວນຈະກຳນົດ   "ເປົ້າໝາຍ"   ທີ່ຕ້ອງການເອົາໄວ້ລ່ວງໜ້າກ່ອນສະເໝີເພາະເປົ້າໝາຍ

ປຽບດັ່ງເຂັມທິດຊີ້ທາງທີ່ຄອຍບອກວ່າ ເຮົາໃກ້ຈະເຖິງປາຍທາງຫຼືສີ່ງທີ່ຄາດຫວັງ ແລະ ຕ້ອງເຮັດໃຫ້ມັນສຳເລັດໄດ້ເທົ່າໃດຊຶ່ງຫຼັກ

ການກຳນົດເປົ້າໝາຍທີ່ດີ  ຫຼື   “ຫຼັກ SMART ນັ້ນມີລາຍລະອຽດດັ່ງນີ້:


Specific  ຊັດເຈນ (ຮູ້ວ່າເຮົາຕ້ອງການຫຍັງ ແລະຈະບັນລຸເປົ້າໝາຍຕອນໃດ.)


Measurable   ວັດຜົນໄດ້ (ຮູ້ວ່າໃກ້ຈະເຖິງເປົ້າໝາຍແລ້ວຫຼືຍັງ.)


Accountable ເຮັດສຳເລັດໃຫ້ໄດ້

(ຮູ້ວ່າຈະເຮັດແນວໃດເພື່ອໃຫ້ບັນລຸຜົນ ຕາມເປົ້າໝາຍທີ່ວາງໄວ້ແລະຕ້ອງມີຮັບຊອບຕໍ່ຜົນສຳເລັດນັ້ນ.)


Realistic  ສາມາດບັນລຸຜົນໄດ້ 
(ຕັ້ງເປົ້າໝາຍຢ່າງສົມເຫດສົມຜົນ ແລະ ສາມາດເຮັດໃຫ້ເກີດຜົນເປັນຈິງໄດ້.)


Time Bound ມີກຳນົດເວລາ  (ມີກຳນົດເວລາທີ່ຊັດເຈນ ແນ່ນອນ.)

 

ບົດຄວາມດີໆຈາກ LAOHOT

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

 

ສຶ່ງທີ່ບ່າວສາວຄວນລະວັງໃນສັງຄົມ

ຕາມທີ່ພວກເຮົາທັ້ງຫຼາຍຮູ້ມາກໍ່ແມ່ນວ່າມະນຸດເປັນສັດສັງຄົມກຸ່ມຫນື່ງທີ່ຢູ່ກັນເປັນຫມູ່ຄະນະ

ແລະດ້ວຍເຫດນີ້ເອງຄວາມສະອາດຍ່ອມເປັນພື້ນຖານທີ່ສຳຄັນໃນການຢູ່ຮ່ວມກັນຢ່າງມີຄວາມສຸກໃນສັງຄົມ


 

ສັງເກດຜູ້ສາວ ຫຼື ອ້າຍບ່າວທີ່ນ້ຳບໍ່ອາບ^^

 

1.ມັກໃສ່ນ້ຳຫອມຫຼາຍໆ

2.ເວລາຍ່າງມັກເກົາຫັ່ນເກົານີ້ຢູ່ສະເຫມີ (ສັງເກດມັກເກົາກົ້ນດຸກວ່າຫມູ່!)

3.ມັກຍ່າງໄຕ້ລົມເລີຍໆ

4.ບໍ່ມັກລົມນຳຫມູ່ (ບ້າງຄົນແຫ່ງເກ່ງກວ່າເກົ່າອີກ!)

5.ບໍ່ມັກກີນນ້ຳແມ່ນຫມູ່ສຶຊວນກໍ່ບໍ່ໄປ (ຍອມຕາຍ)



  ປົກກະຕິຂອງມະນຸດທັ້ງຫຼາຍມັກປົກປິດຄວາມຂີ້ຮ້າຍ ຫຼື ພົມດ້ອຍຂອງຕົວເອງ

ຖ້າຫມູ່ຂອງທ່ານຄົນໃດເຂົ້າຂ່າຍໃນອາການທີ່ກ່າວມາແລ້ວນີ້ ໂປດຢ່າໄປຖາມເຂົາວ່າ (ມື້ຄື້ນນີ້ອາບນ້ຳບໍ່?)

ເພາະຈະເຮັດໃຫ້ເຂົາບໍ່ພໍໃຈຢ່າງແຮງ ແລະທ່ານອາດຈະເສີຍແຟນໄປງ່າຍໆໄດ້.


              (ທ່ານເຫັນວ່າຢ່າງໃດແມ່ນບໍ່ຫຼືບໍ່ລະ?)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ລັກສະນະຂອງເພື່ອນທີ່ບໍ່ດີ

1. ຄິດເອົາແຕ່ໄດ້ຝ່າຍດຽວ

2. ເສຍໜ້ອຍແຕ່ຄິດເອົາຫຼາຍ

3. ເມື່ອມີໄພມາເຖີງໂຕຈຶ່ງຮັບເຮັດວຽກໃໝ່

4. ຄົບເພື່ອຍ້ອນເຫັນແກ່ຜົນປະໂຫຍດຂອງຕົນ

5. ເກັບເອົາເລື່ອງທີ່ຜ່ານໄປແລ້ວມາເວົ້າ

6. ເກັບເອົາເລື່ອງທີຍັງບໍ່ເກີດມາເວົ້າ

7. ໃຫ້ແຕ່ສິ່ງທີ່ບໍ່ມີປະໂຫຍດ

8. ມີແຕ່ເວົ້າແຕ່ອາໃສບໍ່ໄດ້

9. ຈະເຮັດຊົ່ວ ຫຼື ເຮັດບໍ່ດີກໍ່ຄ້ອຍຕາມ

10. ຕໍ່ໜ້າສັນລະເສີນລັບຫຼັງນິນທາ

11. ຊັກຊວນດື່ມນໍ້າເເມົາ

12. ຊັກຊວນທ່ຽວກາງຄືນ

13. ຊັກຊວນໃຫ້ເມົາມົວແຕ່ການຫຼີ້ນກິນ

14. ຊັກຊວນຫຼີ້ນການພະນັນ

 

 

ລັກສະນະຂອງເພື່ອນທີ່ດີ

1. ປົກປ້ອງເພື່ອນຜູ້ຜິດພາດໄປແລ້ວ

2. ປົກປ້ອງຊັບສົມບັັດຂອງເພື່ອນຜູ້ຜິດພາດໄປແລ້ວ

3. ເມື່ອເພື່ອນມີໄພກໍ່ເປັນທີ່ອາໃສໄດ້

4. ເມື່ອເພື່ອນມີທຸລະກໍ່ຊ່ວຍຊັບເກີນກ່ວາທີ່ຈະອອກປາກໄວ້

5. ໄຂຄວາມລັບຂອງຕົນຕໍ່ເພື່ອນ

6. ປົກປິດຄວາມລັບຂອງເພື່ອນບໍ່ໃຫ້ແຜ່ຜາຍ

7. ບໍ່ຖີ້ມເພື່ອນໃນຍາມຫຍຸ້ງຍາກຂັດສົນ

8. ສະຫຼະຊີວິດແທນເພື່ອນໄດ້

9. ຫ້າມບໍ່ໃຫ້ເພື່ອທໍາຊົ່ວແນະນໍາໃຫ້ເພື່ອນທໍາແຕ່ຄວາມດີ

10. ໃຫ້ເພື່ອຟັງໃນສິ່ງທີ່ບໍ່ເຄີຍຟັງ

11. ບອກທາງໄປສູ່ຄວາມສຸກໃຫ້ແກ່ເພື່ອນ

12.​ ເມື່ອເພື່ອນມີທຸກກໍ່ທຸກດ້ວຍ ເມື່ອສຸກກໍ່ສຸກດ້ວຍ

13. ໂຕ້ຖຽງຄົນທີ່ຕໍານິເພື່ອນ

14. ເຫັນດີກັບຄົນທີສັນລະເສີນເພື່ອນ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

* ກຸນ​ແຈ​ບອກ​ຊີ​ວິດ *

    ມີເພື່ອນ 3 ຄົນໄດ້ຮ່ວມກັນປິດບ່ອນເຮັດວຽກທີ່ຊັ້ນ 60 ຂອງອາຄານແຫ່ງຫນຶ່ງ, ເຊົ້າມື່ຫນຶ່ງທັງ 3

ຄົນໄດ້ມາເຮັດວຽກພ້ອມກັນ ແຕ່ລິບໃຊ້ບໍ່ໄດ້  ທັງ 3 ຄົນຈິ່ງຕັດສິນໃຈຍ່າງຂື້ນ ເພາະແນວໃດກໍ່ມີເພື່ອນ

ຍ່າງດ້ວຍກັນ .

      ທ່ານ A ເຫັນວ່າຍ່າງຄົນດຽວມັນເຫງົາ ຈິ່ງເລົ່າເລື່ອງຕະຫຼົກໃຫ້ຫມູ່ຟັງແກ້ເຊັງ ພໍເຖິງຊັ້ນທີ 20 ລື່ອງເລົ່າກໍ່ຫມົດ , ທ່ານ B ຈິ່ງຂໍຮ້ອງເພງໃຫ້ຟັງແກ້ເຫງົາ ຮ້ອງໄປທັ້ງເພງມ່ວນ ແລະ ເພງເສົ້າ ພໍເຖິງ

ຊັ້ນ 40 ທ່ານ B ບໍ່ຮູ້ຈະຮ້ອງເພັງຫຍັງອີກແລ້, ທ່ານ C ຈິ່ງຂໍເລົ່າປະສົບການຊີວິດທີ່ຜ່ານມາໃຫ້ຟັ ໃນທ້າຍທີ່ສຸດກໍ່ເຖິງຊັ້ນ 60

  ທ່ານ A ຖາມວ່າ ໃຜມີລູກກະແຈ Office ແນ່ , ເຮົາເອງຄຶດວ່າ ມີຄົນຢູ່ໃນບໍລິສັດແລ້ວ ຈິ່ງບໍ່ໄດ້ເອົາ

ລູກກະແຈມ,  ທ່ານ B ບອກວ່າບໍ່ໄດ້ເອົາມາ ຄຶດວ່າພວກທ່ານມີ ,  ທ່ານ C ບອກວ່າ ເຮົາໃຫ້ນ້ອງ

ຜູ້ຢູ່ໃນບໍລິສັດຢືມໄປ ແຕ່ມື່ນີ້ນ້ອງເຂົາລາພັກວຽກບໍ່ໄດ້ມາ


ເລື່ອງນີ້ ປຽບເຫມືອນຊີວິດຂອງຄົນ

ຈາກ 0 ຫາ 20 ປີ ເຮົາຕ່າງມີຊີວິດທີ່ສະຫນຸກສະຫນານ

20 ຫາ 40 ປີ ເຮົາມີຊີວິດທັງສະຫນຸກ ແລະ ທຸກປົນໆ ກັນໄປ

40 ຫາ 60 ປີ ເຮົາກັບຕ້ອງມານັ່ງຄຶດເຖີງຊີວິດທີ່ຜິດພາດໄປ

ຫາກເຮົາຄຶດເຖີງລູກກະແຈຕັ້ງແຕ່ຊັ້ນທີ່ 20 ເຮົາກໍ່ຍັງມີເວລາກັບໄປເອົາລູກກະແຈໄດ້ທັນ



ແລ້ວທ່ານເດລ່ະ ລືມລູກກະແຈໄວ້ ຫຼື ບໍ່ນໍ.

 

 

  # ບົດຄວາມດີໆຈາກ LAOHOT