ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມີເງິນ..ເຂົາເອີ້ນວ່າ..ນ້ອງ..
ມີທອງ..ເຂົາເອີ້ນວ່າ..ອ້າຍ..


>>>…
ຖ້າມີແກ້ວແຫວນ..ເງິນທອງ..
>>>…
ມີເພັດພອຍ....
ສິ່ງຕ່າງໆ ເຫລົ່ານີ້..
ເອີ້ນວ່າ..ເປັນຂອງມີຄ່າ..

ຄຸນຄ່າຂອງສິ່ງເຫລົ່ານັ້ນ..
ຄວນແກ່ການເກັບຮັກສາໄວ້..
>>>…
ຖ້າໃຜມີຫລາຍເທົ່າໃດ...
>>>…
ກໍ່ເປັນການບົ່ງບອກວ່າ..
ຜູ້ນັ້ນ..ໄດ້ຊື່ວ່າ..ເປັນອະພິມະຫາເສດຖີ..ຜູ້ລ້ຳລວຍ..

ສິ່ງຂອງທີ່ມີຄ່າເຫລົ່ານັ້ນ..
>>>…
ກໍ່ເປັນພຽງສົມບັດພາຍນອກ..
>>>…
ທີ່ໃຊ້ໄປແລ້ວ..ກໍ່ຫມົດສິ້ນໄປ..

ແຕ່ສົມບັດອັນລ້ຳຄ່າ..ທີ່ຕິດໂຕເຮົາ..
ບໍ່ມີໃຜຂະໂມຍໄດ້..
ຍິ່ງໃຊ້ຫລາຍເທົ່າໃດ..
ກໍ່ມີແຕ່ເພີ່ມທະວີຄູນໄປເລື້ອຍໆ..

>>>…
ສົມບັດອັນລ້ຳຄ່າທີ່ສຸດຂອງຊີວິດເຮົາ
>>>…
ເປັນສົມບັດພາຍໃນ..
>>>…
ນັ້ນກໍ່ຄື..ປັນຍາແລະຄຸນນະທຳ..

ປັນຍາໃຊ້ຫລາຍ..ຍິ່ງສະຫລາດຫລາຍ..
ແຕ່ສະຫລາດຢ່າງດຽວບໍ່ພໍ..
ຕ້ອງມີຄຸນນະທຳກັບກຳຊີວິດດ້ວຍ..

>>>…
ຄຸນນະທຳຍິ່ງມີໃນໂຕເອງຫລາຍເທົ່າໃດ..
>>>…
ກໍ່ເປັນການເພີ່ມຄຸນຄ່າໃນໂຕບຸກຄົນນັ້ນ
>>>…
ມີແຕ່ຄົນຍົກຍ້ອງ...ສັນລະເສີນ...
ແລະໄດ້ຊື່ວ່າ...
ມີສົມບັດອັນລ້ຳຄ່າໃນໂຕເອງ...ຢ່າງແທ້ຈິງ..


ບົດຄວາມດີໆຈາກ LAOHOT

Delicious Digg Fark Twitter