ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

ແມ່ນແທ້ຫລືບໍ່????​

ກ່ອນແຕ່ງງານ ແລະ ຫລັງແຕ່ງງານໄປແລ້ວຝ່າຍຊາຍຈະປ່ຽນໄປໆໆໆ

ມາອ່ານຄຳສົນທະນາຂອງຄູ່ຮັກນີ້ກັນເລີຍເນາະວ່າອີກ 10 ປີຂ້າງຫນ້າ

ຝ່າຍຊາຍຈະປ່ຽນໄປເປັນແນວໃດ ກ່ອນແຕ່ງງານ ແລະ ຫລັງແຕ່ງງານກັນໄປແລ້ວ

ອິອິອິ ແລ້ວຫມູ່ເພື່ອນເດ ຄິດວ່າແມ່ນແທ້ຫລືບໍ່ ແທ້ຫລືບໍ່ແທ້ກະລອງອ່ານດ້ານລຸ່ມນີ້

ກ່ອນແລ້ວຈິ່ງໃຫ້ຄຳຕອບກໍ່ໄດ້ວ່າແມ່ນຫລືບໍ່ແມ່ນ ^^

 

ກ່ອນແຕ່ງງານ!!!!

v

v

v

v

(ຊ) ອ້າຍຈະຟ້າວເຮັດທຸກຢ່າງໃຫ້ຮຽບຮ້ອຍໂດຍໄວທີ່ສຸດເພື່ອອານາຄົດເຮົາທັງສອງalt

(ຍ) ອ້າຍຢາກຈະໄປຈົດທະບຽນນຳນ້ອງຫລືບໍ່?

(ຊ)​ ແນ່ນອນທີ່ສຸດອ້າຍພາວະນາຢາກໄດ້ຍິນຄຳນີ້ຈາກປາກນ້ອງມາດົນແລ້ວalt

(ຍ) ແລ້ວອ້າຍຈະເລີກກັບນ້ອງບໍ່?alt

(ຊ) ບໍ່ມີທາງເລີຍຕໍ່ໃຫ້ອ້າຍຕາຍໄປກໍ່ຕາມalt

(ຍ) ແລ້ວອ້າຍຄິດຈະເອົາຂົ່ມເຫັງນ້ອງຫລືບໍ່?

(ຊ) altອ້າຍຄົງຂ້າໂຕຕາຍແທ້ໆຖ້າອ້າຍເຮັດແນວນັ້ນນຳນ້ອງ

(ຍ) ຫອມແກ້ມນ້ອງຈັກຄັ້ງໄດ້ບໍ່ອ້າຍ?alt          <  <   <  < 

v                                                                                   ^

v                                                                                   ^

v                                                                                   ^

v                                                                                   ^

v                                                                                   ^

v                                                                                   ^

v                                                                                   ^

ຫລັງແຕ່ງງານກັນໄດ້ 10 ປີ > > > >  ອ່ານແຕ່ລຸ່ມຂື້ນເທິງ ^

 

 

ທີ່ມາ: Fw mail^^

ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 33 ຄຳເຫັນ ແລະ 0 trackback(s)

7 ວິທີ ທີ່ເຮັດໃຫ້ເຮົາຫັນມາດື່ມນ້ຳຫລາຍຂື້ນ

 

1. ດື່ມນ້ຳໃຫ້ເປັນກິດຈະວັດປະຈຳ: ພະຍາຍາມດື່ມນ້ຳທຸກເຊົ້າຫລັງຕື່ນນອນ

ຫ້ເປັນດັ່ງກິດຈະວັດປະຈຳວັນ ເພາະການດື່ມນ້ຳຕອນເຊົ້າຈະຊ່ວຍກະຕຸ້ນ

ຫ້ເຮົາຮູ້ສຶກຍາກດື່ມນ້ຳໄປຕະຫລອດມື້

 

2. ບີບນ້ຳຫມາກນາວໃສ່ຫນ້ອຍ1: ຫາກເຮົາຮູ້ສຶກເບື່ອກັບຣົດຊາດທີ່ຈືດ

ຊືດຂອງນ້ຳດື່ມ ຂໍແນະນຳໃຫ້ທ່ານຫາຫມາກນາວມາບີບລົງໄປໃນນ້ຳຈັກເ

ລັກນ້ອຍກ່ອນດື່ມນ້ຳເພື່ອຊ່ວຍເພີ່ມລົດຊາດໃຫ້ກັບນ້ຳ ເຊິ່ງວີທີນີ້ພົບວ່າ

ໄດ້ຜົນ ແລະ ສຳຫລັບຄົນທີ່ຕ້ອງອກໄປກິນເຂົ້ານອກບ້ານ (ຮ້ານອາຫານ)

ກໍ່ບໍ່ຕ້ອງຢ້ານວ່າຈະບໍ່ສະດວກ ພຽງແຕ່ເຮົາຂໍໃຫ້ພະນັກງານເສີບນຳ

ຫມາກນາວປ່ຽງບາງໆມາເສີບໃຫ້ພ້ອມນ້ຳດື່ມເຊິ່ງເບິ່ງແລ້ວຈະເປັນ

ການຫລາຍເລື່ອງໄປຈັກຫນ້ອຍ ແຕ່ຮ້ານອາຫານສ່ວນໃຫຍ່ກໍ່ຈະ

ຍິນດີທີ່ຈະເພີ່ມບໍລິການໃຫ້ຢ່າງແນ່ນອນ.

 

3. ເຮັດໃຫ້ມັນໃສຢູ່ສະເຫມີ ອິອິອິ: ຫມັ່ນກວດກາເບິ່ງວ່າ 44 ຂອງເຮົາ

ເພື່ອໃຫ້ຫມັ້ນໃຈວ່າມັນຍັງໃສຢູ່ສະເຫມີ ເພາະຄວາມໃສນັ້ນເປັນດັ່ງ

ດັດຊະນີວັດແທກວ່າຮ່າງກາຍຂອງເຮົານັ້ນໄ້ຮັບນ້ຳຢ່າງພຽງພໍແລ້ວ

ຫລື ບໍ່ ແຕ່ເມື່ອໃດກໍ່ຕາມທີ່ ນ້ຳ 44 ຂອງເຮົາມີສີເຫລືອງເຂັ້ມນັ້ນ

ຫມາຍຄວາມວ່າຮ່າງກາຍຂອງເຮົາກຳລັງຢູ່ໃນພາວະຂາດນ້ຳ

 

4. ຖ້າຮ້ອນຫລາຍກະດື່ມນ້ຳເມື່ອເຮົາກຳລັງຢູ່ໃນອາລົມທີ່ເດືອດດາ

ຂໍແນະນຳໃຫ້ດື່ມນ້ຳອຸ່ນເພາະບາງຄັ້ງການເລືອກເຄື່ອງດື່ມກໍ່ເປັນເລື່ອງ

ອງຈິດຕະວິທະຍາ ການທີ່ເຮົາໄດ້ຖືເຄື່ອງດື່ມອຸ່ນໆຈັກຈອກ

ໄວ້ທີ່ມືອາດຊ່ວຍໃຫ້ເຮົາລົດຄວາມເດືອດດານໄດ້ຫລາຍກວ່າເຄື່ອງ

ດື່ມປົກກະຕິ ຍິ່ງກວ່ານັ້ນໃນກາເຟ ແລະ ນ້ຳຊາຍັງມີສານຄາເຟອີນເ

ຊິ່ງເປັນສານທີ່ຊ່ວຍເພີ່ມອັດຕາການກຳຈັດນ້ຳອອກຈາກຮ່າງກາຍ

ຂອງເຮົາໃນຮູບແບບຂອງ 44

 

5. ດື່ມນ້ຳເມື່ອເຮົາຖືກຄວາມຕະກະຈູ່ໂຈມ: ບາງຄັ້ງຄວາມຮູ້ສຶກຫິວ

ຂອງຄົນເຮົາກໍ່ເປັນຄວາມກະຫາຍແບບ ຕົວະໆ ຫລື ພຽງແຕ່ຮູ້ສຶກ

ຕະກະເທົ່ານັ້ນ, ດັ່ງນັ້ນເຮົາສາມາດແກ້ອາການນີ້ໄດ້ດວ້ຍການຫານ້ຳ

ດື່ມຈັກ 1-2 ຈອກ ເພື່ອຊ່ວຍໃຫ້ເຮົາຮູ້ສຶກໄດ້ກິນຫຍັງຮອງທ້ອງໄປແດ່. ^^

 

6. ເລີ່ມປະຕິບັດຈາກຂັ້ນຕອນງ່າຍໆ: ຢ່າຄາດຫວັງວ່າເຮົາຈະສາມາດປ່ຽນ

ພິດຕິກຳການດື່ມນ້ຳໄດ້ຈາກຫນ້າມືເປັນຫລັງມື ຄືຈາກຄົນທີ່ບໍ່ມັກດື່ມນ້ຳເລີຍ

າດື່ມນ້ຳມື້ລະ 8 ຈອກ ແຕ່ເຮົາຄວນເລີ່ມຈາກການດື່່ມນ້ຳ 1 ຈອກກ່ອນໃນຕອນ

ເຊົ້າຂອງມື້ ຕາມດ້ວຍການດື່ມນ້ຳອີກ 1 ຈອກກ່ອນນອນຈົນເປັນນິໃສ ຈາກນັ້ນ

ຄ່ອຍໆເພິ່ມປະລິມານການດື່ມນ້ຳລະຫວ່າງມື້ໃຫ້ຫລາຍຂື້ນ

(ໃນຄວາມຫມາຍວ່າດື່ມ 1 ຈອກເຊົ້າ ແລະ ຄ່ຳ ບໍ່ແມ່ນວ່າຫມົດມື້ຈະດື່ມແຕ່ເທົ່ານັ້ນ

ເຮົາຕ້ອງດື່ມນ້ຳໃຫ້ຫລາຍໆແຕ່ 1 ຈອກເຊົ້າແລະ ຄ່ຳນັ້ນເປັນຈອກພິເສດສຳລັບມື້ 1

ທີ່ເຮົາຄວນດື່ມ ແລະປະຕິບັດຕາມສຳລັບຄົນທີ່ດື່ມນ້ຳ ມື້ 1 ບໍ່ຣອດ 8 ຈອກ

ແລະ ບໍ່ມັກດື່ມນ້ຳ)

 

7. ຫມັ່ນຫາຈອກນ້ຳທີ່ມີນ້ຳເຕັມຈອກ 1 ຈອກ ຫລື ຕຸກ ມາວາງໄວ້ຂ້າງໆໂຕເຮົາ

ສະເຫມີ: ຂະນະທີ່ເຣົາກຳລັງເຮັດວຽກ ຫລື ຫລິ້ນເນັດ.... ມັນຈະເຮັດໃຫ້ເຣົາ

ສະດວກຕໍ່ການຫຍິບຂື້ນມາດື່ມໄປເລື້ອຍໆ ຂະນະທີ່ເຮັດວຽກໂດຍສະເພາະ

ເວລາທີ່ເຣົາກຳລັງສຸມຫົວຄິດເລື່ອງວຽກ ຫລື ຫຍຸ້ງກ່ຽວກັບແຊັດກັບຫມູ່ ຫລື

ຄົນຣູ້ໃຈຢູ່ ອິອິ ເພື່ອເປັນການບໍ່ຂັດຈັງຫວະວ່າຂໍໂຕໄປກິນນ້ຳເຣັດໃຫ້ເຣົາເສຍເວລາ

ໄປກໍ່ອາດເປັນໄດ້ (ແຕ່ໃນທີ່ນີ້ຖ້າວ່າເຮົານັ່ງເຮັດວຽກດົນໆໆໆ ການລຸກໄປເອົານ້ຳ

າດື່ມກໍ່ເປັນການດີເພາະວ່າຈະເຮັດໃຫ້ເຮົາໄດ້ພັກຜ່ອນສາຍຕາ ແລະ ພັກຜ່ອນ

ສະຫມອງໄປແດ່) ແຕ່ໃນທີ່ນີ້ສຳຫລັບຄົນຂີ້ຄ້ານໃນເວລາເຮັດວຽກແລ້ວ ຫລື

ວ່າກຳລັງຫລິ້ນເນັດແລ້ວບໍ່ຢາກລຸກໄປໃສ ບາງຄົນກະຈົນວ່າບໍ່ຫິວເຂົ້າກໍ່ຍັງມີ ອິອິອິ

 

ຂໍ້ມູນຈາກ Fw mail ^^



ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 35 ຄຳເຫັນ ແລະ 0 trackback(s)

ເລື່ອງ ລິຟຕົກ

 

ຂໍໃຫ້ຫມູ່ເພື່ອນອ່ານ ແລະ ຈື່ໄວ້ສິ່ງທີ່ຈະຕ້ອງເຮັດເມື່ອທ່ານຕິດຢູ່ໃນ ລິຟ

ເຮົາບໍ່ຣູ້ວ່າເມື່ອໃດ ແລະ ສະຖານທີ່ໃດທີ່ອຸບັດເຫດຈະເກີດກັບເຣົາ ຫລື

ຄົນອ້ອມຂ້າງເຮົາ ຫວັງວ່າຂໍ້ມູນນີ້ຈະຊ່ວຍພວກເຣົາໄດ້ເມື່ອເກີດອຸບັດເຫດ

ນີ້ຂື້ນສຳຫລັບເຮົາ ແລະ ບຸກຄົນທີ່ເຮົາຮັກ


ໃນກໍລະນີທີ່ຊາຍຄົນ 1 ກຳລັງຢູ່ໃນ ລິຟ ມັນກໍ່ເກີດຢຸດກະທັນຫັນ ແລະ ຕົກລົງມາ

ຈາກຊັ້ນເທິງຈາກຊັ້ນທີ 13 ຕົກລົງມາດ້ວຍຄວາມໄວສູງໃນເວລາດຽວກັນນັ້ນ

(ໂຊກດີທີ່ລາວຈື່ໄດ້ຈາກ TV ທີ່ສອນໄວ້) ລາວໄດ້ຕັ້ງສະຕິໃຫ້ດີ ແລ້ວກົດປຸ່ມ

ສຳຫລັບທຸກຊັ້ນ ຢ່າງໄວທີ່ສຸດເທົ່າທີ່ຈະເຮັດໄດ້ເພືື່ອທີ່ຈະເຮັດໃຫ້ລິຟຢຸດ

ຢູ່ຊັ້ນໃດຊັ້ນຫນື່ງ ແລະ ສຸດທ້າຍລິຟກໍ່ຢຸດທີ່ຊັ້ນທີ 5


ເຊິ່ງຂະນະທີ່ເຮົາກຳລັງຜະເຊີນຫນ້າກັບຄວາມເປັນຄວາມຕາຍການຕັດສິນໃຈຫລື

ການກະທຳຫຍັງກໍ່ຕາມຈະຕັດສິນຄວາມຢູ່ລອດຂອງເຣົາຖ້າຢູ່ໃສສະຖານະ

ລິຟ ຕົກສິ່ງທຳອິດໃນໃຈມັກຈະເປັນການລໍຖ້າຄວາມຕາຍ  ແຕ່ຫລັງຈາກທີ່ໄດ້ອ່ານ

ຂ້ໍຄວາມດ້ານລຸ່ມແລ້ວ ທຸກສິ່ງທຸກຢ່່າງອາດປ່ຽນໄປເມື່ອຕິດຢູ່ໃນ ລິຟ ເພາະວິທີ

ດ້ານລຸ້ມນີ້ອາດຊ່ວຍທ່ານລອດຊີວິດຈາກ ລິຟຕົກໄດ້ຄື:


1. ໃຫ້ກົດປຸ່ມໃຫ້ລິຟ ຈອດທຸກຊັ້ນໃຫ້ໄວທີ່ສຸດ----> ເມື່ອໄຟ້າສຳຮອງທຳງານ

ມັນກໍ່ຈະຫຢຸດ ລິຟ ຈາກການຕົກລົງມາໄດ້

2. ຈັບທີ່ຈັບໃຫ້ແຫນ້ຖ້າວ່າມີ ---> ມັນຈະຊ່ວຍຮອງຮັບຕຳແຫນ່ງ ແລະ ປ້ອງກັນທ່ານຈາກ

ການຫລົ່ນ ແລະ ການ ບາດເຈັບຖ້າທ່ານເສຍສົມດຸນ

3. ອີງຫລັງ ແລະ ຫົວເຂົ້າກັບຝາຜະຫນັງໃຫ້ເປັນເສັ້ນຊື່ (ຢືນໂຕຕົງໆຕິດກັບຝາຜະຫນັງ)--->

ການອີງຝາຜະຫນັງຈະເຮັດໃຫ້ມັນຊ່ວຍປ້ອງກັນຫລັງ ແລະ ກະດູກທ່ານ

4. ງໍເຂົ່າ ເຫດຜົນກໍ່ຄືເມື່ອລິຟຕົກ ທ່ານຈະບໍ່ຮູ້ວ່າເມື່ອໃດທີ່ມັນຈະກະແທກກັບພື້ນ

ແລະ ອາດຈະສົ່ງຜົນໃຫ້ກະດູກທົ່ວຮ່າງກາຍແຕກລະອຽດ----> ເຊິ່ງຈະເຮັດ

ໃຫ້ເສັ້ນເອັນທີ່ເປັນຈຸດເຊື່ອມຕໍ່ທີ່ຍືດຍຸ່ນມັນສາມາດຍືດກະດູກເຂົ້າດ້ວຍກັນ

ເປັນກິດຈະກຳຕ່າງໆ ແຕ່ຈະຈຳກັດບາງສິ່ງເພື່ອປ້ອງກັນການບາດເຈັບ.

ດັ່ງນັ້ນ, ຜົນກະທົບຈາກກະດູກແຕກຈະລົດລົງຈາກການກະແທກ

ຢ່າງແຮງຂອງການຫລົ່ນຂອງລິຟ



ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 39 ຄຳເຫັນ ແລະ 0 trackback(s)

5 ຢ່າງຕ້ອງຫ້າມກ່ອນຈະນອນ

1. ຢ່ານອນຫລັບໄປພ້ອມກັນໂມງໃສ່ແຂນເພາະວ່າຂະນະທີ່ໂມງເຮັດວຽກຫມຸນໄປເລື່ອຍໆນັ້ນ

ບໍ່ວ່າຈະເປັນໂມງນ້ອຍຫລືໃຫຍ່ລ້ວນແຕ່ປ່ອຍພະລັງງານອອກມາທັງນັ້ນ, ເຊື່ອບໍ່ວ່າການໃສ່ໂມງ

ນອນຈະມີຜົນຕໍ່ສຸຂະພາບໃນໄລຍະຍາວ (ຜົນຂ້າງຄຽງນັ້ນອາດຈະໃຫ້ເຮົາເສຍສຸຂະພາບ, ເຈັບ

ໄຂ້ງ່າຍ... ເລົ່ານີ້ເປັນຕົ້ນ)


2.  ສຳລັບພວກມັກລົມໂທລະສັບມີຖືຈົນນອນຫລັບໄປໂດຍສະເພາະເລີຍ ບໍ່ຄວນ

ນອນຫລັບໄປພ້ອມໆກັບໂທລະສັບ ແລະ ຫມາຍລວມໄປເຖິງການວາງໂທລະສັບມືຖື

ໄວ້ໃກ້ໆໂຕເຮົາເຊັ່ນດຽວກັນບາງຄົນມັກໃຊ້ມືຖືເປັນໂມງປຸກໃນຍາມເຊົ້າ

ກະລຸນາເກັບມືຖືຂອງທ່ານໄວ້ໃຫ້ໄກໂຕທີ່ສຸດເມື່ອຈະນອນຫັນໄປຊື້ໂມງປຸກ

ເກໆລາຄາຖືກໆມາໃຊ້ດີກວ່າເພາະມີຫລັກຖານທາງວິທະຍາສາດລະບຸວ່າ:

ໂທລະສັບມືຖືຈະປ່ອຍຄື້ນແມ່ເຫລັກໄຟຟ້າອອກມາຂະຫນາດເປີດເຄື່ອງໄວ້ ແລະ

ຄື້ນແມ່ເຫລັກເຫລົ່ານີ້ມີຜົນຕໍ່ລະບົບປະສາດໂດຍສະເພາະ. ສະນັ້ນຕອນນອນ

ກໍ່ປິດໂທລະສັບມືຖືໄວ້ດີກວ່າ ບໍ່ຊັ້ນກໍ່ຫາບ່ອນວາງໄວ້ຫ່າງຈາກເຮົາດີທີ່ສຸດ

 

3. ງ່າຍໆ & ສັ້ນໆຄືຢ່ານອນຫລັບພ້ອມໆກັບເຄື່ອງສຳອາງບໍ່ວ່າຈະເມື່ອຍອອ່ນເພຍ

ຂະຫນາດໃດກໍ່ຕ້ອງລຸກຂື້ນມາລ້າງເຄື່ອງສຳອາງອອກໃຫ້ຫມົດ. ເພາະການຫລັບທັງໆ

ທີ່ເຄື່ອງສຳອາງຍັງຢູ່ເທິງຜິວຫນ້ານັ້ນຈະກໍ່ໃຫ້ເກີດປັນຫາດ້ານຜິວພັນໄລຍະຍາວ

ເພາະຊ່ວງການຄືນເປັນຊ່ວງເວລາທີ່ຜິວພັນເຮົາໄດ້ຣັບການພັກຜ່ອນ ^ ^


4. ສຳລັບສາວໆເທົ່ານັ້ນຄື: ຢ່ານອນຫລັບທັງໆທີ່ຍັງໃສ່ຍົກຊົງຢູ່ເພາະນັກວິໃຈຊາວອາເມລິກາ

ໄດ້ຄົ້ນພົບວ່າການໃສ່ຍົກຊົງດົນເກີນ 12 ຊມ ຈະເປັນການເພີ່ມອັດຕາສ່ຽງຕໍ່ການເປັນ

ມະເຣັງຊວງເອີກໄດ້. ສະນັ້ນກໍ່ຢ່າໃສ່ຍົກຊົງນອນເລີຍ, ບໍ່ຕ້ອງຢ້ານເສຍຊົງຫວ່ງສຸຂະພາບ

ແລະ ຊີວິດເຣົາດີໄວ້ກວ່າ


5. ອັນນີ້ເຫມາະກັບທຸກເພດເລີຍ ອິອິອິອິ (ຢ່າຫລັບນອນກັບ Husband or wife ຂອງຄົນອື່ນ)

ເພາະທ່ານອາດຈະບໍ່ໄດ້ຕື່ນຂື້ນມາອີກເລີຍ ບໍ່ຊັ້ນທ່ານອາດຈະພິການໄດ້ ອິອິອິອິ


(ຂໍ້ມູນທັງ 5 ນີ້ ແມ່ນຫມູ່ຂ້ານ້ອຍສ່ົງມາໃຫ້ອ່ານເລີຍເອົາມາຝາກຫມູ່ເພືື່ອນອ່ານຕໍ່ໆກັນ)

ຫມູ່ເພື່ອນອາດຈະອ່ານໄວ້ເພື່ອເປັນຄວາມຮູ້ເສີມ & ຮູ້ໄວ້ກໍ່ບໍ່ເສຍຫາຍ ^^







ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 31 ຄຳເຫັນ ແລະ 0 trackback(s)

ພໍດີ​ໄດ້​ຮັບ​ຂໍ້ຄວາມ​ດີ​ມີ​ປະ​ໂຫຍ​ດ ກໍ່​ເລີຍ​ເອົາ​ມາ​​ຝາກ​ຫມູ່​ເພື່ອນ

1000 ລາວ​ກັນ​ອີກ​ຄັ້ງກ່ຽວ​ກັບ​ເລື່ອງ​ສຸ​ຂະ​ພາບ​ກັນ​ອີກ​ແລ້ວ

ຈະ​ບໍ່​ເວົ້າ​ຫຍັງ​ຫລາຍ ​ໄປ​​ຮູ້ຈັກ​ກັບ​ຄຳ​ເຕືອນ​ທີ່​ມີ​ປະ​ໂຫຍ​ດກັນ​ເລີຍ

 

  1. ຖ້າ​ເຮົາ​ຈະ​ຟັງ​ໂທລະສັບກໍ​ໃຊ້​ຫູ​ຊ້າຍ​ຟັງ Answer the phone by LEFT ear
  2. ຢ່າ​ດື່ມກ​າ​ເຟ​ເຖິງ 2 ຄັ້ງ​ຕໍ່​ມື້ Do not drink coffee TWICE a day
  3. ຢ່າ​ກິນ​ຢາ​ພ້ອມ​ກັບ​ນ້ຳ​ເຢັນ (​ໃສ່​ນ້ຳກ້ອນ) Do not take pills with COOL water
  4. ຢ່າ​ກິນ​ອາ​ຫານ​ຫລາຍ​ຫລັງ​ຈາກ 5 ​ໂມງ​ໄປ​ແລ້ວ Do not have HUGE meals after 5pm
  5. ລົດ​ອາຫານ​ປະ​ເພດ​ໄຂມັນ​ລົງ​ຈາກ​ທີ່​ເຄີຍ​ກິນ Reduce the amount of OILY food you consume
  6. ດື່ມນ້ຳ​ໃຫ້​ຫລາຍໆ​ໃນ​ຕອນ​ເຊົ້າ ​ແລະ ລົດ​ນ້ຳນ້ອຍ​ລົງ​ໃນ​ຕອນ​ກາງຄືນ Drink more WATER in the morning, less at night
  7. ຢ່າ​ຫ່າງໆ​ຈາກ​ການ​ຊາສ໌​ແບັດ​ໂທລະສັບ​ມື​ຖື Keep your distance from hand phone  CHARGERS
  8. ຢ່າ​ໃຊ້​ອຸປະ​ກອນ​ຫູ​ຟັງ​ເປັນ​ເວລາ​ດົນ​ໆ Do not use headphones/earphone for LONG period of time
  9. ​ເວລາ​ທີ່​ດີ​ທີ່​ສຸດ​ສຳ​ຫລັບ​ການ​ນອນ​ພັກຜ່ອນຄື: 20:00-6:00 ​ໂມງ Best sleeping time is from 10pm at night to 6am in the morning
  10. ຢ່າ​ລົ້ມ​​ໂຕນ​ອນທັນທີ​ຫລັງ​ຈາກ​ກິນ​ຍາ​ກ່ອນ​ນອນ Do not lie down immediately after taking MEDICINE before sleeping
  11. ​ເມື່ອ​ໂທລະສັບ​ຫລື ​ແບັດ​ເຕີ​ຣີ ​ເຖິງ​ຂີດ​ສຸດ​ທ້າຍພະຍາຍ​າມຢ່າ​ໃຊ້​ເພາະ​ມັນ​ຈະ​ມີ​ຄື້ນ​ແມ່​ເຫລັກ​ໄຟຟ້າ​ເຖິງ 1.000 ​ເທົ່າ​ຕົວ When battery is down to the LAST grid/bar, do not answer the phone as the radiation is 1.000 times

 

       ຂອບ​ໃຈ​ທຸກ​ຄົນ​ທີ່​ອ່ານ​ຈົບ ^^

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ຮ່າງກາຍຂອງເຮົາ

ເວົ້າເຖິງເລື່ອງສຸຂະພາບຂອງຮ່າງກາຍແລ້ວ ໃຜໆກໍ່ໃຫ້ຄວາມສຳຄັນ

ແລະ ບາງຄົນກໍ່ຍັງບໍ່ຮູ້ຜົນທີ່ຕາມມາ

ຖ້າວ່າເຮົາບໍ່ຫ່ວງໃຍ ແລະ ເມີນເສີຍແລ້ວອາດຈະມີຜົນດັ່ງ

ແລະ ຄວາມຮູ້ກ່ຽວກັບຮ່າງກາຍຂອງເຮົາຕໍ່ໄປນີ້:


1. ແສງສະຫວ່າງໃນຍາມກາງຄືນ ອາດຈະເພີ່ມຄວາວສ່ຽງໃນການເກີດເປັນ

ມະເຣັງເຕົ້ານົມໄດ້ຈິ່ງບໍ່ຄວນເປີດໄຟປະໄວ້ເວລານອນ


2. ການນອນບໍ່ພໍສົ່ງຜົນຕໍ່ເມັດເລືອດຂາວ

ແລະກົນໄກການຕອບສະຫນອງພູມຄຸ້ມກັນຕ່າງໆ ຂອງຮ່າງກາຍ

ເຮັດໃຫ້ເຈັບປ່ວຍງ່າຍ ເມື່ອເຈີກັບເຊື້ອໂລກ...


3. ອົດນອນເລື້ອຍໆເຮັດໃຫ້ຣໍໂມນຫລັ່ງຫນ້ອຍລົງ

ຮ່າງກາຍຮູ້ສຶກຢາກອາຫານຫລາຍຂື້ນ

ເຖິງຈະກິນອາຫານຈົນໄດ້ພະລັງງານພຽງພໍແລ້ວກໍ່ຕາມ


4. ຮ່າງກາຍທີ່ບໍ່ໄດ້ນອນພັກຜ່ອນຢ່າງເຕັມອີ່ມ

ຈະໃຊ້ອິນຊູລິນໄດ້ຫນ້ອຍລົງຈິ່ງມີໂອກາດເປັນໂລກ

ເບົາຫວານສູງກວ່າປົກກະຕິ


5. ຫມັ່ນສັງເກດ 44 ໂຕເອງຫາກເຫັນວ່າເປັນສີເຫລືອງເຂັ້ມ

ຜິດປົກກະຕິສະແດງວ່າຮ່າງກາຍກຳລັງຂາດນ້ຳ


6. ຮ່າງກາຍແຕ່ລະຄົນຕ້ອງການນ້ຳບໍ່ຄືກັນ

ສະນັ້ນຄວນດື່ມນ້ຳໃຫ້ຫລາຍພຽງພໍ

ທີ່ຈະ 44 ໄດ້ ທຸກໆ 3-4 ຊົ່ວໂມງ


7. ຕະຄິວເກີດຈາກຮ່າງກາຍຂາດນ້ຳ ແລະ ເກືອແຣ່

ການດື່ມນ້ຳ ແລະ ຫມາກໄມ້ສົດໃນຈຳນວນຫລາຍໆ

ຈະຊ່ວຍລົດການເປັນຕະຄິວໄດ້


8. ໃນແຕ່ລະມື້ເລືອດໃນໂຕໄຫລວຽນ ທົ່ວຮ່າງກາຍ

ຄິດເປັນເສັ້ນທາງໄດ້ປະມານ 60.000 ໄມ

ຫລື 96.000 ກິໂລແມັດ ເຊິ່ງຖືວ່າເປັນການ

ເດີນທາງທີ່ຫລາຍກວ່າການເດີນທາງຮອບໂລກ 2 ຮອບເສຍອີກ


9. ໃນຊ່ວງຊີວິດຂອງຄົນໆ 1 ... ຫົວໃຈເຕັ້ນປະມານ

3 ພັນລ້ານຄັ້ງ ຫລື ປະມານມື້ 1 ລະ ແສນຄັ້ງ.....


ສະນັ້ນຫມູ່ເພື່ອນ 1000 ລາວທຸກຄົນກໍ່ຈົ່ງຮັກສາສຸຂະພາບ

ຂອງຕົນໃຫ້ມີສຸຂະພາບແຂງແຮງ

ແລະ ຢູ່ນຳ 1000 ລາວຕະຫລອດໄປ alt











ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄຳຄົມດົນໃຈ


ອາລົມໂມໂຫເຂົ້າປະຕູຫນ້າ

ສະຕິປັນຍາກໍ່ອອກປະຕູຫລັງ


ໂທດຄົນອື່ນແກ້ໄຂຫຍັງບໍໄດ້

ແຕ່ໂທດໂຕເອງແກ້ໄຂໄດ້

ຖ້າຈະແພ້ຢ່າອ່ອນແອໃຫ້ໃຜເຫັນ

ຖ້າຈະເປັນຄົນເຂັ້ມແຂງຕ້ອງແກຣ່ງໄວ້

ຖ້າຈະຮ້ອງໃຫ້ກໍ່ຮ້ອງໃຫ້ຫນຳໃຈ

ແຕ່ຂໍໃຫ້ໄດ້ຫຍັງກັບມາຈາກນ້ຳຕາທີ່ເສຍໄປ


ຄົນໂງ່ເທົ່່ານັ້ນມັກອວດຕົນເປັນຄົນສະຫລາດ

ແລະ... ຄົນໂງ່ມັກສະແດງຕົນໃຫ້ຄົນອື່ນເຫັນວ່າໂຕເອງສະຫລາດສະເຫມີ

ຄຸນນະທຳຄວາມດີບໍ່ໄດ້ຢູ່ທີ່ລີ້ນ..ຫາກເກັບໄວ້ໃນໃຈ


ຫມູ່ທີ່ດີມີ 1 ເຖິງຈະຫນ້ອຍ ແຕ່ດີກວ່າຣ້ອຍເພື່ອນຄິດຣິດສະຫຍາ

ດັ່ງກ້ອນເກືອກ້ອນນ້ອຍດ້ອຍລາຄາ

ຍັງມີຄ່າກວ່ານ້ຳເຄັມເຕັມທະເລ


ການຂໍທີ່ບໍ່ຕ້ອງລະອາຍຄື.. ຂໍໂທດ

ການໃຫ້ທີ່ບໍ່ຕ້ອງເສຍຫຍັງເລີຍຄື...ໃຫ້ອະໄພ


ບາງຄົນອາດຈະເຄີຍອ່ານ ຫລືວ່າເຄີຍເຫັນຄຳຄົມເຫລົ່ານີ້ແລ້ວກໍ່ມີເນາະ

ແຕ່ເຖິງແນວໃດກໍ່ຕາມ ເພື່ອຄົນທີ່ຍັງບໍ່ໄດ້ອ່ານແດ່ເນາະ

ເພາະວ່າຂ້າພະເຈ້ົ້າອ່ານແລ້ວຮູ້ສຶກວ່າມັນສອນຫຍັງຫລາຍຢ່າງໃຫ້ເຮົາ

ຄິດ ຄິດ ຄິດ ແລະ ຄິດ alt








ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຕໍ່ຈາກພາບເຫມາະເຈາະ ໂຕທີ່ແລ້ວ

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

 

alt

 

ເຫັນພາບເຫລົ່ານີ້ແລ້ວ ກໍ່ຂໍຍົກນິ້ວໃຫ້ ຕາກ້ອງ ແລະ ນາງແບບ

*-* ນາຍແບບອີກຄັ້ງ *-*
ທີ່ຖ່າຍພາບມາໄດ້ເຫມາະເຈາະຂະຫນາດນີ້ ອິອິອິອິ

Cheer  Cheer Cheer alt

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

altມັນຊ່າງເຫມາະເຈາະແມ່ນຫຍັງປານນີ້

ແບບນີ້ຕ້ອງຍົກນິ້ວໃຫ້ຕາກ້ອງ, ນາງແບບ, ຊາຍແບບຂອງເຮົາ *-*

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ປະຕິທິນນ້ອງຫມາ ປີ 2009

ເຖິງຈະເອົາມາລົງຊ້າກໍ່ຄົງຈະໃຫ້ອາໄພກັນເນາະ ອີອີີອິ

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

alt

 

alt

 

ເຫັນແລ້ວຫນ້າຣັກດີກະເລີຍເອົາມາຝາກ ເພື່ອນໆໆ ພັນລາວທຸກຄົນ ^^

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ເອົາລົດໄປຕິດແກ໊ສມາ.. ຊ່າງບອກວ່າເຕີມເທື່ອດຽວໃຊ້ໄດ້ຕັ້ງ

ດົນໆໆໆໆໆໆ ຫນ້າສົນໃຈດີ ອີອີອີ

alt

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

ຫມູ່ເພື່ອນຄິດວ່າອາຊີບໃດທີ່ສ່ຽງທີ່ສຸດດດດດດດດ

ແຕ່ເຂົາວ່າກັນວ່າ ອາຊີບສຸດທ້າຍສ່ຽງກວ່າຫມູ່ ອິອິອິ

 

alt

 

alt

 

alt

 

alt

 

alt

 

alt

 

alt

 

alt

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2009 | ມີ 38 ຄຳເຫັນ ແລະ 0 trackback(s)

ການໃສ່ກະໂປ່ງສັ້ນຢູ່ໃນຫ້ອງແອເປັນປະຈຳຈະເຣັດໃຫ້ຂາໃຫຍ່ໄດ້

 

ການທີ່ສາວໆໆທັງຫລາຍທີ່ມັກນຸ່ງກະໂປ່ງສັ້ນໃນຫ້ອງແອເປັນກະຈຳ

ອາດຈະເຮັດໃຫ້ຂາໃຫຍ່ໄດ້ ເພາະວ່າ ຊ່ວງຂາທີ່ຢູ່ນອກກະໂປ່ງ

(ສ່ວນທີ່ກະໂປງຍາວບໍ່ປົກຂາ) ຈະເກີດມີການສະສົມໄຂມັນເປັນພິເສດ

ເພື່ອປັບສະພາບໃຫ້ເຫມາະສົມ ແລະ ເຂົ້າກັບອາກາດໃນຫ້ອງແອ ເຊິ່ງ

ຜິວຫນັງຈະເຈີກັບຄວາມຫນາວເຢັນຂອງອາກາດໃນຫ້ອງແອ

ເຊິ່ງຈະກໍ່ໃຫ້ເກີດເຊວລູໄລ (ໄຂມັນ) ອີອີອີ

 

ແລ້ວສຸດທ້າຍກໍ່ໃຫຍ່ອອກ ໃຫຍ່ອອກ

ຈາກຂາທີ່ຣຽວງາມ ກາຍເປັນ ຂາຫມູ ໄດ້ເດີ້ ອີອີອີ

ເວົ້າຢອກມັນກ່ຈະບໍ່ນຽນຣຽບງາມແບບເກົ່າຫັ້ນນະ alt

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ແມ່ນຫຍັງຈະຫມຸນຫລາຍຂະຫນາດນັ້ນ

ອີອີອີີອີ ຫມູ່ເພື່ອນຕ້ອງລະວັງແດ່ເດີ້

ຢູ່ຫມຸນເພີນຫລາຍດຽວຈະເປັນແບບນີ້

ອິອິອິິອິອິອິອິອ

alt

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ຄວາມຮັກຂອງຫົວຫນ້າທີ່ມີຕໍ່ລູກນ້ອງ......

ຊ່ວງເລີ່ມຕົ້ນ  Begining...

ຫົວຫນ້າ: ເຮັດໂຕໃຫ້ດີໆ ດຽວກໍ່ຈະສະບາຍເອງ

Boss: Be good, U will be fine

 

alt

ຜ່ານໄປ 1 ອາທິດ ( After a week...)

ຕ້ອງເຮັດວຽກໃຫ້ຫລາຍຂື້ນ

Must be work hard

alt

ຜ່ານໄປ 1 ເດືອນ ( After a month...)

ຕ້ອງເຮັດວຽກໃຫ້ຫລາຍຂື້ນໃນຊ່ວງພາວະເສດຖະກິດຕົກຕ່ຳເຂົ້າໃຈບໍ່!

Must work hard during recession u know!

alt

ຜ່ານໄປ 3 ເດືອນ ( After a quarter...)

ເຈົ້າເຂົ້າໃຈບໍ່ຕ້ອງເຮັດວຽກໃຫ້ຫລາຍຂື້ນກວ່ານີ້໋!!!!

Can u hear me, u must work hard !!!!

alt

 

ອິອິອິອິ ຈົບ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

 

alt

ສາວຮຽບຮ້ອຍ

 

alt

ເທ້

alt

ສາວຫນ້າຮັກ

alt

ສາວຫວານ

alt

 

alt

alt

alt

alt

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເຄີຍຄິດຢາກເຮັດແບບນີ້ກັບໃຜບໍ່ ອິອິອິອິ

alt

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ອ່ານເຕີອນໃຈກັນອີກຄັ້ງ..... ຖ້າວ່າສອນບໍ່ທັນ

ເອົາໄວ້ສອນລູກ ....ສອນຫລານກໍ່ຍັງດີ

 

ວຽກແສນຫນັກ....

alt

ທາງອີກແສນໄກ.....ໃຜຕໍ່ໃຜ......ທະຍອຍກັນແຊງໜ້າເຣົາໄປ.......

alt

ເມື່ອຍແສນເມື່ອຍ... ກັບພາລະເທິງບ່າ ມີທາງຈະລົດພາລະນີ້ໄດ້ແດ່ຫລື ບໍ່?

alt

ຕັດສິນໃຈ....ລົດພາລະທີ່ແບກຢູ່

alt

ຣ່າ !!!! ເບົາ....ສະບາຍກວ່າເກົ່າຫລາຍຂື້ນ....

alt

ເພື່ອໃຫ້ເດີນທາງສະດວກສະບາຍຂື້ນ...ລົດພາລະລົງຕື່ມອີກດີກວ່າ

alt

ຂື້ນມາຢູ່ແຖວຫນ້າ....ແຊງຄົນອື່ນໄດ້ສະບາຍ

(ອິອິອິ...ຄົນອື່ນຂາດໄຫວພິບ ບໍ່ຮູ້ຈັກລົດພາລະຄືຄົນສະຫລາດເຊັ່ນເຮົາ ອິອິອິ)

alt

ໂອ້!!!!! ພະເຈົ້າ!!! ແມ່ນຫຍັງກັນນິ...

ທາງຫນ້າເປັນທາງຂາດ ແລ້ວຈະຂ້າມໄປໄດ້ແນວໃດ....

alt

ເມື່ອຄົນທາງຫລັງ... ທີ່ແບກພາລະເຕັມທີ່...ເດີນທາງມາເຖິງ......

ຈຶ່ງໄດ້ຮູ້ວ່າ......

ພາລະທີ່ເຮົາແບກໄວ້ມາຕະຫລອດຫົນທາງອັນຍາວໄກ... ທີ່ແທ້...

ຄືສະພານທີໃຊ້ເປັນຂົວ..... ເພື່ອຂ້າມທາງຂາດໄປ.....

alt

ຫີບໃຊ້ຂອງເຮົາເອງ... ຈະໄດ້ຂ້າມໄປໄດ້ແບບນັ້ນ

ແຕ່... ເປັນຫຍັງບໍ່ເປັນແບບນັ້ນ !!!

alt

ທີ່ຂ້າມໄປບໍ່ໄດ້ເພາະໃຜ???

ເພາະໂຕເຣົາເອງ.... ຂາດຄວາມພຽນ

ຂາດຄວາມມະນະອົດທົນ... ຂາດຄວາມພະຍາຍາມ

ຂາດຄວາມຫມຸ່ງຫມັ້ນ..... ຂາດຄວາມຕັ້ງໃຈຢ່າງແທ້ຈິງ

 

alt

**ດັ່ງນັ້ນ, ພວກເຮົາຄວນເຮັດວຽກທີ່ຮັບຜິດຊອບໃນປັດຈຸບັນ

ໃຫ້ດີທີ່ສຸດ, ຢ່າຄິດລົດວຽກງານລົງ ເພາະເຫັນແກ່ຄວາມສະບາຍ

ເພາະ... ວຽກຄືສະພານ ສູ່ຄວາມສຳເລັດໃນພາຍພາກຫນ້າ

ຂອງເຮົາເອງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ທ່ານສັງເກດສັນຍາລັກຂອງ Logo ແຕ່ລະປະເພດແລ້ວເບິ່ງວ່າ

ແຕ່ລະ Logo ນັ້ນມັນມີຫຍັງແຝງຢູ່ນຳ

 

alt

alt

alt


ໃນບັນດາ 03 ຮູບນີ້ ທ່ານສັງເກດເຫັນ ເຄື່ອງຫມາຍ ທີ່ແຝງມານຳແລ້ວບໍ່ ອີອີອີ

ຖ້າເຫັນແລ້ວ ມັນແມ່ນສິ່ງດຽວກັບ ຄຳສະເຫລີຍນີ້ບໍ່??

 

1. Logo FedEx  ລະຫວ່າງ ໂຕ E ແລະ ໂຕ X  ມັນຈະມີລູກສອນແຝງຢູ່ນຳ

2. Logo ຂອງສາຍການບິນ Jetstar ລະຫວ່າໂຕ ອັກສອນ T ກັບຮູບດາວ ກໍ່ມີລູກສອນເຊັ່ນກັນ

3. Chocolate ຊື່ດັງຢີ່ຫໍ້ Toblerone ຂອງ ສະວິດເຊີແລນ ມີLogo ເປັນຮູບພູເຂົາ Matterhorn

    ແຕ່ຖ້າເຣົາສັງເກດໃຫ້ດີໆ ຈະເຫັນຮູບໂຕຫມີແຝງຢູ່ໃນພໍເຂົານັ້ນ  

 


ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

ຊາດທີ່ແລ້ວຕາຍຍ້ອນຫຍັງ ແບບ ຣາ ຣາ

ໃຫ້ເອົາຂໍ້ຄວາມ ( ເກີດວັນທີ + ເກີດເດືອນທີ + ເກີດວັນ ບວກເຂົ້າກັນ

ແລ້ວເຮົາຈະຮູ້ວ່າຊາດທີແລ້ວມໍລະນະກຳເພາະຫຍັງ ອິອິອິອິ)

ຕົວຢ່າງ:  ທ້າວ ກ       27 ຖືກເກ + 5 ເອົາສໍຈິ້ມຕາຕາຍ + ຈັນ ເພາະໄປຍາດກິນອົມຍິ້ມເຂົາ

= ຖືກເກເອົາສໍຈິ້ມຕາຕາຍ ເພາະໄປຍາດກິນອົມຍິ້ມເຂົາ

**************************************************************************

ເກີດວັນທີ

  1. ຖືກຫມູ່ຂ້າງບ້ານ
  2. ຖືກຄົນບ້າ
  3. ຖືກຄົນແກ່
  4. ຖືກຂໍທານ
  5. ຖືກຫມາບ້າ
  6. ຖືກອາແປະ
  7. ຖືກອ້າຍ
  8. ຖືກນ້ອງຊາຍ
  9. ຖືກເອື້ອຍ
  10. ຖືກນ້ອງສາວ
  11. ຖືກຄົນໂລກຈິດ
  12. ຖືກອາມ້າ
  13. ຖືກພະນັກງານເສີບ
  14. ຖືກເມຍ
  15. ຖືກຄົນຕ່າງຊາດ
  16. ຖືກເດັກວັດ
  17. ຖືກເອລ້ຽນ
  18. ຖືກມະນຸດຕ່າງດາວ
  19. ຖືກຄົນຕ່າງດ້າວ
  20. ຖືກຄົນຂາຍຢາບ້າ
  21. ຖຶກນັກທຸລະກິດ
  22. ຖຶກຄົນເກັບປີ້ລົດເມ
  23. ຖືກແມ່ບ້ານ
  24. ຖືຶກພໍ່ບ້ານ
  25. ຖືກຄົນຂັບລົດຈຳໂບ້
  26. ຖືກຄົນໃນບອດປະມູນ
  27. ຖືກເກ
  28. ຖືກພໍ່ຄົວ
  29. ຖືກເດັກນ້ອຍເກີດໃຫມ່
  30. ຖືກຂໍທານ
  31. ຖືກ CM

***********************************************************************

ເກີດເດືອນທີ

  1. ຍິງຫົວຕາຍ
  2. ລຸມໂຊມຕາຍ
  3. ວາງເປືອກກ້ວຍໄວ້ຈົນພະລາດລົ້ມຫົວນອກພື້ນຕາຍ
  4. ຈິ້ມຕູດຕາຍ
  5. ເອົາສໍຈິ້ມຕາຕາຍ
  6. ສັ່ງໃຫ້ລົດທັບຕາຍ
  7. ໂຊດສະແລມຕາຍ ( ແບບໂມຍປ້ຳຫັ້ນນະອີອີອິ)
  8. ໃຊ້ມີດແທງຕາຍ
  9. ຂັດຂາລົ້ມຫົວຟາດພື້ນຕາຍ
  10. ຍູ້ຕົກຂັ້ນໃດຕາຍ
  11. ວາງຢາໃນຂອງກິນຈົນຕາຍ
  12. ຖືກຊ້ອມຈົນຕາຍ

*******************************************************************

ວັນເກີດ

ຈັນ: ເພາະໄປຍາດກິນອົມຍິ້ມເຂົາ

ອັງຄານ: ເພາະໄປລໍ້ເຂົາເລື່ອງຫນ້າຕາ

ພຸດ: ເພາະໄປເບິ່ງຫນ້າກວນ Teen ໃສ່ເຂົາ

ພະຫັດ: ເພາະໄປຍ່າງໂຍກໃສ່ເຂົາ

ສຸກ: ເພາະໄປເຮັດຫນ້າຫີ່ນໃສ່ເຂົາ

ເສົາ: ເພາະໄປຕຳເຂົາຈົນເຮັດໃຫ້ໃບຫວຍລາງວັນທີ 1 ຕົກທໍ່

ອາທິດ: ເພາະຕົບຫົວເຂົາ

 

 

ຕາຫລົກ ຕາຫລົກ ຣາໆ ຢ່າຄິດຫລາຍ ເພາະວ່າໄປ Copy ເຂົາມານະ alt

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

 ເຫດຜົນຂອງລູກ 

altມີຄວບຄົວຫນື່ງຖານະຂ້ອນຂ້າງດີແດ່

ມີ ລູກນຳກັນ 3 ຄົນ ໂດຍມີຊາຍ 2 ແລະ ຍິງ 1

ເຊິ່ງຄອບຄົວນັ້ນຈະ ມີຄົນໃຊ້ສາວ 1 ຄົນເຣັດວຽກນຳດົນແລ້ວ

ເຊິ່ງເປັນເອື້ອຍລ້ຽງໃຫ້ແກ່ລູກໆຂອງພວກເຂົາ

ມາມື້ 1 ໃນຂະນະທີ່ພໍ່ບໍ່ຢູ່ ( ອອກໄປວຽກນອກ)

ຍັງເຫລືອແຕ່ແມ່ ແລະ ລູກໆ ຢູ່ນຳກັນ

ແລະ ໃນຕອນນັ້ນເອງແມ່ຈິ່ງເກີດຄວາມຄິດ

ຢາກຮູ້ວ່າເວລາລູກໆ ໃຫຍ່ຂື້ນມາຢາກເປັນຫຍັງ

ແມ່ເລີຍຖາມອອກໄປວ່າ: ເວລາລູກໆ ໃຫຍ່ຂື້ນ

               ມາລູກໆ ຢາກເປັຍຫຍັງ??

ລູກຊາຍ1: ລູກຢາກເປັນທະຫານ ຈະໄດ້ປ້ອງກັນປະເທດຊາດ

ລູກຊາຍ2: ສ່ວນລູກຢາກເປັນ ຫມໍ ຈະໄດ້ຮັກສາຄົນປ່ວຍ

                ແລະ ເບິ່ງແຍງພໍ່, ແມ່ ແລະ ຄຄ ໄດ້ເວລາເກີດ

               ມີໃຜບໍ່ສະບາຍຂື້ນມາ ແລະ ຊ່ວຍຮັກສາຄົນ ເັບ

ແມ່:         ດີໆໆ ລູກ!!!

               ແລ້ວລູກສາວແມ່ລະ ຢາກເປັນຫຍັງ??

ລູກສາວ:  ລູກບໍ່ແມ່... ລູກຢາກເປັນຄົນໃຊ້ ອິອິອິ

ແມ່:        (ເກີດອາການງົງສຸດຂີດ) ເປັນຫຍັງຈຶ່ງຢາກເປັນຄົນໃຊ້ລະລູກ??

ລູກສາວ:  ອືມມມມ.. ກະລູກຢາກໃຫ້ພໍ່ກອດລູກດົນໆ & ຕະຫລອດເດລະ

 

 

 

                                                ຈົບ....

 

ອິອິອິ ເຫດຜົນທີິ່ລູກສາວຢາກເປັນຄົນໃຊ້ນັ້ນ ໃຫ້ຄິດເອົາເອງເດີ້ ອີອີອີ

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ຊຶ້ງໆໆໆໆໆ

 

ມີແມ່ຕູ້ຄົນໜຶ່ງອາຊີບຂາຍເຂົ້າຫນົມຄົກ

ແຕ່ຂາຍໄດ້ບໍ່ຄ່ອຍດີປານໃດ ເພາະວ່າເປັນຂະຫນົມບໍ່ນິຍົມກັນເທົ່າໃດ

ແຕ່ທຸກໆເຊົ້າຈະມີຊາຍຫນຸ່ມຫນ້າຕາດີຄົນຫນື່ງ

ມາຊື້ຈະຫນົມກັບຍາຍທຸກມື້ ໂດຍຊາຍຫນຸ່ມຈະຍື່ນເງິນໃຫ້ຍາຍຄົນນັ້ນ

5.000 ກີບ ທຸກໆມື້ ໂດຍບໍ່ໄດ້ເອົາເຂົ້າຫນົມໄປເລີຍ

ແຕ່ຊາຍຫນຸ່ມຄົນນັ້ນກໍ່ເຮັດເຊັ່ນນີ້ມາຕະຫລອດ ບໍ່ມີຂາດ

ຍາຍກໍ່ໄດ້ແຕ່ວ່າຂອບໃຈທຸກຄັ້ງ

ຢູ່ມາມື້ຫນື່ງຊາຍຫນຸ່ມຄົນນັ້ນ ກໍ່ເຮັດແບບເກົ່າ ໂດຍຍື່ນເງິນໃຫ້ຍາຍ

5.000 ກີບ ແລ້ວກຳລັງຈະຍ່າງຈາກໄປ ແຕ່ຄາວນີ້ຍາຍໄດ້ຈັ

ແຂນຊາຍຫນຸ່ມຄົນນັ້ນໄວ້ ແລ້ວເອີ່ຍປາກອອກມາວ່າ:

" ລູກໆ"  ຊາຍຄົນນັ້ນກໍ່ຟ້າວຕອບກັບວ່າ:

"ຍາຍ, ຍາຍບໍ່ຕ້ອງສົງໃສ ຫລື ເອີ່ຍຖາມຫຍັງດອກ

ທີ່ຫລານເຮັດແບບນີ້ ກໍ່ເພາະວ່າຫລານຢາກຊ່ວຍຍາຍ"

(ໂດຍຕອບແລ້ວກໍ່ຍິ້ມພ້ອມຢ່າງອ່ອນໂຍນ) ຊຶ້ງໆໆໆໆ

ຍາຍເບິ່ງຫນ້າແລ້ວຍິ້ມຢ່າງອ່ອນໂຍນຕອບກັບ

ແລ້ວເວົ້າວ່າ: .........

>

>

>

>

ບໍ່ດອກຫລານ.... ຍາຍພຽງຈະບອກຫລານວ່າ:

" ເຂົ້າຫນົມຄົກຂື້ນລາຄາຖົງລະ 6.000 ກີບ ແລ້ວ"

 

 

ອິອິອິອິອິອິອິອິ ຍາຍມາເຮັດຄັກແທ້

ມີຂື້ນລາຄາອີກເນາະ ຣ່າາາາາາາາາ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 9 ຄຳເຫັນ ແລະ 0 trackback(s)


ກາລະ​ຄັ້ງ​ຫນຶ່ງ​ດົນ​ນານ​ມາ​ແລ້ວ... ມີ​ສາວ​ງາມ​ຄົນ​ຫນື່ງທ່າ​ທາງ​ກຸ້ມ​ໃຈ​

ໄດ້​ມາ​ຫາ​ແມ່​ເພື່ອ​ຂໍ​ຄຳ​ປຶກສາ​ວ່າ​ຈະ​ໃຊ້​ຫຍັງ​ເປັນ​ຂອງ​ຂວັນ​ວັນ

Valentine ​ໃຫ້​ກັບ​ແຟນຫນຸ່ມ​ດີ

ລູກສາວ: “​ແມ່​ຈາ ​ມື້​ອື່ນ​ກໍ່​ຈະ​ຮອດ​ວັນ Valentin

                     ແລ້ວຈະ​ຊື້​ຫຍັງ​ໃຫ້​ແຟນລູກ​ດີ”

 

​ແມ່:   ​“ແລ້ວ​ແຟນລູກ​ເປັນ​ຄົນ​ແນວ​ໃດ​ລະ”

 

ລູກ​ສາວ: ​ເປັນ​ຄົນ​ດີ​ຫລາຍ, ຫລໍ່​ເຂົ້າ​ຂັ້ນ​ນາຍ​ແບບ, ມີ​ຄວາມ​ຮັບຜິດຊອບ

       ​      ໂດຍ​ສະ​ເພາະ ​ບໍ່​ສູບຢາ, ບໍ່​ກິນ​ເຫລົ້າ, ບໍ່​ຫລິ້ນ​ການ​ພະນັນ ​

             ແລະ ບໍ່​ເຈົ້າຊູ້​ອີກ​ຕ່າງຫາກ”

 

​ແມ່: ​ ແລ້ວ​ລາວ​ມີ​ອ້າຍ​ນ້ອງ​ກັນ​ຈັກ​ຄົນ

 

 

ລູກ​ສາວ: ​ລາວ​ເປັນ​ລູກຄົນ​ດຽວ

​ແມ່: ​ແລ້ວ​ຫນ້າ​ທີ່​ການ​ງານ​ຂອງ​ລາວ​ລະ​ລູກ

ລູກ​ສາວ: ລາວ​ຈົບ​ Doctor ມາ​ຈາກ​ເມືອງ​ນອກ

       ຫນ້າ​ທີ່ການ​ງານ​ລະດັບ​ຜູ້​ບໍລິຫານ,

       ຖານະ​ທາງ​ບ້ານ​ເຂົ້າ​ຂັ້ນ​ເສດ​ຖີ​ເລີຍ​ລະ​ແມ່ຈາ

V

V

V

V

​ແມ່: ​ເຊື່ອ​ແມ່​ເດີ້​ລູກ.. ​ແມ່​ວ່າ: “​ໃຫ້​ທ່າ” ລາວ​​ເອົາ​ລູກ!!!

 


ບົດນີ້ເປັນພຽງເລື່ອງຊວນຫົວເທົ່ານັ້ນເດີ້


ອິອິອິ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2009 | ມີ 25 ຄຳເຫັນ ແລະ 0 trackback(s)

Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-bidi-font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-bidi-font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}

EFFECTS  OF  COLD  WATER  


Please be a true friend and send

 this article to all your friends you

 care about. For those who like

to drink cold water, this article is

 applicable to you.

ບົດຄວາມນີ້ ສຳລັບຄົນທີ່ມັກກິນນ້ຳເຢັນ ໂດຍສະເພາະ!!


It is nice to have a cup of cold

 drink after a meal.

However, the cold water will

 solidify the oily stuff that you

 have just consumed.


ເວລາໄດ້ກິນນ້ຳເຢັນໆຈັກແກ້ວ

ຫລັງອາຫານ ຮູ້ສຶກວ່າມັນຊື່ນໃຈ

ແມ່ນບໍ່?? ແຕ່ວ່ານ້ຳເຢັນທີ່ເຮົາດື່ມ

ໄປນັ້ນຈະເຮັດໃຫ້ໄຂມັນທີ່ທ່ານ

ຫາແຕ່ກິນເຊົ້າໄປວ່າງກີ້

ຈັບໂຕກັນເປັນໄຂຂື້ນມາ

It will slow down the digestion.

 Once this 'sludge' reacts with

 the acid, it will break down

and be absorbed by the intestine

 faster than the solid food. It will

line the intestine. Very soon, this

 will turn into fats and lead to

cancer. It is best to drink hot

soup or warm water after a meal.
ເຊິ່ງຈະສົ່ງຜົນໃຫ້ການຍ່ອຍອາຫານຊ້າລົງ

ຖ້າຄາບໄຂມັນເຫລົ່ານີ້ໄປເຮັດປະຕິກິລິຍາ

ກັບກົດ ມັນຈະແຕກໂຕ ແລ້ວຈະຖືກດູດ

ຊຶມໄປທີ່ລຳໄສ້ໄຂມັນທີ່ແຕກໂຕນີ້

ຈະດູດຊຶມໄດ້ໄວກວ່າອາຫານທົ່ວໄປແລ້ວ

ຈະເລີ່ມເຄີອບລຳໄສ້ຂອງເຮົາໄວ້ (ດ້ານໃນ)

 ແລະ ໃນບໍ່ຊ້າມັນກໍ່ຈະແປສະພາບ

ເປັນໄຂມັນກ້ອນໆ ແລະ ເປັນເປັນບໍ່ເກີດ

ຂອງມະເຮັງໃນທີ່ສຸດ  


ດັ່ງນັ້ນຄວນດື່ມນ້ຳອຸ່ນຫລັງອາຫານດີກວ່າ  


A serious note about heart

attacks - You should know that

 not every heart attack symptom

 is going to be the left arm hurting.

Be aware of intense pain in the jaw line.


ຂໍເພີ່ມເຕີມກ່ຽວກັບອາການຂອງໂລກຫົວໃຈ

ເວລາທີເກີດອາການ ບໍ່ຈຳເປັນວ່າຈະ

ຕ້ອງເຈັບທີ່ແຂນຊ້າຍສະເຫມີໄປ

ຖ້າວ່າທ່ານມີອາການປວດກາມ ຫລື

ຂາກັນໄກກໍ່ອາດຈະເປັນສັນຍານຂອງ

ໂລກຫົວໃຈໄດ້

You may never have the first

chest pain during the course of

a heart attack. Nausea and intense

sweating are also common

symptoms. 60% of people who

have a heart attack while they are

 asleep do not wake up. Pain in the

 jaw can wake you from a sound

 sleep. Let's be careful and be aware.

 The more we know the better

chance we could survive.
ເຖິງແມ່ນວ່າທ່ານຈະເປັນໂລກຫົວໃຈ

ແຕ່ທ່ານກໍ່ບໍ່ຈຳເປັນຕ້ອງມີອາການເຈັບ         

ຫນ້າເອິກ, ອາການເຫື່ອອອກ, ວິນຫົວ

ປວດ..(ຢາກຂາຍເຂົ້າປຽກ)ກໍ່ເປັນອາການ

ທີ່ເກີດຂື້ນໄດ້ກັບໂລກທົ່ວໆໄປ 60%

ຂອງຄົນທີ່ໂລກຫົວໃຈກຳເລີບຂະນະຫລັບ

ຈະບໍ່ຕື່ນ (ອີກເລີຍຫລືບໍ່ກໍ່ບໍ່ແນ່ໃຈເດີ້ ອິອິອິ)

ແຕ່ອາການປວດກາມ ອາດຈະເຮັດໃຫ້ທ່ານ

ຕື່ນຂື້ນມາກາງເດີກໄດ້ ກໍ່ໃຫ້ລະວັງເບິ່ງແຍງ

ສຸຂະພາບຕົວເອງ ຖ້າມີອາການເຫລົ່ານີ້

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

WHO FIGURED THIS OUT?


ຄິດໄດ້ແນວໃດນິນະ???


誰會理解?


INCREDIBLE


ເຫລືອເຊື່ອເລີຍ


太不可思議了!


1) Fold a NEW PINK


$20 bill in half...


1) ລອງພັບເຄິ່ງເງິນໃບລະ 20 ແບບໃຫມ່

 

將一張新的粉紅色20元鈔票對摺



alt


2) Fold again, taking care to


fold it exactly as below


2) ພັບອີກທົບ 1 ທີ່ສະແດງໄວ້ດ້ານລຸ່ມນີ້

小心的如下所示再摺疊


alt


3) Fold the other end, exactly as before


3) ພັບມາຫາກັນອີກດ້ານ ດັ່ງຮູບ


再摺另一邊如下所示


alt


4) Now, simply turn it over...


4) ຈາກນັ້ນລອງພິກເບິ່ງອີກດ້ານ1alt


現在將紙鈔翻面


(是否很像911那天燃燒的...如右下圖所示)

alt




What a coincidence!


ບັງເອີນສຸດປະມານ


多麼的巧合啊
!

A simple geometric fold


creates a catastrophic premonition

 

printed on all $20 bills!!!


ພຽງພັບເງິນທຳມະດາກັບການເປັນພາບລາງບອກເຫດ

ວິນາດສະກຳທີ່ພິມຢູ່ເງິນໃບລະ 20 ຫລຽນ!!!

藉由簡單的摺紙,可怕的災難都預告在20元的紙鈔!

COINCIDENCE? YOU DECIDE.


ຄິດເອງແລ້ວກັນບໍ່ມັນບັງເອີນບໍ່


巧合嗎
? ()說呢!?

As if that
wasn't
enough.
Here is what
you've seen...

ຖ້າຍັງບໍ່ພໍ ລອງເບິ່ງກັນຕໍ່


看來這還不夠
,看看更勁爆的...


Firstly
The Pentagon on fire...


ຕອນທຳອິດກໍ່ຮູບ ເພນຕາກອນ ໄຟໄຫມ້


首先看到了燃燒中的五角大廈


alt


Then
The Twin Towers.


ຈາກນັ້ນກໍ່ເປັນຕຶກແຝດ


接著看到了失火冒煙的美國世貿中心雙子座大樓


alt


..And now .


look


at this!


ແລະ .. ຕອນນີ້ ເບິ່ງອີກ...


現在注意看! 又出現了蓋達國際恐怖組織首腦賓拉登的名字(歐薩瑪)!

alt


TRIPLE COINCIDENCE


ON A SIMPLE


$20 BILL


ບັງເອີນຊ້ຳ3 ໃບເງິນໃນລະ 20 ຫລຽນ


(ພັບດ້ານຫລັງ 3 ທົບ ໂຕຫນັງສືອ່ານໄດ້ວ່າ "ໂອສະມະ")


三重的巧合出現在
20元的紙鈔上


ອິອິອິ ແມ່ນໃຜຢາກພິສູດລອງພັບເບິ່ງເດີ້

ເສຍດາຍຂ້າພະເຈົ້າບໍ່ມີເງິນໃບຫົວ******ດ

ຫົວຟູສີຂຽວໆນຳເຂົາເລີຍບໍ່ໄດ້ລອງ

ພັບເບິ່ງalt

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 10 ຄຳເຫັນ ແລະ 0 trackback(s)


ຈະເຮັດແນວໃດໃນຂະນະທີ່ຂັບລົດຢູ່ຢາງເກີດລະເບີດ

ເລື່ອງນີ້ມີປະໂຫຍດຫລາຍສຳລັບນັກຂັບຂີ່ ແລະ

ເພື່ອນທຸກໆຄົນ ເພື່ອການຂັບໃຫ້ປອດໄພ

ກໍລະນີທີ 1 ເມື່ອຢາງລະເບີດຂະນະຂັບລົດມີຂ້ໍແນະນຳໃຫ້ປະຕິບັດດັ່ງນີ້:


1. ມືທັງສອງຕ້ອງຈັບພວງມະໄລໃຫ້ແຫນ້ນໆຫມັ້ນຄົງ


2. ຖອນຄັນເລັ່ງອອກ


3. ຄວບຄຸມສະຕິໃຫ້ດີຢ່າຕົກໃຈ ເບິ່ງກະຈົກຫລັງເພື່ອໃຫ້ຣູ້ວ່າມີລົດນຳຫລັງມາບໍ່


4. ແຕະ(ຢຽບ) ເບກຢ່າງຄ່ອຍໆ ແລະ ຖີ່ໆ ຢ່າແຕະແຮງເປັນອັນຂາດເພາະວ່າຈະເຣັດ

ໃຫ້ລົດຫມຸນ


5. ຫ້າມຢຽບຄາດໂດຍເດັດຂາດ ເພາະຖ້າຢຽດຄາດລົດຈະບໍ່ເກາະຖະຫນົນ ແລະ

ຈະເຣັດໃຫ້ລົດລອຍໂຕ ແລະ ອາດຈະເຣັດໃຫ້ບັງຄັບລົດໄດ້ຍາກຍິ່ງຂື້ນ

** ອາດຈະເສຍຫລັກເພາະການຢຽບຄາດເປັນການຕັດແຮງບິດຂອງເຄື່ອງຈັກ

ໃຫ້ຂາດຈາກເພົາ


6. ຫ້າມດຶງເບກມືຢ່າງເດັດຂາດ ຈະເຮັດໃຫ້ລົດຫມຸນ


7. ເມື່ອຄວາມໄວລົດລຸງພໍປະມານແລ້ວໃຫ້ເປີດໄຟສັນຍານລ້ຽງເຂົ້າຂ້າງຂວາ


8. ເມື່ອຄວາມໄວລົດລົງລະດັບທີ່ສາມາດຄວບຄຸມໄດ້ໃຫ້ປ່ຽນເກຍຕ່ຳລົງ

ແລະ ຢຸດລົດ

***ຂໍ້ສັງເກດເມື່ອຢາງລະເບີດບໍ່ວ່າລໍ້ຫນ້າຫລືລໍ້ຫລັງກໍ່ຕາມ

* ເມື່ອລະເບີດດ້ານຊ້າຍ ລົດຈະສະແລບໄປດ້ານຊ້າຍກ່ອນ ແລ້ວກໍ່ຈະສະບັດກັບ

ແລະ ສະບັດໄປດ້ານຊ້າຍອີກຄັ້ງ (ສະລັບກັນໄປມາ)

* ແລະ ໃນທຳນອງກົງກັນຂ້າມ ຫາກລະເບີດດ້ານຂວາ ອາການກໍ່ຈະປິ້ນກັບ

(ກົງກັນຂ້າມກັບກໍລະນີດ້ານຊ້າຍ).

***ອຸບັດເຫດຮ້າຍແຮງທີ່ເກີດຂື້ນສ່ວນຫລາຍກໍ່ຄື:

  ຫາກຂະນະຢາງລະເບີດທີ່ລົດກຳລັງແລ່ນຢູ່ທີ່ຄວາມໄວສູງໆ ພໍຢາງລະເບີດຂື້ນມາ

ລົດກໍ່ຈະກິ້ງ (ທະໄຫລ) ທັນທີ ເຊິ່ງເຮັດໃຫ້ເຣັດຫຍັງບໍ່ໄດ້ເລີຍ.

ດັ່ງນັ້ນ ການຂັບລົດທີ່ໃຊ້ຄວາມໄວສູງໆ ຈິ່ງມັກຈະແກ້ໄຂໃນເລື່ອງນີ້

ບໍ່ໄດ້ເລີຍເພື່ອເປັນການປ້ອງກັນອຸບັດເຫດຮ້າຍແຮງທີ່ຈະເກີດຂື້ນ

ໃນຂະນະຂັບລົດຈິ່ງບໍ່ຄວາມຂັບລົດໄວ (ຄວາມໄວທີ່ຖືວ່າປອດໄພໃນ 

DEFENSIVE DRIVING ຄື: ຄວາມໄວບໍ່ເກີດ 100   ກິໂລແມັດ ຕໍ່ຊົ່ວໂມງ)
 
ກໍລະນີທີ 2
  ເມື່ອລົດຕົກນ້ຳ


ໃນກໍລະນີທີ່ລົດເກີດອຸບັດເຫດແລ້ວຕົກນ້ຳໄປໃນແມ່ນ້ຳລຳຄອງໃດໆກໍ່ຕາມ

ລົດຈະບໍ່ຕົກລົງໄປໃນນ້ຳແລ້ວຈົມທັນທີ (ຄືກັບຫິນ ຕົກນ້ຳແຕ່ຈະຄ່ອຍໆຈົມລົງໄປ)

ແລະ ຄ່ອຍໆຈົມລົງຮອດພື້ນ ແລະ ໃນນາທີວິກິດການນີ້:
  
ຄວນຕັ້ງສະຕິໃຫ້ດີ ແລະ ປະຕິບັດຕາມດັ່ງລຸ່ມນີ້
:


1. ປົດ SAFETY BELT ອອກທຸກໆຄົນ ລວມທັງຜູ້ໂດຍສານນຳ

(ໃນກໍລະນີມີຫລາຍຄົນ)


2. ຢ່າອອກແຮງໃດໆ ເພື່ອສະຫງວນການໃຊ້ອາກາດຫາຍໃຈເຊິ່ງມີຢູ່ເປັນ

ຈຳນວນຈຳກັດ


3. ໃຫ້ຍົກສ່ວນຫົວໃຫ້ສູງເຫນືອລະດັບນ້ຳທີ່ຄ່ອຍໆເພິ່ມຂື້ນໃນລົດ


4. ປົດລ໋ອກປະຕູທຸກບານ


5. ຫມຸນກະຈົກລົດໃຫ້ນ້ຳໄຫລເຂົ້າໃນລົດເພື່ອປັບຄວາມດັນໃນລົດ ແລະ

ນອກລົດໃຫ້ເທົ່າກັນ ບໍ່ສະນັ້ນປະຕູລົດຈະເປີດບໍ່ອອກ ເພາະນ້ຳຈາກ

າຍນອກໂຕລົດຈະດັນປະຕູໄວ້


6. ເມື່ອຄວາມດັນໃກ້ຄຽງກັນແລ້ວ ໃຫ້ຍູ້ບານປະຕູອອກໃຫ້ກວ້າງສຸດ ແລ້ວທ່ານ

ກໍ່ອອກຈາກລົດໄດ້ເລີຍ


7. ຈາກນັ້ນທ່ານອາດຈະປ່ອຍໂຕໃຫ້ລອຍຂື້ນເຫນືອນ້ຳຕາມທຳມະຊາດ ຫລື

ອາດຈະລອຍນ້ຳຂື້ນາກໍ່ໄດ້ໃນ

ກໍລະນີ ນີ້ຫາກນ້ຳເລີກຫລາຍອາດຈະເບິ່ງບໍ່ເຫັນວ່າທິດໃດໃຕ້ນ້ຳ ທິດໃດເຫນືອນ້ຳ

ເພາະວ່າມືດໄປຫມົດບໍ່ຄວນ ໃຊ້ວິທີລອຍນຳ້ ເພາະວ່າອາດຈະລອຍໄປໃນທິດທາງ

ທີ່ບໍ່ຂື້ນເຫນືອນ້ຳ (ກໍລະນີເຊັ່ນນີ້ ຄວນປ່ອຍໂຕໃຫ້ລອຍຂື້ນເອງຕາມທຳມະຊາດ)Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-bidi-font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}

ຫລື ລອງເປົ່າປາກເບິ່ງວ່າ ຟອງອາກາດລອຍໄປໃນທິດທາງໃດ ໃຫ້ລອຍນ້ຳໄປໃນ

ທິດທາງທີ່ຟອງອາກາດລອຍໄປ ກໍ່ຈະບໍ່ມີອາການຫລົງນ້ຳ. ນອກຈາກນັ້ນ

ກ່ອນອອກຈາກລົດຖ້າທ່ານມີຜູ້ໂດຍສານທີ່ເປັນເດັກນ້ອຍ ອາດຈະຫນີບ

ເດັກນ້ອຍນັ້ນອອກມາກັບທ່ານ ໄດ້ອີກຫນື່ງຄົນ ດັ່ງນັ້ນຫາກທ່ານ ປະຕິບັດ

ຕາມວິທີການເລົ່ານີ້ກໍ່ຈະຊ່ວຍໃຫ້ຊິວິດຂອງທ່ານປອດໄພໄດ້ ໃນຍາມຄັບຂັນ.

ຢາກໃຫ້ທຸກທ່ານທີ່ອ່ານແລ້ວ ບອກຕໍ່ໆກັນເພື່ອເປັນປະໂຫຍດ

ແກ່ຄົນທີ່ຍັງບໍ່ຮູ້ ແລະ ການເອົາຕົວລອດເວລາເຈີເຫດການແບບນີ້


ເປັນການຊ່ວຍເຫລືອກັນ ຫາກເກີດອຸບັດເຫດເຊັ່ນນີ້ຂື້ນມາ ການມີຄວາມ

ໃນຂັ້ນຕອນການ ຄວບຄຸມລົດແລະ ການປະຕິບັດຕົນ ໃນຂະນະທີ່ເກີດ

ອຸບັດເຫດເຊັ່ນນີ້ ສາມາດຊ່ວຍລົດອັນຕະລາຍ ແລະ ການບບາດເຈັບ

ໄດ້ແນ່ນອນ ຖ້າຈະໃຫ້ດີພິມເກັບໄວ້ໃນລົດຂອງທຸກໆ

ຄົນເລີຍກໍ່ດີ ອີອີີີອີ ເພາະຈະໄດ້ອ່ານທົບທວນກັນໄດ້ (ກັນລືມ)


ດ້ວຍຄວາມປາຖະຫນາດີ ຂໍໃຫ້ທຸກທ່ານຂັບລົດ

ຢ່າງປອດໄພ alt


ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2009 | ມີ 28 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

DO YOU  lOVE SOMEONE THISMUCH?
ທ່ານຮັກໃຜໄດ້ຂະຫນາດນີ້ຫລືບໍ່ ??

A girl and guy were speeding over 100 kmph on the road

on a motorcycle...
ມີຊາຍ-ຍິງຄູ່ຫນຶ່ງຂັບລົດຈັກໂດຍເລັ່ງຄວາມໄວກວ່າ 100 km/h

Girl: Slow down. Im scared.
  
altຊ້າໆ!!! ແດ່ ຂ້ອຍຢ້ານນະ alt

Guy: No this is fun.
  
ບໍ່ ກຳລັງມ່ວນຢູ່

Girl: No its not. Please, its too scary!
  
ບໍ່ມ່ວນແລ້ວ ຂໍຮ້ອງລະ ຂ້ອຍຢ້ານຫລາຍ ແທ້ໆໃດ!!!

Guy: Then tell me you love me.
   
ຊັ້ນບອກຂ້ອຍກ່ອນວ່າ ເຈົ້າຮັກຂ້ອຍ

Girl: Fine, I love you. Slow down!
   
ກໍ່ໄດ້ ຂ້ອຍຮັກເຈົ້າ alt ລົດຄວາມໄວລົງສາ

Guy: Now give me a BIG hug.
   
ແລ້ວກໍ່ກອດຂ້ອຍໃຫ້ແຫນ້ນໆalt

Girl hugs him
   
ແລະ ຍິງສາວຄົນນັ້ນກໍ່ກອດຊາຍຄົນນັ້ນ

Guy: Can you take my helmet off & put it on

yourself? Its bugging me.
   
ຖອດເອົາຫມວກກັນນ໋ອກຂ້ອຍໄປໃສ່ສະ ຂ້ອຍລຳຄານນະ

In the paper the next day :( A motorcycle had

crashed into a building because of brake failure.
 
ມື້ຕໍ່ມາ ຫນັງສືພິມລົງຂ່າວ ລົດຈັກຕຳຕຶກ ເນື່ອງຈາກວ່າເບກແຕກ

Two people were on it, but only one had survived.
 
ມີຄົນທີ່ນັ່ງລົດຈັກ  2 ຄົນ ແຕ່ວ່າລອດຄົນດຽວ

The truth was that halfway down the road, the guy

realized that his brakes broke, but he didn't

want to let the girl know.
 
ຄວາມຈິງຄືທາງສາຍນັ້ນເປັນເຄິ່ງສາຍລາດລົງ ຜູ້ຊາຍຄົນນັ້ນຮູ້ວ່າເບກລາວແຕກ

ແຕ່ບໍ່ບອກໃຫ້ແຟນສາວຮູ້

Instead, he had her say she loved him & felt

her hug him one last time, then had her wear

his helmet so that she would live even though

it meant that he would die.
 
ແທນທີ່ຈະບອກໃຫ້ແຟນສາວຮູ້ ແຕ່ຊາຍຄົນນັ້ນໃຫ້ລາວບອກຮັກ ແລະ

ຮູ້ສຶກເຖິງອ້ອມກອດແຟນສາວເປັນຄັ້ງສຸດທ້າຍ ແລ້ວໃຫ້ລາວໃສ່ຫມວກກັນນ໋ອກ

ເພື່ອລາວຈະໄດ້ມີຊີວິດຕໍ່ ເຖິງແມ່ນວ່າຕົນເອງຈະຕາຍໄປກໍ່ຕາມ

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
     ຈົ່ງເລືອກຄຳຕອບຂໍ້ທີ່ຖືກທີ່ສຸດໆໆໆ

.  ຊື້ຫມາກກ້ຽງ 3kg  1kg/3000 kip      ຈ່າຍເງິນ  15.000kip   
     
ຂ.  ຊື້ຫມາກກ້ຽງ 3kg  1kg/3000 kip      ຈ່າຍເງິນ  9.000kip
ຄ.  ຊື້ຫມາກກ້ຽງ 3kg  1kg/3000 kip      ຈ່າຍເງິນ  7.000kip

ງ.  ຖືກທຸກຂ້ໍ
 
 

         ນັກຮຽນ: ປ໋ອງ ນາມສະກຸນ ເລືອດແມ່ແຮງ                  ເລືອກຄຳຕອບ ຂໍ້
 
         ຄູ:.......... altແມ່ນຫຍັງກັນໆໆໆໆ ໂຈດງ່າຍໆໆໆແຄ່ນີ້ຫລານຍັງຕອບຜິດອີກບໍ່ນິນະ!!! 
                        
                           ແບບນີ້ຄູຄົງຈະໃຫ້ຫລານຂື້ນ ປ.4 ບໍ່ໄດ້ແລ້ວລະ
 
 
 
 
 
 
ແລ້ວຫມູ່ເພື່ອນເດ ເລືອກຂໍ້ໃດ ອີອີອີ
 
 
 
 
ຖ້າຢາກຣູ້ .....
 
 
ອ່ານດ້ານລຸ່ມເດີ້ alt
 
 
 
 
 
 
 
 
 
 
 
 
 
 
 




         ລູກສິດ (ປ໋ອງ)....   ອ້າຍກະຖືກແລ້ວເດສາວຄູ alt      
 
 
 
 


ໂຈດໃຫ້ຕອບຂໍ້ທີ່ຖືກສຸດ ຊື້  3kg  ຈ່າຍແຕ່ 7.000kip  ຖືກທີ່ສຸດແລ້ວ

ຂໍ້ອື່ນແພງກວ່າທັງນັ້ນເລີຍ!!!!
  
 
ເອົ້າ!!!!!! ງົງໆໆ!!!!!! 55555555555555


ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ເລື່ອງ: ຈານແຂ້

ເລື່ອງນີ້ບາງຄົນອາດຈະເຄີຍໄດ້ຍິນມາແລ້ວ ບາງຄົນກໍ່ອາດຈະບໍ່ເຄີຍ

ເລື່ອງມີຢູ່ວ່າ: ແຕ່ກີ້ ແຕ່ກ່ອນມີເມືອງໆ 1 ເຊິ່ງຕັ້ງຢູ່ດອນກາງນ້ຳເປັນດອນທີ່ກວ້າງ ແລະ

ມີພະລາຊາເປັນປາມຸກ ເພິ່ນມີລູກສາວ 1 ຄົນ ແລະ ເຖິງອາຍຸກະສຽນທີ່ຈະອອກບ້ານໄດ້ແລ້ວ

ດັ່ງນັ້ນເພິ່ນຈິ່ງຄິດຫາວິທີທີ່ຈະຫາເນື້ອຄູ່ໃຫ້ລູກສາວຂອງເພິ່ນເອງ ໂດຍການຕັ້ງກະຕິກາໄວ້ວ່າ:

ຖ້າແມ່ນໃຜທີ່ສາມາດລອຍນ້ຳຂ້າມດອນຈາກດອນນີ້ໄປຫາອີກດອນຫນື່ງໄດ້ຈະຂອງຕອບແທນ

ດັ່ງນີ້:

1. ໄດ້ແຕ່ງງານກັບລູກສາວພະລາຊາ ພ້ອມ ຍົກບັນລັງໃຫ້ປົກຄອງ

2. ໄດ້ເປັນຂຸນນາງ ແລະ ຊັບສິນເງິນທອງຈຳນວນຫນື່ງ

ແຕ່ວ່າ: ບັນຫາກໍ່ຄື ເມືອງໆນັ້ນເປັນເມືອງທີ່ມີແຂ້ຫລາຍ ເຊິ່ງແມ່ນໃຜກໍ່ບໍ່ສາມາດລອຍນ້ຳຂ້າມ

ອນປອີກດອນນຶ່ງໄດ້ (ຂະຫນາດນົກບິນຜ່ານກະຍັງວ່າ ບໍ່ເຫລືອ) ແຕ່ວ່າແຂ້ມັນຈະເຊື່ອຄຳສັ່ງພະຍາ

ຄົນດຽວເມື່ອຣອດມື້ນັດຫມາຍ ພະຍາບອກອາມາດກ່າວປະກາດ ແຈ້ງການໃຫ້ຊາຍທຸກຄົນ

ມາໂຣມກັນເພື່ອທີ່ຈະຫາຄູ່ໃຫ້ບຸດສາວຂອງຕົນທີ່ມີຄວາມກ້າຫານ, ແຂງແຣງ ສາມາດເບິ່ງ

ແຍງແກ້ວຕາຂອງເພິ່ນໄດ້ ພໍຟັງຈົບແລ້ວ ພະຍາກໍ່ໄດ້ເລີ່ມນັບ 1................................

2........................................................ (ແຂ້ກໍ່ລໍຖ້າທີ່ຈະກິນບັນດາຊາຍໃຈກ້າ

ເຊິ່ງກຳລັງສະເງິີ້ເບິ່ງພະຍາວ່າຍາມໃດຈະຣອດ 3 ) .......................................3

ທັນໃດນັ້ນມີຊາຍຜູ້ 1 ລອຍຂ້າມໄປຣອດເກາະອີກເກາະ 1 ແລ້ວລະ "( ໄປຣອດເກາະນັ້ນ

ກໍ່ຍັງລອຍໆໆໆໆໆໆໆໆໆໆໆ ຢູ່ ອີອີອີອີ ເບິ່ງແມ້ ຈັ່ງແມ່ນລອຍໄວໆໆໆໆ

ແຂ້ກະຍັງບໍ່ທັນຊ້ຳປານນັ້ນວ່າຂະຫນາດນົກບິນຜ່ານກະຍັງບໍ່ເຫລືອ ຄົນຈະໄປເຫລືອ

ຫຍັງເນາະ ວ່າບໍ່ທຸກທ່ານ ອີອີອີອ) ເລົ່າຕໍ່ບາດນິ ໃຜກະສະເງີ້ຫມົດ (ທັງແຂ້ ທັງຄົນ ອີອີອ)

ວ່າລອຍຂ້າມໄປໄດ້ຢ່າງປອດໄພໄດ້ແນວໃດທຸກຄົນກໍ່ຕົບມີຊົມເຊີຍໃນຄວາມກ້າຫານ

ຂອງຊາຍຄົນນັ້ນ ແລະ ພະລາຊາກໍ່ໄດ້ກ່າວຄຳຊົມເຊີຍວ່າ: "ໂອອອອອອອອເກ່ງ

ຫລາຍທີ່ສາມາດຂ້າມໄປໄດ້" ເອົາບາດນິ *********ຈະເອົາຫຍັງເປັນການຕອບແທນalt

ຊາຍຄົນນັ້ນກໍ່ຍັງບໍ່ວ່າຫຍັງເພາະຍັງອິດເມື່ອຍຢູ່

ພະລາຊາຖາມ: ຫ້ວຍ*********ຂ້ຽວເວົ້າມາຢາກໄດ້ຫຍັງ??? ມາເປັນລາດສະບຸດເຂີຍບໍ່??

ຫລືວ່າຈະເປັນຂຸນນາງ

ຊາຍຄົນນັ້ນ: ຍັງຫາຍໃຈຫອບໆໆໆໆຢູ່ ແລະ ຕອບພະຍາໄປວ່າ: ຂ້ານ້ອຍບໍ່ເອົາ

ຫຍັງທັງຫມົດ (ຫອບໆໆໆ)

ພະລາຊາຖາມ: ຫ້ວຍ*********ບໍ່ເອົາຫຍັງແລ້ວ*********ລອຍນ້ຳຂ້າມໄປເຣັດຫຍັງ???????

*********ຂ້ຽວເວົ້າມາ ຫລື ວ່າ*********ຢາກໄດ້ລູກສາວ****** ແລະ ເມືອງທັງຫມົດ

*********ມາເຣັດຫົວໃຫຍ່ຢູ່ນີ້ໃດalt *********ຢາກໄດ້ຫຍັງບອກມາ

ຊາຍຄົນນັ້ນ: ໂອຍຍຍຍຍ!!!!!!ຂ້ານ້ອຍບໍ່ຢາກໄດ້ຫຍັງດອກ, ຂ້ານ້ອຍຢາກໄດ້

ຄົນທີມັນຖີບຂ້ານ້ອຍຕົກນ້ຳຫັ້ນນະ alt ເອົາມັນໄປຕັດຫົວໃຫ້

ຂ້ານ້ອຍແດ່ເຈັບໃຈແຣງalt ທີ່ມັນກ້າຖີບຂ້ານ້ອຍ ເຣັດໃຫ້

ຂ້ານ້ອຍເກືອບຕາຍນິນະ ຂ້ານ້ອຍຈະບໍ່ເອົາຫຍັງທັງຫມົດ

ເອົາແຕ່ບັກມັນຖີບຂ້ານ້ອຍ altaltaltaltaltaltaltaltalt

ພະລາຊາຖາມ: ເມື່ອພະຍາຣູ້ເຊັ່ນນັ້ນກໍ່ຕະລຶງໄປບາດ 1 ແລ້ວ ກ່າວວ່າ

ເອົາແນວນັ້ນກໍ່ໄດ້, ແລ້ວກໍ່ສັ່ງທະຫານຈັບໂຕຜູ້ທີ່ຖີບ

ຊາຍຄົນນັ້ນລົງນ້ຳມາປະຫານຊີວິດ

 

ສຸດທ້າຍຊາຍໃຈກ້າຄົນນັ້ນກໍ່ບໍ່ໄດ້ຫຍັງ ໄດ້ແຕ່ແກ້ແຄ້ນ ແລະ ຄວາມສະໃຈ

ເຣ້ີໆໆໆໆ ກັບຜູ້ທີ່ຖີບຕົນລົງນ້້ຳ

ອີອີອີອີອີີອີ

ເປັນອັນຈົບຂ່າວບາດນິ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຫມົດກໍ່ຂໍສະບາຍດີຫມູ່ເພື່ອນສະມາຊິກພັນລາວທູກຄົນ ແລະ ຫມູ່ເພື່ອນທີ່ເຂົ້າມາຊົມເວບພັນລາວທຸກຄົນ

ເລື່ອງທີ່ຂ້າພະເຈົ້າຈະນຳສະເຫນີນີ້ເປັນເລື່ອງຈິງ ແລະ ເກີດຂິ້ນກັບຂ້າພະເຈົ້າບໍ່ດົນມານີ້

 

ເລື່ອງ: ກໍລະນີ ຕ.ມ ໄທ

 

ມີມື້ຫນຶ່ງຂ້າພະເຈົ້າຕ້ອງໄດ້ເດີນທາງເຂົ້າ ປະເທດໄທ ເພື່ອໄປປະຊຸມ ແລະ ສະຫລອງງານບຸນສົ່ງທ້າຍປີເກົ່າຕ້ອນຣັບປີໃຫມ່ ເຊິ່ງທາງບໍລິສັດ ຈະຈັດຂື້ນທຸກໆໆໆປີ

ເຊິ່ງ ຂ.ຈ ຕ້ອງໄດ້ເດີນທາງໄປພຽງລຳພັງຄົນດຽວ ເພາະຄົນອື່ນໆແມ່ນລໍຖ້າຢູ່ ພຸ້ນຫມົດແລ້ວ, ໃນມື້ນັ້ນເອງເມື່ອເຄື່ອງລົງຈອດທີ່ airport .... (Thailand) ແລະ ຂ.ຈ

ກໍ່ຍ່າງໄປແຈ້ງເຂົ້າເມືອງຕາມຂັ້ນຕອນ ພໍໄປເຖິງຈຸດແຈ້ງຄົນເຂົ້າເມືອງ ປາກົດວ່າມີຄົນມາແຈ້ງເຂົ້າເມືອງເປັນສາຍຍາວ ແລະ ເຕັມທຸກປ່ອງ ເພາະວ່າຊ່ວງນັ້ນເປັນຊ່ວງທີ່ຫາແຕ່ເປີດ

ທຳການໃຫມ່ໆ ຫລັງຈາກທີ່ຢຸດຊົ່ວຄາວ (ຈຸດແຈ້ງຄົນເຂົ້າເມືອງປ່ອງໃດກໍ່ຍາວຢຽດຈົນເກີອບບໍ່ມີບ່ອນຕໍ່ແຖວ) ແຕ່ສັງເກດເຫັນວ່າບ່ອນແຈ້ງຄົນເຂົ້າເມືອງທີ່ຣັບສະເພາະ ຄົນໄທນັ້ນ

ຕໍ່ແຖວປະມານ  2-3 ຄົນ ເມື່ອເປັນດ່ັງນັ້ນພ/ງ (ຍ) ຢູ່airport ໄດ້ບອກໃກ້ຊາວຕ່າງຊາດໄປແຈ້ງຢູ່ທີ່ປ່ອງແຈ້ງຄົນເຂົ້າເມືອງ passport ໄທໂດຍບອກໃຫ້ ຂ.ຈ ໄປຕໍ່ແຖວໄດ້ເລືຍ ແລະ ກໍ່ມີຊາວ

ຕ່າງຊາດມາຕໍ່ແຖວເປັນຈຳນວນຫລາຍເມື່ອເຖິງຄິວ ຂ.ຈ ແລ້ວຂ້າພະເຈົ້າກໍ່ໄດ້ຢືນເອົາ passport ໃຫ້ ແລະ ພ/ງ (ຊ) ຄົນນັ້ນໄດ້ເບິ່ງຫນ້າ ແລະ ຖາມຂ້າພະເຈົ້າດ້ວຍຄຳບໍ່ສຸພາບວ່າ:

" ອ່ານອອກບໍ່" ແລະ ກໍ່ຊື້ໄປຂ້າງເທິງ ມັນຈະມີຫນັງສີ ວ່າ Passport THai only ເຊິ່ງຕອນນັ້ນ ຂ.ຈ ບໍ່ທັນໄດ້ຟັງວ່າ ພ/ງ (ຊ) ຄົນນັ້ນຖາມຫຍັງ ເພາະວ່າ ຂ.ຈ ບໍ່ທັນຟັງ+ຢູ່ຫັ້ນສຽງ

ຂ້ອນຂ້າງດັງແດ່ຫນ້ອຍ 1 ທຳອິດຄິດວ່າ ຂ.ຈ ຟັງບໍ່ຊັດເລີຍຖາມກັບວ່າ: ຖາມຫຍັງນໍ້? ພ/ງ ຄົນນັ້ນຕອບວ່າ: "ອ່ານຫນັງສືບໍ່ອອກບໍ່" ແລະ ໃຊ້ມື້ຊີ້ໄປທາງເທິງທີ່ມີປ້າຍບອກວ່າຣັບສະເພາະ

Passport Thai ບໍ່ເຫັນບໍ່ ອ່ານບໍ່ອອກບໍ່ (ທັງໆທີ່ກ່ອນຫນ້າ ຂ.ຈ ຈະມາຕໍ່ແຖວປ່ອງນີ້ ມີຊາວຕ່າງຊາດແຈ້ງເຂົ້າປ່ອງນີ້ມາກ່ອນແລ້ວ ແລະ ພ/ງຄຸມການຕໍ່ແຖວກໍ່ເປັນຄົນເຊີນ

ໃຫ້ມາຕໍ່ແຖວນີ້ເອງເຊິ່ງກ່ອນຫນ້ານັ້ນຂ້າພະເຈົ້າໄດ້ຢືນຢູ່ປ່ອງ passport  ຕ່າງຊາດແລ້ວ ຍ້ອນສາຍຍາວຢຽດຫລາຍ ພ/ງ (ຍ) ໄດ້ຕັດແຖວວ່າໃຫ້ມາຕໍທາງຄົນໄທນີ້ໄດ້ ຈິ່ງບໍ່ເປັນການ

ເສຍເວລາເພາະວ່າເຄື່ອງກວດຄົນເົຂົ້າເມືອງມັນໃຊ້ບໍ່ໄດ້ຫລາຍເຄື່ອງ) ເມື່ອຂ້າພະເຈົ້າໄດ້ຍິນເຊັ່ນນັ້ນກໍ່ຕອບກັບໄປວ່າ: "ອ່ານອອກ ເປັນຫຍັງຈິ່ງຈະອ່ານບໍ່ອອກ" ແລ້ວພ/ງ ຊາຍຄົນນັ້ນ

ກໍ່ເບິ່ງຫ້ນາ ແລະ ເຣັດກິລິຍາທີ່ທາງບໍ່ພໍໃຈ ແລ້ວກໍ່ຈ້ຳກາເຂົ້າເມືອງ ແລະ ຢື່ນກັບ passport ໃຫ້ແກ່ຂ້າພະເຈົ້າ.

ເຊິ່ງໃນຕອນນັ້ນຂ້າພະເຈົ້າກໍ່ກຳລັງມຶນງົງຢູ່ວ່າເປັນ ພ/ງ (ຊ) ຄົນນັ້ນຈິ່ງຖາມມາແນວນນີ້ ແລະ ເປັນຫຍັງລາວຈິ່ງມາເວົ້າໃຫ້ແຕ່ຂ້າພະເຈົ້າ ແລະ ເປັນຫຍັງຊາວຕ່າງຊາດຄົນອື່ນໆ

ຈິ່ງບໍ່ຖືກຖາມຫຍັງເລີຍແມ້ຈັກຄຳດຽວ (ເຂົ້າໄປ+ ຈຳກາແລ້ວກໍ່ອອກໄປ) ເວລາທີ່ຕໍ່ແຖວ + ແຈ້ງໃຊ້ເວລາເກີອບ ຊົ່ວໂມງເຄິ່ງນິແຫລະ (ແຕ່ບາງຄົນເປັນ 2 ຊມ) ອິອິອິ

ໃນຂໍ້ຄວາມບົດນີ້ຂ້າພະເຈົ້າບໍ່ໄດ້ຫມາຍຄວາມວ່າ ຕ.ມ ໄທທຸກຄົນ, ສະເພາະ ແຕ່ບາງຄົນກໍ່ໃຊ້ກິລິຍາ ແລະ ທ່າທີ ທີ່ບໍ່ຄວນສະແດງອອກແບບນີ້ເບິ່ງແມ່ນມັນເປັນການບໍ່ໃຫ້ຄວາມ

ເຄົາລົບ ແລະ ເປັນການຍາມກຽດສັກສີກັນ. ເຊິ່ງຖືວ່າເລືອງນີ້ເປັນປະສົບການຄັ້ງແລກໃນຊີວິດຂອງ ຂ.ຈ ແລະ ເປັນບົດຮຽນອັນ 1 ທີ່ຈື່ບໍ່ເຄີຍລືມວ່າມີຄົນມາດຸຖຸກກັນຂະຫນາດນີ້ ເຖິງ

ແມ່ນວ່າເປັນຄຳເວົ້າທີ່ສັ້ນໆແຕ່ມີຄວາມຫມາຍ +ກິລິຍາທີ່ ຊາຍຄົນນັ້ນສະແດງອອກຕໍ່ ຂ.ຈ 

 

ຂໍສະແດງຄວາມຂໍໂທດ ຂໍອາໄພດ້ວຍ ຖ້າວ່າໃນບົດເລື່ອງນີ້ ຂ.ຈ ໃຊ້ຄຳຫຍາບ ແລະ ບໍ່ມ່ວນຫູ

ເຊິ່ງເລືອງນີ້ເປັນເລື່ອງທຳອິດຂອງ ຂ.ຈ ທີ່ມາຂຽນໃນ ໄດອາລີ ຖ້າມີການຜິດພາດຫຍັງກໍຂໍອາໄພດ້ວຍ


ອາດຈະຍາວແດ່ ກະອົດອ່ານເອົາເດີ້ ອີອີອີອ ເພາະວ່າຕັ້ງໃຈພິມມາແລ້ວ ວ່າຈະພິມຫນ່ອຍດຽວແຕ່ຟາດຍາວປານນີ້ ຣ່າາາາາ

ດ້ວຍຄວາມເຄົາລົບ ແລະ ນຳຖືເປັນຢ່າງສູງ