ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄຳຄົມດົນໃຈ


ອາລົມໂມໂຫເຂົ້າປະຕູຫນ້າ

ສະຕິປັນຍາກໍ່ອອກປະຕູຫລັງ


ໂທດຄົນອື່ນແກ້ໄຂຫຍັງບໍໄດ້

ແຕ່ໂທດໂຕເອງແກ້ໄຂໄດ້

ຖ້າຈະແພ້ຢ່າອ່ອນແອໃຫ້ໃຜເຫັນ

ຖ້າຈະເປັນຄົນເຂັ້ມແຂງຕ້ອງແກຣ່ງໄວ້

ຖ້າຈະຮ້ອງໃຫ້ກໍ່ຮ້ອງໃຫ້ຫນຳໃຈ

ແຕ່ຂໍໃຫ້ໄດ້ຫຍັງກັບມາຈາກນ້ຳຕາທີ່ເສຍໄປ


ຄົນໂງ່ເທົ່່ານັ້ນມັກອວດຕົນເປັນຄົນສະຫລາດ

ແລະ... ຄົນໂງ່ມັກສະແດງຕົນໃຫ້ຄົນອື່ນເຫັນວ່າໂຕເອງສະຫລາດສະເຫມີ

ຄຸນນະທຳຄວາມດີບໍ່ໄດ້ຢູ່ທີ່ລີ້ນ..ຫາກເກັບໄວ້ໃນໃຈ


ຫມູ່ທີ່ດີມີ 1 ເຖິງຈະຫນ້ອຍ ແຕ່ດີກວ່າຣ້ອຍເພື່ອນຄິດຣິດສະຫຍາ

ດັ່ງກ້ອນເກືອກ້ອນນ້ອຍດ້ອຍລາຄາ

ຍັງມີຄ່າກວ່ານ້ຳເຄັມເຕັມທະເລ


ການຂໍທີ່ບໍ່ຕ້ອງລະອາຍຄື.. ຂໍໂທດ

ການໃຫ້ທີ່ບໍ່ຕ້ອງເສຍຫຍັງເລີຍຄື...ໃຫ້ອະໄພ


ບາງຄົນອາດຈະເຄີຍອ່ານ ຫລືວ່າເຄີຍເຫັນຄຳຄົມເຫລົ່ານີ້ແລ້ວກໍ່ມີເນາະ

ແຕ່ເຖິງແນວໃດກໍ່ຕາມ ເພື່ອຄົນທີ່ຍັງບໍ່ໄດ້ອ່ານແດ່ເນາະ

ເພາະວ່າຂ້າພະເຈ້ົ້າອ່ານແລ້ວຮູ້ສຶກວ່າມັນສອນຫຍັງຫລາຍຢ່າງໃຫ້ເຮົາ

ຄິດ ຄິດ ຄິດ ແລະ ຄິດ alt