ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນຫມົດກໍ່ຂໍສະບາຍດີຫມູ່ເພື່ອນສະມາຊິກພັນລາວທູກຄົນ ແລະ ຫມູ່ເພື່ອນທີ່ເຂົ້າມາຊົມເວບພັນລາວທຸກຄົນ

ເລື່ອງທີ່ຂ້າພະເຈົ້າຈະນຳສະເຫນີນີ້ເປັນເລື່ອງຈິງ ແລະ ເກີດຂິ້ນກັບຂ້າພະເຈົ້າບໍ່ດົນມານີ້

 

ເລື່ອງ: ກໍລະນີ ຕ.ມ ໄທ

 

ມີມື້ຫນຶ່ງຂ້າພະເຈົ້າຕ້ອງໄດ້ເດີນທາງເຂົ້າ ປະເທດໄທ ເພື່ອໄປປະຊຸມ ແລະ ສະຫລອງງານບຸນສົ່ງທ້າຍປີເກົ່າຕ້ອນຣັບປີໃຫມ່ ເຊິ່ງທາງບໍລິສັດ ຈະຈັດຂື້ນທຸກໆໆໆປີ

ເຊິ່ງ ຂ.ຈ ຕ້ອງໄດ້ເດີນທາງໄປພຽງລຳພັງຄົນດຽວ ເພາະຄົນອື່ນໆແມ່ນລໍຖ້າຢູ່ ພຸ້ນຫມົດແລ້ວ, ໃນມື້ນັ້ນເອງເມື່ອເຄື່ອງລົງຈອດທີ່ airport .... (Thailand) ແລະ ຂ.ຈ

ກໍ່ຍ່າງໄປແຈ້ງເຂົ້າເມືອງຕາມຂັ້ນຕອນ ພໍໄປເຖິງຈຸດແຈ້ງຄົນເຂົ້າເມືອງ ປາກົດວ່າມີຄົນມາແຈ້ງເຂົ້າເມືອງເປັນສາຍຍາວ ແລະ ເຕັມທຸກປ່ອງ ເພາະວ່າຊ່ວງນັ້ນເປັນຊ່ວງທີ່ຫາແຕ່ເປີດ

ທຳການໃຫມ່ໆ ຫລັງຈາກທີ່ຢຸດຊົ່ວຄາວ (ຈຸດແຈ້ງຄົນເຂົ້າເມືອງປ່ອງໃດກໍ່ຍາວຢຽດຈົນເກີອບບໍ່ມີບ່ອນຕໍ່ແຖວ) ແຕ່ສັງເກດເຫັນວ່າບ່ອນແຈ້ງຄົນເຂົ້າເມືອງທີ່ຣັບສະເພາະ ຄົນໄທນັ້ນ

ຕໍ່ແຖວປະມານ  2-3 ຄົນ ເມື່ອເປັນດ່ັງນັ້ນພ/ງ (ຍ) ຢູ່airport ໄດ້ບອກໃກ້ຊາວຕ່າງຊາດໄປແຈ້ງຢູ່ທີ່ປ່ອງແຈ້ງຄົນເຂົ້າເມືອງ passport ໄທໂດຍບອກໃຫ້ ຂ.ຈ ໄປຕໍ່ແຖວໄດ້ເລືຍ ແລະ ກໍ່ມີຊາວ

ຕ່າງຊາດມາຕໍ່ແຖວເປັນຈຳນວນຫລາຍເມື່ອເຖິງຄິວ ຂ.ຈ ແລ້ວຂ້າພະເຈົ້າກໍ່ໄດ້ຢືນເອົາ passport ໃຫ້ ແລະ ພ/ງ (ຊ) ຄົນນັ້ນໄດ້ເບິ່ງຫນ້າ ແລະ ຖາມຂ້າພະເຈົ້າດ້ວຍຄຳບໍ່ສຸພາບວ່າ:

" ອ່ານອອກບໍ່" ແລະ ກໍ່ຊື້ໄປຂ້າງເທິງ ມັນຈະມີຫນັງສີ ວ່າ Passport THai only ເຊິ່ງຕອນນັ້ນ ຂ.ຈ ບໍ່ທັນໄດ້ຟັງວ່າ ພ/ງ (ຊ) ຄົນນັ້ນຖາມຫຍັງ ເພາະວ່າ ຂ.ຈ ບໍ່ທັນຟັງ+ຢູ່ຫັ້ນສຽງ

ຂ້ອນຂ້າງດັງແດ່ຫນ້ອຍ 1 ທຳອິດຄິດວ່າ ຂ.ຈ ຟັງບໍ່ຊັດເລີຍຖາມກັບວ່າ: ຖາມຫຍັງນໍ້? ພ/ງ ຄົນນັ້ນຕອບວ່າ: "ອ່ານຫນັງສືບໍ່ອອກບໍ່" ແລະ ໃຊ້ມື້ຊີ້ໄປທາງເທິງທີ່ມີປ້າຍບອກວ່າຣັບສະເພາະ

Passport Thai ບໍ່ເຫັນບໍ່ ອ່ານບໍ່ອອກບໍ່ (ທັງໆທີ່ກ່ອນຫນ້າ ຂ.ຈ ຈະມາຕໍ່ແຖວປ່ອງນີ້ ມີຊາວຕ່າງຊາດແຈ້ງເຂົ້າປ່ອງນີ້ມາກ່ອນແລ້ວ ແລະ ພ/ງຄຸມການຕໍ່ແຖວກໍ່ເປັນຄົນເຊີນ

ໃຫ້ມາຕໍ່ແຖວນີ້ເອງເຊິ່ງກ່ອນຫນ້ານັ້ນຂ້າພະເຈົ້າໄດ້ຢືນຢູ່ປ່ອງ passport  ຕ່າງຊາດແລ້ວ ຍ້ອນສາຍຍາວຢຽດຫລາຍ ພ/ງ (ຍ) ໄດ້ຕັດແຖວວ່າໃຫ້ມາຕໍທາງຄົນໄທນີ້ໄດ້ ຈິ່ງບໍ່ເປັນການ

ເສຍເວລາເພາະວ່າເຄື່ອງກວດຄົນເົຂົ້າເມືອງມັນໃຊ້ບໍ່ໄດ້ຫລາຍເຄື່ອງ) ເມື່ອຂ້າພະເຈົ້າໄດ້ຍິນເຊັ່ນນັ້ນກໍ່ຕອບກັບໄປວ່າ: "ອ່ານອອກ ເປັນຫຍັງຈິ່ງຈະອ່ານບໍ່ອອກ" ແລ້ວພ/ງ ຊາຍຄົນນັ້ນ

ກໍ່ເບິ່ງຫ້ນາ ແລະ ເຣັດກິລິຍາທີ່ທາງບໍ່ພໍໃຈ ແລ້ວກໍ່ຈ້ຳກາເຂົ້າເມືອງ ແລະ ຢື່ນກັບ passport ໃຫ້ແກ່ຂ້າພະເຈົ້າ.

ເຊິ່ງໃນຕອນນັ້ນຂ້າພະເຈົ້າກໍ່ກຳລັງມຶນງົງຢູ່ວ່າເປັນ ພ/ງ (ຊ) ຄົນນັ້ນຈິ່ງຖາມມາແນວນນີ້ ແລະ ເປັນຫຍັງລາວຈິ່ງມາເວົ້າໃຫ້ແຕ່ຂ້າພະເຈົ້າ ແລະ ເປັນຫຍັງຊາວຕ່າງຊາດຄົນອື່ນໆ

ຈິ່ງບໍ່ຖືກຖາມຫຍັງເລີຍແມ້ຈັກຄຳດຽວ (ເຂົ້າໄປ+ ຈຳກາແລ້ວກໍ່ອອກໄປ) ເວລາທີ່ຕໍ່ແຖວ + ແຈ້ງໃຊ້ເວລາເກີອບ ຊົ່ວໂມງເຄິ່ງນິແຫລະ (ແຕ່ບາງຄົນເປັນ 2 ຊມ) ອິອິອິ

ໃນຂໍ້ຄວາມບົດນີ້ຂ້າພະເຈົ້າບໍ່ໄດ້ຫມາຍຄວາມວ່າ ຕ.ມ ໄທທຸກຄົນ, ສະເພາະ ແຕ່ບາງຄົນກໍ່ໃຊ້ກິລິຍາ ແລະ ທ່າທີ ທີ່ບໍ່ຄວນສະແດງອອກແບບນີ້ເບິ່ງແມ່ນມັນເປັນການບໍ່ໃຫ້ຄວາມ

ເຄົາລົບ ແລະ ເປັນການຍາມກຽດສັກສີກັນ. ເຊິ່ງຖືວ່າເລືອງນີ້ເປັນປະສົບການຄັ້ງແລກໃນຊີວິດຂອງ ຂ.ຈ ແລະ ເປັນບົດຮຽນອັນ 1 ທີ່ຈື່ບໍ່ເຄີຍລືມວ່າມີຄົນມາດຸຖຸກກັນຂະຫນາດນີ້ ເຖິງ

ແມ່ນວ່າເປັນຄຳເວົ້າທີ່ສັ້ນໆແຕ່ມີຄວາມຫມາຍ +ກິລິຍາທີ່ ຊາຍຄົນນັ້ນສະແດງອອກຕໍ່ ຂ.ຈ 

 

ຂໍສະແດງຄວາມຂໍໂທດ ຂໍອາໄພດ້ວຍ ຖ້າວ່າໃນບົດເລື່ອງນີ້ ຂ.ຈ ໃຊ້ຄຳຫຍາບ ແລະ ບໍ່ມ່ວນຫູ

ເຊິ່ງເລືອງນີ້ເປັນເລື່ອງທຳອິດຂອງ ຂ.ຈ ທີ່ມາຂຽນໃນ ໄດອາລີ ຖ້າມີການຜິດພາດຫຍັງກໍຂໍອາໄພດ້ວຍ


ອາດຈະຍາວແດ່ ກະອົດອ່ານເອົາເດີ້ ອີອີອີອ ເພາະວ່າຕັ້ງໃຈພິມມາແລ້ວ ວ່າຈະພິມຫນ່ອຍດຽວແຕ່ຟາດຍາວປານນີ້ ຣ່າາາາາ

ດ້ວຍຄວາມເຄົາລົບ ແລະ ນຳຖືເປັນຢ່າງສູງ

 

 

 

 

 

Delicious Digg Fark Twitter