ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 10 ຄຳເຫັນ ແລະ 0 trackback(s)


ຈະເຮັດແນວໃດໃນຂະນະທີ່ຂັບລົດຢູ່ຢາງເກີດລະເບີດ

ເລື່ອງນີ້ມີປະໂຫຍດຫລາຍສຳລັບນັກຂັບຂີ່ ແລະ

ເພື່ອນທຸກໆຄົນ ເພື່ອການຂັບໃຫ້ປອດໄພ

ກໍລະນີທີ 1 ເມື່ອຢາງລະເບີດຂະນະຂັບລົດມີຂ້ໍແນະນຳໃຫ້ປະຕິບັດດັ່ງນີ້:


1. ມືທັງສອງຕ້ອງຈັບພວງມະໄລໃຫ້ແຫນ້ນໆຫມັ້ນຄົງ


2. ຖອນຄັນເລັ່ງອອກ


3. ຄວບຄຸມສະຕິໃຫ້ດີຢ່າຕົກໃຈ ເບິ່ງກະຈົກຫລັງເພື່ອໃຫ້ຣູ້ວ່າມີລົດນຳຫລັງມາບໍ່


4. ແຕະ(ຢຽບ) ເບກຢ່າງຄ່ອຍໆ ແລະ ຖີ່ໆ ຢ່າແຕະແຮງເປັນອັນຂາດເພາະວ່າຈະເຣັດ

ໃຫ້ລົດຫມຸນ


5. ຫ້າມຢຽບຄາດໂດຍເດັດຂາດ ເພາະຖ້າຢຽດຄາດລົດຈະບໍ່ເກາະຖະຫນົນ ແລະ

ຈະເຣັດໃຫ້ລົດລອຍໂຕ ແລະ ອາດຈະເຣັດໃຫ້ບັງຄັບລົດໄດ້ຍາກຍິ່ງຂື້ນ

** ອາດຈະເສຍຫລັກເພາະການຢຽບຄາດເປັນການຕັດແຮງບິດຂອງເຄື່ອງຈັກ

ໃຫ້ຂາດຈາກເພົາ


6. ຫ້າມດຶງເບກມືຢ່າງເດັດຂາດ ຈະເຮັດໃຫ້ລົດຫມຸນ


7. ເມື່ອຄວາມໄວລົດລຸງພໍປະມານແລ້ວໃຫ້ເປີດໄຟສັນຍານລ້ຽງເຂົ້າຂ້າງຂວາ


8. ເມື່ອຄວາມໄວລົດລົງລະດັບທີ່ສາມາດຄວບຄຸມໄດ້ໃຫ້ປ່ຽນເກຍຕ່ຳລົງ

ແລະ ຢຸດລົດ

***ຂໍ້ສັງເກດເມື່ອຢາງລະເບີດບໍ່ວ່າລໍ້ຫນ້າຫລືລໍ້ຫລັງກໍ່ຕາມ

* ເມື່ອລະເບີດດ້ານຊ້າຍ ລົດຈະສະແລບໄປດ້ານຊ້າຍກ່ອນ ແລ້ວກໍ່ຈະສະບັດກັບ

ແລະ ສະບັດໄປດ້ານຊ້າຍອີກຄັ້ງ (ສະລັບກັນໄປມາ)

* ແລະ ໃນທຳນອງກົງກັນຂ້າມ ຫາກລະເບີດດ້ານຂວາ ອາການກໍ່ຈະປິ້ນກັບ

(ກົງກັນຂ້າມກັບກໍລະນີດ້ານຊ້າຍ).

***ອຸບັດເຫດຮ້າຍແຮງທີ່ເກີດຂື້ນສ່ວນຫລາຍກໍ່ຄື:

  ຫາກຂະນະຢາງລະເບີດທີ່ລົດກຳລັງແລ່ນຢູ່ທີ່ຄວາມໄວສູງໆ ພໍຢາງລະເບີດຂື້ນມາ

ລົດກໍ່ຈະກິ້ງ (ທະໄຫລ) ທັນທີ ເຊິ່ງເຮັດໃຫ້ເຣັດຫຍັງບໍ່ໄດ້ເລີຍ.

ດັ່ງນັ້ນ ການຂັບລົດທີ່ໃຊ້ຄວາມໄວສູງໆ ຈິ່ງມັກຈະແກ້ໄຂໃນເລື່ອງນີ້

ບໍ່ໄດ້ເລີຍເພື່ອເປັນການປ້ອງກັນອຸບັດເຫດຮ້າຍແຮງທີ່ຈະເກີດຂື້ນ

ໃນຂະນະຂັບລົດຈິ່ງບໍ່ຄວາມຂັບລົດໄວ (ຄວາມໄວທີ່ຖືວ່າປອດໄພໃນ 

DEFENSIVE DRIVING ຄື: ຄວາມໄວບໍ່ເກີດ 100   ກິໂລແມັດ ຕໍ່ຊົ່ວໂມງ)
 
ກໍລະນີທີ 2
  ເມື່ອລົດຕົກນ້ຳ


ໃນກໍລະນີທີ່ລົດເກີດອຸບັດເຫດແລ້ວຕົກນ້ຳໄປໃນແມ່ນ້ຳລຳຄອງໃດໆກໍ່ຕາມ

ລົດຈະບໍ່ຕົກລົງໄປໃນນ້ຳແລ້ວຈົມທັນທີ (ຄືກັບຫິນ ຕົກນ້ຳແຕ່ຈະຄ່ອຍໆຈົມລົງໄປ)

ແລະ ຄ່ອຍໆຈົມລົງຮອດພື້ນ ແລະ ໃນນາທີວິກິດການນີ້:
  
ຄວນຕັ້ງສະຕິໃຫ້ດີ ແລະ ປະຕິບັດຕາມດັ່ງລຸ່ມນີ້
:


1. ປົດ SAFETY BELT ອອກທຸກໆຄົນ ລວມທັງຜູ້ໂດຍສານນຳ

(ໃນກໍລະນີມີຫລາຍຄົນ)


2. ຢ່າອອກແຮງໃດໆ ເພື່ອສະຫງວນການໃຊ້ອາກາດຫາຍໃຈເຊິ່ງມີຢູ່ເປັນ

ຈຳນວນຈຳກັດ


3. ໃຫ້ຍົກສ່ວນຫົວໃຫ້ສູງເຫນືອລະດັບນ້ຳທີ່ຄ່ອຍໆເພິ່ມຂື້ນໃນລົດ


4. ປົດລ໋ອກປະຕູທຸກບານ


5. ຫມຸນກະຈົກລົດໃຫ້ນ້ຳໄຫລເຂົ້າໃນລົດເພື່ອປັບຄວາມດັນໃນລົດ ແລະ

ນອກລົດໃຫ້ເທົ່າກັນ ບໍ່ສະນັ້ນປະຕູລົດຈະເປີດບໍ່ອອກ ເພາະນ້ຳຈາກ

າຍນອກໂຕລົດຈະດັນປະຕູໄວ້


6. ເມື່ອຄວາມດັນໃກ້ຄຽງກັນແລ້ວ ໃຫ້ຍູ້ບານປະຕູອອກໃຫ້ກວ້າງສຸດ ແລ້ວທ່ານ

ກໍ່ອອກຈາກລົດໄດ້ເລີຍ


7. ຈາກນັ້ນທ່ານອາດຈະປ່ອຍໂຕໃຫ້ລອຍຂື້ນເຫນືອນ້ຳຕາມທຳມະຊາດ ຫລື

ອາດຈະລອຍນ້ຳຂື້ນາກໍ່ໄດ້ໃນ

ກໍລະນີ ນີ້ຫາກນ້ຳເລີກຫລາຍອາດຈະເບິ່ງບໍ່ເຫັນວ່າທິດໃດໃຕ້ນ້ຳ ທິດໃດເຫນືອນ້ຳ

ເພາະວ່າມືດໄປຫມົດບໍ່ຄວນ ໃຊ້ວິທີລອຍນຳ້ ເພາະວ່າອາດຈະລອຍໄປໃນທິດທາງ

ທີ່ບໍ່ຂື້ນເຫນືອນ້ຳ (ກໍລະນີເຊັ່ນນີ້ ຄວນປ່ອຍໂຕໃຫ້ລອຍຂື້ນເອງຕາມທຳມະຊາດ)Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-bidi-font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}

ຫລື ລອງເປົ່າປາກເບິ່ງວ່າ ຟອງອາກາດລອຍໄປໃນທິດທາງໃດ ໃຫ້ລອຍນ້ຳໄປໃນ

ທິດທາງທີ່ຟອງອາກາດລອຍໄປ ກໍ່ຈະບໍ່ມີອາການຫລົງນ້ຳ. ນອກຈາກນັ້ນ

ກ່ອນອອກຈາກລົດຖ້າທ່ານມີຜູ້ໂດຍສານທີ່ເປັນເດັກນ້ອຍ ອາດຈະຫນີບ

ເດັກນ້ອຍນັ້ນອອກມາກັບທ່ານ ໄດ້ອີກຫນື່ງຄົນ ດັ່ງນັ້ນຫາກທ່ານ ປະຕິບັດ

ຕາມວິທີການເລົ່ານີ້ກໍ່ຈະຊ່ວຍໃຫ້ຊິວິດຂອງທ່ານປອດໄພໄດ້ ໃນຍາມຄັບຂັນ.

ຢາກໃຫ້ທຸກທ່ານທີ່ອ່ານແລ້ວ ບອກຕໍ່ໆກັນເພື່ອເປັນປະໂຫຍດ

ແກ່ຄົນທີ່ຍັງບໍ່ຮູ້ ແລະ ການເອົາຕົວລອດເວລາເຈີເຫດການແບບນີ້


ເປັນການຊ່ວຍເຫລືອກັນ ຫາກເກີດອຸບັດເຫດເຊັ່ນນີ້ຂື້ນມາ ການມີຄວາມ

ໃນຂັ້ນຕອນການ ຄວບຄຸມລົດແລະ ການປະຕິບັດຕົນ ໃນຂະນະທີ່ເກີດ

ອຸບັດເຫດເຊັ່ນນີ້ ສາມາດຊ່ວຍລົດອັນຕະລາຍ ແລະ ການບບາດເຈັບ

ໄດ້ແນ່ນອນ ຖ້າຈະໃຫ້ດີພິມເກັບໄວ້ໃນລົດຂອງທຸກໆ

ຄົນເລີຍກໍ່ດີ ອີອີີີອີ ເພາະຈະໄດ້ອ່ານທົບທວນກັນໄດ້ (ກັນລືມ)


ດ້ວຍຄວາມປາຖະຫນາດີ ຂໍໃຫ້ທຸກທ່ານຂັບລົດ

ຢ່າງປອດໄພ alt


Delicious Digg Fark Twitter