ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ຮ່າງກາຍຂອງເຮົາ

ເວົ້າເຖິງເລື່ອງສຸຂະພາບຂອງຮ່າງກາຍແລ້ວ ໃຜໆກໍ່ໃຫ້ຄວາມສຳຄັນ

ແລະ ບາງຄົນກໍ່ຍັງບໍ່ຮູ້ຜົນທີ່ຕາມມາ

ຖ້າວ່າເຮົາບໍ່ຫ່ວງໃຍ ແລະ ເມີນເສີຍແລ້ວອາດຈະມີຜົນດັ່ງ

ແລະ ຄວາມຮູ້ກ່ຽວກັບຮ່າງກາຍຂອງເຮົາຕໍ່ໄປນີ້:


1. ແສງສະຫວ່າງໃນຍາມກາງຄືນ ອາດຈະເພີ່ມຄວາວສ່ຽງໃນການເກີດເປັນ

ມະເຣັງເຕົ້ານົມໄດ້ຈິ່ງບໍ່ຄວນເປີດໄຟປະໄວ້ເວລານອນ


2. ການນອນບໍ່ພໍສົ່ງຜົນຕໍ່ເມັດເລືອດຂາວ

ແລະກົນໄກການຕອບສະຫນອງພູມຄຸ້ມກັນຕ່າງໆ ຂອງຮ່າງກາຍ

ເຮັດໃຫ້ເຈັບປ່ວຍງ່າຍ ເມື່ອເຈີກັບເຊື້ອໂລກ...


3. ອົດນອນເລື້ອຍໆເຮັດໃຫ້ຣໍໂມນຫລັ່ງຫນ້ອຍລົງ

ຮ່າງກາຍຮູ້ສຶກຢາກອາຫານຫລາຍຂື້ນ

ເຖິງຈະກິນອາຫານຈົນໄດ້ພະລັງງານພຽງພໍແລ້ວກໍ່ຕາມ


4. ຮ່າງກາຍທີ່ບໍ່ໄດ້ນອນພັກຜ່ອນຢ່າງເຕັມອີ່ມ

ຈະໃຊ້ອິນຊູລິນໄດ້ຫນ້ອຍລົງຈິ່ງມີໂອກາດເປັນໂລກ

ເບົາຫວານສູງກວ່າປົກກະຕິ


5. ຫມັ່ນສັງເກດ 44 ໂຕເອງຫາກເຫັນວ່າເປັນສີເຫລືອງເຂັ້ມ

ຜິດປົກກະຕິສະແດງວ່າຮ່າງກາຍກຳລັງຂາດນ້ຳ


6. ຮ່າງກາຍແຕ່ລະຄົນຕ້ອງການນ້ຳບໍ່ຄືກັນ

ສະນັ້ນຄວນດື່ມນ້ຳໃຫ້ຫລາຍພຽງພໍ

ທີ່ຈະ 44 ໄດ້ ທຸກໆ 3-4 ຊົ່ວໂມງ


7. ຕະຄິວເກີດຈາກຮ່າງກາຍຂາດນ້ຳ ແລະ ເກືອແຣ່

ການດື່ມນ້ຳ ແລະ ຫມາກໄມ້ສົດໃນຈຳນວນຫລາຍໆ

ຈະຊ່ວຍລົດການເປັນຕະຄິວໄດ້


8. ໃນແຕ່ລະມື້ເລືອດໃນໂຕໄຫລວຽນ ທົ່ວຮ່າງກາຍ

ຄິດເປັນເສັ້ນທາງໄດ້ປະມານ 60.000 ໄມ

ຫລື 96.000 ກິໂລແມັດ ເຊິ່ງຖືວ່າເປັນການ

ເດີນທາງທີ່ຫລາຍກວ່າການເດີນທາງຮອບໂລກ 2 ຮອບເສຍອີກ


9. ໃນຊ່ວງຊີວິດຂອງຄົນໆ 1 ... ຫົວໃຈເຕັ້ນປະມານ

3 ພັນລ້ານຄັ້ງ ຫລື ປະມານມື້ 1 ລະ ແສນຄັ້ງ.....


ສະນັ້ນຫມູ່ເພື່ອນ 1000 ລາວທຸກຄົນກໍ່ຈົ່ງຮັກສາສຸຂະພາບ

ຂອງຕົນໃຫ້ມີສຸຂະພາບແຂງແຮງ

ແລະ ຢູ່ນຳ 1000 ລາວຕະຫລອດໄປ alt











Delicious Digg Fark Twitter