ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 39 ຄຳເຫັນ ແລະ 0 trackback(s)

5 ຢ່າງຕ້ອງຫ້າມກ່ອນຈະນອນ

1. ຢ່ານອນຫລັບໄປພ້ອມກັນໂມງໃສ່ແຂນເພາະວ່າຂະນະທີ່ໂມງເຮັດວຽກຫມຸນໄປເລື່ອຍໆນັ້ນ

ບໍ່ວ່າຈະເປັນໂມງນ້ອຍຫລືໃຫຍ່ລ້ວນແຕ່ປ່ອຍພະລັງງານອອກມາທັງນັ້ນ, ເຊື່ອບໍ່ວ່າການໃສ່ໂມງ

ນອນຈະມີຜົນຕໍ່ສຸຂະພາບໃນໄລຍະຍາວ (ຜົນຂ້າງຄຽງນັ້ນອາດຈະໃຫ້ເຮົາເສຍສຸຂະພາບ, ເຈັບ

ໄຂ້ງ່າຍ... ເລົ່ານີ້ເປັນຕົ້ນ)


2.  ສຳລັບພວກມັກລົມໂທລະສັບມີຖືຈົນນອນຫລັບໄປໂດຍສະເພາະເລີຍ ບໍ່ຄວນ

ນອນຫລັບໄປພ້ອມໆກັບໂທລະສັບ ແລະ ຫມາຍລວມໄປເຖິງການວາງໂທລະສັບມືຖື

ໄວ້ໃກ້ໆໂຕເຮົາເຊັ່ນດຽວກັນບາງຄົນມັກໃຊ້ມືຖືເປັນໂມງປຸກໃນຍາມເຊົ້າ

ກະລຸນາເກັບມືຖືຂອງທ່ານໄວ້ໃຫ້ໄກໂຕທີ່ສຸດເມື່ອຈະນອນຫັນໄປຊື້ໂມງປຸກ

ເກໆລາຄາຖືກໆມາໃຊ້ດີກວ່າເພາະມີຫລັກຖານທາງວິທະຍາສາດລະບຸວ່າ:

ໂທລະສັບມືຖືຈະປ່ອຍຄື້ນແມ່ເຫລັກໄຟຟ້າອອກມາຂະຫນາດເປີດເຄື່ອງໄວ້ ແລະ

ຄື້ນແມ່ເຫລັກເຫລົ່ານີ້ມີຜົນຕໍ່ລະບົບປະສາດໂດຍສະເພາະ. ສະນັ້ນຕອນນອນ

ກໍ່ປິດໂທລະສັບມືຖືໄວ້ດີກວ່າ ບໍ່ຊັ້ນກໍ່ຫາບ່ອນວາງໄວ້ຫ່າງຈາກເຮົາດີທີ່ສຸດ

 

3. ງ່າຍໆ & ສັ້ນໆຄືຢ່ານອນຫລັບພ້ອມໆກັບເຄື່ອງສຳອາງບໍ່ວ່າຈະເມື່ອຍອອ່ນເພຍ

ຂະຫນາດໃດກໍ່ຕ້ອງລຸກຂື້ນມາລ້າງເຄື່ອງສຳອາງອອກໃຫ້ຫມົດ. ເພາະການຫລັບທັງໆ

ທີ່ເຄື່ອງສຳອາງຍັງຢູ່ເທິງຜິວຫນ້ານັ້ນຈະກໍ່ໃຫ້ເກີດປັນຫາດ້ານຜິວພັນໄລຍະຍາວ

ເພາະຊ່ວງການຄືນເປັນຊ່ວງເວລາທີ່ຜິວພັນເຮົາໄດ້ຣັບການພັກຜ່ອນ ^ ^


4. ສຳລັບສາວໆເທົ່ານັ້ນຄື: ຢ່ານອນຫລັບທັງໆທີ່ຍັງໃສ່ຍົກຊົງຢູ່ເພາະນັກວິໃຈຊາວອາເມລິກາ

ໄດ້ຄົ້ນພົບວ່າການໃສ່ຍົກຊົງດົນເກີນ 12 ຊມ ຈະເປັນການເພີ່ມອັດຕາສ່ຽງຕໍ່ການເປັນ

ມະເຣັງຊວງເອີກໄດ້. ສະນັ້ນກໍ່ຢ່າໃສ່ຍົກຊົງນອນເລີຍ, ບໍ່ຕ້ອງຢ້ານເສຍຊົງຫວ່ງສຸຂະພາບ

ແລະ ຊີວິດເຣົາດີໄວ້ກວ່າ


5. ອັນນີ້ເຫມາະກັບທຸກເພດເລີຍ ອິອິອິອິ (ຢ່າຫລັບນອນກັບ Husband or wife ຂອງຄົນອື່ນ)

ເພາະທ່ານອາດຈະບໍ່ໄດ້ຕື່ນຂື້ນມາອີກເລີຍ ບໍ່ຊັ້ນທ່ານອາດຈະພິການໄດ້ ອິອິອິອິ


(ຂໍ້ມູນທັງ 5 ນີ້ ແມ່ນຫມູ່ຂ້ານ້ອຍສ່ົງມາໃຫ້ອ່ານເລີຍເອົາມາຝາກຫມູ່ເພືື່ອນອ່ານຕໍ່ໆກັນ)

ຫມູ່ເພື່ອນອາດຈະອ່ານໄວ້ເພື່ອເປັນຄວາມຮູ້ເສີມ & ຮູ້ໄວ້ກໍ່ບໍ່ເສຍຫາຍ ^^







Delicious Digg Fark Twitter