ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2009 | ມີ 35 ຄຳເຫັນ ແລະ 0 trackback(s)

ເລື່ອງ ລິຟຕົກ

 

ຂໍໃຫ້ຫມູ່ເພື່ອນອ່ານ ແລະ ຈື່ໄວ້ສິ່ງທີ່ຈະຕ້ອງເຮັດເມື່ອທ່ານຕິດຢູ່ໃນ ລິຟ

ເຮົາບໍ່ຣູ້ວ່າເມື່ອໃດ ແລະ ສະຖານທີ່ໃດທີ່ອຸບັດເຫດຈະເກີດກັບເຣົາ ຫລື

ຄົນອ້ອມຂ້າງເຮົາ ຫວັງວ່າຂໍ້ມູນນີ້ຈະຊ່ວຍພວກເຣົາໄດ້ເມື່ອເກີດອຸບັດເຫດ

ນີ້ຂື້ນສຳຫລັບເຮົາ ແລະ ບຸກຄົນທີ່ເຮົາຮັກ


ໃນກໍລະນີທີ່ຊາຍຄົນ 1 ກຳລັງຢູ່ໃນ ລິຟ ມັນກໍ່ເກີດຢຸດກະທັນຫັນ ແລະ ຕົກລົງມາ

ຈາກຊັ້ນເທິງຈາກຊັ້ນທີ 13 ຕົກລົງມາດ້ວຍຄວາມໄວສູງໃນເວລາດຽວກັນນັ້ນ

(ໂຊກດີທີ່ລາວຈື່ໄດ້ຈາກ TV ທີ່ສອນໄວ້) ລາວໄດ້ຕັ້ງສະຕິໃຫ້ດີ ແລ້ວກົດປຸ່ມ

ສຳຫລັບທຸກຊັ້ນ ຢ່າງໄວທີ່ສຸດເທົ່າທີ່ຈະເຮັດໄດ້ເພືື່ອທີ່ຈະເຮັດໃຫ້ລິຟຢຸດ

ຢູ່ຊັ້ນໃດຊັ້ນຫນື່ງ ແລະ ສຸດທ້າຍລິຟກໍ່ຢຸດທີ່ຊັ້ນທີ 5


ເຊິ່ງຂະນະທີ່ເຮົາກຳລັງຜະເຊີນຫນ້າກັບຄວາມເປັນຄວາມຕາຍການຕັດສິນໃຈຫລື

ການກະທຳຫຍັງກໍ່ຕາມຈະຕັດສິນຄວາມຢູ່ລອດຂອງເຣົາຖ້າຢູ່ໃສສະຖານະ

ລິຟ ຕົກສິ່ງທຳອິດໃນໃຈມັກຈະເປັນການລໍຖ້າຄວາມຕາຍ  ແຕ່ຫລັງຈາກທີ່ໄດ້ອ່ານ

ຂ້ໍຄວາມດ້ານລຸ່ມແລ້ວ ທຸກສິ່ງທຸກຢ່່າງອາດປ່ຽນໄປເມື່ອຕິດຢູ່ໃນ ລິຟ ເພາະວິທີ

ດ້ານລຸ້ມນີ້ອາດຊ່ວຍທ່ານລອດຊີວິດຈາກ ລິຟຕົກໄດ້ຄື:


1. ໃຫ້ກົດປຸ່ມໃຫ້ລິຟ ຈອດທຸກຊັ້ນໃຫ້ໄວທີ່ສຸດ----> ເມື່ອໄຟ້າສຳຮອງທຳງານ

ມັນກໍ່ຈະຫຢຸດ ລິຟ ຈາກການຕົກລົງມາໄດ້

2. ຈັບທີ່ຈັບໃຫ້ແຫນ້ຖ້າວ່າມີ ---> ມັນຈະຊ່ວຍຮອງຮັບຕຳແຫນ່ງ ແລະ ປ້ອງກັນທ່ານຈາກ

ການຫລົ່ນ ແລະ ການ ບາດເຈັບຖ້າທ່ານເສຍສົມດຸນ

3. ອີງຫລັງ ແລະ ຫົວເຂົ້າກັບຝາຜະຫນັງໃຫ້ເປັນເສັ້ນຊື່ (ຢືນໂຕຕົງໆຕິດກັບຝາຜະຫນັງ)--->

ການອີງຝາຜະຫນັງຈະເຮັດໃຫ້ມັນຊ່ວຍປ້ອງກັນຫລັງ ແລະ ກະດູກທ່ານ

4. ງໍເຂົ່າ ເຫດຜົນກໍ່ຄືເມື່ອລິຟຕົກ ທ່ານຈະບໍ່ຮູ້ວ່າເມື່ອໃດທີ່ມັນຈະກະແທກກັບພື້ນ

ແລະ ອາດຈະສົ່ງຜົນໃຫ້ກະດູກທົ່ວຮ່າງກາຍແຕກລະອຽດ----> ເຊິ່ງຈະເຮັດ

ໃຫ້ເສັ້ນເອັນທີ່ເປັນຈຸດເຊື່ອມຕໍ່ທີ່ຍືດຍຸ່ນມັນສາມາດຍືດກະດູກເຂົ້າດ້ວຍກັນ

ເປັນກິດຈະກຳຕ່າງໆ ແຕ່ຈະຈຳກັດບາງສິ່ງເພື່ອປ້ອງກັນການບາດເຈັບ.

ດັ່ງນັ້ນ, ຜົນກະທົບຈາກກະດູກແຕກຈະລົດລົງຈາກການກະແທກ

ຢ່າງແຮງຂອງການຫລົ່ນຂອງລິຟ



Delicious Digg Fark Twitter