ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 33 ຄຳເຫັນ ແລະ 0 trackback(s)

7 ວິທີ ທີ່ເຮັດໃຫ້ເຮົາຫັນມາດື່ມນ້ຳຫລາຍຂື້ນ

 

1. ດື່ມນ້ຳໃຫ້ເປັນກິດຈະວັດປະຈຳ: ພະຍາຍາມດື່ມນ້ຳທຸກເຊົ້າຫລັງຕື່ນນອນ

ຫ້ເປັນດັ່ງກິດຈະວັດປະຈຳວັນ ເພາະການດື່ມນ້ຳຕອນເຊົ້າຈະຊ່ວຍກະຕຸ້ນ

ຫ້ເຮົາຮູ້ສຶກຍາກດື່ມນ້ຳໄປຕະຫລອດມື້

 

2. ບີບນ້ຳຫມາກນາວໃສ່ຫນ້ອຍ1: ຫາກເຮົາຮູ້ສຶກເບື່ອກັບຣົດຊາດທີ່ຈືດ

ຊືດຂອງນ້ຳດື່ມ ຂໍແນະນຳໃຫ້ທ່ານຫາຫມາກນາວມາບີບລົງໄປໃນນ້ຳຈັກເ

ລັກນ້ອຍກ່ອນດື່ມນ້ຳເພື່ອຊ່ວຍເພີ່ມລົດຊາດໃຫ້ກັບນ້ຳ ເຊິ່ງວີທີນີ້ພົບວ່າ

ໄດ້ຜົນ ແລະ ສຳຫລັບຄົນທີ່ຕ້ອງອກໄປກິນເຂົ້ານອກບ້ານ (ຮ້ານອາຫານ)

ກໍ່ບໍ່ຕ້ອງຢ້ານວ່າຈະບໍ່ສະດວກ ພຽງແຕ່ເຮົາຂໍໃຫ້ພະນັກງານເສີບນຳ

ຫມາກນາວປ່ຽງບາງໆມາເສີບໃຫ້ພ້ອມນ້ຳດື່ມເຊິ່ງເບິ່ງແລ້ວຈະເປັນ

ການຫລາຍເລື່ອງໄປຈັກຫນ້ອຍ ແຕ່ຮ້ານອາຫານສ່ວນໃຫຍ່ກໍ່ຈະ

ຍິນດີທີ່ຈະເພີ່ມບໍລິການໃຫ້ຢ່າງແນ່ນອນ.

 

3. ເຮັດໃຫ້ມັນໃສຢູ່ສະເຫມີ ອິອິອິ: ຫມັ່ນກວດກາເບິ່ງວ່າ 44 ຂອງເຮົາ

ເພື່ອໃຫ້ຫມັ້ນໃຈວ່າມັນຍັງໃສຢູ່ສະເຫມີ ເພາະຄວາມໃສນັ້ນເປັນດັ່ງ

ດັດຊະນີວັດແທກວ່າຮ່າງກາຍຂອງເຮົານັ້ນໄ້ຮັບນ້ຳຢ່າງພຽງພໍແລ້ວ

ຫລື ບໍ່ ແຕ່ເມື່ອໃດກໍ່ຕາມທີ່ ນ້ຳ 44 ຂອງເຮົາມີສີເຫລືອງເຂັ້ມນັ້ນ

ຫມາຍຄວາມວ່າຮ່າງກາຍຂອງເຮົາກຳລັງຢູ່ໃນພາວະຂາດນ້ຳ

 

4. ຖ້າຮ້ອນຫລາຍກະດື່ມນ້ຳເມື່ອເຮົາກຳລັງຢູ່ໃນອາລົມທີ່ເດືອດດາ

ຂໍແນະນຳໃຫ້ດື່ມນ້ຳອຸ່ນເພາະບາງຄັ້ງການເລືອກເຄື່ອງດື່ມກໍ່ເປັນເລື່ອງ

ອງຈິດຕະວິທະຍາ ການທີ່ເຮົາໄດ້ຖືເຄື່ອງດື່ມອຸ່ນໆຈັກຈອກ

ໄວ້ທີ່ມືອາດຊ່ວຍໃຫ້ເຮົາລົດຄວາມເດືອດດານໄດ້ຫລາຍກວ່າເຄື່ອງ

ດື່ມປົກກະຕິ ຍິ່ງກວ່ານັ້ນໃນກາເຟ ແລະ ນ້ຳຊາຍັງມີສານຄາເຟອີນເ

ຊິ່ງເປັນສານທີ່ຊ່ວຍເພີ່ມອັດຕາການກຳຈັດນ້ຳອອກຈາກຮ່າງກາຍ

ຂອງເຮົາໃນຮູບແບບຂອງ 44

 

5. ດື່ມນ້ຳເມື່ອເຮົາຖືກຄວາມຕະກະຈູ່ໂຈມ: ບາງຄັ້ງຄວາມຮູ້ສຶກຫິວ

ຂອງຄົນເຮົາກໍ່ເປັນຄວາມກະຫາຍແບບ ຕົວະໆ ຫລື ພຽງແຕ່ຮູ້ສຶກ

ຕະກະເທົ່ານັ້ນ, ດັ່ງນັ້ນເຮົາສາມາດແກ້ອາການນີ້ໄດ້ດວ້ຍການຫານ້ຳ

ດື່ມຈັກ 1-2 ຈອກ ເພື່ອຊ່ວຍໃຫ້ເຮົາຮູ້ສຶກໄດ້ກິນຫຍັງຮອງທ້ອງໄປແດ່. ^^

 

6. ເລີ່ມປະຕິບັດຈາກຂັ້ນຕອນງ່າຍໆ: ຢ່າຄາດຫວັງວ່າເຮົາຈະສາມາດປ່ຽນ

ພິດຕິກຳການດື່ມນ້ຳໄດ້ຈາກຫນ້າມືເປັນຫລັງມື ຄືຈາກຄົນທີ່ບໍ່ມັກດື່ມນ້ຳເລີຍ

າດື່ມນ້ຳມື້ລະ 8 ຈອກ ແຕ່ເຮົາຄວນເລີ່ມຈາກການດື່່ມນ້ຳ 1 ຈອກກ່ອນໃນຕອນ

ເຊົ້າຂອງມື້ ຕາມດ້ວຍການດື່ມນ້ຳອີກ 1 ຈອກກ່ອນນອນຈົນເປັນນິໃສ ຈາກນັ້ນ

ຄ່ອຍໆເພິ່ມປະລິມານການດື່ມນ້ຳລະຫວ່າງມື້ໃຫ້ຫລາຍຂື້ນ

(ໃນຄວາມຫມາຍວ່າດື່ມ 1 ຈອກເຊົ້າ ແລະ ຄ່ຳ ບໍ່ແມ່ນວ່າຫມົດມື້ຈະດື່ມແຕ່ເທົ່ານັ້ນ

ເຮົາຕ້ອງດື່ມນ້ຳໃຫ້ຫລາຍໆແຕ່ 1 ຈອກເຊົ້າແລະ ຄ່ຳນັ້ນເປັນຈອກພິເສດສຳລັບມື້ 1

ທີ່ເຮົາຄວນດື່ມ ແລະປະຕິບັດຕາມສຳລັບຄົນທີ່ດື່ມນ້ຳ ມື້ 1 ບໍ່ຣອດ 8 ຈອກ

ແລະ ບໍ່ມັກດື່ມນ້ຳ)

 

7. ຫມັ່ນຫາຈອກນ້ຳທີ່ມີນ້ຳເຕັມຈອກ 1 ຈອກ ຫລື ຕຸກ ມາວາງໄວ້ຂ້າງໆໂຕເຮົາ

ສະເຫມີ: ຂະນະທີ່ເຣົາກຳລັງເຮັດວຽກ ຫລື ຫລິ້ນເນັດ.... ມັນຈະເຮັດໃຫ້ເຣົາ

ສະດວກຕໍ່ການຫຍິບຂື້ນມາດື່ມໄປເລື້ອຍໆ ຂະນະທີ່ເຮັດວຽກໂດຍສະເພາະ

ເວລາທີ່ເຣົາກຳລັງສຸມຫົວຄິດເລື່ອງວຽກ ຫລື ຫຍຸ້ງກ່ຽວກັບແຊັດກັບຫມູ່ ຫລື

ຄົນຣູ້ໃຈຢູ່ ອິອິ ເພື່ອເປັນການບໍ່ຂັດຈັງຫວະວ່າຂໍໂຕໄປກິນນ້ຳເຣັດໃຫ້ເຣົາເສຍເວລາ

ໄປກໍ່ອາດເປັນໄດ້ (ແຕ່ໃນທີ່ນີ້ຖ້າວ່າເຮົານັ່ງເຮັດວຽກດົນໆໆໆ ການລຸກໄປເອົານ້ຳ

າດື່ມກໍ່ເປັນການດີເພາະວ່າຈະເຮັດໃຫ້ເຮົາໄດ້ພັກຜ່ອນສາຍຕາ ແລະ ພັກຜ່ອນ

ສະຫມອງໄປແດ່) ແຕ່ໃນທີ່ນີ້ສຳຫລັບຄົນຂີ້ຄ້ານໃນເວລາເຮັດວຽກແລ້ວ ຫລື

ວ່າກຳລັງຫລິ້ນເນັດແລ້ວບໍ່ຢາກລຸກໄປໃສ ບາງຄົນກະຈົນວ່າບໍ່ຫິວເຂົ້າກໍ່ຍັງມີ ອິອິອິ

 

ຂໍ້ມູນຈາກ Fw mail ^^



Delicious Digg Fark Twitter