ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2009 | ມີ 31 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ສະບາຍດີໝູ່ເພື່ອນພັນລາວໝົດທຸກຜູ້ທຸກຄົນ

ນີ້ກະເປັນໄດອາລີທຳອິດເນາະ

ເລື່ອງທີ່ຂຽນກະຄືເລື່ອງຜູ້ຍິງຜູ້ຊາຍນິແລ໊ະ, ເວົ້າເຖິງເລື່ອງນີ້ລະຖ້າຖາມວ່າຍຸກນີ້ເປັນຍຸກຜູ້ຍິງຜູ້ຊາຍມີສິດເທົ່າທຽມກັນແມ່ນບໍ່

ທຸກຄົນຕ້ອງອາດຕອບເປັນສຽງດຽວກັນວ່າ ແມ່ນ. ແຕ່ຂ້າພະເຈົ້າຄິດວ່າ ບໍ່ເລີຍ.. ເປັນຫຍັງຈື່ງວ່າຊັ້ນ

ເລີ່ມຈາກຄວາມເຈົ້າຊູ້ກ່ອນ, ເພື່ອນຍິງເຮົາເຄີຍຄິດບໍ່ວ່າ ເວລາເອົາສາມີໄປເມື່ອສາມີຫຼີ້ນເກັ່ງ,ເຈົ້າຊູ້

ແລ້ວເຮົາຄິດວ່າ ເອີ້ເຈົ້າຫຼີ້ນໄດ້ຂ້ອຍກະຫຼີ້ນໄດ້ຄືກັນ ຖ້າເຈົ້າບໍ່ຢາກໃຫ້ຂ້ອຍຫຼີ້ນເຈົ້າກະບໍ່ຕ້ອງຫຼີ້ນ ແຕ່ຜູ້ຊາຍວ່າພຽງແຕ່ເຈົ້າຄິດກະຜິດແລ້ວ ຜູ້ຍິງຫຼີ້ນບໍ່ຄືຜູ້ຍິງຫຼີ້ນເດີ້, ຜູ້ຍິງເປັນຝ່າຍເສຍຫາຍຫຼາຍກ່ວາກະແມ່ນ ແຕ່ເປັນຫຍັງຜູ້ຍິງຕ້ອງເປັນຝ່າຍຍອມ, ສາມີຫຼີ້ນໄດ້ແຕ່ຜູ້ເປັນເມຍຫຼີ້ນພັດບໍ່ຢາກໃຫ້ຫຼີ້ນ ເຖິງວ່າເຮົາຫຼີ້ນເມື່ອມີເລື່ອງມີຄວາມມາຜູ້ໃຫ່ຍເພີ່ນກະເບີ່ງວ່າເຮົາຜິດຫຼາຍກ່ວາຜູ້ຊາຍ

ຍັງມີອີກ ຜູ້ຊາຍບາງຄົນບໍ່ມັກຜູ້ຍິງໄປຫຼີ້ນ (ຮ້ານເບຍ, ເທັກ… ), ຖ້າຜູ້ຊາຍໄປຫຼີ້ນກະວ່າ ບໍ່ເປັນຫຍັງດ໋ອກມັນເປັນຜູ້ຊາຍ ແຕ່ຖ້າຜູ້ຍິງເຂົ້າເທັກນິ ຜູ້ໃຫ່ຍເພີ່ນກະເບີ່ງບໍ່ດີໂລດແລ໋ະ ເພີ່ນວ່າເບີ່ງແມ້ໄປນຳຜູ້ບ່າວເດິກໆດື່ນໆ ຈັກພາກັນໄປແວ່ຕໍ່ໄສບຸຫັ້ນ, ວ່າບໍ່ດີຈັ່ງຊັ້ນຈັ່ງຊີ້.. ຫາກບໍ່ຄິດວ່າ ເອີ້ເຂົາໄປສ້າງສັນນຳໝູ່ ບໍ່ໄດ້ໄປຕະຫຼອດ ໄປກະມ່ວນຢູ່ນຳໝູ່ເຂົາ ບໍ່ໄດ້ໄປລົ້ວໄປເລງຢົ້ວຢວນຜູ້ຊາຍ..ເພີ່ນພັດບໍ່ຄິດຊະ.  ຜູ້ຊາຍບາງຄົນກະບໍ່ເປີດໃຈຮັບ ເຫັນຜູ້ຍິງເຂົາເຂົ້າຮ້ານເບຍນິເພີ່ນເຫັນງາມດີເພີ່ນກະລົມຢູ່ ແຕ່ເພີ່ນບໍ່ຈິງໃຈດ໋ອກ ເພີ່ນວ່າເຮົາບໍ່ດີ.. ທັ່ງທີ່ເຮົາກະບໍ່ໄດ້ເຮັດຫຍັງທີ່ມັນເສຍຫາຍ… ສຸດທ້າຍນິກະບໍ່ມີຫຍັງເນາະ ທີ່ຂຽນກະບໍ່ໄດ້ໝາຍຄວາມວ່າຜູ້ຊາຍບໍ່ດີເດີ້ ພຽງແຕ່ປຽບທຽບໃຫ້ເຫັນວ່າຈິດສຳນຶກຫຼືຄວາມຄິດທີ່ຝັງຢູ່ໃນໃຈຄົນເຮົາຕັ້ງແຕ່ຍຸກກ່ອນໆຍັງມີຢູ່ນຳຄົນເຮົາ ດັ່ງນັ້ນຈື່ງເບີ່ງຄືວ່າມັນບໍ່ດຸ່ນດຽງກັນປານໃດ ສຳລັບອັກຄະຕິທີ່ມີຕໍ່ຜູ້ຍິງເຮົາ ພຽງແຕ່ເຮົາເປີດໃຈແລະເບີ່ງເຂົ້າໄປເລິກໆເອົາໃຈເພິ່ນມາໃສ່ໃຈໂຕ ແລ້ວບັນຫາຄອບຄົວ ແລະ ອັກຄະຕິຂອງຜູ້ຊາຍທີ່ບໍ່ມັກຜູ້ຍິງໄປຫຼີ້ນກໍ່ຈະໝົດໄປ

ຂອບໃຈທີ່ອ່ານເດີ້... ^_^