ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເອົາມາຝາກກັນ

ວັນເກີດລູກເກືອບຄ້າຍວັນຕາຍແມ່

ເຈັບທ້ອງແທ້ເທົ່າໃດບໍ່ເຄີຍຈົ່ມ

ກ່ວາອຸ້ມທ້ອງ  ກ່ວາຄອດ ລອດເປັນຄົນ

ເຕີບໂຕຈົນບັດນີ້ ນີ້ເພາະໃຜ

...............................................

ແມ່ເຈັບຈຽນຂາດໃຈໃນວັນນັ້ນ

ກັບເປັນວັນລູກສະຫຼອງກັນຜ່ອງໃສ

ໄດ້ຊີວິດ ແລ້ວກໍ່ເລີ້ງ ລະເລີງໃຈ

ລືມຜູ້ໃຫ້ຊີວິດອານິຈາ

.................................................

ເປັນຫຍັງເຮົາຮຽກກັນວ່າ"ວັນເກີດ"

"ວັນຜູ້ໃກ້ກຳເນີດ"ຈະຖືກກ່ວາ

ຄຳອວຍພອນທີ່ຂຽນຄວນປ່ຽນມາ

ໃຫ້ມານດາເຈົ້າເປັນສຸກຈື່ງຖືກແທ້

....................................................

ຜ່ອນຈັດງານວັນເກີດກັນເຖີດນະ

ຄວນທີ່ຈະ ຄຸກເຂົ່າກາບເທົ້າແມ່

ລະລຶກເຖິງພະຄຸນອົບອຸ່ນແດ່

ຢ່າມົວແຕ່ຈັດງານປະຈານຕົວ...

alt

 

Delicious Digg Fark Twitter