ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອັນນີ້ແມ່ນ   ແມັກທີ່ວ ເຈົ້າພໍ່ພັນລາວເພີ່ນໃຫ້ຂ້າພະເຈົ້າເອົາມາເຜີຍແຜ່ ກາບກອນຂອງ   ຄົນໃຈດີ   ທີ່ຂຽນໄວ້  ເວັບຍີ້ມລາວ  ພຸ້ນເລີຍເອົາມາເຜີຍແຜ່ໃຫ້ຊາວພັນລາວມາອ່ານ ແລະ ເປັນພະຍານຮັກໃຫ້ແກ່ເພີ່ນພ້ອມ ແຮ່ໆໆໆໆໆໆ  ຄົນໃຈດີ ເພີ່ນຊີບໍວ່າຕິເບາະເນາະ   ມາອ່ານພ້ອມກັນເລີຍເນາະຊັ້ນນາ

ແຕ່ງໂດຍ:   ຄົນໃຈດີ

ກາບສົດ: ຕອນ: ແມ່ເດັກນ້ອຍ

ຂ້ອຍມີແຟນ ຊື່ວ່າປາຂາວ

ຂ້ອຍເອີ້ນລາວ ວ່າແມ່ເດັກນ້ອຍ

ເພາະວ່າຂ້ອຍ ຮັກລາວຫລ້າຍ ຫລາຍ

ເຄີຍເສຍໃຈ ກັບຮັກຜ່ານມາ

ຊົ່ວແທ້ໜາ ດື່ມເບຍດື່ມເຫລົ້າ

ດຽວນີ້ເຊົາ ເຊົາດື່ມແລ້ວເດີ່

ບໍ່ໄດ້ເວີ້ ຂ້ອຍເວົ້າຄວາມຈິງ

ທຸກໆສິ່ງ ທີ່ປາຂາວໃຫ້

ສະບາຍໃຈ ມີສຸກທຸກຢ່າງ

ຂ້ອຍນີ້ຊ່າງ ໂຊກດີແທ້ໆ

ເບີ່ງຂ້ອຍແມ້ ໜ້າກະຄືລີງ

ບໍ່ມີສິ່ງ ປຽບທຽບລາວໄດ້

ນອກຈາກໃຈ ຮັກແທ້ຂອງຂ້ອຍ

ຈະບໍ່ປ່ອຍ ໃຫ້ລາວຫລຸດມື

ຂ້ອຍຊິຖື ລາວໄວ້ໃຫ້ແໜ້ນ

ຂ້ອຍຫວງແຫນ ແຟນຂ້ອຍຄົນນີ້

ຂ້ອຍບໍ່ມີ ຍິງສອງຍິງສາມ

ດີກໍ່ຕາມ ງາມເລີດກະຢ່າ

ຂ້ອຍນີ້ນະ ຮັກດຽວໃຈດຽວ

ບໍ່ຂ້ອງກ່ຽວ ຍິງນັ້ນຍິງນີ້

ຂ້ອຍຈະມີ ຮັກດຽວຕໍ່ໄປ

ຂ້ອຍຢູ່ໃສ ກະຄິດຮອດເຈົ້າ

ຂ້ອຍຢາກເວົ້າ ວ່າຮັກເຈົ້າຫລາຍ

ຊີບອາດວາຍ ຖ້າບໍ່ເຫັນໜ້າ

ຂ້ອຍສັນຍາ ຈະບໍ່ນອກໃຈ

ເປັນຈັ່ງໃດ ກະຮັກຄືເກົ່າ

ຮັກປາຂາວ ຄືກັບຮັກແມ່

ຮັກແທ້ໆ ແມ່ເດັກນ້ອຍຂ້ອຍ

ຂໍອະນຸຍາດເດີ  ຄົນໃຈດີ  ແຮ່ໆໆໆໆໆໆ ວິທີຫາເງີນເພີ່ມ

Delicious Digg Fark Twitter