ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2010 | ມີ 6 ຄຳເຫັນ ແລະ 0 trackback(s)






 
ວິທີແກ້ອາການງ່ວງນອນ ຫຼື ຫາວນອນໃນຫ້ອງລ້າຫ້ອງການ

 
ວິທີແກ້ອາການງ່ວງນອນ ຫຼື ຫາວນອນໃນຫ້ອງລ້າຫ້ອງການ ອາການງ່ວງນອນ ຫຼືຫາວນອນ ເປັນອາການໜື່ງທີລະບາດໃນກຸ່ມໄວທຳງານ ທີ່ເຮັດວຽກໃນຫ້ອງລ້າຫ້ອງການ ຊຶ່ງເຮັດໃຫ້ເສຍສະມາທິໃນການເຮັດວຽກ ແລະ ເກີດອາການຂີ້ຄ້ານ ຕາມມາອີກ. ເນື່ອງຈາກອາການອ່ອນເພຍ ທີ່ເວົ້າເຖິງນີ້ເປັນໜື່ງໃນອາການຂອງ ໂຣກໄຮໂປໄກລຊີເມັຍ ຊຶ່ງສ່ວນໜື່ງ ເປັນເພາະການຜັກຜ່ອນບໍພຽງພໍ ແລະ ການກິນອາຫານທີ່ຜິດໆ ໂດຍສະເພາະອາຫານຫວານທີ່ເຕັມໄປດ້ວຍ ນ້ຳຕານ ແລະ ແປ້ງ. ອາຫານ 4 ຢ່າງ ຕໍ່ໄປນີ້ ຊ່ວຍລົດຄວາມຢາກນອນຂອງທ່ານໄດ້:
1. ຜັກ ແລະ ໝາກໄມ້ ທີ່ອຸດົມດ້ວຍວິຕາມິນຊີ ໄດ້ແກ່: ໝາກສີດາ, ໝາກກ້ຽງ, ກະລ່ຳດອກຂຽວ. ອາຫານພວກນີ້ຈະຊ່ວຍຕ້ານ ຄວາມອ່ອນເພຍ ທີ່ມາຈາກຄວາມເຄັ່ງຕຶງ ແລະ ກັງວົນຕ່າງໆ
2. ໝາກໄມ້ທີ່ມີ ໂຄຣມຽມ (Chromium) ໄດ້ແກ່: ໝາກແອບເປີ້ນ, ໝາກກ້ວຍ, ໝາກສີດາທີ່ຈະຊ່ວຍຮັກສາລະດັບນ້ຳຕານໃນເລືອດ ແລະ ເພີ່ມພະລັງງານແກ່ຮ່າງກາຍ
3. ເມັດພືດທີ່ອຸດົມຄຸນຄ່າ ໄດ້ແກ່:​ ໝາກງາ, ແກ່ນໝາກຖົ່ວແຫ້ງ, ເມັດພືດພັນທີ່ບໍ່ຜ່ານການຜັດສີຈົນຫຼ້ອນ (ເຂົ້າທີ່ຕຳດ້ວຍມື) ແລະ ຈອມຂອງເມັດເຂົ້າວີດ (Wheat germ) ທີ່ມີໂພແທສຊຽມ ຊ່ວຍບຳລຸງປະສາດ ແລະ ຊ່ວຍໃຫ້ຈິດໃຈແຈ່ມໃສ
4. ໄຂມັນດີໆ ຈາກປາ ເປັນອີກທາງເລືອກໜື່ງທີ່ເສີມໂປຣຕິນ ແລະ ກົດໄຂມັນໂອເມກ້າ-3 ໃຫ້ແກ່ຮ່າງກາຍ ແລະ ຍັງຊ່ວຍໃຫ້ມີສະມາທິ ແລະ ຄວາມຈື່ຈຳໄດ້ດີຂື້ນ.

ຈາກhttp://www.laosabai.com/plugins/content/content.php?content.27

Delicious Digg Fark Twitter