ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2017 | ມີ 1 ຄຳເຫັນ ແລະ 0 trackback(s)

ວິທີສ້າງສະເໜ່ໃຫ້ກັບຕົນເອງງ່າຍໆດ້ວຍສະຕາຍພຸດທະໃຊ້ໄດ້ຜົນຈິງ

1. ເປັນຄົນຮູ່ຈັກໃຫ້ປັນ ຄື ເອື້ອເຟື້ອເຜື່ອແຜ່ ເສຍສະຫຼະ ແບ່ງປັນ ຊ່ວຍເຫຼືອ ສົງເຄາະດ້ວຍປັດໄຈສີ່ ທຶນຫຼືຊັບສິນສິ່ງຂອງ ຕະຫຼອດຈົນໃຫ້ຄວາມຮູ້ ຄວາມເຂົ້າໃຈ ແລະສິລະປະວິທະຍາ (ທານ)

2. ເປັນຄົນຮູ້ຈັກເວົ້າເໝືອນຮັກກັນ ຄື ກ່າວຄຳສຸພາບ ມ່ວນ ເປັນຕາຟັງ ຊີ້ແຈງແນະນຳສິ່ງທີ່ເປັນປະໂຫຍດ ມີເຫດຜົນເປັນຫຼັກຖານ ຊັກຈູງໃນທາງທີ່ດີງາມ ຫຼືຄຳສະແດງຄວາມເຫັນອົກເຫັນໃຈ ໃຫ້ກຳລັງໃຈ ຮູ້ຈັກເວົ້າໃຫ້ເກີດຄວາມເຂົ້າໃຈດີ ສະມານສາມັກຄີ ເກີດໄມຕີ ເຮັດໃຫ້ຮັກໃຄ່ນັບຖືແລະຊ່ວຍເຫຼືອເກື້ອກູນກັນ (ປິຍະວາຈາ)

3. ເປັນຄົນຮູ້ຈັກທຳປະໂຫຍດແກ່ເຂົາ ຄື ຊ່ວຍເຫຼືອດ້ວຍແຮງກາຍ ແລະຂົນຂວາຍຊ່ວຍເຫຼືອກິດຈະການຕ່າງໆ ບຳເພັນສາທາລະນະປະໂຫຍດ ລວມທັງຊ່ວຍເຫຼືອແກ້ໄຂບັນຫາແລະຊ່ວຍປັບປຸງສົ່ງເສີມໃນດ້ານຈະຣິຍະທັມ (ອັດຖະຈະຣິຍາ)

4. ເປັນຄົນຮູ້ຈັກວາງຕົນໃຫ້ເໝາະສົມ ຄື ທຳຕົນໃຫ້ເຂົ້າກັບເຂົາໄດ້ ວາງຕົນສະເໝີຕົ້ນສະເໝີປາຍ ໃຫ້ຄວາມສະເໝີພາບ ປະຕິບັດສະໝ່ຳສະເໝີກັນຕໍ່ຄົນທັງຫຼາຍ ບໍ່ເອົາປຽບແລະສະເໝີໃນສຸກທຸກ ຄືຮ່ວມສຸກ ຮ່ວມທຸກ ຮ່ວມຮັບຮູ້ ຮ່ວມແກ້ໄຂບັນຫາເພື່ອໃຫ້ເກີດປະໂຫຍດສຸກຮ່ວມກັນ (ສະມານັດຕະຕາ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

          ຄົນເຮົານີ້ ຄືກັນທັງໂລກ ເກິດແລ້ວກັບຕ່າວປິ້ນ ຕາຍມ້ຽນຄູ່ຊູ່ຄົນ

          ຊື່ວ່າແນວຄວາມຮູ້ ສີນທັມພຣະເຈົ້າໃຫຍ່ ຄັນແມ່ນຮຽນໄດ້ແລ້ວ ສິເປັນແກ້ວແກ່ນມະໂນ

          ຢ່າໄດ້ຄິດກອບເກື້ອ ກັມບາບໜາໜັກ ໃຫ້ເອົາບຸນເປັນສະຫາຍ ຮ່ວມເຮືອນຮຽງຊ້ອນ

          ເງິນຄຳແກ້ວ ຫາມາທາງບໍ່ແມ່ນ ແມ່ນສິກໍ່ທາດຫຸ້ມ ກວມໄວ້ກະບໍ່ຍັງ

          ຍິງຮູບຮ້າຍ ຄອງວັດພາງາມ ຊາຍຮູບຊາມ ວຶຊາພາຮຸ່ງ

          ໃຈປະສົງສ້າງ ສີນທັມຮຽນຮອບ ພໍປານໄດ້ໜ່ວຍແກ້ວ ແຍງແລ້ວເປີດບໍ່ເປັນ ເຈົ້າເອີຍ