ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ນິທານເຊັນ ນ້ຳຊາລົ້ນຈອກ 

ເລື່ອງມີຢູ່ວ່າ ທີ່ປະເທດຍີ່ປຸ່ນເມື່ອຮ້ອຍປາຍປີມາແລ້ວ ພຣະອາຈານແຫ່ງນິກາຍເຊັນອົງໜຶ່ງ ຊື່ວ່າ ນັນອິນ ເປັນຄົນມີຊື່ສຽງໂດ່ງດັງທົ່ວປະເທດ ມີລູກສິດລູກຫາຫຼາຍ ແລະມີຄວາມຮອບຮູ້ແຕກສານ ມີຄວາມຊຳນານເລື່ອງພຣະພຸດທະສາສະໜານິກາຍເຊັນຫຼາຍທີ່ສຸດອົງໜຶ່ງຂອງປະເທດຍີ່ປຸ່ນ ແລະສາດສະດາຈານທ່ານໜຶ່ງເປັນຄົນທີ່ມີຊື່ສຽງໂດ່ງດັງທົ່ວປະເທດເໝືອນກັນ ມີຄວາມຮູ້ຫຼາຍສາຂາວິຊາ ໄປຫາພຣະອາຈານນັນອິນເພື່ອຂໍສຶກສາພຣະພຸດທະສາສະໜານິກາຍເຊັນ

ໃນການຕ້ອນຮັບພຣະອາຈານນັນອິນໄດ້ຖອກນ້ຳຊາລົງໃນຈອກຈົນເຕັມ ແຕ່ກໍ່ຍັງຖອກຕໍ່ໄປຈົນລົ້ນແລ້ວລົ້ນອີກ ສາດສະດາຈານແນມເບິ່ງດ້ວຍຄວາມສົງໄສ ແລະທົນເບິ່ງຕໍ່ໄປບໍ່ໄດ້ ຈຶ່ງເວົ້າອອກໄປວ່າ ພຣະອາຈານຈະໃສ່ມັນລົງໄປໄດ້ແນວໃດ ມັນລົ້ນຈອກແລ້ວ ຝືນຖອກຕໍ່ໄປກໍ່ມີແຕ່ຈະລົ້ນຖິ້ມຊື່ໆບໍ່ມີປະໂຫຍດຫຍັງ

ພຣະອາຈານນັນອິນຈຶ່ງຕອບວ່າ ພໍ່ອອກກໍ່ເໝືອນກັນ ອາຕະມາຈະໃສ່ຫຍັງລົງໄປໄດ້ ເພາະໃນຫົວສະໝອງແລະຫົວໃຈຂອງເຈົ້າເຕັມໄປດ້ວຍຄວາມຄິດ ຄວາມເຫັນ ແລະມີວິທີຄິດນຶກ ຄຳນວນ ຕາມແບບຂອງເຈົ້າເອງ ສອງຢ່າງນີ້ແຫຼະມັນເຮັດໃຫ້ເຂົ້າໃຈພຸດທະສາສະໜາແບບເຊັນບໍ່ໄດ້

Delicious Digg Fark Twitter