ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

ເມືອງຫຼວງພະບາງຕັ້ງຢູ່ພາກເໜືອຂອງປະເທດລາວ ຫ່າງຈາກນະຄອນຫຼວງວຽງຈັນປະມານ420ກິໂລແມັດ.ຫຼວງພະບາງເປັນເມືອງທີ່ເກົ່າແກ່ແຫ່ງໜຶ່ງຂອງລາວ ມີອາຍຸຫຼາຍກວ່າພັນປີມາແລ້ວ ແລະ ເຄີຍມີຊື່ຕ່າງກັນມາດັ່ງນີ້:ເມືອງຊວາເມືອງຊຽງດົງຊຽງທອງ ແລະ ເຄີຍເປັນເມືອງຫຼວງຂອງອານາຈັກລ້ານຊ້າງ ທັງມີຄວາມຈະເລີນຮຸ່ງເຮືອງຫຼາຍເມື່ອສະຕະວັດທີ 16,17 ແລະ 18.
ຄຳວ່າຫຼວງພະບາງນັ້ນແມ່ນເອີ້ນຕາມຊື່ຂອງພະບາງ ພະພຸດທະຮູບມິ່ງບ້ານຂວັນເມືອງຂອງລາວ ຊື່ນີ້ປະກົດຂຶ້ນເປັນເທື່ອທຳອິດໃນລາຊະການຂອງພະເຈົ້າວິຊຸນນະລາດ ແລະ ຕໍ່ມາກໍໄດ້ກາຍເປັນຊື່ຖາວອນຂອງນະຄອນແຫ່ງນີ້ ເມື່ອເວລາເມືອງຫຼວງຂອງອານາຈັກລ້ານຊ້າງຖືກຍົກຍ້າຍໄປຕັ້ງຢູ່ວຽງຈັນໃນ ຄ.ສ. 1563.
ເມືອງຫຼວງພະບາງເປັນເມືອງທີ່ມີຮ່ອງຮອຍປະຫວັດສາດ ແລະ ມໍລະດົກອັນລ້ຳຄ່າທາງດ້ານວັດທະນະທຳ ມີວັດວາອາຮາມ ວັດຖຸບູຮານ ແລະ ສະຖານບູຮານ ສິນລະປະດອກດວງລວດລາຍຮູບແຕ້ມຮູບຄວັດແກະສະຫຼັກແລະອື່ນໆ ດ້ວຍສີໄມ້ລາຍມືທີ່ຊຳນິຊຳນານ ແລະ ປະນີດທີ່ສະແດງໃຫ້ເຫັນເອກະລັກລາວໂດຍແທ້.
ເມືອງຫຼວງພະບາງເປັນເມືອງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ ທັງເປັນເມືອງມໍລະດົກໂລກທີ່ເປັນໜ້າສົນໃຈຂອງແຂກຄົນທັງພາຍໃນແລະຕ່າງປະເທດ. ຫຼວງພະບາງມີປະຊາກອນອາໄສຢູ່ຈຳນວນ6ໝື່ນກວ່າຄົນຊຶ່ງລວມມີສາມຊົນເຜົ່າໃຫຍ່ຄື: ເຜົ່າລາວລຸ່ມເຜົ່າລຸ່ມເທິງແລະເຜົ່າລາວສູງ. ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າແມ່ນອີງໃສ່ການກະສິກຳປ່າໄມ້,ລ້ຽງສັດເປັນອາຊີບຕົ້ນຕໍຊຶ່ງກວມເອົາ80%ຂອງພົນລະເມືອງໃນທົ່ວເມືອງເນື້ອທີ່ສ່ວນໃຫຍ່ເປັນພູດອຍ ເນື້ອທີ່ທົ່ງພຽງທີ່ສາມາດຂະຫຍາຍເນື້ອທີ່ນານັ້ນພັດມີໜ້ອຍຄືທົ່ວເມືອງມີເນື້ອທີ່ນາທັງໝົດ 2000ກວ່າເຮັກຕາຊຶ່ງເຮັດນາແຊງໄດ້300ກວ່າເຮັກຕາ. ເຖິງແມ່ນວ່າເນື້ອທີ່ນາຈະມີໜ້ອຍກໍຕາມແຕ່ກໍຍັງມີເງື່ອນໄຂ ແລະ ສາມາດເຮັດນາສອງລະດູໄດ້. ປະຊາຊົນເຄີຍມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການສ້າງຢູ່ກະທຳກິນດັ່ງສຸພາສິດບູຮານກ່າວວ່າ “ໄປຢຽບໝາ ມາຢຽບຂຽດ” ຊີວິດປະຈຳວັນຂອງຊາວເມືອງແມ່ນຕິດພັນກັບການຜະລິດຕາມເງື່ອນໄຂຄວາມສາມາດ ເຊັ່ນ: ການເຮັດໄຮ່,ເຮັດນາ,ເຮັດສວນ,ລ້ຽງສັດ,ຫັດຖະກຳ,ປຸງແຕ່ງອາຫານ ຯລຯ ຊຶ່ງສອດຄ່ອງກັບທິດທາງແນວທາງຂອງພັກເຮົາ ກໍຄືແຜນພັດທະນາເສດຖະກິດສັງຄົມຂອງແຂວງ ແລະ ເມືອງໃນການຫັນປ່ຽນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ ຄືນຳໃຊ້ກົນຈັກ,ເຕັກນິກວິທະຍາສາດ,ວິທະຍາການເຂົ້າມາໃນການຜະລິດ ຍົກຜະລິດຕະພາບໃນການຜະລິດໃຫ້ສູງຂຶ້ນ ຮັບປະກັນທາງດ້ານອາຫານ ແລະ ທັນຍາຫານໃຫ້ພຽງພໍ ແລະ ສິນຄ້າໂດຍເລັ່ງໃສ່ການປູກເຂົ້າ,ປູກພືດທັນຍາຫານ,ພືດອຸດສາຫະກຳຕາມລະດູການຢ່າງຕໍ່ເນື່ອງ.
ອາຊີບປຸງແຕ່ງອາຫານແມ່ນອາຊີບໜຶ່ງທີ່ຕິດພັນກັບຊາວຫຼວງພະບາງຢ່າງສະໜິດແໜ້ນໂດຍສະແດງໃຫ້ເຫັນເອກະລັກຂອງທ້ອງຖິ່ນຢ່າງເດັ່ນຊັດ ອາຫານເອກະລັກເຫຼົ່ານັ້ນລ້ວນແຕ່ມີຊື່ລືຊາ ແລະ ເປັນທີ່ນິຍົມຂອງແຂກຕ່າງດ້າວ ທ້າວຕ່າງແດນທີ່ມາຢ້ຽມຢາມຫຼວງພະບາງຈົນກາຍເປັນປະເພນີ ເຊັ່ນ: ຖ້າຫາກວ່າແຂກຄົນມາຫຼວງພະບາງ ຕ້ອງມີຂອງຕ້ອນຫຼວງພະບາງຕິດໄມ້ຕິດມືກັບບ້ານໄປພ້ອມ ເປັນຕົ້ນແມ່ນແຈ່ວບ່ອງ,ໄຄ່ແຜ່ນ,ໜັງຍຳ,ປອດແຫ້ງເຮັດມາຈາກປອດຂອງຄວາຍງົວ,ຜັກນ້ຳ,ພູຄ້ຽວ,ຂົ້າໜົມຂີ້ໜູແທ້ຈີງມີແຕ່ເຂົ້າໜົມຂີ້ແມວ,ເຂົ້າໜົມໝໍ້ທອດ,ນ້ຳອ້ອຍແຜ່ນ ຯລຯ.
ສີໄມ້ລາຍມືທາງດ້ານຫັດຖະກຳຈັກສານກໍເປັນທີ່ຍອມຮັບຈາກສັງຄົມ ໂດຍສະເພາະແມ່ນລວດລາຍການຈັກສານແບບພື້ນເມືອງແບບດັ້ງເດີມ ເປັນຕົ້ນແມ່ນເຄື່ອງເອ້ຍ້ອງ,ເຄື່ອງໃຊ້ສອຍປະກອບຄອບຄົວເຊັ່ນ:ແອບເຂົ້າ,ຫວດ,ພາເຂົ້າຫວາຍພາເຂົ້າທີ່ເຮັດດ້ວຍຜະລິດຕະພັນຫວາຍ,ດົ້ງ,ເຂິ່ງ ຯລຯ ເຊິ່ງເປັນສິນຄ້ານຳລາຍໄດ້ມາສູ່ຄອບຄົວດີພໍສົມຄວນ.
ແຕ່ບໍ່ສະເພາະແຕ່ເຄື່ອງຈັກສານເທົ່ານັ້ນທີ່ມີຊື່ສຽງດົງດັງຢູ່ຫຼວງພະບາງ ຫັດຖະກຳຕ່ຳຫູກທໍໄໝກໍເປັນທີ່ລືນາມມາໄດ້ຫຼາຍສິບໆປີ. ບ້ານພະນົມເປັນບ້ານຊົນເຜົ່າລື ບ້ານດັ່ງກ່າວເຄີຍມີມູນເຊື້ອດຸໝັ່ນໃນການຕ່ຳຫູກທໍໄໝ ສີໄມ້ລາຍມືໃນການເກັບດອກດວງ ແລະ ຕ່ຳທໍໄດ້ຢ່າງສວຍສົດງົດງາມແບບພື້ນເມືອງໂດຍແທ້ຈົນເປັນທີ່ຍອມຮັບຂອງເຊື້ອກະສັດ
ຫຼວງພະບາງໃນສະໄໝກ່ອນແຕ່ເຊັ່ນປູ່ຍາຕາຍາຍ ປະຈຸບັນ ມູນເຊື້ອດັ່ງກ່າວໄດ້ຕົກທອດມາເຖິງເຊັ່ນລູກເຊັ່ນຫຼານເທົ້າທຸກວັນນີ້.
 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

ບຸນກີນຈຽງຂອງຊາວຊັນເຜົ່າມົ້ງຫຼືເຜົ່າລາວສູງນັ້ນ ມີອັນແຕ່ກຕ່າງຈາກບຸນປຸດປີຂອງຊົນເຜົ່າຂະມຸເລັກນ້ອຍ ຄືບຸນກີນຈຽງຈະເລີມທຳພິທີໃນມື້ແຮມ 14-15 ຄ່ຳຂອງເດຶອນ 12 ເຊີ່ງແມ່ນໄລຍະສຸດທ້າຍຂອງປີເກົ່າ,ໃນມື້ນັ້ນແມ່ນໄດ້ມີພິທີເອີນເຂົ້າແຫ່ຂັວນເຂົ້າຈັດລ້ຽງຕ່າງໆ,ຈຸດປະສົ່ງແມ່ນເຮັດໃຫ້ການປູກຝັ່ງລ້ຽງສັດ ໃຫ້ລຸລາບອາບເຮື່ອງໃຫ້ໄດ້ຮັບໜາກຮັບຜົນດີພໍມື້ອອກໃໝ່1ຄ່ຳ 2 ຄ່ຳ 3 ຄ່ຳ ຈະແມ່ນມື້ຄຳ, ໃນໄລຍະ3 ວັນນີ້ຈະບໍ່ມີການຊື້ການຂາຍເພື່ອສະແດງເຖີງ ການຮີບຫອມອອມສັບພາຍໃນຄອບຄົວ ໃຫ້ມີຄວາມອຸດົມຮັ່ງມີ, ມີກີນມີໃຊ້ຢ່າງພຽງພໍ. ປະເພນີບຸນກີນຈຽງນີ້ ກໍ່ອີ່ງໃສ່ເງືອນໄຂຂອງຄອບຄົວເໜື່ອນກັນຄື: ຄອບຄົວໃດທີ່ອຸດມສົມບູນເດ່ກໍ່ເຮັດຈຽງໜູ, ຖ້າຄອບຄົວໃດຫາກບໍ່ມີເງື່ອນໄຂ ກໍ່ເຮັດຈຽງໄກ່ແລະຖືວ່າແຕ່ລະຄອບຄົວນັ້ນບໍ່ໄດ້ລະເວັ້ນ.
ການສະຫລອງບຸນກີນຈຽງຂອງຊົນເຜົ່າມົ້ງນີ້ ແມ່ນເຂົາເຈົ້າຈະໄດ້ມີໂອກາດສວມໃສ່ເສື້ອຜ້າທີ່ຕົນໄດ້ຫ້າງຫາກະກຽມ ຫຍີ້ບແສ້ວໄວ້ ທີ່ໃຫມ່ອ່ຽມແລະສວຍສົດງົດງາມ.
ການສະຫລອງບຸນດັ່ງກ້າວນີ້ ນອກຈາກຂະເປັນການສະຫລອງຜົນຜະລິດພາຍຫລັງ ທີ່ເກັບກູ້ເກັບກ່ຽວແລ້ວຍັງເປັນການສ້າງບັນຍາກາດອັນດີເຊີ່ງກັນ ແລະກັນໃນການພົບປະລະຫວ່າງ ຍາດພີ່ນ້ອງເພືອນໜີດສະຫາຍບ້ານໃຕ້ບ້ານເໜືອ ທີ່ໄດ້ມີໂອກາດຍືຍາມຖາມຂ່າວດ້ວຍບັນຍາກາດອັນແຈ່ມໃສ່.
ສະນັ້ນພໍຮອດຄວບເຄົ້າລະດູການພີ່ນ້ອງເຜ່າມົ້ງ ແລະເຜົ່າຂະມຸບໍໄດ້ລະຮີດໄຫ້ໝອງບໍໄດ້ລະຕອງໃຫ້ເສົ້າເຂົາເຈົ້າໄດ້ພ້ອມກັນ ສະຫລອງປະເພນີໃນແຕ່ລະປີຢ່າງເບີກບານມວ່ນຊື່ນ