ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ເຂົາພາກັນເວົ້າວ່າໂຄສະນານີ້ຖ່າຍຊ໋ອດດຽວ .

 

 

 

ບໍ່ໄດ້ຕົກແຕ່ງພາບຖ່າຍໄປ606 ເທັກ ໃຊ້ງົບໄປ6 ລ້ານດອນລ້າ

 

www.jabchai.com/main/view_joke.php  ຄີ່ກເຂົ້າເບີງເລີຍເດີ

alt

 ພໍດີຫມູ່ສົງມາໃຫ້ເບີງກໍ່ເລີຍເກັບມາຝາກ

 

 

 

 

ໂທດເດີທີເອົາມາເປັນວິດີໂອບໍ່ໄດ້

 

 

 

 

ຂອບໃຈ www.jabchai.com

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ກ ຜັກສີຂຽວ  ເປັນຜັກທຳມະດາທົ່ວໆໄປທີ່ມີຫລາຍທີ່ສຸດໃນໂລກ ສີຂຽວມາຈາກ ຄຣໍໂຣຟີຣວ ຊຶ່ງດີ ສຳລັບດວງຕາ ຜັກສີຂຽງສວ່ນຫລາຍ ແມ່ນເປັນຜັກ ກິນໃບ  ຈຳພວກ (Gourd) ຊຶງລວມເຖິງ ແຕງແລະຊູກິນີນຳ ຜັກປະເພດນີ້  ມິສັບພະຄຸນໃນ ການປັດສະວະ 



ຜັກສີຂາວ    ກະລຳປີ  ຖືເປັນຜັກສີຂາວ (ເຖິງວ່າມັນຈະຂຽວບອນກາບນອກມັນ) ເປັນຜັກທີ່ຮູ້ຈັກແລະບໍລິໂພກໄປທົ່ວໂລກ ເປັນຜັກທີ່ມີສານຕ້ານ ມະເຮັງແລະມີຄຸນສົມບັດໃນການຊ່ວຍ ຍ່ອຍອາຫານ ໃນເກົາຫລີ ປູກກະລຳປີຫລາຍໃນເກາະ ເຊຈູ ກະລຳປີ ມັກດີນຊາຍ ແລະ ອາກາດເຢັນ (ລະຫວ່າງา 15 - 20 ອົງສາ) ປະຈຸບັນທີ່ເກາະເຊຈູ ແຫງນີ້ນັບຫວ່າເປັນແຫລງຜະລິດກະລຳປີທີ່ໃຫ່ຍທີ່ສຸດໃນໂລກ ມີເນື້ອທີ່ປູກປະມານ 1,500 ເຮັກຕ່າ ຫລື ປະມານ 9,375 ໄລ່ ແລະ ສາມາດປູກໄດ້ຕະຫລອດປີ

ຜັກສີແດງ   ຫມາກເລັ່ນ ຈັດຢູ່ໃນປະເພດຜັກສີແດງ ສີແດງມາຈາກໄລໂຄປີນ (Lycopene)  ຊື່ງຊວ່ຍ ຊະລໍຄວາມແກ່ ແລະ ເມື່ອຫລາຍປີກ່ອນມີບົດຄວາມທາງວີຊາການຍືນຢັ້ນວ່າໄລໂຄປີນ ສາມາດ ປ້ອງກັນມະເຮັງ ໃນຕັບອ່ອນໄດ້ ເຮັດໃຫ້ຄົນ ຫັນມາສົນໃຈບໍລິໂພກຫມາກເລັ່ນຫລາຍຂື້ນ


ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2009 | ມີ 44 ຄຳເຫັນ ແລະ 0 trackback(s)

ຫາແມງແຄງມາຫໍຫນຶງ

alt

ໄດ້ແລ້ວເປີດອອກ

 

 

alt

ເຫັນຫນ້າຕາແລ້ວ

ເອົາໄປຂົ້ວ ໃສ່ ຫມໍ້ ປຸງຕາມໃຈມັກເດີ

alt


ແລ້ວລະມາກີນນຳກັນເລີຍ

ໂດຍ ຊາຕານ

 

ຂອບໃຈ ຂໍ້ ມູນຈາກ http://www.baanmaha.com

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

altaltແລ້ວກໍ່ຄົນໆ ໃຫ້ເຊົ້າກັນaltຢາກສຸກກໍ່ຂົ້ວໄດ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫລາຍວັນນີ້ ຢາກ ບອກຫວ່າ ຄີດ ເຖີງເຂົ້າຫລາຍ

ເປັນຫຍັງຄວາມຄິດເຖີງ ຈັງສົ່ງໄປ ບໍ່ຮອດເຈົ້າຈັກເທືອ


ເປັນຫຍັງເສັ່ນທາງຂອງເຮົາມັນຈັງບໍ່ມາບັນຈົບກັນ ທີ່ ຈະໄດ້ ພົບກັນ

ເປັນຫຍັງຕ້ອງມາຂະຫນານກັນຕະຫລອດເວລາແບບນີ້

ແລະເປັນຫຍັງລະ

ເຈົ້າ ຈື່ງ ບໍ່ເຄີຍຫັນມາເບີງກັນເລີຍ

ແບບ ເພືອນກໍ່ຍັງດີ

ແບບ ເພືອນ ຄົນຫນື່ງທີ່ ເຈົ້າຮູ້ ຈັກ

ແຕ່ນັ້ນລະ ມັນເປັນໄປ ບໍ່ໄດ້

ເພາະເຈົ້າບໍ່ໄດ້ ຮູ້ ສືກ ແນວໃດ ກັບຂ້ອຍເລີຍອິກແລ້ວ


ຄວາມຮູ້ສືກມັນເປັນຂອງເຮົາຝ່າຍດຽວ................ທັງໆທີ່ຮູ້ວ່າເພາະຫຍັງ..........

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເວລາຫົວໃຈເຈັບຟັງເພງເສົ້ານ້ຳຕາກໍ່ໄຫລ

ພຽງແຕ່ລົມພັດຄອ່ຍໆກໍ່ຮູ້ສືກຫວ່າຫນາວຫລາຍ

ຈະອ່ອນໄຫ່ວໄປຮອດໃສ່

ມັນຜ່ານມາຍັງບໍ່ດົນຫວ່າ ?

 

ຮ້ອງໄຫ້ alt ຮອ້ງໄຫ້alt

ຕໍ່ໃຫ້ ໄຫ້ ຈົນນ້ຳກາຍເປັນເລືອດມັນກະບໍ່ໄດ້ຫຍັງ


ເສັດນ້ຳຕາລະແມ໋ ໃຈເອີຍ

ເຂົາບໍ່ສົນໃຈດອກ

ຢຸດຟັງເພງເສົ້າ

ເກັບໂຕເອງໃນຫ້ອງທີ່ ງຽບໆ

ຫັນໄປທາງອື່ນນະ

ບໍ່ ຄີດຮອດໄດ້ ຍີນ ບໍ່




 

 

 

 

 

ແຕ່ມັນເຮັດບໍ່ໄດ້

 

 

 

ບໍ່ຮູ້ວ່າເປັນຫຍັງ

หฟ້

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

 

ເວລາຢູ່ຄົນດຽວບາງຄັ້ງມັນກະເຮັດໃຫ້ນືກເຖີງວັນດີດີທີເຮົາໄດ້ເວົ້າລົມກັນ

 

ເຊີງວັນນີ້ ມັນບໍ່ມີແລ້ວ ສຳລັບຄຳວ່າເຮົາ

 

ເປັນຫຍັງຕ້ອງຮູ້ ສືກດີ ໃນເມືອ ເຫັນເບີ

 

ແລະໃຈເຕັ້ນແຮງ ໃນວັນທີ່ເຈົ້າເຫົງາແລ້ວໃຫ້ໂທຫາ

ມັນແຮງເຮັດໃຫ້ ຄີດເຖີງ ແບບບອກບໍ່ຖືກ 

ເປັນຫຍັງ?

ຕ້ອງຄີດເຖີງເຂົາທຸກວັນ


ວັນ ນີ້ ກໍ່ເຫງົາໄປອີກວັນລະ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ຍ່ານ້ອຍເປັນຄົນທຳມະ ເຫັນພະຊົງຍ່າງກາຍຍາມໃດລະເພີ່ນຕ້ອງນົບໂລດ
 ຢູ່ຖວບ້ານສຳພັດຢູ່ໜ້າທາງເນາະ ລົດຕຸກໆບັນຈຸພະຊົງລະຂີ່ກາຍໜ້າບ້ານເພີ່ນຕະຫຼອດ
 

 ເພີ່ນກະນົບຕະຫຼອດຫັ້ນລະ
 ມາມື້ໜື່ງຕຸກໆກະຂີ່ກາຍມາ ເພີ່ນກະນົບອີກເດ ແຕ່ບໍ່ມີພະໃດບາດນີ້
 ຂ້ອຍເລີຍຖາມລາວວ່າ

 
 ມື້ກີ້ຍ່ານ້ອຍນົບໃຜ
 ລາວກະຕອບວ່າ ກະນົບອາຈົ່ວຂີ່ລົດຕຸກໆກາຍຫັ້ນເດ
 ຂ້ອຍກະເລີຍບອກລາວວ່າ ວັງກີ້ນີ້ບໍ່ມີພະຊົງຈັກອົງນະ
 ເຫັນແຕ່ຕຸກໆແກ່ລັງເບຍ
 
 
 
 ຍ່ານ້ອຍລາງສາຍຕາບໍ່ດີ ເຫັນລັງເບຍເປັນພະສົງ


:
 
 
 
 
 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ວັນແຫ່ງຄວາມຮັກ ບໍ່ເຫົງາແມ່ນບໍ່ ແຕ່..... ເບື່ອວັນນີ້ສຸດໆ
11.30ຕື້ນນອນ ເພາະບໍ່ໄດ້ເຂົ້າຮຽນ
12.00ອ້າບນຳ້
12.20ອາຫານເຊົ້າສຳອາຫານສວຍ
13.00ເປີດຫນັງສືລອງເບີງ ......ພັດຫາວນອນ ງາບງາບ ແຕ່ບໍ່ຍອມນອນ
17.20ໄປkfc ເບື່ອອາຫານຢູ່ຫ້ອງອາຫານ
19.00ກັບມາຫລີ້ນເນັດ
ແລ້ວກະມາລອງຕັ້ງໃຈອ່ານຫນັງສືອີກຄົ້ງຫນືງ ອ່ານໄດ້ປະມານ2 ຊົວໂມງ ເບີງຄືບໍ່ຫວ່າງແມ່ນບໍ່.....ອ່ານຕັົງ2 ຊມ ພຸ້ນ

+ຮອດ22 ໂມງກະນອນຫລັບຊອດແຈ້ງແນວຄົນບໍ່ມີແຟນເນາະ
 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ວັນນີ້ໄດ້ລົມກັນ ດົນແນ່ ເກີອບ ຊົວໂມງ

ດີໃຈທີ່ສຸດທີ່ໄດ້ລົມກັນ

ແຕ່ເຈົ້າດີໃຈຫລື່ບໍ່ນໍ ??
....

.................................

ຂ້ອຍກໍ່ຮູ້ຫວ່າເຈົ້າກໍ່ດີໃຈ ອິອິອິ (ເຂົ້າຂ້າງໂຕເອງເລັກນ້ອຍ)
 ເຂົ້າຂ້າງໂຕເອງຄົນບໍ່ຜິດຕີ໋

!!~
ກໍ່ສຽງເຈົ້າ ມັນບອກຂ້ອຍນະວ່າເຈົ້າດີໃຈ
^__________________^

ວັນນີ້ລົມກັນຫລາຍເລື່ອງເລີຍ
ມີທັງເສົ້າ ມີ ທັງ ເລືອງຕະລົກ

ເລືອງຊື່ງກໍ່ມີ

ແລະສົບການໂຫດໂຫດ

++++++++++++

ແຕ່ຕ້ອນລາວເສົ້າໆ ເພາະວ່າແຟນລາວບໍ່ຮູ່ຫວ່າໄປໃສ່...
(ໄປແຈ້ງຫ້ອງການບ້ານຫຼືຍັງນຶ)<<


ແຟນບໍ່ສົນໃຈ~~>>ຂ້ອຍສົນໃຈເອົາບໍ່?<<
5555 ຢ່າເສົ້າເດີ ຂ້ອຍຂໍຮ້ອງ ..
ຂ້ອຍບໍ່ຢາກໃຫ້ເຈົ້າເສົ້າໃຈຮູ້ບໍ່!!!

=o= ໄດ້ແຕ່ປອບໃຈ ດຽວເຂົາກະກັບມາ
ຮູ້ບໍ່ວ່າ ປອບເຂົາໂຕເອງໂຄດເຈັບເລີຍ
ໄດ້ເປັນແຕ່ ຖ້າປອບໃຈ ແລະຖ້າຫວງ ຖ້າສົນໃຈໃນເວລາທີ່ເວລາທີ່ເຈົ້າ ມື້ເລືອງກຸ້ມໃຈ ເທົ່ານັ້ນເອງ~
ເຮີເຮີ ເສົ້າ ເນາະ

ຫົວໃຈ ນ້ອຍໆ ທໍກຳປັນ1 ກຳມື້ ແຕ່ເປັນຫຍັງບໍ່ຮູ້ຈັກຈຳ ??
ໄຫ້ໄປກໍ່ໄດ້ແຕ່ເຈັບ ລ້າບຈຳເຖາະຫົວໃຈເອີຍ !!!!


ເຈົ້າໃຫ້ເຂົາຈັບມື້

ເຂົາຫອມແກ້ມໃຫ້ເຫັນ

ແຕ່ບອກໃຫ້ບໍ່ຕ້ອງຫວັນເດີໃຈ

ມັນເລື່ອງຂອງເຂົາ

ເຮົາບໍ່ມີສິດ

ແຕ່ມັນກໍ່ພຽງແຕ່ເທົ່ານັ້ນ

ຄີດສະເຫມີວ່າຢາກໃຫ້ເຈົ້າຮັກ ຢາກໃຫ້ຄີດເຖີງຂ້ອຍ
(ຝັນກາງເວັນ??)

...........................

ແຕ່ບໍ່ແມ່ນຝັນກໍ່ແມ່ນເຈົ້າລົມກັບຂ້ອຍຕັ້ງ ເກືອບ ຫນື່ງຊົ່ວໂມງ

 


 alt

 

 

 

 


 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ຄັ້ງທຳອິດທີພົບຫນ້າເຈົ້າ

ຄັ້ງທຳອິດທີ່ໄດ້ສົບຕາ
ຂອ້ຍຮູ້ສືກຊື່ງ ບໍ່ຮູ້ວ່າເພາະຫຍັງ


ການທີ່ເຮົາຮັກໃຜ່ຈັກຄົນ ໃຫ້ທຸກວິນາທີ

ຂອງຂ້ອຍມີແຕ່ໃບຫນ້າລາວ

ຕ້ອນນີ້ຂ້ອຍກໍ່ໄດ້ເພີຝັນໄປເທົ່ານັ້ນເພາະຄວາມຈີງແລ້ວນັ້ນ

ເຂົາທີ່ວ່າບໍ່ເຄີຍເຫັນເຮົາໃນສາຍຕາເລີຍ




                                                                                                                                    

ຂ້ອຍຕ້ອງເຮັດແນວໃດເຖືງຈະຄວາມຮັກທີ່ສົມບູນ



ຈະະເຮັດແນວໃດດີ ?
 
 
 
 
ຊາຕານແອບຮັກ
~(≧▽≦)/~ຊາຕານ~(≧▽≦)/~
 
 
 
 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂ້ອຍຖ້າເວລາຈາກເຈົ້າແລະພົບພໍຫນ້າກັນ 

ບໍ່ໄດ້ເຫັນຫນ້າພຽງແຕ່ຍີນສຽງກໍ່ຮູ້ສືກວ່າເຈົ້າຢູ່ໃກ້ໆກັນ , ຈົນເຖີງວັນນີ້ຂ້ອຍກໍ່ຍັງຄົງຄີດຢ່າງນັ້ນ ເຖີງວ່າອ່າດບໍ່ມີໂອກາດໄດ້ຍີນສຽງເຈົ້າອີກ   ຖ້າຕ້ອງ ຈົບກັນແທ້ໆ ກໍ່ຢາກໃຫ້ຊ່ວຍກັບມາບອກກັນກ່ອນໄດ້ບໍ່ ຢ່າຈົບລົງແບບນີ້ ຍັງມີຄຳຖາມຫລາຍຄຳທີ່ຍັງຄົງຄ້າງໃນໃຈດວງນີ້ຕະຫລອດເວລາທີ່ຄົບກັນ“ເຄີຍຮັກກັນຫລືບໍ່ """ເຄຍເຫັນໃນຄວາມຮູ້ສືກກັນໃນໃຈວ່າແຄຣ໌ຫຼືບໍ່"ແລະຫຼາຍໆຄັ້ງທີ່ຕ້ອງເສີຍນ້ຳຕາຜູ້ຊາຍຕ້ອງເສີຍເພາະເຈົ້າໂດຍບໍ່ຮູ້ໂຕ ແລະບໍ່ອາດໃຫ້ເຈົ້າໃດ້ເຫັນ,ແລ້ວວັນຕໍ່ໄປນີ້ຈະຕ້ອງເຮັດແນວໃດເມີອຢ່າງສວນກັນ 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

 

ຂອບໃຈ www.youtube.com

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອົກຫັກ   ຄື ການທີ່ເຮົາຮູ່ວ່າຕໍ່ໄປນີ້ເຮົາບໍ່ມີຄ່າເລີຍແລະແມ່ນຫຍັງກໍ່ບໍ່ມີຄ່າເລີຍສຳຫລັບເຮົາ

ອົກຫັກ  ຄື  ການເລີມຕົ້ນໃຫມ່ຂອງຊີວິດທີເຈັບຊຳແລະຈຳໃຈ

  ອົກຫັກ ຄື ການເລີມຕົ້ນທີ່ຈະຮັກຕົນອື່ນໃຫ້ເປັນ

ອົກຫັກ ຄື  ຟັງເພງເສົ້າໆແລ້ວນ້ຳແລ້ວນ້ຳຕາໄຫຼອອກມາໂດຍບໍ່ຮູ້ໂຕ

ອົກຫັກ ຄື  ເຮັດໃຫ້ເຮົາຮູ້ວ່າຄົນຄົນໝຶ່ງ ມີຄ່າສຳຫລັບເຮົາທີ່ສຸດ 

  ອົກຫັກ  ຄື ລົດຊາດທີ່ຄືນຂົມຂອງຊີວິດເຮົາ

ອົກຫັກ  ຄື ຄວາມຮູ້ສືກຫຼາຍຫຼາຍສີ່ງທີມາປົນເປ ຈົນຊີວິດສັບສົນ
ອົກຫັກ  ຄື  ເຮັດໃຫ້ເຮົາຮູ້ວ່າ ໃຜ່ຫຼາຍຄົນ ຮັກເຮົາຫຼາຍກວ່າຄົນທີ່ຖີ້ມເຮົາໄປ
ອົກຫັກ  ຄື  ການ ຄີດວ່າໜົດທຸກສີ່ງທຸກຍ່າງຂອງຊີວິດ
  ອົກຫັກ  ຄື  ຈຳຕ້ອງເສັຍສະຫລະເພືອຄົນທີ່ເຮົາຮັກ ໃຫ້ມີຄວາມສຸກ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ວັນນີເປັນວັນທີ່ເຫງົາເກີນໄປແລ້ວ

ເຫັນຫຍັງກໍ່ຮູ້ສືກເບືອ

ມືອື່ນເດຊີເປິນແນວໃດ

ຖ້າຮອດມືອື່ນ

ແລ້ວຕ້ອງຸຖ້າອີກປານໃດ

ມື້ອື່ນບໍ່ແມ່ນມີວັນດຽ່ວ

ຮືຮືຮືຮືຮືຮືຮືຮື

ນອນຮ້ອງໃຫ້ກອນວັນນີ້ນະ

ຄົງບໍ່ມີໃຜ່ເຂົາໃຈເຮົາໄດ້

ຕ້ອງທົນເຊັງກັບການພັກຜ່ອນຕໍ່ໄປ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ດີສຳໃດທີ່ໄດນັ່ງຮຽງຂ້າງເຈົ້າ ໄດ້ເວົ້າລົມ

ໄດ້ພົບຫນ້າເຖີງຈະບິງເອີນກໍ່ຕາມ

ດີທີສຸດ ສຳລັບຄົນແບບຂ້ອຍ

ຄວາມຮັກມັນຍັງເວົ້າອອກມາບໍ່ໄດ

ຈະບໍ່ສ້າງບັນຫາ

 ໃຈເຈົ້າມີເຈົ້າຂອງ ຂ້ອຍຕ້ອງຂໍໂທດຟ້າ ແລະຂອບໃຈ ທີດົນໃຈໃຫ້ພົບກັນໃນເວລາທີຜີດ 

ໄດ້ແຕ່ເປັນເພືອນກໍ່ດີເກີນໄປ  ເຖີງວ່າຈະໄດ້ພຽງໃກ້ ກັນ

ໃຜ່ຄົນນັ້ນຄົງບໍ່ວ່າ 

 
ຂ້ອຍຕ້ອງເກັບອາການໄວ້ ບໍ່ໄຫ້ເຈົ້າຮັບຮູ້ໄດ້ດ້ວຍສາຍຕາ

ໃຜເປັນໃຜ ຂ້ອຍເຂົ້າໃຈແລະຮູ້ໂຕດີ ຖ້າເຂົາຍັງຢູ່ເຈົ້າບໍ່ຕ້ອງຢ້ານ

ຈະບໍ່ວຸນວາຍ ຂໍແຕ່ລັກເບີງຫນ້າ ບໍ່ຂໍຫຍັງອີກ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄົນທີ່ຮັກກັນແທ້ເຖີງຈະຜີດຖຽງກັນຮ້າຍແຮງປານໃດໃນໃຈກໍ່ຍັງຮັກກັນ

ຄວາມສຳພັນບໍ່ແມ່ນຈະເກີດຂື້ນໄດ້ງາຍ

ເມືອໃດວ່າຂ້ອຍຮັກເຈົ້າຕໍ່ໃຫ້ຢາກລືມສຳໃດກໍ່ບໍ່ສາມາດເຮັດໄດ້

ບໍ່ອາດຈະຜືນໂຕເອງໄດ້

ຈາກນີ້ຂ້ອຍຄວນຈະເຮັດແນວໃດເມືອເຮັດແນວໃດຮັກກໍ່ຍັງແມ່ນຮັກ

ແຕ່ຂ້ອຍຮູ້ຄຳນີ້ໃນວັນທີ່ສວຍເກີນໄປ

ແຮງຫນີຫົວໃຈສຳໃດສຽງຫົວໃຈກໍ່ບອກຂ້ອຍແຮງຂື້ນກວ່າເກົ່າວ່າຮັກເຈົ້າ

ໃຂສອງຄົນເຮົາປະຕິເສດໂຕເອງວ່າບໍ່ຮັກກັນ ດົນໄປ

ນັບວັນ ສິ່ງດີໆທີ່ເກີດຂື້ນຢ່າງຫຼວງຫຼາຍມັນກໍ່ຍັງບອກວ່າຮັກເຈົ້າ

ຂ້ອຍຮັກເຈົ້າ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕັ້ງແຕ່ເກີດມາຕວາມຮັກໄດ້ຂາກຫມູ່ເພືອນມິດສະຫາຍລ້ວນແຕ່ມີຮູ້ວ່າມັນຢືນຢົງແທ້

ມັນຕ່າງກັບຄວາມຮັກບ່າວສາວ ຍ່າງປຽບກັນບໍໄດ້ເລີຍ

ເຮົາອາດຈະໃຈອ່ອນແລະງ່າຍເກີນໄປ ພຽງບໍ່ເຖີງ ອາທິດກໍ່ຮັກເຂົາໂດຍບໍ່ເພືອໃຈໄວເຈັບ

ທັງໆບອກວ່າຮັກ ເປັນຫຍັງຕ້ອງ ປະຫານຫົວໃຈກັນເປັນຫຍັງຕ້ອງເຫັນຜູ້ຊາຍເປັນຂອງຫລີ້ນ

ເປັນຫຍັງ*************alt   ຂໍບອກໃຫ້ເຈົ້າຮູ້ໄວ້  (ເຮັດໃຫ້ຜູ້ຊາຍຮັກວິນາທີດຽວກໍ່ເຮັດໄດ້ ແຕ່ຖ້າຈະໃຫ້ລືມທັງຊີວິດຂອງເຂົາກໍ່ ໃຊ້ ບໍ່ພໍ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ຖ້າວ່າແລ້ວໃຜ່ບໍ່ອອກຈາກບ້ານເກີດກໍ່ບໍ່ມີຫຍັງໃນໃຈຈະປ່ຽນແປງດ້ານການຄີດວ່າຮັກແລະຄີດຮອດບ້ານເກີດ

ອອກໄປຫລາຍປີ ແລ້ວຈະຮູ້

ຢູ່ບອນອືນເຖືງວ່າຈະມີເທັກໂນໂລຊີທີ່ກ້າວໄກ້ສຳໃດກໍ່ແມ່ນຂອງຄັນອື່ນ

ຕ້ອນນີ້ຢູ່ໄກ ຄີດຮອດແຮງ ມີໜູ່ເພື່ອນທີຢູ່ຕ່ງປະເທດທີ່ເຕໍຄີຍມາທ່ຽວລາວ ແລະຫລາຍສີ່ງພີມຂຽນໄວ້ວ່າ

( ເມືອຢຽບແຜ່ນດີນລາວທຽ່ວຜ່ານວຽງຈັນ,ໄປຄ້າງຢູ່ແດນສະຫວັນຄືເມືອງຫລວງພະບາງ)

ເຮັດໃຫ້ເຮົາຮູ້ວ່າລາວເຮົາເປັນປະເທດທີ່ສະເຫງົາສຸກ ແລະແມ່ນສະຫວັນສຳລັບພວກເຮົາ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເກີດມາກໍ່ຫລາຍປີ ພົບມາກໍ່ຫລາຍຄົນຈົນ ພົບກັບ ຮັກຄັ້ງທຳອິດບໍ່ຮູ້ວ່າຮັກຫລື ສີ່ງໃດ

 

 

ຫນຶ່ງປີຫ່າງກັນຍ້ອນການຮຽນ ຄວາມໄກຫາງກໍ່ນຳເຮົາສອງແຍກທາງແລະຄີດ

ຮອດຍາມເວລາປຽນກໍ່ຈືດຈ່າງ

 

ທີ່ໃຫ່ມມີສີ່ງໃຫມ່ ແຕ່ກໍ່ລືມຄວາມຫລັງບໍ່ໄດ້

ຜ່ານໄປ ປີທີ່3 ກໍ່ໄດ້ພົບຍິ່ງຄັນຫນື່ງ ທີ່ໜ້າຮັກແລະໃຈດີ,ຫລາຍຄົນຫວ່າລາວໜ້າໃສ່ໃຈຊາຕານ

ແຕ່ ຍ້ອນອອນຫັດຈື່ງຫລົ້ງຮັກລາວ ແລະກໍເຮັດທຸກຢ່າງທີ່ເຮົາຄິດຫວ່າແມ່ນຄວາມຮັກ

ຜ່ນໄປບໍ່ດົນມັນກໍ່ສະຫລາຍຫາຍໄປ ບໍ່ ຮູ້ວ່າຜິດອັນໃດ ແລ້ວເຂົາກໍ່ຈາກໄປ

ພ້ອມກັບຄຳວ່າ  ເຂົາບໍ່ໃຫ້ໃຈ ແຕ່ ຄືກັບໃຈ ແມ່ນການລວງຄົນ

ເຖີງໃຫມ່ຈະເຮັດໃຫ້ເສຍໃຈແຕ່ ກໍ່ດີໃຈທີເຄີຍຮັກເປັນ ເພາະຮູ້ແລ້ວ່າໂຕເອງອົກຫັກ

ຖ້າຮູ້ສືກຫວ່າ ອົກຫັກ altaltalt

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ເລື່ອງນີ່ ເກີດທີ່ລົດເມປະຈຳທາງສາຍດົງໂດກ-  ຕະຫລາດເຊົ້າເຮົານີ້ລະ

  ເຊົ້້າມື້ຫນື່ງທີລົດເມທີເອອັດຕາມພາສາລົດເມ 

ມີຊາຍໜຸ່ມນັກສືກສາຕ່າງປະເທດທີມາຮຽນພາສາລາວດ້ວຍໃຈຮັກພາສາລາວແລະປະເທດລາວ

ຂື້ນລົດເມໄປໃຜ່ກໍ່ຫລຽ່ວເບີງລາວດ້ວຍຄວາມສົນໃຈ

ໃນລົດຄັນດຽວກັນນັ້ນເອງກໍມີຜູ້ສາວນັກສືກສາລະດັບມະຫາໄລນີ້ລະຫລາຍຄົ

 

ຍ້ອນວ່າລົດຄົນລາຍເກີນໄປແຍ່ໄປແຍ່ມາ ເຈົ້າແຍ່ຂ້ອຍ ຂ້ອຍແຍ່ເຈົ້າ ຕີນຂອງໜຸມຫລໍຄົນນັນກໍໄດ້ໄປ 

ຍຽບເອົາຕີນຂອງສາວຄົນຫນື່ງ

ດ້ວຍຄວາມເຈັບສາວຄັນນັ້ນກໍ່ຮ້າຍຂື້ນຢ່າງປານໄຟລຸກໄໜ່ວ່າ

ສາວ: ຍຽບຕີນນີ້ນະ ຕາບໍ່ເຫັນບໍ ລະວັງແນ່ຕິ໋ 

ບາວ : ຂ້ອຍໂທດບໍ່ໄດ້ຕັ້ງໃຈ

ສາວ : ບໍ່ຕັ້ງໃຈຫຍັງ ຍຽບຕີນຈົນຊີຂາດນະ 

ຜ່ນໄປດົນເຕີບລາວນັ້ນກໍ່ຍິງບໍ່ເຊົາຈົມລະກະຮ້າຍລາວຕ່າງໆນາໆ

ແລະເລີມເວົ້າບຽບໃຫ້ລາວຄ້ອນຂ້າງຫນັກແລະແຮງຂື້ນ

ຍ້ອນວ່າລາວເວົ້າບໍກ້າໂຕຕອບເພາະວ່າຄູ່ກໍລະນີເປັນຜູ້ຍີງ

ຍາກຮ້າຍກໍ່ເຮັດຫຍັງບໍ່ໄດ້ກໍ່ກໍ່ໄດ້ແຕ່ຈື້ງຕາໃສ່ ສາວຄົນນັ້ນ 

 

ເມື່ອຜູ້ສາວເຫັນແນວນັ້ນກໍ່ເວົ້າຂື້ນຢ່າງແຮງວ່າ: 

ເບີ່ງໆສາຍຕາຢາກຮ້າຍແຮງປານຈະກີນພູນ ນະ  ກີນລະແມ ຄັນກ້ານະ ຮື ຮື ໆໆໆໆ 

ທັນໃດນັ້ນ ຊາຍຄົນນັ້ນກໍ່ເວົ້າບອກມາວ່າ  ( ຂ້ອຍບໍ່ກີນເຈົ້້າດອກ ເພາະຂ້ອຍແມ່ນມຸດສະລີມ)

 

 

ເວົ້າແລ້ວລົດກໍ່ຮອດຄີວ ລາວກໍ່ລົງລົດໄປພ້ອມຮອຍຍີ້ມ 

ສ່ວນສາວຄົນນັ້ນຍັງງົງຢູ່ເທີ່ງລົດເມ 

 

 

 

 

 

 

 

 

( ໃຜ່ຕອບໄດ້ ຕອບໃຫ້ສາວນັ້ນຟັງແດ່)  

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

 

 

A. How are you?
B. All right,how are you doing?
A. Thank you.
B. Hi, hello sir.
A. Yes, speak.
B. All right,ladies and gentlemen,……… we’d like to keep all these things enjoy time to all of you and have fun,thanks.
C. ໂອ ເຈົ້າມາແຕ່ໃສ?
B. What he say?
A. Ask you come from?
B. Las Vegas, sir.
C. ແປວ່າຈັ່ງໃດ ລຸງ?
A. ເອົາ ມຶງໄປຖາມໝູ່ຢູ່ຝະລັ່ງຈັ່ງໃດເນາະ ຫ່ານີ້?
D. ເຈົ້າຊິມາຖາມຂ້ອຍເຮັດຫຍັງ?
C. ຖາມຄົນຮູ້ຈັກ.
D. ເຂົາບອກວ່າຈັ່ງຊີ້ ເຂົາມາຈາກ Las Vegas.
C. ມາຈາກ Las Vegas ມາທຳອະໄຣ(ເຮັດຫຍັງ)ທີ່ Thailand?
B. Working and singing.
C. ແປວ່າຈັ່ງໃສ ລຸງ?
D. ເອົາ ຖາມອີກລະ ເຂົາມາຮ້ອງເພງ.
C. ເຂົາມາຮ້ອງເພງ ເຈົ້າມາກັບຜູ້ໃດ?
D. I came by myself.
C. ເຂົາວ່າຫຍັງ ລຸງ?
D. ເຂົາມາກັບອີ່ແພວ.
C. ໂອ ມາກັບອີ່ແພວ.
A. ບໍ່ແມ່ນ ມາຄົນດຽວ.
C. ມາຄົນດຽວ? ສະແດງວ່າລຸງແນບຂີ້ຕົວະ.
D. ຂ້ອຍບໍ່ໄດ້ຕົວະດອກ ຂ້ອຍແປຜິດ.
C. ແລ້ວບ້ານເກີດທີ່ໃດ?
B. Leotion.
C. ວ່າຈັ່ງໃດ?
A. ເອີ ແປຜິດກໍຍັງໄປຖາມເຂົາຢູ່.
C. ເອົາໃຫ້ມັນຖືກລະ.
D. ເອີ ຖືກແນ່ນອນ ອັນນີ້.ໝາຍວ່າຈັ່ງຊີ້ ພວກເຮົາທັງຫຼາຍນີ້ຢູ່ເມືອງພີ່ ເຂົາເກີດເມືອງນ້ອງ.
C. ໂອ ວຽງຈັນ ໄຊ່ໄໝ(ไช่ไหม)?
B. ໂດຍ ຂ້ານ້ອຍ.
A. ຝະຣັ່ງຈັ່ງໃດນີ້ “ໂດຍ ຂ້ານ້ອຍ”?
B. ໂອຍ ເປັນຝະຣັ່ງດົນບໍ່ໄດ້ດອກນະ ເພາະວ່າເປັນຄົນລາວຫັ້ນນະ.
A. ຄົນລາວກໍຕອນທີ່ເຄີຍຮັບບົດເປັນຝະຣັ່ງ ເຮົາກໍ Yes ຕວາ?
B. ບໍ່ ຍັງຮັກຄວາມເປັນລາວຢູ່ເນາະ?
C. ໜີບໍ່ມົ້ມ(ໄປໃສ່ກໍ່ພົບ)ບາດໃດ(ສຳພັດ)ທ້ລາວຄືກັນ.其实是老挝人
B. ແມ່ນ.
A.ໂອຍຊິມາລາວມາລາວກັນຫຼາຍ你不要多说你是老挝人)ເຈົ້ານັ້ນ? ເຂົາບໍ່ໃຫ້ເປັນນຳເຂົາດອກ.
C. ເປັນຫຍັງລະ ເປັນຫຍັງຊິບໍ່ໃຫ້ເປັນ?
A. ບວກເລກຍັງບໍ່ຖືກ ຍັງຊິເປັນລາວນຳເຂົາ.
C. ໂອຍ ພາສາບວກເລກຊື່ໆ.
A. ພຸ້ນ ເບີ່ງເພີນຄຸຍ.吹牛ເອົ໊າບວກເບິ່ງ ຄັນບວກໄດ້ ຊິໃຫ້ເປັນຄົນລາວ.
C. ຕໍ່ໄປ ເປັນການບວກເລກ. ເອົາ 15 ຕັ້ງ ເອົາ 5 ໄປບວກ, 5 ບວກ 5 ໄດ້ 10,ໃສ່ 0 ທົດ 1, 1 ໂຕເທິງບໍ່ມີໂຕບວກ ຊັກລົງມາໃສ່ກັບໂຕທົດ ໄດ້ 2 ຕອບ:ຍີ່ສິບ(20).
A. ຕວດ(ກວດ)ຂໍ້ສອບແດ່ພໍ່老爸检查一下考题ຖືກບໍ່?
D. ຖືກຕ້ອງ.
A. ປະ! ຈັກເດ ຕວດບໍ່ຕວດ ຖືກຕ້ອງຖືກຕ້ອງ ບໍ່ແມ່ນເຂົ້າຂ້າງແດ່ບໍ່ເນາະ?
D. ບໍ່ແມ່ນເຂົ້າຂ້າງເລີຍ ແຕ່ວ່າຂ້າງມັນມາເຂົ້າເອງ.
A.ໄວ້ໃຈບໍ່ໄດ້ອັນມວນນິ (ພວກເຈົ້າແມ່ນຄນກັນເອງຕ້ອງຊ່ວຍກັນຢູ່ແລ້ວເຊື່ອໃຈບໍ່ໄດ້)ແມ່ນໄດ້ເນາະ ບວກງ່າຍໜຶ່ງ 10+5, ເອົາໆ ບວກແບບລາວເບິ່ງ ເອົາ!
C. ຕໍ່ໄປເປັນການໂຮມເລກ.
A. ບວກເລກ.
C. ປະເທດລາວເອີ້ນວ່າໂຮມ ພໍ່.
A. ເອົາ ບວກນີ້ເອີ້ນໂຮມ?
C. ບວກນີ້ເອີ້ນໂຮມ.
A. ເອົາໆ ເຊີນໂຮມເບິ່ງເອົາ.
C. ເອົາ 15 ຕັ້ງ, ເອົາ 5 ໄປໂຮມ, 5 ໂຮມ 5 ກໍໄດ້ 10, ໃສ່ 0 ຈື່ 1.
A. ທົດ 1.
C. ປະເທດລາວເອີ້ນຈື່ 1.
A. ເອົາ ໂຕທົດນີ້ເອີ້ນຈື່?
C. ໂຕທົດເອີ້ນໂຕຈື່ ຈື່ 1.
A. ອື ເອົາຊັ້ນເອົາ.
C. 1 ໂຕເທິງບໍ່ມີໂຕໂຮມ ລາກລົງມາໃສ່ກັບໂຕຈື່ໄດ້ 2 ຕອບ: ຊາວ.
A. ຖືກບໍ່ພໍ່?
D. ຖືກທີ່ສຸດ ຍີ່ສິບແປວ່າຊາວ.
A. ເກັ່ງມາກ ຍິນດີໃຫ້ເປັນຄົນລາວ.ບັນຈຸໃຫ້ເປັນໂຄສົກປະຈຳສະຖານີໂທລະທັດແຫ່ງປະເທດລາວ.ບາດນີ້ ທາງສະຖານີຊິໄດ້ຖ່າຍທອດກິລາສະໂນເກີຈາກເມືອງໄທ.
C. ຕໍ່ໄປ ທ້າວຕອງຊິໄດ້ທັ່ງ.
A. ແທງ ແທງ.
C. ປະເທດລາວເອີ້ນທັ່ງ.
A. ອື ບໍ່ຄືກັນບໍ່?
C. ໄຄຢູ່ເຂົາບໍ່ວ່າສວກ.
A. ຊິບໍ່ມຸ່ນໝົດບໍ່ ອັນນີ້?
C. ທັ່ງລູກແດງລົງຮູຕັ່ງ.
A. ຫຼຸມໂຕະ.
C. ປະເທດລາວເອີ້ນຮູຕັ່ງ.
A. ບໍ່ຄືກັນອີກ.
C. ບໍ່ຄືກັນ ແມ້ແຕ່ເຕະຕະກໍ້(ກະຕໍ້)ກໍບໍ່ວ່າເຕະຕະກໍ້.
A. ວ່າຫຍັງ?
C. ຕໍ່ໄປເປັນການເຕະລູກຫວາຍຄ້ມມອງຫ່າງ.
A. ບໍ່ແມ່ນວ່າເຕະຕະກໍ້ຂ້າມເນັດວ່າຊັ້ນບໍ່?
C. ປະເທດໄທເຮົາເອີ້ນເປັນພາສາອັງກິດ ເນັດ,ຝະຣັ່ງເສດເອີ້ນຕ໋ອງ ລາວຕ້ອງມອງຫ່າງ.
A. ອື ບໍ່ຄືກັນເນາະ.
C. ບໍ່ຄືກັນ ແມ້ຕັ້ງແຕ່ທາງໂຄ້ງອັນຕະລາຍກໍບໍ່ວ່າທາງໂຄ້ງອັນຕະລາຍ.
A. ວ່າຫຍັງ?
C. ງໍເປັນຕາຢ້ານ. ເຂົ້າໜົມຄົກກໍບໍ່ວ່າເຂົ້າໜົມຄົກ.
A. ວ່າຫຍັງເຂົ້າໜົມຄົກ?
C. ເຂົ້າໜົມຫຼຸມ.
A. ເຂົ້າໜົມຈີນເດ?
C. ເຂົ້າປຸ້ນ.
D. ກຸ໋ຍຕຽວ?
C. ເຝີ.
A. ສະໜາມບິນ?
C. ເດີ່ນຍົນ.
A. ຟຸດບອນ(football)?
C. ໝາກບານ.
A. ລົດມໍເຕີໄຊ?
C. ລົດຈັກ.
A. ລົດຈັກກະຍານ.
C. ລົດຖີບ.
A. ນາລິກາເດ?
C. ໂມງ.
A. ບ່ອນສ້ອມມັນເດ?
C. ຮ້ານແປງໂມງ.
A. ຂ້ອຍນຸ່ງຢູ່ນີ້ເດ່?
C. ໂສ້ງ.
A. ຂ້ອຍໃສ່ຢູ່ນີ້ເດ?
C. ເກີບ.
A. ກອງກະຍະ.
C. ກອງຂີ້ເຫຍື້ອ.
A. ຝະຣັ່ງວ່າຈັ່ງໃດ ກອງຂີ້ເຫຍື້ອ?
C. ກອງຂີ້ເຫຍື້ອ.
D. ມັນບໍ່ໄດ້ແປແນວນັ້ນແມ້!
C. ໂອ ມັນທັບສັບ.
A. ຝຶກທະຫານ. ທັງໝົດ ແຖວຕົງ!
C. ທັງໝົດ ແຖວຊື່ຄີ້ງນິງ.
A. ຊ້າຍຫັນ!
C. ຊ້າຍງວກ!
A. ຂວາຫັນ!
C. ຂວາງວາກ!
A. ໜ້າເດີນ!
C. ໜ້າຍ່າງ!
A. ກັບຫຼັງຫັນ!
C. ປີ້ນບື້ບ!
B. ໂອຍ! ມາເປັນຕາຊັງຄົນແຮງເດ ພີ່ນ້ອງຢ້ານໄດ້ຕີຄົນເດີ ມື້ນີ້.
A. ຕີຈັ່ງໃດ?
B. ບໍ່ຕີຈັ່ງໃດ? ພໍ່. ຕັ້ງແຕ່ຂ້ານ້ອຍອອກມາ ສອງຄົນນີ້ພາກັນໂຮມຫົວກັນເວົ້າແຕ່ພື້ນປະເທດຂ້ານ້ອຍ.
C. ມັນບໍ່ແມ່ນເວົ້າພື້ນ ປະເທດໄທປະເທດລາວເປັນບ້ານພີ່ເມືອງນ້ອງກັນ ແມ່ນບໍ່ລຸງ?
D. ເອີ ເຂົາບໍ່ແມ່ນເວົ້າພື້ນດອກ ເຂົາປຽບທຽບໃນການເວົ້າບໍ່ຄືກັນຊື່ໆ.
B. ຄົນລະຝັ່ງເນາະ ໃຫ້ແລ້ວກັນໄປສາ ໄປ.
A. ຜ່ານອີກພາກສະໜາມຊ້າຍງວາກຂວາງວາກ ແຕ່ຍັງບໍ່ໄວ້ໃຈ ໃຫ້ເປັນຄົນລາວຍັງບໍ່ໄດ້ ເຂົາຮ້ອງສອບອີກສາກ່ອນ ບາດນີ້ເປັນການສອບເລກຄະນຶດຄຶດໃນໃຈ.
B. ເລກຄະນຶດມີຢູ່ບໍ່?
A. ມີ ເລກຄະນຶດຄຶດໃນໃຈ ຄັນເລກຄະນິດຈຶ່ງຄິດໃນໃຈ.ຫ້າມໃຊ້ກະດາດດິນສໍ ໃຫ້ຄຶດລູກດຽວ. ຟັງໂຈນໃຫ້ດີ. Mr. Tony ພູມິຣັດ ນີ້ຄືຊື່ຈິງຕະກຸນຈິງທີ່ລົງໃນປັດສະປໍ ລາວເກີດຢູ່ບ້ານພະບາດໂພນສັນ…
B. ແຂວງໄຊຍະບູລີ.
A. ແມ່ນຫຍັງ ແຂວງ?
B. ຈັງຫວັດເທາະ ພໍ່.
A. ຈັງຫວັດບໍລິຄຳໄຊນີ້ຢູ່ຕົງກັນຂ້າມກັບ…
B. ບ້ານໂພນແພງອຳເພີ(ເມືອງ)ວຸນວິໄສ…
A. ຈັງຫວັດໜອງຄາຍ.
B. ໂດຍ ຂ້ານ້ອຍ.
A. ລາວເກີດຢູ່ລາວໄດ້ອາຍຸ 16 ແລ້ວອົບພະຍົບໄປ Las Vegas ລັດ Nevada ສະຫະລັດອາເມລິກາ. 15 ປີຢູ່ຫັ້ນ ເລີຍໂອນສັນຊາດເປັນອາເມລິກາ ຢູ່ຫັ້ນ 15 ປີ ຮຽນຈົບ high school,ເລີຍອົບພະຍົບມາຢູ່ເມືອງໄທໄດ້ແລ້ວ 6 ປີ ຂ້ອຍຢາກຮູ້ວ່າ Tony ອາຍຸທໍ່ໃດ ເອົາລະ ເຈົ້າລອງໂຮມອີກເບິ່ງ.
C. ເອົາ 16 ຕັ້ງ,ເອົາ 15 ໄປໂຮມ, 6 ໂຮມ 5 ໄດ້ 11,ໃສ່ 1 ຈື່ 1,1 ກັບ 1 ໂຮມກັນເປັນ 2, ລາກໂຕຈື່ລົງມາໃສ່ເປັນ 3, ຕອບ 31. ກັບມາຢູ່ໄທອີກ 6 ປີ ລາກມາໃສ່ກັນກັບ 31, ລາກໄປລາກມາ ລາກໜ້າລາກຫຼັງ ເຫຼືອ 22.
B. ຄືຊິເຫຼືອໜ້ອຍແທ້ເນາະ ອີ່ພໍ່ບາດນີ້.
C. ລາກໄປລາກມາ ມັນລຶບເລີຍ.
D. ເອີ ດີໆໆ ຄັນຊັ້ນ ເຈົ້າລຶບໃຫ້ຂ້ອຍແນ່ນາ.
A. ເພິ່ນຢາກເປັນບ່າວ.
C. ຈັ່ງລຸງແນບນີ້ລຶບບໍ່ໄດ້.
D. ເປັນຫຍັງລະ?
C. ແຕ່ບໍ່ລຶບກໍຍັງກ້ຽງແລ້ວ.
A. ເອີ ຂ້ອຍແນມໄປກໍຍັງກ້ຽງບບິ່ນລິນ ຢ່າລຶບເທາະ ພໍ່ ຢ່າລຶບເທາະ ເອົາໄວ້ໃຫ້ຫຼານເບິ່ງ.
D. ເອົາ ບໍ່ລຶບກໍບໍ່ລຶບ.
A. ມາຢູ່ເມືອງໄທ ຜົມ(ຂ້ອຍ)ເລີຍໄດ້ເປັນນັກຮ້ອງ ພີ່ນ້ອງ ແທນທີ່ຈະໃສ່ຊື່ໃນແຜ່ນສຽງຊີດີເປັນພາສາຝະຣັ່ງຕາມປັດສະປໍ Noguse Maydee ດຽວໄທບ້ານຊິາຫາວ່າລືມຊາດບ້ານເກີດການໂອນສັນຊາດເປັນຝະຣັ່ງນັ້ນ ຮັດຕາມລະບຽບຝະຣັ່ງຊື່ໆດອກ ໃຜຢູ່ປະເທດຝຣັ່ງຄົບ5ປີ ເຂົາໃຫ້ໂອນສັນຊາດເປັນຝຣັ່ງເນາະ ເພື່ອຊິໄດ້ຢູ່ສຸກກິນບານບາດເຖົ້າ ເພາະເຂົາໃຫ້ເງິນບຳເນັດບຳນານຢ່າງດີ ແຕ່ຄວາມຮູ້ສຶກໃນໃຈທີ່ແທ້ຈິງ ຍັງເປັນຄົນລາວຢູ່ຢ່າງ 120% ເກີນ…(ຮ້ອງເພງໝໍລຳ)
C. ບາ!!!!ເກີດມາບໍ່ເຄີຍເຫັນເດລະ ອີ່ຄິວຊ່າງຟ້ອນໃສ່ໝໍລຳ.
 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກເກີດຂື້ນໄດທຸກເວລາທີ່ເຮົາເປີດຮັບຈາກ ສີ່ງຮອບຕົວ

ສິ່ງຫນື່ງໃນນັ້ນກໍຄືຫາແຟນ ບາງເທຶອເຂົ້າມາໂດຍບໍ່ຮູູ້ໂຕ ຕັ້ງໂຕບໍ່ທັນ

ບາງເທື່ອມາໃນຮູບແບບ ເພື່ອນແລະມີການຄົບເຟັນເພື່ອນສະໜິດ

ບາງເທືອກໍ່ຈິງໃຈຄົບໄປ ແຕ່ກໍ່ມີບໍ່ຫນ້ອຍທີຫລົງຮັກເພືອນຕົນເອງ,

ແຕ່ຢ່າງໃດກໍ່ຕາມຮັກກັນໄວ້ດີກວ່າຊັງກັນ , ຮັກຂໍ້ໃຫ້ເບີງພາຍໃນ ຈະໄດ້ເປັນຢາບຳລຸງຫົວໃຈຍາມອີດເໝີອຍ

ມີກີກກໍ່ດີແຕ່ຖ້າມີຕ້ອງອົດໃຈເວລາເຂົາໄປນຳໂຕແທ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ຟັງສຽງແຄນແລ້ວ ຢາກເຫັນວຽງຈັນຍາມແລງ ມີມວນຊົນຍີ້ມຫົວ

ມີບາວສາວ ນັ້ງລົມກັນຢູ່ ຫນ້າບ້ານ

ຕ້ອນນີ້ຫາຢາກຫຼາຍ

ວັດຖະນະທຳໄດ້ກ້າວສູ້ຍຸກທີ່ພັດທະນາກ່ໄດ້ນຳເອົາແຄນ ມາປະສົມກັບເຄືອງເສບອື່ນໆໄດ້ຢ່າງລົງໂຕ

ເຖີງໂລກຈະປຽນຄັນເຮົາບໍ່ຈິດສຳນືກທີ່ດີງາມ ເຮົາກໍ່ຍັງດີຄືເກົ່າລະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

ເມືອງຫຼວງພະບາງຕັ້ງຢູ່ພາກເໜືອຂອງປະເທດລາວ ຫ່າງຈາກນະຄອນຫຼວງວຽງຈັນປະມານ420ກິໂລແມັດ.ຫຼວງພະບາງເປັນເມືອງທີ່ເກົ່າແກ່ແຫ່ງໜຶ່ງຂອງລາວ ມີອາຍຸຫຼາຍກວ່າພັນປີມາແລ້ວ ແລະ ເຄີຍມີຊື່ຕ່າງກັນມາດັ່ງນີ້:ເມືອງຊວາເມືອງຊຽງດົງຊຽງທອງ ແລະ ເຄີຍເປັນເມືອງຫຼວງຂອງອານາຈັກລ້ານຊ້າງ ທັງມີຄວາມຈະເລີນຮຸ່ງເຮືອງຫຼາຍເມື່ອສະຕະວັດທີ 16,17 ແລະ 18.
ຄຳວ່າຫຼວງພະບາງນັ້ນແມ່ນເອີ້ນຕາມຊື່ຂອງພະບາງ ພະພຸດທະຮູບມິ່ງບ້ານຂວັນເມືອງຂອງລາວ ຊື່ນີ້ປະກົດຂຶ້ນເປັນເທື່ອທຳອິດໃນລາຊະການຂອງພະເຈົ້າວິຊຸນນະລາດ ແລະ ຕໍ່ມາກໍໄດ້ກາຍເປັນຊື່ຖາວອນຂອງນະຄອນແຫ່ງນີ້ ເມື່ອເວລາເມືອງຫຼວງຂອງອານາຈັກລ້ານຊ້າງຖືກຍົກຍ້າຍໄປຕັ້ງຢູ່ວຽງຈັນໃນ ຄ.ສ. 1563.
ເມືອງຫຼວງພະບາງເປັນເມືອງທີ່ມີຮ່ອງຮອຍປະຫວັດສາດ ແລະ ມໍລະດົກອັນລ້ຳຄ່າທາງດ້ານວັດທະນະທຳ ມີວັດວາອາຮາມ ວັດຖຸບູຮານ ແລະ ສະຖານບູຮານ ສິນລະປະດອກດວງລວດລາຍຮູບແຕ້ມຮູບຄວັດແກະສະຫຼັກແລະອື່ນໆ ດ້ວຍສີໄມ້ລາຍມືທີ່ຊຳນິຊຳນານ ແລະ ປະນີດທີ່ສະແດງໃຫ້ເຫັນເອກະລັກລາວໂດຍແທ້.
ເມືອງຫຼວງພະບາງເປັນເມືອງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ ທັງເປັນເມືອງມໍລະດົກໂລກທີ່ເປັນໜ້າສົນໃຈຂອງແຂກຄົນທັງພາຍໃນແລະຕ່າງປະເທດ. ຫຼວງພະບາງມີປະຊາກອນອາໄສຢູ່ຈຳນວນ6ໝື່ນກວ່າຄົນຊຶ່ງລວມມີສາມຊົນເຜົ່າໃຫຍ່ຄື: ເຜົ່າລາວລຸ່ມເຜົ່າລຸ່ມເທິງແລະເຜົ່າລາວສູງ. ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າແມ່ນອີງໃສ່ການກະສິກຳປ່າໄມ້,ລ້ຽງສັດເປັນອາຊີບຕົ້ນຕໍຊຶ່ງກວມເອົາ80%ຂອງພົນລະເມືອງໃນທົ່ວເມືອງເນື້ອທີ່ສ່ວນໃຫຍ່ເປັນພູດອຍ ເນື້ອທີ່ທົ່ງພຽງທີ່ສາມາດຂະຫຍາຍເນື້ອທີ່ນານັ້ນພັດມີໜ້ອຍຄືທົ່ວເມືອງມີເນື້ອທີ່ນາທັງໝົດ 2000ກວ່າເຮັກຕາຊຶ່ງເຮັດນາແຊງໄດ້300ກວ່າເຮັກຕາ. ເຖິງແມ່ນວ່າເນື້ອທີ່ນາຈະມີໜ້ອຍກໍຕາມແຕ່ກໍຍັງມີເງື່ອນໄຂ ແລະ ສາມາດເຮັດນາສອງລະດູໄດ້. ປະຊາຊົນເຄີຍມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການສ້າງຢູ່ກະທຳກິນດັ່ງສຸພາສິດບູຮານກ່າວວ່າ “ໄປຢຽບໝາ ມາຢຽບຂຽດ” ຊີວິດປະຈຳວັນຂອງຊາວເມືອງແມ່ນຕິດພັນກັບການຜະລິດຕາມເງື່ອນໄຂຄວາມສາມາດ ເຊັ່ນ: ການເຮັດໄຮ່,ເຮັດນາ,ເຮັດສວນ,ລ້ຽງສັດ,ຫັດຖະກຳ,ປຸງແຕ່ງອາຫານ ຯລຯ ຊຶ່ງສອດຄ່ອງກັບທິດທາງແນວທາງຂອງພັກເຮົາ ກໍຄືແຜນພັດທະນາເສດຖະກິດສັງຄົມຂອງແຂວງ ແລະ ເມືອງໃນການຫັນປ່ຽນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ ຄືນຳໃຊ້ກົນຈັກ,ເຕັກນິກວິທະຍາສາດ,ວິທະຍາການເຂົ້າມາໃນການຜະລິດ ຍົກຜະລິດຕະພາບໃນການຜະລິດໃຫ້ສູງຂຶ້ນ ຮັບປະກັນທາງດ້ານອາຫານ ແລະ ທັນຍາຫານໃຫ້ພຽງພໍ ແລະ ສິນຄ້າໂດຍເລັ່ງໃສ່ການປູກເຂົ້າ,ປູກພືດທັນຍາຫານ,ພືດອຸດສາຫະກຳຕາມລະດູການຢ່າງຕໍ່ເນື່ອງ.
ອາຊີບປຸງແຕ່ງອາຫານແມ່ນອາຊີບໜຶ່ງທີ່ຕິດພັນກັບຊາວຫຼວງພະບາງຢ່າງສະໜິດແໜ້ນໂດຍສະແດງໃຫ້ເຫັນເອກະລັກຂອງທ້ອງຖິ່ນຢ່າງເດັ່ນຊັດ ອາຫານເອກະລັກເຫຼົ່ານັ້ນລ້ວນແຕ່ມີຊື່ລືຊາ ແລະ ເປັນທີ່ນິຍົມຂອງແຂກຕ່າງດ້າວ ທ້າວຕ່າງແດນທີ່ມາຢ້ຽມຢາມຫຼວງພະບາງຈົນກາຍເປັນປະເພນີ ເຊັ່ນ: ຖ້າຫາກວ່າແຂກຄົນມາຫຼວງພະບາງ ຕ້ອງມີຂອງຕ້ອນຫຼວງພະບາງຕິດໄມ້ຕິດມືກັບບ້ານໄປພ້ອມ ເປັນຕົ້ນແມ່ນແຈ່ວບ່ອງ,ໄຄ່ແຜ່ນ,ໜັງຍຳ,ປອດແຫ້ງເຮັດມາຈາກປອດຂອງຄວາຍງົວ,ຜັກນ້ຳ,ພູຄ້ຽວ,ຂົ້າໜົມຂີ້ໜູແທ້ຈີງມີແຕ່ເຂົ້າໜົມຂີ້ແມວ,ເຂົ້າໜົມໝໍ້ທອດ,ນ້ຳອ້ອຍແຜ່ນ ຯລຯ.
ສີໄມ້ລາຍມືທາງດ້ານຫັດຖະກຳຈັກສານກໍເປັນທີ່ຍອມຮັບຈາກສັງຄົມ ໂດຍສະເພາະແມ່ນລວດລາຍການຈັກສານແບບພື້ນເມືອງແບບດັ້ງເດີມ ເປັນຕົ້ນແມ່ນເຄື່ອງເອ້ຍ້ອງ,ເຄື່ອງໃຊ້ສອຍປະກອບຄອບຄົວເຊັ່ນ:ແອບເຂົ້າ,ຫວດ,ພາເຂົ້າຫວາຍພາເຂົ້າທີ່ເຮັດດ້ວຍຜະລິດຕະພັນຫວາຍ,ດົ້ງ,ເຂິ່ງ ຯລຯ ເຊິ່ງເປັນສິນຄ້ານຳລາຍໄດ້ມາສູ່ຄອບຄົວດີພໍສົມຄວນ.
ແຕ່ບໍ່ສະເພາະແຕ່ເຄື່ອງຈັກສານເທົ່ານັ້ນທີ່ມີຊື່ສຽງດົງດັງຢູ່ຫຼວງພະບາງ ຫັດຖະກຳຕ່ຳຫູກທໍໄໝກໍເປັນທີ່ລືນາມມາໄດ້ຫຼາຍສິບໆປີ. ບ້ານພະນົມເປັນບ້ານຊົນເຜົ່າລື ບ້ານດັ່ງກ່າວເຄີຍມີມູນເຊື້ອດຸໝັ່ນໃນການຕ່ຳຫູກທໍໄໝ ສີໄມ້ລາຍມືໃນການເກັບດອກດວງ ແລະ ຕ່ຳທໍໄດ້ຢ່າງສວຍສົດງົດງາມແບບພື້ນເມືອງໂດຍແທ້ຈົນເປັນທີ່ຍອມຮັບຂອງເຊື້ອກະສັດ
ຫຼວງພະບາງໃນສະໄໝກ່ອນແຕ່ເຊັ່ນປູ່ຍາຕາຍາຍ ປະຈຸບັນ ມູນເຊື້ອດັ່ງກ່າວໄດ້ຕົກທອດມາເຖິງເຊັ່ນລູກເຊັ່ນຫຼານເທົ້າທຸກວັນນີ້.
 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

ບຸນກີນຈຽງຂອງຊາວຊັນເຜົ່າມົ້ງຫຼືເຜົ່າລາວສູງນັ້ນ ມີອັນແຕ່ກຕ່າງຈາກບຸນປຸດປີຂອງຊົນເຜົ່າຂະມຸເລັກນ້ອຍ ຄືບຸນກີນຈຽງຈະເລີມທຳພິທີໃນມື້ແຮມ 14-15 ຄ່ຳຂອງເດຶອນ 12 ເຊີ່ງແມ່ນໄລຍະສຸດທ້າຍຂອງປີເກົ່າ,ໃນມື້ນັ້ນແມ່ນໄດ້ມີພິທີເອີນເຂົ້າແຫ່ຂັວນເຂົ້າຈັດລ້ຽງຕ່າງໆ,ຈຸດປະສົ່ງແມ່ນເຮັດໃຫ້ການປູກຝັ່ງລ້ຽງສັດ ໃຫ້ລຸລາບອາບເຮື່ອງໃຫ້ໄດ້ຮັບໜາກຮັບຜົນດີພໍມື້ອອກໃໝ່1ຄ່ຳ 2 ຄ່ຳ 3 ຄ່ຳ ຈະແມ່ນມື້ຄຳ, ໃນໄລຍະ3 ວັນນີ້ຈະບໍ່ມີການຊື້ການຂາຍເພື່ອສະແດງເຖີງ ການຮີບຫອມອອມສັບພາຍໃນຄອບຄົວ ໃຫ້ມີຄວາມອຸດົມຮັ່ງມີ, ມີກີນມີໃຊ້ຢ່າງພຽງພໍ. ປະເພນີບຸນກີນຈຽງນີ້ ກໍ່ອີ່ງໃສ່ເງືອນໄຂຂອງຄອບຄົວເໜື່ອນກັນຄື: ຄອບຄົວໃດທີ່ອຸດມສົມບູນເດ່ກໍ່ເຮັດຈຽງໜູ, ຖ້າຄອບຄົວໃດຫາກບໍ່ມີເງື່ອນໄຂ ກໍ່ເຮັດຈຽງໄກ່ແລະຖືວ່າແຕ່ລະຄອບຄົວນັ້ນບໍ່ໄດ້ລະເວັ້ນ.
ການສະຫລອງບຸນກີນຈຽງຂອງຊົນເຜົ່າມົ້ງນີ້ ແມ່ນເຂົາເຈົ້າຈະໄດ້ມີໂອກາດສວມໃສ່ເສື້ອຜ້າທີ່ຕົນໄດ້ຫ້າງຫາກະກຽມ ຫຍີ້ບແສ້ວໄວ້ ທີ່ໃຫມ່ອ່ຽມແລະສວຍສົດງົດງາມ.
ການສະຫລອງບຸນດັ່ງກ້າວນີ້ ນອກຈາກຂະເປັນການສະຫລອງຜົນຜະລິດພາຍຫລັງ ທີ່ເກັບກູ້ເກັບກ່ຽວແລ້ວຍັງເປັນການສ້າງບັນຍາກາດອັນດີເຊີ່ງກັນ ແລະກັນໃນການພົບປະລະຫວ່າງ ຍາດພີ່ນ້ອງເພືອນໜີດສະຫາຍບ້ານໃຕ້ບ້ານເໜືອ ທີ່ໄດ້ມີໂອກາດຍືຍາມຖາມຂ່າວດ້ວຍບັນຍາກາດອັນແຈ່ມໃສ່.
ສະນັ້ນພໍຮອດຄວບເຄົ້າລະດູການພີ່ນ້ອງເຜ່າມົ້ງ ແລະເຜົ່າຂະມຸບໍໄດ້ລະຮີດໄຫ້ໝອງບໍໄດ້ລະຕອງໃຫ້ເສົ້າເຂົາເຈົ້າໄດ້ພ້ອມກັນ ສະຫລອງປະເພນີໃນແຕ່ລະປີຢ່າງເບີກບານມວ່ນຊື່ນ