ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

 

 

A. How are you?
B. All right,how are you doing?
A. Thank you.
B. Hi, hello sir.
A. Yes, speak.
B. All right,ladies and gentlemen,……… we’d like to keep all these things enjoy time to all of you and have fun,thanks.
C. ໂອ ເຈົ້າມາແຕ່ໃສ?
B. What he say?
A. Ask you come from?
B. Las Vegas, sir.
C. ແປວ່າຈັ່ງໃດ ລຸງ?
A. ເອົາ ມຶງໄປຖາມໝູ່ຢູ່ຝະລັ່ງຈັ່ງໃດເນາະ ຫ່ານີ້?
D. ເຈົ້າຊິມາຖາມຂ້ອຍເຮັດຫຍັງ?
C. ຖາມຄົນຮູ້ຈັກ.
D. ເຂົາບອກວ່າຈັ່ງຊີ້ ເຂົາມາຈາກ Las Vegas.
C. ມາຈາກ Las Vegas ມາທຳອະໄຣ(ເຮັດຫຍັງ)ທີ່ Thailand?
B. Working and singing.
C. ແປວ່າຈັ່ງໃສ ລຸງ?
D. ເອົາ ຖາມອີກລະ ເຂົາມາຮ້ອງເພງ.
C. ເຂົາມາຮ້ອງເພງ ເຈົ້າມາກັບຜູ້ໃດ?
D. I came by myself.
C. ເຂົາວ່າຫຍັງ ລຸງ?
D. ເຂົາມາກັບອີ່ແພວ.
C. ໂອ ມາກັບອີ່ແພວ.
A. ບໍ່ແມ່ນ ມາຄົນດຽວ.
C. ມາຄົນດຽວ? ສະແດງວ່າລຸງແນບຂີ້ຕົວະ.
D. ຂ້ອຍບໍ່ໄດ້ຕົວະດອກ ຂ້ອຍແປຜິດ.
C. ແລ້ວບ້ານເກີດທີ່ໃດ?
B. Leotion.
C. ວ່າຈັ່ງໃດ?
A. ເອີ ແປຜິດກໍຍັງໄປຖາມເຂົາຢູ່.
C. ເອົາໃຫ້ມັນຖືກລະ.
D. ເອີ ຖືກແນ່ນອນ ອັນນີ້.ໝາຍວ່າຈັ່ງຊີ້ ພວກເຮົາທັງຫຼາຍນີ້ຢູ່ເມືອງພີ່ ເຂົາເກີດເມືອງນ້ອງ.
C. ໂອ ວຽງຈັນ ໄຊ່ໄໝ(ไช่ไหม)?
B. ໂດຍ ຂ້ານ້ອຍ.
A. ຝະຣັ່ງຈັ່ງໃດນີ້ “ໂດຍ ຂ້ານ້ອຍ”?
B. ໂອຍ ເປັນຝະຣັ່ງດົນບໍ່ໄດ້ດອກນະ ເພາະວ່າເປັນຄົນລາວຫັ້ນນະ.
A. ຄົນລາວກໍຕອນທີ່ເຄີຍຮັບບົດເປັນຝະຣັ່ງ ເຮົາກໍ Yes ຕວາ?
B. ບໍ່ ຍັງຮັກຄວາມເປັນລາວຢູ່ເນາະ?
C. ໜີບໍ່ມົ້ມ(ໄປໃສ່ກໍ່ພົບ)ບາດໃດ(ສຳພັດ)ທ້ລາວຄືກັນ.其实是老挝人
B. ແມ່ນ.
A.ໂອຍຊິມາລາວມາລາວກັນຫຼາຍ你不要多说你是老挝人)ເຈົ້ານັ້ນ? ເຂົາບໍ່ໃຫ້ເປັນນຳເຂົາດອກ.
C. ເປັນຫຍັງລະ ເປັນຫຍັງຊິບໍ່ໃຫ້ເປັນ?
A. ບວກເລກຍັງບໍ່ຖືກ ຍັງຊິເປັນລາວນຳເຂົາ.
C. ໂອຍ ພາສາບວກເລກຊື່ໆ.
A. ພຸ້ນ ເບີ່ງເພີນຄຸຍ.吹牛ເອົ໊າບວກເບິ່ງ ຄັນບວກໄດ້ ຊິໃຫ້ເປັນຄົນລາວ.
C. ຕໍ່ໄປ ເປັນການບວກເລກ. ເອົາ 15 ຕັ້ງ ເອົາ 5 ໄປບວກ, 5 ບວກ 5 ໄດ້ 10,ໃສ່ 0 ທົດ 1, 1 ໂຕເທິງບໍ່ມີໂຕບວກ ຊັກລົງມາໃສ່ກັບໂຕທົດ ໄດ້ 2 ຕອບ:ຍີ່ສິບ(20).
A. ຕວດ(ກວດ)ຂໍ້ສອບແດ່ພໍ່老爸检查一下考题ຖືກບໍ່?
D. ຖືກຕ້ອງ.
A. ປະ! ຈັກເດ ຕວດບໍ່ຕວດ ຖືກຕ້ອງຖືກຕ້ອງ ບໍ່ແມ່ນເຂົ້າຂ້າງແດ່ບໍ່ເນາະ?
D. ບໍ່ແມ່ນເຂົ້າຂ້າງເລີຍ ແຕ່ວ່າຂ້າງມັນມາເຂົ້າເອງ.
A.ໄວ້ໃຈບໍ່ໄດ້ອັນມວນນິ (ພວກເຈົ້າແມ່ນຄນກັນເອງຕ້ອງຊ່ວຍກັນຢູ່ແລ້ວເຊື່ອໃຈບໍ່ໄດ້)ແມ່ນໄດ້ເນາະ ບວກງ່າຍໜຶ່ງ 10+5, ເອົາໆ ບວກແບບລາວເບິ່ງ ເອົາ!
C. ຕໍ່ໄປເປັນການໂຮມເລກ.
A. ບວກເລກ.
C. ປະເທດລາວເອີ້ນວ່າໂຮມ ພໍ່.
A. ເອົາ ບວກນີ້ເອີ້ນໂຮມ?
C. ບວກນີ້ເອີ້ນໂຮມ.
A. ເອົາໆ ເຊີນໂຮມເບິ່ງເອົາ.
C. ເອົາ 15 ຕັ້ງ, ເອົາ 5 ໄປໂຮມ, 5 ໂຮມ 5 ກໍໄດ້ 10, ໃສ່ 0 ຈື່ 1.
A. ທົດ 1.
C. ປະເທດລາວເອີ້ນຈື່ 1.
A. ເອົາ ໂຕທົດນີ້ເອີ້ນຈື່?
C. ໂຕທົດເອີ້ນໂຕຈື່ ຈື່ 1.
A. ອື ເອົາຊັ້ນເອົາ.
C. 1 ໂຕເທິງບໍ່ມີໂຕໂຮມ ລາກລົງມາໃສ່ກັບໂຕຈື່ໄດ້ 2 ຕອບ: ຊາວ.
A. ຖືກບໍ່ພໍ່?
D. ຖືກທີ່ສຸດ ຍີ່ສິບແປວ່າຊາວ.
A. ເກັ່ງມາກ ຍິນດີໃຫ້ເປັນຄົນລາວ.ບັນຈຸໃຫ້ເປັນໂຄສົກປະຈຳສະຖານີໂທລະທັດແຫ່ງປະເທດລາວ.ບາດນີ້ ທາງສະຖານີຊິໄດ້ຖ່າຍທອດກິລາສະໂນເກີຈາກເມືອງໄທ.
C. ຕໍ່ໄປ ທ້າວຕອງຊິໄດ້ທັ່ງ.
A. ແທງ ແທງ.
C. ປະເທດລາວເອີ້ນທັ່ງ.
A. ອື ບໍ່ຄືກັນບໍ່?
C. ໄຄຢູ່ເຂົາບໍ່ວ່າສວກ.
A. ຊິບໍ່ມຸ່ນໝົດບໍ່ ອັນນີ້?
C. ທັ່ງລູກແດງລົງຮູຕັ່ງ.
A. ຫຼຸມໂຕະ.
C. ປະເທດລາວເອີ້ນຮູຕັ່ງ.
A. ບໍ່ຄືກັນອີກ.
C. ບໍ່ຄືກັນ ແມ້ແຕ່ເຕະຕະກໍ້(ກະຕໍ້)ກໍບໍ່ວ່າເຕະຕະກໍ້.
A. ວ່າຫຍັງ?
C. ຕໍ່ໄປເປັນການເຕະລູກຫວາຍຄ້ມມອງຫ່າງ.
A. ບໍ່ແມ່ນວ່າເຕະຕະກໍ້ຂ້າມເນັດວ່າຊັ້ນບໍ່?
C. ປະເທດໄທເຮົາເອີ້ນເປັນພາສາອັງກິດ ເນັດ,ຝະຣັ່ງເສດເອີ້ນຕ໋ອງ ລາວຕ້ອງມອງຫ່າງ.
A. ອື ບໍ່ຄືກັນເນາະ.
C. ບໍ່ຄືກັນ ແມ້ຕັ້ງແຕ່ທາງໂຄ້ງອັນຕະລາຍກໍບໍ່ວ່າທາງໂຄ້ງອັນຕະລາຍ.
A. ວ່າຫຍັງ?
C. ງໍເປັນຕາຢ້ານ. ເຂົ້າໜົມຄົກກໍບໍ່ວ່າເຂົ້າໜົມຄົກ.
A. ວ່າຫຍັງເຂົ້າໜົມຄົກ?
C. ເຂົ້າໜົມຫຼຸມ.
A. ເຂົ້າໜົມຈີນເດ?
C. ເຂົ້າປຸ້ນ.
D. ກຸ໋ຍຕຽວ?
C. ເຝີ.
A. ສະໜາມບິນ?
C. ເດີ່ນຍົນ.
A. ຟຸດບອນ(football)?
C. ໝາກບານ.
A. ລົດມໍເຕີໄຊ?
C. ລົດຈັກ.
A. ລົດຈັກກະຍານ.
C. ລົດຖີບ.
A. ນາລິກາເດ?
C. ໂມງ.
A. ບ່ອນສ້ອມມັນເດ?
C. ຮ້ານແປງໂມງ.
A. ຂ້ອຍນຸ່ງຢູ່ນີ້ເດ່?
C. ໂສ້ງ.
A. ຂ້ອຍໃສ່ຢູ່ນີ້ເດ?
C. ເກີບ.
A. ກອງກະຍະ.
C. ກອງຂີ້ເຫຍື້ອ.
A. ຝະຣັ່ງວ່າຈັ່ງໃດ ກອງຂີ້ເຫຍື້ອ?
C. ກອງຂີ້ເຫຍື້ອ.
D. ມັນບໍ່ໄດ້ແປແນວນັ້ນແມ້!
C. ໂອ ມັນທັບສັບ.
A. ຝຶກທະຫານ. ທັງໝົດ ແຖວຕົງ!
C. ທັງໝົດ ແຖວຊື່ຄີ້ງນິງ.
A. ຊ້າຍຫັນ!
C. ຊ້າຍງວກ!
A. ຂວາຫັນ!
C. ຂວາງວາກ!
A. ໜ້າເດີນ!
C. ໜ້າຍ່າງ!
A. ກັບຫຼັງຫັນ!
C. ປີ້ນບື້ບ!
B. ໂອຍ! ມາເປັນຕາຊັງຄົນແຮງເດ ພີ່ນ້ອງຢ້ານໄດ້ຕີຄົນເດີ ມື້ນີ້.
A. ຕີຈັ່ງໃດ?
B. ບໍ່ຕີຈັ່ງໃດ? ພໍ່. ຕັ້ງແຕ່ຂ້ານ້ອຍອອກມາ ສອງຄົນນີ້ພາກັນໂຮມຫົວກັນເວົ້າແຕ່ພື້ນປະເທດຂ້ານ້ອຍ.
C. ມັນບໍ່ແມ່ນເວົ້າພື້ນ ປະເທດໄທປະເທດລາວເປັນບ້ານພີ່ເມືອງນ້ອງກັນ ແມ່ນບໍ່ລຸງ?
D. ເອີ ເຂົາບໍ່ແມ່ນເວົ້າພື້ນດອກ ເຂົາປຽບທຽບໃນການເວົ້າບໍ່ຄືກັນຊື່ໆ.
B. ຄົນລະຝັ່ງເນາະ ໃຫ້ແລ້ວກັນໄປສາ ໄປ.
A. ຜ່ານອີກພາກສະໜາມຊ້າຍງວາກຂວາງວາກ ແຕ່ຍັງບໍ່ໄວ້ໃຈ ໃຫ້ເປັນຄົນລາວຍັງບໍ່ໄດ້ ເຂົາຮ້ອງສອບອີກສາກ່ອນ ບາດນີ້ເປັນການສອບເລກຄະນຶດຄຶດໃນໃຈ.
B. ເລກຄະນຶດມີຢູ່ບໍ່?
A. ມີ ເລກຄະນຶດຄຶດໃນໃຈ ຄັນເລກຄະນິດຈຶ່ງຄິດໃນໃຈ.ຫ້າມໃຊ້ກະດາດດິນສໍ ໃຫ້ຄຶດລູກດຽວ. ຟັງໂຈນໃຫ້ດີ. Mr. Tony ພູມິຣັດ ນີ້ຄືຊື່ຈິງຕະກຸນຈິງທີ່ລົງໃນປັດສະປໍ ລາວເກີດຢູ່ບ້ານພະບາດໂພນສັນ…
B. ແຂວງໄຊຍະບູລີ.
A. ແມ່ນຫຍັງ ແຂວງ?
B. ຈັງຫວັດເທາະ ພໍ່.
A. ຈັງຫວັດບໍລິຄຳໄຊນີ້ຢູ່ຕົງກັນຂ້າມກັບ…
B. ບ້ານໂພນແພງອຳເພີ(ເມືອງ)ວຸນວິໄສ…
A. ຈັງຫວັດໜອງຄາຍ.
B. ໂດຍ ຂ້ານ້ອຍ.
A. ລາວເກີດຢູ່ລາວໄດ້ອາຍຸ 16 ແລ້ວອົບພະຍົບໄປ Las Vegas ລັດ Nevada ສະຫະລັດອາເມລິກາ. 15 ປີຢູ່ຫັ້ນ ເລີຍໂອນສັນຊາດເປັນອາເມລິກາ ຢູ່ຫັ້ນ 15 ປີ ຮຽນຈົບ high school,ເລີຍອົບພະຍົບມາຢູ່ເມືອງໄທໄດ້ແລ້ວ 6 ປີ ຂ້ອຍຢາກຮູ້ວ່າ Tony ອາຍຸທໍ່ໃດ ເອົາລະ ເຈົ້າລອງໂຮມອີກເບິ່ງ.
C. ເອົາ 16 ຕັ້ງ,ເອົາ 15 ໄປໂຮມ, 6 ໂຮມ 5 ໄດ້ 11,ໃສ່ 1 ຈື່ 1,1 ກັບ 1 ໂຮມກັນເປັນ 2, ລາກໂຕຈື່ລົງມາໃສ່ເປັນ 3, ຕອບ 31. ກັບມາຢູ່ໄທອີກ 6 ປີ ລາກມາໃສ່ກັນກັບ 31, ລາກໄປລາກມາ ລາກໜ້າລາກຫຼັງ ເຫຼືອ 22.
B. ຄືຊິເຫຼືອໜ້ອຍແທ້ເນາະ ອີ່ພໍ່ບາດນີ້.
C. ລາກໄປລາກມາ ມັນລຶບເລີຍ.
D. ເອີ ດີໆໆ ຄັນຊັ້ນ ເຈົ້າລຶບໃຫ້ຂ້ອຍແນ່ນາ.
A. ເພິ່ນຢາກເປັນບ່າວ.
C. ຈັ່ງລຸງແນບນີ້ລຶບບໍ່ໄດ້.
D. ເປັນຫຍັງລະ?
C. ແຕ່ບໍ່ລຶບກໍຍັງກ້ຽງແລ້ວ.
A. ເອີ ຂ້ອຍແນມໄປກໍຍັງກ້ຽງບບິ່ນລິນ ຢ່າລຶບເທາະ ພໍ່ ຢ່າລຶບເທາະ ເອົາໄວ້ໃຫ້ຫຼານເບິ່ງ.
D. ເອົາ ບໍ່ລຶບກໍບໍ່ລຶບ.
A. ມາຢູ່ເມືອງໄທ ຜົມ(ຂ້ອຍ)ເລີຍໄດ້ເປັນນັກຮ້ອງ ພີ່ນ້ອງ ແທນທີ່ຈະໃສ່ຊື່ໃນແຜ່ນສຽງຊີດີເປັນພາສາຝະຣັ່ງຕາມປັດສະປໍ Noguse Maydee ດຽວໄທບ້ານຊິາຫາວ່າລືມຊາດບ້ານເກີດການໂອນສັນຊາດເປັນຝະຣັ່ງນັ້ນ ຮັດຕາມລະບຽບຝະຣັ່ງຊື່ໆດອກ ໃຜຢູ່ປະເທດຝຣັ່ງຄົບ5ປີ ເຂົາໃຫ້ໂອນສັນຊາດເປັນຝຣັ່ງເນາະ ເພື່ອຊິໄດ້ຢູ່ສຸກກິນບານບາດເຖົ້າ ເພາະເຂົາໃຫ້ເງິນບຳເນັດບຳນານຢ່າງດີ ແຕ່ຄວາມຮູ້ສຶກໃນໃຈທີ່ແທ້ຈິງ ຍັງເປັນຄົນລາວຢູ່ຢ່າງ 120% ເກີນ…(ຮ້ອງເພງໝໍລຳ)
C. ບາ!!!!ເກີດມາບໍ່ເຄີຍເຫັນເດລະ ອີ່ຄິວຊ່າງຟ້ອນໃສ່ໝໍລຳ.
 
Delicious Digg Fark Twitter