ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ກ ຜັກສີຂຽວ  ເປັນຜັກທຳມະດາທົ່ວໆໄປທີ່ມີຫລາຍທີ່ສຸດໃນໂລກ ສີຂຽວມາຈາກ ຄຣໍໂຣຟີຣວ ຊຶ່ງດີ ສຳລັບດວງຕາ ຜັກສີຂຽງສວ່ນຫລາຍ ແມ່ນເປັນຜັກ ກິນໃບ  ຈຳພວກ (Gourd) ຊຶງລວມເຖິງ ແຕງແລະຊູກິນີນຳ ຜັກປະເພດນີ້  ມິສັບພະຄຸນໃນ ການປັດສະວະ 



ຜັກສີຂາວ    ກະລຳປີ  ຖືເປັນຜັກສີຂາວ (ເຖິງວ່າມັນຈະຂຽວບອນກາບນອກມັນ) ເປັນຜັກທີ່ຮູ້ຈັກແລະບໍລິໂພກໄປທົ່ວໂລກ ເປັນຜັກທີ່ມີສານຕ້ານ ມະເຮັງແລະມີຄຸນສົມບັດໃນການຊ່ວຍ ຍ່ອຍອາຫານ ໃນເກົາຫລີ ປູກກະລຳປີຫລາຍໃນເກາະ ເຊຈູ ກະລຳປີ ມັກດີນຊາຍ ແລະ ອາກາດເຢັນ (ລະຫວ່າງา 15 - 20 ອົງສາ) ປະຈຸບັນທີ່ເກາະເຊຈູ ແຫງນີ້ນັບຫວ່າເປັນແຫລງຜະລິດກະລຳປີທີ່ໃຫ່ຍທີ່ສຸດໃນໂລກ ມີເນື້ອທີ່ປູກປະມານ 1,500 ເຮັກຕ່າ ຫລື ປະມານ 9,375 ໄລ່ ແລະ ສາມາດປູກໄດ້ຕະຫລອດປີ

ຜັກສີແດງ   ຫມາກເລັ່ນ ຈັດຢູ່ໃນປະເພດຜັກສີແດງ ສີແດງມາຈາກໄລໂຄປີນ (Lycopene)  ຊື່ງຊວ່ຍ ຊະລໍຄວາມແກ່ ແລະ ເມື່ອຫລາຍປີກ່ອນມີບົດຄວາມທາງວີຊາການຍືນຢັ້ນວ່າໄລໂຄປີນ ສາມາດ ປ້ອງກັນມະເຮັງ ໃນຕັບອ່ອນໄດ້ ເຮັດໃຫ້ຄົນ ຫັນມາສົນໃຈບໍລິໂພກຫມາກເລັ່ນຫລາຍຂື້ນ


Delicious Digg Fark Twitter