ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໃນເລື້ອງມີຢູ່ວ່າ:
ສອງສະຫາຍ ເປັນສ່ຽວຮັກສ່ຽວແພງກັນແທ້ໆ ໄປໃສມາໃສ ຕ້ອງຕິດຕາມກັນຕະຫລອດ ແລະໄທ້ບ້ານ ໃຜໆກະຮູ້ວ່າສອງສ່ຽວນີ້ຮັກແພງກັນອີ່ຫລີ
  ມາມື້ນື່ງທັງສອງພາກັນ ໄປຫລິ້ນສາວ ບ້ານອື່ນ ໄປແຕ່ຫົວຄຳ ພໍຮອດ ບ້ານສາວກໍພໍດີມືດ ພໍຮິບຮີ່ ທັງສອງກໍໂກຍຂື້ນເຮືອນສາວ ແລ້ວກໍນັ່ງລົມກັນ
ຢູ່ຄາວນຶ່ງ ສ່ຽວຄົນນຶ່ງກໍ ລົງຈາກເຮືອນສາວນັ້ນໄປ ປະໃຫ້ສ່ຽວລົມສາວຢູ່ຜູ້ດຽວ. ຫລັງຈາກ ລົງຈາກເຮືອນ ຄຳຜາຍ ເຊີ່ງເປັນສ່ຽວເກົ່າ ກໍ່ມາພົບ
ເລີຍພາໄປຫລິ້ນເຮືອນ  ຕາມທຳມະດາ ໄປເຮືອນສ່ຽວກໍຕ້ອງມີ ເມົາ ຕາມຮີດຄົນລາວ ວ່າຊັ່ນ ຄຳຜາຍ ເປັນຜູ້ເວົ້າຂື້ນ  ທາງໜອມ ກໍຮີບຕອບ ຂື້ນມາວ່າ
"ບັກສ່ຽວ *********ເວົ້າ ຄັກຫລາຍ ໄປລະເມ ເຮົາ" ຈາກນັ້ນທັງສອງກໍລິນກັນຢ່າງໃຫຍ່ ໜອມເມົາແຮງ ແຕ່ກໍຍັງຄິດ ເຖິງ ສ່ຽວ ອີກຄົນນຶ່ງ ລົມສາວ ຢູ່ເຮືອນ
ເລີຍຕັດສິນໃຈ ໄປຫາສ່ຽວ ໄປພ້ອມກັບຄວາມເມົາ  ໂດຍຄວາມທີ່ບໍ່ຄ່ອຍຈະໄດ້ກິນ ດື່ມ ອັນນັ້ນຫລາຍ ລາວ ກະເມົາແທ້ ເມົາວ່າ ຊັກກະຈົນວ່າ ສັ່ນເຊັນ
 ພໍໄປຮອດ ບ້ານສາວ ກໍຮ້ອງຫາສ່ຽວ ສ່ຽວກໍລົງມາ ພໍສ່ຽວຫລຽວເຫັນ ກໍຮ້ອງຂື້ນມາວ່າ ມັນ........ເປັນ.........ຫຍັງ........ຄືມັນມາ......ເປັນຈັ່ງຊີ້..
 ທາງຜູ້ສາວ ສ່ຽວກໍ່ແລ່ນມາເບິ່ງ ດ້ວຍຄວາມຕື່ນຕົກໃຈ    ພໍລາວເຫັນ ລາວກໍຮ້ອງຂື້ນມາວ່າ...ຕາຍ ສັງມາເປັນຈັ່ງຊີ້ .ມັນເປັນ ງຶກໆ ງັກໆ ຄືໂສ້ ບໍ່ເຄັ່ງ
ແທ້ ນໍ

 

 

Delicious Digg Fark Twitter