ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2014 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

------------ເຫດຜົນທີ່ໂທນຳ--------
ທຸກມື້ຜົວນາດນ້ອງ          ຕ້ອງດ່ວນໄປການ
ເຮັດງານຫາເງິນຄໍາ         ເພື່ອນໍາມາລ້ຽງ
ປະພຽງເມຍລູກນ້ອຍ        ຄອງຄອຍຄິດຮໍ່າ
ຄິດນໍາຜົວແຕ່ເຊົ້າ            ຈົນເທົ້າທ່ຽງຄືນ

ຕື່ນມາຜົວຮີບຮ້ອນ           ຈອນຈາກລົງເຮືອນ
ເຕືອນເມຍບໍ່ຕ້ອງຫາ        ແຕ່ງພາກຽມເຂົ້າ
ສຽງເວົ້າຍັງບໍ່ແລ້ວ            ລົງເຮືອນພະລັນດ່ວນ
ສ່ວນເມຍຍໍຕິບເຂົ້າ          ບໍ່ທັນເວົ້າຕອບຜົວ ຊໍ້ານໍ

ແລງຊົວລົວຄໍ່າຄ້ອຍ         ຄ່ອຍພີ່ຜົວແພງ
ແຍງແຕ່ໂມງແຂນຜາ        ຫ່ວງຫາອວນອ້າຍ
ຢ້ານຜົວມີເຫດຮ້າຍ          ຄິດຫລາຍອຸກອັ່ງ
ສຽງດັງໆຕອບໂຕ້             ຍາມໂທເຂົ້າພີ່ຮັບສາຍ

ຊາຍເອີຍຮູ້ບໍ່ນ້ອງ            ເມຍຫ່ວງຜົວແພງ
ແຍງທາງຄອງຄອຍຜົວ      ບໍ່ກິນຮອດເຂົ້າ
ເຖິງແມ່ນເຈົ້າຊິຮ້າຍ         ໂວຍວາຍກໍ່ຕາມຢ່າ
ໂທຫາເພາະຫ່ວງອ້າຍ      ຮັກຫລາຍນັ້ນນ້ອງຈິ່ງໂທ ຊາຍເອີຍ      

ສໍ ເມືອງຊຳ

Delicious Digg Fark Twitter