ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2014 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

++++++++++++ສາຍລົມ
ສາຍລົມປິວປິ່ນເປື້ອງ           ເຫີນເວີ່ນເວຫາ
ວົນວຽນປິວໄປມາ                ທົ່ວໂລກາກວ້າງ
ຊວງເຄີຍລົມຕໍາຕ້ອງ            ຟອງລົມເລີຍລ່ວງ
ບໍ່ເຫັນຄວງຄາບເນື້ອ            ເຄືອຂ້ອງຄາດຄີງ  ແດ່ນໍ

ຄວາມຈິງລົມລ່ວງຍ້າຍ          ກາຍຜ່ານບາງຫົນ
ເຮັດໃຫ້ຄົນສຸກໃຈ                 ຊື່ນໃນຊວງເນື້ອ
ບາງເທື່ອລົມຊ່ອຍໃຫ້             ເຢັນກາຍສົດຊື່ນ
ຄື້ນລົມອາດຊ່ອຍຍູ້                ຊູເສົ້າຫ່າງເຮົາ  ກໍມີ

ບາງທີລົມເຫລົ່ານັ້ນ                ມັນພັດເປັນໄພ
ກະຫນໍ່າໄປຮຸນແຮງ                ຮອດແຄງເຮືອປິ້ນ
ດິນກະຈາຍຈວນພົ້ງ                ພົງໄພທະລາຍມຸ່ນ
ແຕ່ຫາກຊຸນບໍ່ໄດ້                    ໃນເນື້ອບ່ອນລົມ ນັ້ນນໍ
+++++++++++ສໍ ເມືອງຊໍາ


 

Delicious Digg Fark Twitter