ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2008 | ມີ 35 ຄຳເຫັນ ແລະ 0 trackback(s)

ບົດທົດສອບທາຍນິໃສຂອງຜູ້ຊາຍຈາກເບີໂທລະສັບ

ສະບາຍດີໝູ່ເພື່ອນທັງຫຼາຍໃນພັນລາວ,ໃນມື້ນີ້ " ດີ " ມີບົດທົດສອບແບບງ່າຍໆມາຝາກໂດຍສະເພາະໝູ່ຜູ້ຍິງຢາກຮູ້ບໍວ່າຜູ້ຊາຍທີ່ເຮົາຄົບຢູ່ ຫຼື ຄົນທີ່ຢູ່ໃນເປົ້າສາຍຕາ(ແອບຮັກ)ຢູ່ນັ້ນຈະມີນິໃສເປັນແບບໃດລອງມາທົດສອບນຳກັນເບິ່ງເນາະ!

* ເອົາເບີໂທລະສັບທັງໝົດມາບວກເຂົ້າກັນແລ້ວຖ້າມີຢູ່ສອງຕົວເລກກໍ່ໃຫ້ແຍກອອກມາບວກກັນອີກຈົນກວ່າຈະໄດ້ຜົນບວກຕົວດຽວ.

*ຕົວຢ່າງ:020 2234567ກໍ່ເອົາ 2+2+3+4+5+6+7=29;ຕໍ່ໄປ 2+9=11; ຈາກນັ້ນ 1+1=2 ໄດ້ຜົນບວກແລ້ວກໍ່ມາເລືອກອ່ານລຸ່ມນີ້ເລີຍ!!!

= 1

ເຈົ້າຂອງເບີນີ້ເປັນຄົນມີອຳນາດ, ມັກຄວາມເປັນຜູ້ນຳ, ໃຈຮ້ອນ, ຈົ່ມເກັ່ງ, ຄຽດງ່າຍຫາຍໄວ, ບາງເວລາກໍ່ໃຈງ່າຍໂລເລ, ເປັນຕົວຂອງຕົວເອງ.

= 2

ເປັນຄົນອ່ອນໄຫວງ່າຍ, ມີສະເໜ່, ເວົ້າຈາອ່ອນຫວານ, ເຮັດຫຍັງແບບໂດດດ່ຽວຄົນດຽວງຽບໆ, ບຸກຄະລິກພາຍນອກເຂັ່ມແຂງແຕ່ພາຍໃນອ່ອນໄຫວ.

= 3

ເປັນຄົນມັກເວົ້າສຽງດັງ, ເວົ້າບໍ່ເກັ່ງ, ມີຄວາມເປັນນັກກິລາ, ຕັ້ງໃຈເຮັດຫຍັງແລ້ວຕ້ອງໃຫ້ສຳເລັດ.

= 4

ເປັນຄົນສະໜຸກສະໜານ, ເຈົ້າຊູ້, ມີສະເໜ່.

= 5

ເປັນຄົນມີເຫດຜົນບໍ່ວູ່ວາມ, ຂີ່ສົງສານ, ສະຫຼາດ, ມີຂໍ້ຫຍຸ້ງຢາກໃດສາມາດປຶກສາໄດ້ເລີຍ, ທີ່ສຳຄັນເປັນຄົນບໍ່ມັກຕົວະຄົນອື່ນ.

= 6

ຊາຍເບີນີ້ມີຄວາມຮັກຢ່າງຫຼວງຫຼາຍທີ່ພ້ອມຈະໃຫ້ຄົນອື່ນ (ມີນ້ຳໃຈ) ມີຄວາມເຈົ້າຊູ້ໜ້ອຍໜຶ່ງ, ມັກເສຍເງິນໄປກັບການແຕ່ງຕົວ ແລະ ສະຖານທີ່ບັນເທີງທັງຫຼາຍ.

= 7

ເປັນຄົນຂີ່ຕົກໃຈ, ຂີ່ກັງວົນ, ເວລາຄຽດແຮງມັກຈະຂາດສະຕິ, ຄຳເວົາຂອງເຂົາມັກກໍ່ໃຫ້ເກີດມີສັດຕູໄດ້.

= 8

ຊາຍເບີນີ້ເປັນຄົນຫຼົງຄົນງ່າຍ, ເຊື່ອຄົນງາຍ, ນິໃສອອກກ້າກັ້ນນັກເລງໜ້ອຍໜຶ່ງ ( ຂໍ້ບໍ່ດີຂອງເຂົາແມ່ນ ເຫັນຄົນໃດກໍ່ຮັກ, ເຫັນຄົນໃດກໍ່ຮັກ............)

= 9

ເຈົ້າຂອງເບີນີ້ເປັນຄົນແປກປະຫຼາດ, ທຳຕົວເປັນຄືຄົນບູຮານ ຫຼື ເປັນຜູ້ໃຫຍ່ເກີນອາຍຸ, ເປັນຄົນສ້າງຄິດ.

 

 

 

ຂໍຂອບໃຈຫຼາຍເດີ້ທີ່ເຂົ້າມາອ່ານຢ່າລຶມທົດສອບເບິ່ງຖ້າເປັນແນວໃດກໍ່ສົ່ງຄຳເຫັນມາແດ່ເດີ້ Thanks

 

ອ່ານຄືນຫຼັງ
ໝວດໝູ່