ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ວິທີທີ່ນຳສະເໜີນີ້ ບໍ່ພຽງແຕ່ຈະໄດ້ເບີໂທເທົ່ານັ້ນ... ແຕ່ທ່ານຈະໄດ້ຟັນສາວອີຫຼີ

ບໍ່ເຊື່ອລອງອ່ານເບິ່ງ..!

 

1. ການຫຼິ້ນກິລາ

        ເປັນນັກຮຽນ ຫຼື ພະນັກງານທົ່ວໄປນະບໍ່ໄດ້ຟັນສາວດອກ, ຖ້າຢາກໄດ້ຟັນສາວໆລະກໍ້

ມັນຕ້ອງເປັນນັກກິລາ ໂດຍສະເພາະນັກມວຍ ທີ່ມີໂອກາດໄດ້ຟັນສາວຫຼາຍທີ່ສຸດ,

ພຽງແຕ່ຍ່າງສວນທາງກັບສາວແລ້ວກໍ່ຍົກກຳປັ້ນຂຶ້ນມາຊັດເຂົ້າໄປທີ່ປາກຂອງສາວໆ

ແລ້ວຟັນຂອງສາວໆກໍ່ຈະຫຼຸດອອກມາ. ພຽງເທົ່ານີ້ທ່ານກໍ່ຈະໄດ້ຟັນສາວມາສະສົມແລ້ວ.

 

2. ເປັນທັນຕະແພດ (ໝໍຟັນ)

        ວິທີນີ້ນຸ່ມນວນກວ່າ ແຕ່ຕ້ອງໃຊ້ເວລາແນ່ ເພື່ອຈະໄດ້ເປັນທັນຕະແພດຫຼືໝໍຟັນ.

ແຕ່ຜົນຕອບແທນຈາກວິທີນີ້ແມ່ນມີຫຼາຍທີ່ສຸດ ເພາະວ່າສາວໆທີ່ມາຖອນຟັນກັບທ່ານນັ້ນ

ບໍ່ມີໃຜດອກທີ່ຈະເອົາຟັນກັບໄປນຳ. ດັ່ງນັ້ນ ທ່ານກໍ່ຈະໄດ້ຟັນສາວຢ່າງຫຼວງຫຼາຍ

ແລະ ໄດ້ຂອງແຖມມານຳອີກ ເປັນຕົ້ນແມ່ນ: ຄາບຫີນປູນ ຫຼື ຂີ້ຟັນ...

 

3. ເຂົ້າຮ່ວມມູນລະນິທິກູ້ໄພ

        ເໝາະສຳລັບຄົນທີ່ມັກເດີນທາງ ເມື່ອມີອຸປະຕິເຫດບ່ອນໃດ ທ່ານກໍ່ເຂົ້າໄປຊ່ວຍ..

ແນ່ນອນບ່ອນນັ້ນມັນຕ້ອງມີຟັນເຮ່ຍຢູ່ລະ ບໍ່ຫຼາຍກໍ່ໜ້ອຍ. ແຕ່ວິທີນີ້ອາດຈະສຽວແນ່ຈັກໜ້ອຍ

ທ່ານອາດຈະແຍກບໍ່ອອກວ່າ ອັນໃດແມ່ນຟັນຜູ້ສາວອັນໃດແມ່ນຟັນຜູ້ຊາຍ.

ແຕ່ຖ້າໄດ້ຟັນທັງສອງເພດ ກໍ່ຖືວ່າເປັນຄວາມສາມາດສະເພາະຕົວກໍ່ແລ້ວກັນ.....

 

 

555 ມີແຕ່ຄົນຫື່ນກາມຄືເຮົາເຂົ້າມາອ່ານ.........

Delicious Digg Fark Twitter