ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

ວິທີບຳບັດຮ່າງກາຍດ້ວຍນໍ້າສະອາດ-(ຄຽດເລືອງວຽກ ແລະ ເລືອງຫຍຸ້ງໆມາ ລອງມາບຳບັດແບບງ່າຍໆ ທີບໍ່ໄດ້ເສຍເງີນ ແຖບຍັງໄດ້ສຸຂະພາບດີອີກດ້ວຍ)

·         ນໍ້າສະອາດເປັນສິ່ງທີ່ຮ່າງກາຍເຮົາຕ້ອງການ ແລະ ດີຕໍ່ສຸກະພາບຫຼາຍດັ່ງນັ້ນຫາກຕ້ອງການບຳບັດຮ່າງກາຍໃຫ້ສຸກະພາບດີ ຕ້ອງຮູ້ຈັກດື່ມນໍ້າສະອາດໃຫ້ຫຼາຍໆ.

1.   ຕື້ນນອນຕອນເຊົ້າກ່ອນຖູແຂ້ວ ໃຫ້ດືມນໍ້າສະອາດ 160 ມິລລີລິດ 4 ຈອກ(ປະມານຈອກກາເຟເຕ້ຍ)

2.   ຖູແຂ້ວຕາມປົກກະຕິ ແຕ່ຫ້າມກີນຫຼື ດື່ມປະມານ45 ນາທີ.

3.   ຫຼັງ 45 ນາທີໄປແລ້ວ ສາມາດດື່ມກິໄດ້ຕາມປົກກະຕິ.

4.    ຫຼັງຈາກກີນອາຫານທຽ່ງ ອາຫານຄໍ່າ ຫ້າມດື່ມ ຫຼື ກິນອາຫານ ອັນໃດອີກໃນໄລຍະ 2 ຊົວໂມງ.

5.   ສຳລັບທ່ານທີ່ບໍ່ສາມາດດືມນໍ້າ 4 ຈອກໃຫ້ຄ່ອຍໆ ເລີ່ດື່ມເທືອລະໜ້ອຍ ແລ້ວເພີ່ມປະລິມານໄປຈົນເຖິງ 4 ຈອກຕໍ່ມື້.

6.   ວິທີການບຳບັດທີ່ກ່າວມາ ສາມາດຮັກສາອາກາເຈັບໄຂ້ຕ່າງໆ ເພື່ອໃຫ້ເຮົາມີສຸຂະພາບທີ່ດີຂື້ນໄດ້.

7.   ຄົນເຈັບທີ່ມີອາການປວດຂໍ່ ຄວນປະຕິບັດຕາມການບຳບັດ 3 ມື້ໃນອາທິດທຳອິດ ແລະ ເຮັດທຸກມື້ຕັ້ງແຕ່ອາທິດທີ 2 ເປັນຕົ້ນໄປ.

         ການບຳບັດບໍ່ມີຜົນຂ້າງຄຽງ ແຕ່ຢ່າງໃດກໍ່ຕາມລະຫວ່າງເລີມຕົ້ນການບຳບັດ ທ່ານຈະມີປັດສະວະເລືອຍໆ ມັນຈະເປັນສິງທີ່ດີຫຼາຍ ຖ້າທ່ານສາມາດປະຕິບັດຕາມການບຳບັດນີ້ໃນຊີວິດປະຈຳວັນ ດື່ມນໍ້າສະອາດຊ່ວຍໃຫ້ມີສຸຂະພາບທີດີ ແລະ ສົດຊືນ ສິ່ງທີ່ໜ້າເຊື່ອຖືອີກປະການໜຶ່ງຄືຄົນຈີນ ແລະ ຍີປຸ່ນ ດືມຊາຮ້ອນໃນເວລາກິນອາຫານ ບໍ່ດື່ມນໍ້າເຢັນ ມັນຈະເປັນການດີທີ່ຈະມາປັບເຂົ້າກັບຊີວິດການເປັນຢູ່ຂອງເຮົາ.

 

Delicious Digg Fark Twitter