ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຄວາມກຽດຊັງເປັນກິເລດຢ່າງໜຶ່ງຖ້າເກີດຂຶ້ນກັບຜູ້ໃດ ກໍຍາກທີ່ຈະມີຄວາມສຸກ​​ເພາະຄວາມກຽດຊັງຈະຄ່ອຍໆກັດກິນຈິດໃຈໃຫ້ຮ້ອນຮົນກະວົນກະວາຍເມື່ອນຶກເຖິງຄົນທີ່ຕົນເອງກຽດຊັງຂຶ້ນມາ ດັ່ງນັ້ນຄວາມກຽດຊັງບໍ່ວ່າໃຜຈະຄຽດຊັງໃຫ້ໃຜ;​ ​ເຮົາຊັງເຂົາຫລືເຂົາຊັງເຮົາກໍບໍ່ມີປະໂຫຍດອັນໃດຈະເກີດຂຶ້ນແຕ່ສິ່ງທີ່ເຫັນຊັດເຈນທີ່ສຸດເມື່ອມີຄວາມກຽດຊັງ ກໍຄືເຮັດໃຫ້ຢູ່ບໍ່ເປັນສຸກ, ອນບໍ່ເປັນສຸກ.​ເວົ້າລວມແລ້ວຄວາມກຽດຊັງກໍເໝືອນເຊື້ອພະຍາດ ທີ່ຈະລາໄປຫາຜູ້ໃດກໍໄດ້​. ຄວາມກຽດຊັງເກີດກັບຈິດໃຈຜູ້ໃດຕ້ອງແກ້ໄຂທີ່ໃຈຜູ້ນັ້ນ ຈະໄປ​​ແກ້ໄຂຄົນອື່ນກໍບໍ່ໄດ້; ຕ້ອງຄວບຄຸມຈິດໃຈຂອງເຮົາບໍ່ໃຫ້ກຽດຊັງຄົນອື່ນກໍຄືຕ້ອງລະງັບຄວາມກຽດຊັງຈາກໃຈຂອງຕົນເອງກ່ອນ.

      ​ໂທດຂອງຄວາມກຽດຊັງ ທີ່ເກີດຂຶ້ນເຜົ່າຜານໃຈຂອງຄົນເຮົາ ຄືເຮັດໃຫ້ຄົນອື່ນນັ້ນເກີດມີຄວາມເດືອດຮ້ອນ; ​ເຮັດໃຫ້ເສັ້ນປະສາດຕ່າງໆຢູ່ໃນຮ່າງກາຍສູນເສຍລະບົບ, ​ເຮັດໃຫ້ລະບົບຫາຍໃຈເສຍຫາຍ ຫົວໃຈເຕັ້ນແຮງ,​ເກີດຄວາມດັນ,​ເວລານອນມັກຜະຫວາ,​ເກີດຄວາມບໍ່ສະບາຍໃຈແລະທີ່ສຳຄັນເຮັດໃຫ້ປັນຍາປູ້, ຄິດບໍ່ໄດ້ຕັນໄປໝົດ ນີ້​​ແຫລະໂທດຂອງຄວາມກຽດຊັງແມ່ນມີພິດໄພອັນມະຫາສານ. ການທີ່ຈະບໍ່ໃຫ້ມີຄວາມກຽດຊັງຄົນອື່ນບົ່ມຊ້ອນຢູ່ໃນໃຈກ່ອນອື່ນໝົດໃຫ້ເບິ່ງທີ່ຈິດໃຈຕົນເອງເປັນຫລັກ, ຖ້າຍັງກຽດຊັງເຂົາຢູ່ກໍໃຫ້ນຶກວ່າເຂົາກໍແມ່ນຄົນຄືກັນກັບເຮົາ ມີຍາກຕິພີ່ນ້ອງ, ຫມູ່ຄູ່, ລູກຫລານ ກິນເຂົ້າຄືເຮົາ ຮອດມື້ຕາຍກໍຈະຕາຍເໝືອນກັນໃຫ້ອະໄພກັນ ຮັກກັນດີກວ່າ ພະຍາດບໍ່ເກີດອາຍຸໄດ້ຍືນຍາວ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່