ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ພໍດີໄປອ່ານເຈີບົດຄວາມດີໆໆ ກໍເລີຍນຳມາໃຫ້ທຸກຄົນໄດ້ອ່ານກັນ

ຮີດສິບສອງຄອງສີບສີ່ 

ການດຳເນີນຊີວິດປະຈຳວັນຂອງຄົນເຮົາໃນສັງຄົມ ການດຳລົງຄົງຕົວຢູ່ໄດ້ໃນສັງຄົມຊຸມຊົນ ຫຼື 
ຂອງກຸ່ມຄົນເຜົ່າຊົນທ້ອງຖິ່ນໃດໜຶ່ງນັ້ນ ແນ່ນອນຈະຕ້ອງມີສິ່ງໃດສິ່ງໜຶ່ງທີ່ຖືກວາງຂຶ້ນມາ ເພື່ອການປະຕິບັດຮ່ວມກັນ 
ໃນການຢຶດໜ່ຽວກ່ຽວສຳພັນຕໍ່ກັນທາງດ້ານຈິດໃຈ ເພື່ອຄວາມສະໝັກ ສະໝານສາມັກຄີ ເພື່ອຄວາມສະໜຸກ ສະໜານມ່ວນຊື່ນໂຮແຊວ ໃນການຄົບຄ້າສະມາຄົມ 
ໄປມາຫາສູ່ກັນຂອງບັນດາຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ສາຍສຳພັນທັງໃກ້ແລະໄກ. 

ກ່ຽວກັບສິ່ງນີ້ ມັກຈະມີແລະກໍເກີດຂຶ້ນ ເກືອບຈະເວົ້າໄດ້ວ່າ ມີຢູ່ທຸກສັງຄົມຊຸມຊົນ ໃນທຸກມຸມຂອງໂລກ ມະນຸດໜ່ວຍນີ້ 
ເຊິ່ງມີທັງສິ່ງທີ່ຄ້າຍຄືກັນ ແລະແຕກຕ່າງກັນໄປຕາມແຕ່ລະເຂດ ແຕ່ລະທ້ອງຖິ່ນ ຕາມແຕ່ລະດິນແດນພູມິສະຖານອາກາດ ແລະລະດູການ ໂດຍທີ່ຄົນໃນສັງຄົມນັ້ນໆ 
ໄດ້ຮ່ວມກັນປະຕິບັດ ສືບທອດມາ ເປັນເວລາດົນນານພໍສົມຄວນ ສ່ວນຫຼາຍຈະເປັນໄປໃນທາງທີ່ດີແລະຖືກຕ້ອງ ບໍ່ຂັດຂ້ອງກັບ ນະໂຍບາຍ 
ແຜນການພັດທະນາ ສັງຄົມ ເສດຖະກິດຂອງປະເທດຊາດນັ້ນໆ ສິ່ງທີ່ກ່າວມາທັງໝົດນີ້ ເອີ້ນວ່າ:ຮີດສິບສອງຄອງສິບສີ່. 

ໃນສັງຄົມຊຸມຊົນຂອງປະຊາຊົນລາວບັນດາເຜົ່າເຮົານັ້ນ ກໍມີຮີດສິບສອງ ທີ່ມີອັນຕ້ອງໄດ້ປະຕິບັດ ຮ່ວມກັນປະຈຳທຸກໆເດືອນ ຫຼື 
ເປັນບາງເດືອນບາງທ້ອງຖິ່ນ ແລ້ວແຕ່ຄວາມຕົກລົງເຫັນດີເຫັນງາມ ພ້ອມພຽງກັນຂອງເຖົ້າແກ່ແນວໂຮມ ການຈັດຕັ້ງໃນທ້ອງຖິ່ນນັ້ນ ຈະຮ່ວມກັນເຮັດຂຶ້ນ 
ແລະຍັງອະນຸລັກ ຮັກສາເອົາໄວ້ ມີຄວາມຕິດພັນຢູ່ກັບຊີວິດປະຈຳວັນ ຂອງປະຊາຊົນລາວເຮົາຢ່າງບໍ່ມີວັນເຊື່ອມຄາຍ. 

ສຳຫຼັບຄອງສິບສີ່ຂອງລາວເຮົານັ້ນ ກໍຍັງປະຕິບັດກັນຢູ່ປະຈຳ ບາງອັນກໍຢຶດຖືໄວ້ຢ່າງໜຽວແໜ້ນ ບາງອັນກໍຖືກປ່ອຍປະລະເລີຍໄປແລ້ວກໍມີ 
ເນື່ອງຈາກອີງໃສ່ສະພາບສັງຄົມປະຈຸບັນ ແລະສິດທິເທົ້າທຽມກັນ ລະຫວ່າງຍິງກັບຊາຍ ຂອງຄົມໂລກລາວເຮົາ ກໍຫັນປ່ຽນໄປຕາມກະແສນິຍົມຂອງສັງຄົມໂລກ 
ແຕ່ເຖິງຢ່າງໃດກໍຕາມ ຜູ້ຍິງລາວເຮົາກໍຍັງໄດ້ຊື່ວ່າ ເປັນຜູ້ຮັກສາຮີດຄອງປະເພນີ ວັດທະນະທັມລາວ ໄວ້ຢ່າງໜຽວແໜ້ນ 
ມີຄວາມອ່ອນນ້ອມສຸພາບອ່ອນຫວານ ຢູ່ມາໄດ້ຈົນເຖິງທຸກວັນນີ້  ສັງເກດໄດ້ຈາກການນຸ່ງຖື ການມີຫຼັກແຫຼ່ງໃນບ້ານເຮືອນ ສົມຊື່ວ່າ 
ເປັນແມ່ສີເຮືອນທີ່ສົມບູນໄປດ້ວຍ ເຮືອນສາມນ້ຳສີ່.

 

ຄຳວ່າ: ”ຮີດ” ມາຈາກພາສາປາລີ ”ຈາຣີຕະ” ແປເປັນພາສາລາວວ່າ : ”ຈາຮີດ” ຕໍ່ມາເຫຼືອແຕ່ ”ຮີດ” ຄຳວ່າ ຈາຣີຕະ, ຈາຮີດຫຼືຮີດ ແປວ່າ:
ປະເພນີອັນດີງາມ ທີ່ເຄີຍປະຕິບັດສືບຕໍ່ກັນມາ. ຮີດ 12 ໃນທີ່ນີ້ ໝາຍເອົາປະເພນີການທຳບຸນຕາມເດືອນທັງ 12 ເດືອນ ຫຼືປະເພນີທີ່ຈະຕ້ອງທຳຕາມເດືອນນັ້ນໆ
ທີ່ບູຮານເພີ່ນ ເຄີຍພາເຮັດມາມີດັ່ງນີ້:

1-ບຸນເຂົ້າກັມ
2-ບຸນຄູນລານ
3-ບຸນເຂົ້າຈີ່
4-ບຸນພຣະເຫວດ
5-ບຸນປີໃໝ່ (ຕຸດສົງການ)
6-ບຸນບັ້ງໄຟ
7-ບຸນຊຳຮະ
8-ບຸນເຂົ້າພັນສາ
9-ບຸນເຂົ້າປະດັບດິນ
10-ບຸນເຂົ້າສະຫຼາກ
11-ບຸນອອກພັນສາ
12-ບຸນກະຖິນ


ປະຈຸບັນຢູ່ເມືອງລາວກຳລັງແມ່ນບຸນເດືອນຫົກ,ດັ່ງນັ້ນຈຶ່ງເອົາເລື່ອງບຸນບັ້ງໄຟມາໃຫ້ອ່ານ 

 

ບຸນບັ້ງໄຟ (ບຸນເດືອນຫົກ). 

ຄວາມໝາຍ ແລະຄວາມສຳຄັນ. 

ບຸນບັ້ງໄຟ ຄຳວ່າ ”ບັ້ງ” ຄືໄມ້ໄຜ່ທີ່ຖືກຕັດເປັນທ່ອນຫຼືກະບອກໄມ້ໄຜ່ນັ້ນເອງ ສ່ວນ ຄຳວ່າ ”ໄຟ” ຄົງບໍ່ຕ້ອງອະທິບາຍ ເພາະມີຄວາມຊັດເຈນໃນຕົວແລ້ວ ເມື່ອ 
ເອົາຄຳສອງ ຄຳມາລວມກັນເປັນ ບັ້ງໄຟ ໝາຍເຖິງກະບອກໄມ້ໄຜ່ທີ່ຂ້າງໃນອັດແຫນ້ນດ້ວຍ ”ຫມື້” (ຂີ້ເຈຍຂົ້ວປະສົມກັບຖ່ານຕຳໃຫ້ລະ ອຽດກ່ອນນຳໄປອັດໃຫ້ແໜ້ນ 
ໃນກະບອກໄມ້ໄຜ່). 

ມູນເຫດແລະຄວາມເປັນມາ. 

ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອທີ່ວ່າ ເທິງຟ້າມີສິ່ງສັກສິດຫຼືມີຊາວ ພຸດເອີ້ນວ່າ ”ພະຍາແຖນ” ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ 
ເລົ່າໃຫ້ຟັງວ່າ: ກາລະຄັ້ງນຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນ ເພາະຝົນຟ້າ ບໍ່ຕົກຕາມລະດູການ ບັນດາຄົນສັດພືດຕ່າງໄດ້ຮັບຄວາມເດືອດຮ້ອ

ໄປຕາມໆກັນ ຍັງມີພະຍາຄັນຄາກທີ່ມີອິດທິລິດ ເປັນສັດວິເສດປົກຄອງຢູ່ພື້ນດິນ ຈຶ່ງອອກໄປກວດກາຫາສາຍເຫດວ່າ 
ຝົນຟ້າບໍ່ຕົກລົງມາ ກໍຮູ້ຄວາມຈິງວ່າ ເປັນພະຍາແຖນບໍ່ສົງຝົນລົງມາ ພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບ ພະຍາແຖນ 
ໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນຄາກ ຊະນະ ພະຍາແຖນຕ້ອງເຮັດ ໃຫ້ຝົນຕົກລົງມາໃຫ້ຄົນ ພະຍາແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນ ຜົນປະກົດວ່າ 
ພະຍາຄັນຄາກຊະນະ ພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງມາໃນໂລກມະນຸດ ແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂື້ນ 
ເພື່ອໄປບອກດ້ວຍວ່າ ຕ້ອງການຝົນເມື່ອໃດ ເວລາໃດ ຍາມໃດ ດັ່ງນັ້ນ ເມື່ອເຖິງລະດູການເຮັດນາ ຊາວນາ ຕ້ອງການຝົນ ກໍຕ້ອງເຮັດບຸນບັ້ງໄຟ 
ເພື່ອຈູດບັ້ງໄຟຂື້ນເມືອບອກພະຍາແຖນ ເປັນສັນຍານໃຫ້ຮູ້ ເພື່ອໃຫ້ພະຍາ ແຖນເຮັດຝົນຕົກລົງມາ ດ້ວຍເຫດຄວາມເຊື່ອ ທີ່ກ່າວມານີ້ 
ຈຶ່ງໄດ້ມີການເຮັດບຸນບັ້ງໄຟ ຈົນເຖິງປັດຈຸບັນນີ້ ແລະ ໃນເດືອນຫົກນີ້ ຍັງມີບຸນອີກຫຼາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພຣະ, ຫົດສົງ ພຣະເຖຣະ. 

ຮີດນຶ່ງນັ້ນ…ເຖິງເດືອນຫົກແລ້ວ……..ນຳເອົານ້ຳວາລີສັງໂສດ 
ຫົດພຣະພຸດທະຮູບ………………….ເໜືອໃຕ້ສູ່ພາຍ 
ຢ່າໄດ້ລະບ່ຽງບ່າຍ…………………..ປັດເປົ່າຫາຍຫຼຸດ 
ມັນຊິສູນເສຍສີ………………………ຕໍ່ໄປເມືອໜ້າ 
ຈົ່ງພາກັນເຮັດແທ້……………………ແນວຄອງຮີດເກົ່າ 
ເອົາບຸນໄປເລື້ອຍໆ…………………..ເມືອໜ້າຢ່າຖອຍ.
 

ທີ່ມາ ສາມະເນນ ບຸນລົ້ນ ດວງປະເສີດ ແລະ ພຣະສຸດໃຈ ແກ້ວສຸລິຍາ ນາມປາກກາ ດອກກະຈຽວ
 

http://groups.google.gp/group/amerilao/tree/browse_frm/thread/8e71863e0c4cf3ec?_done=%2Fgroup%2Famerilao%2Fbrowse_frm%2Fthread%2F8e71863e0c4cf3ec%3Fscoring%3Dd%26&scoring=d&

Delicious Digg Fark Twitter