ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ເລື່ອງ ຄືນຫນື່ງໃນວັງວຽງ

ເພື່ອນໆເຄີຍໄດ້ໄປທ່ຽວຫລີ້ນເມືອງວັງວຽງມາແດ່ບໍ່ນໍ
ຖ້າຫມູ່ເພື່ອນຄົນໃດຍັງບໍ່ທັນໄດ້ໄປເທື່ອ ກະມາຟັງກັນເບິ່ງ ຂໍ້ມູນຖືກຫຼືບໍນັ້ນກະຊ່ວຍໆກັນເນາະ!!

ເກີ່ນນຳ
ເມືອງວັງວຽງນັ້ນຖືວ່າເປັນແຫຼ່ງທ່ອງທ່ຽວທາງທຳມະຊາດເປັນທີ່ນິຍົມໃນກຸ່ມ ນັກທ່ອງທ່ຽວຕ່າງປະເທດທີ່ມັກແບບປະຈົນໄພ ມັກຍ່າງກິນລົມຊົມບັນຍາກາດ ມັກປ່ຽນບັນຍາ ກາດ ຈາກຕົວເມືອງສູ່ສະຖານທ່ອງທ່ຽວທາງທຳມະຊາດ ຈຸດພິເສດຂອງເມືອງວັງວຽງຄື ເປັນເມືອງທີ່ລ້ອມຮອບດ້ວຍພູເຂົາມີລັກສະນະຕັ້ງຊື່ຫຼືທີ່ຮູ້ກັນໃນລັກສະນະຜາຕັ້ງ ຟາກຝັ່ງຫນື່ງ ຂອງລຳນ້ຳຊ່ອງແມ່ນພູເຂົາອີກຝັ່ງແມ່ນທີ່ຢູ່ອາໄສຂອງຊາວບ້ານແຫລ່ງທ່ອງທ່ຽວ ທີ່ນ່າສົນໃຈ ກໍມີລ່ອງກົງເບັງລຳນ້ຳຊ່ອງທ່ຽວຊົມຖ້ຳຈັງນັ່ງຊົມວິວທີ່ຮ້ານອາຫານແຄມນ້ຳຊ່ອງຊົມບັນຍາກາດ ເມືອງວັງວຽງຕອນກາງຄືນ

ນະຄອນຫລວງວຽງຈັນ - ວັງວຽງ
 ການເດີນທາງສູ່ເມືອງວັງວຽງນີ້ ສາມາດເດີນທາງດ້ວຍລົດສ່ວນຕົວແລະລົດໂດຍສານ ປະຈຳທາງຖ້າເປັນລົດໂດຍສານປະຈຳທາງສາມາດໄປຂື້ນໄດ້ 2 ບ່ອນຄື 1.ຢູ່ຕະຫລາດເຊົ້າ ນັ່ງລົດສາຍວັງວຽງ-ຕະຫລາດເຊົ້າ ຄ່າລົດ 25.000 ກີບ 2.ສະຖານນີຂົນສົ່ງສາຍເໜືອ ນັ່ງລົດສາຍຫລວງພະບາງ-ວຽງຈັນ ຫຼືຍ່າງໄປຊື້ປີ້ລົດຢູ່ບ່ອນຈ່າຍເງີນຫັ້ນກະໄດ້ ຂະເຈົ້າ ຈະບອກເອງດ໋ອກ ລາຄາ 30.000 ກີບ ນີ້ແຫລະ ແມ່ນໃຊ້ເສັ້ນທາງຫມາຍເລກ 13 ເໜືອ ໄລຍະທາງປະມານ 240 ກິໂລແມັດ ໃຊ້ເວລາ 5 ຊົ່ວໂມງໂດຍປະມານ ການເດີນທາງ ຂອງຂ້ອຍແມ່ນເລືອກນັ່ງລົດໂດຍສານຈາກຕະຫລາດເຊົ້າ
 ເມື່ອມາຮອດເມືອງວັງວຽງແລ້ວຍ່າງໄປຊອກຫາທີ່ພັກໄວ້ກ່ອນ ລາຄາເຮືອນພັກທົ່ວໄປ ທີ່ສາມາດຫາໄດ້ງ່າຍ ເລີ່ມຕັ້ງແຕ່ 50.000 ກີບ/ຄືນ ໂຮງແຮມທີ່ນ່າພັກທີ່ສຸດແມ່ນໂຮງແຮມ ວັນຊະນະຄ່າພັກຄືນລະ 25-30$ ຕໍ່ຄືນເນາະ (ຂ້ອຍເຄີຍໄປພັກມາແລ້ວ 2 ຄັ້ງບັນຍາກາດດີ ທີ່ສຸດ ແລະຄັ້ງນີ້ຂ້ອຍເລືອກທີ່ພັກເປັນເຮືອນພັກວຽງສະຫວັນ) ເມື່ອເລືອກທີ່ພັກໄດ້ແລ້ວ ຢ່າລໍຊ້າໄປລ່ອງກົງເບັງກັນດີກວ່າ
 
ການລ່ອງເບັງລຳນ້ຳຊ່ອງ
ສາຍນ້ຳລຳທານທີ່ລໍລ້ຽງຊາວເມືອງວັງວຽງ ມາແຕ່ກາລະນານ ເອີ້ນວ່າ ລຳນ້ຳຊ່ອງ ຄວາມໂດດເດັ່ນຂອງນ້ຳຂ່ອງນີ້ເອງເປັນສິ່ງດຶງດູດ ນັກທ່ອງທ່ຽວ ທັງຊາວລາວ ຊາວຕ່າງດ້າວ ທ້າວຕ່າງແດນໃຫ້ໄດ້ມາ ສຳພັດກັບບັນຍາກາດແລະຊົມວິຖີຊີວິດຊາວເມືອງວັງວຽງ ດ້ວຍການ ລ່ອງກົງເບັງ ລ່ອງເຮືອໄກຍັກ ທີ່ມີໃຫ້ບໍລິການໃນລາຄາທີ່ທຸກທ່ານສາມາດຈ່າຍກັນໄດ້ພໍຄວນ ການລ່ອງກົງເບັ່ງນັ້ນທາງບໍລິສັດທີ່ໃຫ້ບໍລິການຈະນຳພາທ່ານ ນັ່ງລົດຕຸກໆ ໄປປ່ອຍໄວ້ເທິງ ຫົວນ້ຳຊ່ອງ(ບໍ່ໄກປານໃດ) ແລ້ວໃຊ້ເວລາລ່ອງລົງມາປະມານ 3-4 ຊົ່ວໂມງ ໃນລະຫວ່າງ ລ່ອງເຮືອໄກຍັກຫຼືກົງເບັ່ງນັ້ນ ທ່ານຈະສຳພັດໄດ້ເຖິງທຳມະຊາດ ເປັນສິ່ງທີ່ສວຍງາມ ສອງຟາກຝັ່ງມີແຕ່ພູແລະຕົ້ນໄມ້ສິ່ງພິເສດສຸດຂອງການລ່ອງກົງເບັງ ທ່ານຈະພົບກັບຮ້ານ ອາຫານຮ້ານ1ທີ່ແຄມນ້ຳຊ່ອງ ໃຫ້ທ່ານໄດ້ຫລີ້ນ ດຶງເຊືອກໂດດນ້ຳ ຫຼື (Swing Jumping) ຖືວ່າເປັນຈຸດເດັ່ນຂອງການລ່ອງກົງເບັ່ງເນາະ (ທ່ານໃດທີ່ໄດ້ໄປມາແລ້ວແລະໄດ້ຫລີ້ນກໍ່ຄົງຈະ ສະຫນຸກສະຫນານວ່າເບາະ?) ນອກຈາກໄດ້ຫລີ້ນດຶງເຊືອກໂດດນ້ຳແລ້ວ ຖ້າໃຜເມື່ອຍກໍຈະ ແວະຊົມຖ້ຳລົມ ຖ້ຳນອນ ເບິ່ງຄົນປິ້ນຫນ້າຜາເນາະ! ຫລັງຈາກທີ່ທ່ານລ່ອງມາຮອດ ແຖວຕົວເມືອງແລ້ວທາງບໍລິສັດທີ່ ໃຫ້ບໍລິການກໍຈະມາຮັບທ່ານ
....ນີ້ຄືສ່ວນຫນຶ່ງຂອງການລ່ອງກົງເບັງເນາະ! ທີ່ນີ້ໄປເບິ່ງຖ້ຳຈັງກັນດີກວ່າ...
ໄປຖ້ຳຈັງ
ຖ້ຳຈັງນັ້ນຢູ່*********ງຈາກເມືອງອອກໄປທາງທິດຕາເວັນຕົກປະມານ 6 ກິໂລແມັດ (ທ່ານ ໃດສະດວກກໍ່ຍ່າງໄປ ຖ້າບໍ່ສະດວກກໍ່ເຊົ່າລົດຖີບຂີ່ໄປກະໄດ້ ຄັນລະ 20.000 ກີບ/ມື້) ເຊິ່ງຖ້ຳຈັງ ຖືວ່າໄດ້ຮັບການບູລະນາການໃຫ້ນັກທ່ອງທ່ຽວເຂົ້າຊົມໄດ້ແມ່ນ ບໍລິສັດທ່ອງທ່ຽວ ຈັກກະວານ ແລະໄດ້ສ້າງຖ້ຳຈັງລີສອດໄວ້ຮອງຮັບນ້ຳນັກທ່ອງທ່ຽວ ກ່ອນອື່ນທ່ານຕ້ອງ ໄດ້ເສີຍຄ່າຜ່ານປະຕູເຂົ້າ ຖ້ຳຈັງລີສອດ ຄົນລະ2000ກີບສາກ່ອນເນາະ ນີ້ຄືດ່ານທຳອິດໃດ ຈາກນັ້ນທ່ານກໍຍ່າງຂ້າມນ້ຳຊ່ອງດ້ວຍ ຂົວເຫລັກມີລັກສະນະເປັນຂົວຫ້ອຍ (ນັກທ່ອງທ່ຽວ ມັກຖ່າຍຮູບຢູ່ນທີ່ນີ້ກັນຫລາຍເຕີບ) ຈາກຂົວເຫລັກຫ້ອຍຍ່າງໄປຮອດທາງຂື້ນຖ້ຳກໍ່ເມື່ອຍຫ ນ້ອຍຫນຶ່ງເດີທ່ານ ບາດນີ້ຮອດທາງຂື້ນຖ້ຳ ທ່ານຈະໄດ້ເສຍຄ່າຜ່ານອີກ ຄົນລະ 20.000 ກີບ (ແພງຫລາຍ) ຂັ້ນໄດທີ່ຂື້ນໄປຮອດທາງເຂົ້າຖ້ຳນັ້ນ ປະມານ 200 ກວ່າຂັ້ນນີ້ແຫລະ (ເຄີຍນັບຢູ່ແຕ່ບໍໄດ້ຈຳ) ຂັ້ນໄດນີ້ຈັງແມ່ນຊັ່ນຄັກໆ ຂ້ອຍຍ່າງໄປຮອດຂັ້ນສູດທ້າຍນະ ຂາຈົນວ່າຊິຈັງ ຂ້ອຍກໍເລີຍຄຶດວ່າ ເຂົາເຈົ້າໃສ່ຊື່ວ່າຖ້ຳຈັງ ອາດເປັນເພາະຂັ້ນໄດທີ່ຍ່າງຂື້ນ ມາຕິເບາະ ອັນນີ້ຄຶດເອົາຊື່ໆເດີ ເມື່ອມາຮອດປາກຖ້ຳແລ້ວທ່ານຈະຮູ້ສຶກແປກໆທັນທີ່ ບໍ່ເຊື່ອໄປລອງເບິ່ງ ອິອິ ອາກາດຢູ່ປາກຖ້ຳເລີ່ມຮູ້ສຶກເບົາ ຫູອື້ ຈົນຕ້ອງກືນນ້ຳລາຍນຳ ເພາະ ອາກາດບໍລິສຸດຫລາຍເກີນໄປ ຈິງເຮັດໃຫ້ເປັນອາການແນວນີ້ເນາະ ເວລາຍ່າງເຂົ້າໄປເບິ່ງ ພາຍໃນຖ້ຳຈັງຈະຮູ້ສຶກເລີຍວ່າຄວາມງາມພາຍໃນຖ້ຳນັ້ນງົດງາມເຫລືອຕະການຕາ ລັກສະນະ ຂອງຫີນຍ່ອຍຫຍອດລົງມາແຕ່ເພດານຖ້ຳເກືອບຈຸກັບພື້ນ ລຽງລາຍກັນເປັນຖັນແຖວຢ່າງ ເປັນລະບຽບ ອາກາດທີ່ເຢືອກເຢັນດຶງດູດຄວາມອົບອູ່ນພາຍໃນຕົວເຮົາອອກມາໂດຍປະລິຍາຍ ຄວາມງົດງາມຂອງຖ້ຳມັນມີຄຸນຄ່າເຫນືອເກີນຄຳບັນຍາຍຈິງໆ ພາຍໃນຖ້ຳມາຫລາຍຊ່ອງທາງ ໃຫ້ຍ່າງເດີນຊົມ ໃນລະຫວ່າງຂາກັບອອກຈາກຖ້ຳແວະມາເບິ່ງຈຸດຊົມບັນຍາກາດເມືອງວັງວຽງ ນະຈຸດນີ້ທ່ານສາມາດເຫັນເມືອງວັງວຽງໄດ້ທັ່ວເມືອງເລີຍ ເຫມືອນກັບວ່າ ເມືອງທັງເມືອງ ຢູ່ໃນກຳມືຂອງເຮົາຢ່າງໃດຢ່າງນັ້ນເລີຍລະ! ຄວາມງົດງາມໃນຍາມແລງເມືອມອງຈາກຈຸດຊົມ ບັນຍາກາດເທິງຖ້ຳ ຈະເຫັນລຳແສງແດດທີ່ເຫລືອງອ່ອນສ່ອງຜ່ານກ້ອນເມກລົງສູ່ຕົວເມືອງ ວັງວຽງງົດງາມຈວນໃຈອ່ອນ ບາງຄັ້ງທ່ານອາດຈະເຜີຫລຸດປາກລຳພຶງອອກມາວ່າ “ເປັນຕາ ອອນຊ່ອນເດ” ແລະແລ້ວທ່ານຈະຫລົງຮັກເມືອງນີ້ທັນທີ່ທັນໃດ ຫລັງຈາກທີ່ລົງມາຈາກ ຖ້ຳຈັງແລ້ວ ແວະມາອາບນ້ຳລອດຖ້ຳຈັງ ຢູ່ທາງລຸ່ມກ່ອນເນາະ ນ້ຳນັ້ນເຢືອກເຢັນຫລາຍຈົນ ຮູ້ສຶກເຢັນເຂົ້າກະດູກເລີຍແຫລະ!
ມາຮອດນີ້ມັນກະແລງຫລາຍ ແລ້ວຈວນໄດ້ເວລາກັບໄປຫາທີ່ພັກກັນສາກ່ອນເນາະ! ເວລາເດີນທາງກັບນີ້ທ່ານຈະນຶກເຖິງພາບຄວາມງົດງາມຂອງເມືອງວັງວຽງທີ່ໄດ້ເຫັນເປັນແທ້ ແນ່ນອນ! (ຖ້ຳຈັງນີ້ສາມາດ ເຂົ້າຊົມໄດ້ຕັ້ງແຕ່ເວລາ 8 ໂມງເຊົ້າຮອດ 17 ໂມງ) ຂະນະນີ້ ໄດ້ເວລາພັກຜ່ອນອາບນ້ຳແຕ່ງຕົວໃຫ້ງາມໆ ແດ່ຈັກໜ່ອຍ ເພື່ອໄປແອ່ວສາວເມືອງວັງວຽງ ແລະກ່ອນທີ່ຈະໄປປະທະລິ້ມລົດຊາດກັບອາຫານການກິນໃນເມືອງວັງວຽງ
ຣາຕີວັງວຽງ
ເວລາຫົວຄ່ຳປະມານ 19 ໂມງແລງ ໄດ້ເວລາໄປຍ່າງຊົມບັນຍາກາດເບິ່ງຊົມສີສັນ ຣາຕີເມືອງວັງວຽງ ຕາມຖະຫນົນກາງເມືອງ ທ່ານບໍ່ຕ້ອງຕົກໃຈ ຄົນທີ່ເຫັນຍ່າງຕາມຖະຫນົນ ເກືອບ 100 ທັງ 100 ແມ່ນຝລັ່ງ ຂ້ອຍລຳພຶງອອກມາທັນທີທັນໃດ “ໂອ້ຍ ! ນີ້ແມ່ນເມືອງ ວັງວຽງເປັນເມືອງຝລັ່ງໄປແລ້ວບໍ!” ຄວາມຮູ້ສຶກນີ້ແວບເຂົ້າມາ ຂ້ອຍງຸນງົງຫຼາຍຂະຫນາດເລີຍ ແຕ່ກໍ່ມອງໄປເຫັນແມ່ຄ້າຂາຍໂລຕີ ເພີ່ນນະເຮັດເກັ່ງໆ ຈັບແປ້ງໂລຕີມາໂຍນປີ້ນໄປປີ້ນມາ ບຶດດຽວກະເປັນແຜ່ນແລ້ວ ໂອ້ເກັ່ງຂະໜາດເລີຍ ຂ້ອຍກໍ່ອົດບໍ່ໄດ້ຍ່າງເຂົ້າໄປຊື້ມາຊີມລົດຊາດ ເບິ່ງ ໂອ້ແຊບຫລາຍ ໃນລະຫວ່າງກິນໂລຕີຢູ່ນັ້ນຂ້ອຍກໍ່ຖາມຄົນຂາຍໂລຕີວ່າ
“ເອື້ອຍ ຄົນເມືອງວັງວຽງ ຫາຍໄປໃສຫມົດ ຄື ເຫັນແຕ່ຝລັ່ງເຕັມໄປຫມົດ”
“ຄົນເມືອງວັງວຽງກະຢູ່ນີ້ລະ ສ່ວນຫຼາຍເຂົາເຈົ້ານອນແຕ່ຫົວຄ່ຳ ເຂົາເມື່ອຍກັບການໄປໄຮ່ ໄປສວນມາ ແລະເຂົາເຈົ້າມັກຢູ່ໃນເຮືອນ ບໍ່ຄ່ອຍອອກມານອກ ເຮືອນດ໋ອກ!” ຄົນຂາຍໂລຕີກ່າວຕອບກັບມາ ມັນເຮັດໃຫ້ຂ້ອຍຫາຍຂ້ອງໃຈໄປທັນທີ ທັນໃດ ຫລັງຈາກນັ້ນຂ້ອຍກະໄດ້ສັງເກດເບິ່ງຖະຫນົນກາງເມືອງນັ້ນເຕັມໄປດ້ວຍຮ້ານອາຫານ ມີທັ້ງອາຫານຈີນ ໄທ ຍີ່ປຸ່ນ ເກົາຫລີ ຝລັ່ງ…ແລະເຕັມໄປດ້ວຍນັກທ່ອງທ່ຽວທີ່ອອກມາສຳພັດ ບັນຍາກາດແລະຊີມອາຫານເມືອງວັງວຽງເຫມືອນກັບຂ້ອຍນີ້ລະ! ຫຼັງຈາກນັ້ນຂ້ອຍກໍ່ຍ່າງຕາມ ຖະຫນົນເລືອກກິນອາຫານໄປທີ່ເລື່ອຍໆ ຈົນໄປພໍ້ຮ້ານຫນຶ່ງຕັ້ງຢູ່ຫນ້າວັດ(ວັດຫຍັງກະບໍ່ຮູ້) ເທິງໂຕະນັ້ນໄຕ້ທຽນໄຂ 2 ເຫຼັ້ມພ້ອມທັງຂາຍພັນມ້ຽງ ຫມີ່ກ້ວຍພັນ ພ້ອມທັງມີເຂົ້າປຸ້ນພ້ອມ ຂ້ອຍຖືກໃຈຫຼາຍ ຍ່າງເຂົ້າໄປສັ່ງກິນທຸກປະເພດຈົນອີ່ມ ຄວາມຢາກຮູ້ຢາກເຫັນຂອງຂ້ອຍໃນ ມື້ນີ້ກໍ່ຄ່ອຍໆອ່ອນລົງ ດ້ວຍຄວາມອິດເມື່ອຍຈາກການລ່ອງກົງເບັງ ຂື້ນຖ້ຳຈັງ ຕອນນີ້ຄຶດຮອດແຕ່ໝອນກັບທີ່ນອນອັນນຸ່ມນວນທີ່ລໍຖ້າຢູ່ທີ່ພັກ ຂ້ອຍກໍ່ບໍ່ລໍຊ້າ ຈ່າຍເງິນຄ່າກິນອາຫານແລ້ວຍ່າງກັບໄປຫາທີ່ພັກ ລະຫວ່າງທາງກໍ່ແວະຊື້ເບຍລາວ 2 ກະປ່ອງ ດື່ມມາຕາມທາງຈົນໝົດກະຍັງບໍ່ທັນຮອດເທື່ອ ແວະຊື້ອີກ ເບຍລາວອີກ 1 ກະປ່ອງ ຍ່າງມາຈົນຮອດທີ່ພັກ ແວະເອົາກະແຈທີ່ໄດ້ຝາກໄວ້ທີ່ຄາວເຕີ ຈາກນັ້ນກໍ່ເຂົ້ານອນ ຂ້ອຍແນມເບິ່ງໂມງຕອນນີ້ 10ໂມງເຄິ່ງແລ້ວ ກ່ອນນອນຂ້ອຍກໍ່ບໍ່ລືມ ຈັບເອົາສະມຸດເຫຼັ້ມນ້ອຍ ມາບັນທຶກຄວາມຮູ້ສຶກດີໆ ລະຫວ່າງການເດີນທາງທ່ອງທ່ຽວໃນມື້ນີ້ ຄືນນີ້ຈຶງນອນຫຼັບຝັນດີ ຕະຫລອດຄືນ

ວັງວຽງ - ນະຄອນຫລວງວຽງຈັນ
 ມື້ນີ້ເປັນມື້ທີ່ສອງ ຂ້ອຍຕື່ນນອນແຕ່ເຊົ້າປະມານ 5ໂມງເຄິ່ງ (ຫ້ອງພັກທີ່ຂ້ອຍຢູ່ ເປັນຊັ້ນ 3 ພໍດີ) ຂ້ອຍຍ່າງອອກໄປຮັບເອົາອາກາດອັນສົດຊື່ນໃນຍາມເຊົ້າ ຢູ່ພະນັກນອກ ຫ້ອງພັກ ຈັງໂຊກດີຂອງຂ້ອຍ ຂ້ອຍໄດ້ເຫັນຊາວບ້ານກຳລັງຍ່າງອອກໄປສວນ ໄປໄຮ່ ເຫັນວີຖີຊີວິດຂອງຊາວເມືອງວັງວຽງສົມປາຖະໜາແລ້ວແທ້ບໍ! ໂອ້ ດັງນັ້ນ ຂ້ອຍກໍ່ບໍຊ້າ ອາບນ້ຳແຕ່ງຕົວອອກຈາກທີ່ພັກ ເຊົ່າລົດຖີບແລ້ວຂີ່ໄປເລາະຫລີ້ນ ບັນຍາກາດຕອນນີ້ສົດຊື່ນ ຂະຫນາດຝົນກະຕົກເລັກນ້ອຍ ຂ້ອຍຂີ່ລົດຖີບເລາະໄປເລື້ອຍໂດຍບໍ່ຟ້າວ ຈົນຮອດຕະຫລາດ ເມືອງວັງວຽງ ກໍ່ແວະເຂົ້າໄປຍ່າງຫຼີ້ນ ເຫັນການແລກປ່ຽນຊື້ຂາຍ ເຫັນເຂົາເຈົ້າເອົາສັດປ່າມາ ຂາຍນຳອິກ ເຫັນແລ້ວເປັນຕາຊື້ເອົາມາເຮັດກິນວ່າບໍ! ເວົ້າຫລີ້ນ ຕອນນີ້ເຂົາເຈົ້າກະລົນນະລົງ ຫ້າມຄ້າຂາຍສັດປ່າຢູ່ ເມື່ອເຫັນພາບການຄ້າຂາຍຢູ່ໃນຕະຫລາດເຊົ້າວັງວຽງ ຕອນນີ້ ຄວາມຮູ້ສຶກຂອງຂ້ອຍແມ່ນຄຶດຮອດທາງບ້ານຫຼາຍ(ຫຼວງພະບາງ) ເພາະລັກສະນະຄ້າຍກັບ ຕະຫຼາດຢູ່ບ້ານຂອງຂ້ອຍຫລາຍຂະໜາດ ຫຼັງຈາກທີ່ເລາະເບິ່ງການຊື້ຂາຍດົນ ພໍສົມຄວນ ກໍ່ໄດ້ລ້ຽວເບິ່ງເວລາ ຕອນນີ້ ຈວນເກືອບ 9 ໂມງແລ້ວ ໃກ້ເຖິງເວລາກັບນະຄອນຫລວງ ວຽງຈັນແລ້ວ ຈາກນັ້ນ ກໍ່ຂີ່ລົດຖີບກັບເຂົ້າມາຕົວເມືອງວັງວຽງແລ້ວ ສົ່ງຄືນລົດຖີບແກ່ທີ່ພັກຈັບ ເອົາກະເປົາທີ່ກຽມໄວ້ແລ້ວຕັ້ງແຕ່ເຊົ້າ ຍ່າງອອກມາລໍຖ້າລົດໂດຍສານເດີນທາງກັບເຂົ້າມາ ນະຄອນຫລວງວຽງຈັນ ການລໍຖ້າລົດກໍ່ເປັນການເຊັ່ນດຽວກັນ ຕ້ອງລໍຖ້າລົດໂດຍສານທີ່ ມາຈາກຫລວງພະບາງເຂົ້າວຽງຈັນ ຖ້າບໍ່ຢາກລໍຖ້າກໍ່ຈະມີລົດໂດຍສານສອງແຖວ ສາຍວັງວຽງ - ນະຄອນຫຼວງວຽງຈັນກໍ່ບໍ່ວ່າກັນ ມື້ນີ້ຂ້ອຍເລືອກນັ່ງລົດໂດຍສານສາຍຫຼວງພະບາງ-ວຽງຈັນ ການເດີນທາງຂາກັບໃຊ້ເວລາເກືອບ 5 ຊົ່ວໂມງມາຮອດນະຄອນຫຼວງວຽງຈັນຕອນແລງພໍດີ ມາຮອດນີ້ຄົງຈະໄປໃສບໍ່ໄດ້ເນາະ ນອກຈາກຈະກັບໄປພັກຜ່ອນຢູ່ບ້ານ ເກັບຄວາມປະທັບໃຈຈາກການເດີນທາງທ່ອງທ່ຽວລົງໃນສະມຸດບັນທຶກການເດີນທາງ ແລະບັນທຶກຮູບຖ່າຍທີ່ໄດ້ຖ່າຍໃນລະຫວ່າງການເດີນທາງເກັບໄວ້ເປັນຄວາມສຸກ ເປັນຄວາມຊົງຈຳທີ່ດີໆ ໄວ້.

The END.

 

Delicious Digg Fark Twitter