ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

“ສິ້ນຜືນນີ້ລາຄາເທົ່າໃດ?“ ສຽງຂອງຍິງສາວໄວກາງຄົນເອີຍຂື້ນ ທ່າມກາງສາຍຕາ ຫຼາຍດວງທີ່ຈ້ອງມອງໄປທີ່ ​ແມ່​ຄ້າ​ຂາຍ​ສິ້ນ ພວມ​ກຳລັງ​ຈັບ​ສິ້ນ​ຫຼາຍຜືນ​ຍັດ​ໃສ່​​ຖົງມ້ຽນ ເທິງ​ລົດ​ຕຸ​ກໆ ສາມ​ກົງ​ ທີ່​ກຳ​ລັງ​ເດີນທາງອອກ​ຈາກ​ຂົວ​ມິດ​ຕະພາບ​ລາວ-​ໄທຍ ​ຫັນ​ໜ້າ​ເຂົ້າສູ່​ນະ​ຄອນ​ຫລວງ​ວຽງ​ຈັນ ປາຍທາງ​ຄື​ຕະຫຼາດ​ເຊົ້າ

ມີ​ຫຼາຍລາ​ຄາ​ເດີ! ສິ້ນ​ໄໝມ້ອນ​ລາຄາ 85 ພັນ ​​ໄໝທຳ​ມະ​ດາ 75 ພັນ ຖ້າ​ເປັນ​ຜ້າ​ຝ້າຍ 45 ພັນ ​ເລືອກ​ເບິ່ງ​ເດີ​ມາ​ຫຼາຍ​ແບບ​ໃຫ້​ເລືອກ​​​ໄດ໋໋໋! ​ສຽງ​ແມ່​ຄ້າຂາຍ​ສິ້ນ ກ່າວ​ຕອບ​ສະ​ແດງ​ອາການ​ຫົວ​ຍຸ້ມໆ ພ້ອມ​ທັງຈັບ​ເອົາ​ສິ້ນ​ທີ່​​ເກັບ​ມ້ຽນ​ໃນ​ຖົງ​ອອກ​ມາ​​ແພ່​ໃຫ້​ເບິ່ງ

ຕອນ​ນີ້​​​ແລງ​ແລ້ວເວລາປະມານ18.15 ນາ​ທີ ​ແຕ່​ແສງ​ແດ​ດຍັງ​ຄົງ​ສາດ​ສ່ອງ​ລົງ​ສູ່​ຜືນ​ດິນ ຕ້ອງ​ໃສ່​ຕົ້ນ​ເຂົ້າ​ໃນ​ນາແຄມ​ທາງ​ເປັນສີ​ຂຽວ​​ເຫຼືອງອ່ອນ ຊ່າງ​ເປັນຕາ​ອອນຊອນ​ສາຍ​ຕາແທ້ໆ ສາຍ​ລົມ​ພັດ​ຕ້ອງ​​ ກະທົບ​ໃສ່ຜ້າ​ກັນ​ຝົນ​ຂ້າງ​ລົດ​ດັງ​ສຽງ ພັບ! ພັບ! ປະສານ​ສຽງກັບ​ການ​ສົນທະນາ​ຂອງ​ຜູ້​ໂດຍສານ ດັງ​ຂື້ນ​ເປັນ​ບາດ! ​ເປັນ​ເທື່ອ!

ມື້ຫນ້າຈະມາຂຽນຕໍ່

Delicious Digg Fark Twitter