ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 18, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ການແອບຮັກໃຜຂ້າງດຽວກະປຽບເໝືອນ “ຜ້າອານາໄມ”  ເພາະທຸ້ມເທເທົ່າໃດກໍ່ບໍ່ມີວັນໄຫຼຢ້ອນກັບ “““ໂອ!!!!!!!!!!!!

2. DNA ຢູ່ໃບໜ້າ ນີ້ຄືທີ່ມາຂອງຄຳວ່າ “ເບິ່ງໜ້າຫາພໍ່...ຫວາ?”

3. ຄົນທີແມ່ນ....ມາບໍ່ບ່ອຍ. ຄົນທີ່ຄອຍ....ມາບໍ່ຖີ່. ຄົນທີ່ຮັກ....ມາສັກທີ. ຄົນທີ່ຮັກບໍ່ດີ....ຈະມາເຮັດຫຍັງ.

4. ຄວາມຮັກມັນບໍ່ແມ່ນແຕ່ເລື່ອງບົນຕຽງ  ລອງທີ່ລະບຽງກໍ່ໄດ້ ““““ພັດວ່າ

5. “ເສືອກ” ກັບ “ເລືອກ” ມັນສະກົດຄ້າຍໆຄືກັນ ຖ້າເຈົ້າບໍ່ຖືກ “ເລືອກ” ເຈົາກໍ່ຈະກາຍເປັນຄົນທີ່ “ເສືອກ” ໄປທັນທີ່

6. ເງິນຖ້າມີນ້ອຍກໍ່ຕ້ອງໃຊ້ສອຍຢ່າງປະຢັດ ແຕ່ຖ້າເວລາມີຈຳກັດ ບໍ່ຕ້ອງປະຢັດແຕ່ “ຈັດເຕັມ”

7. ເຈົ້າຊູ້ເປັນພຽງການ ໂປຣໂມດ ແຕ່ເລື່ອງຄວາມໂສດຢູ່ໃນກະແສ

8. “ເປັນໂສດ” ກໍ່ເໝືອນກັບ “ຂອງສົດ” ລາຄາບໍ່ໄດ້ລົດແຖມມີແຕ່ຄົນຢາກໄດ້

9.  ທີ່ເຄີຍ “ເສຍກັນ” ບໍ່ເຄີຍເຫຼົ່າ ແລ້ວທີ່ “ເສົ້າ“ ນີ້ເຫຼົ່າດີຈັງ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ຢ້ານລູກມີເຊກສໃນໄວຮຽນຄວນເຮັດແນວໃດດີ?

ບໍ່ຢາກໃຫ້ເກີດ ຕ້ອງເອົາປັນຍາໃສ່ໃນມືລູກ

ໃຫ້ເງິນລູກນ້ອຍໆ ໃຫ້ຄວາມຮູ້ແກ່ລູກຫຼາຍໆ

ດ່າລູກນ້ອຍໆ ໃຫ້ຄຳສອນແກ່ລູກຫຼາຍໆ

2. ຈັບໄດ້ວ່າແຟນມີກິກເຮັດແນວໃດດີ?

ຖາມຕົວເອງວ່າເຮົາດີກັບເຂົາພໍຫຼືຍັງ?

ລະຫວ່າງເຮົາກັບກິກມີຂໍ້ດີຂໍ້ເສຍຕ່າງກັນບ່ອນໃດ?

ຖາມແຟນວ່າຈະເລືອກໃຜກໍ່ຮີບເລືອກ ຖ້າບໍ່ຮັກເຮົາຢ້າເຮັດໃຫ້ເຮົາເສຍເວລາໄປຫຼາຍກວ່ານີ້

3. ຜິດກັບແຟນຈົນບໍ່ມີສຳມະທິເຮັດວຽກງານເຮັດແນວໃດດີ?

ວຽກສ່ວນວຽກ ແຟນສ່ວນແຟນ

ຮູ້ຈັກແບ່ງເວລາໃຫ້ວຽກງານ ຮູ້ຈັກແບ່ງເວລາໃຫ້ແຟນ

ຢ່າເສຍວຽກງານເພາະແຟນ ຢ່າເສຍແຟນເພາະວຽກງານ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບໍ່ມີຫຍັງຫລາຍດອກ

ຢາກບອກວ່າ “ເຫງົາ” ຊື່ໆເດີ

ຢາກມີຄົນຮູ້ໃຈຈັກຄົນເດ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອັກສອນ​ ກ-ຮ

1)  ກ: ​ເກັບ​ເຈົ້າ​ໄວ້​ໃນ​ໃຈ

2)  ຂ: ​ເຂົ້າ​ໃຈ​ເຈົ້າ

3)  ຄ: ຄອຍ​ສະໜັບສະໜູນ​ເຈົ້າ

4)  ງ: ງໍ້​ເຈົ້າ​ເມື່ອ​ຮູ້​ວ່າ​ຜິດ

5)  ຈ: ຈັບ​ມື​ເຈົ້າ…ເມື່ອ​ເຈົ້າ​ຕ້ອງການ​....ກຳລັງ​ໃຈ

6)  ສ: ​ເສີຍ​ຊາກັບ​ຄວາມ​ໃຈຮ້ອນ​ຂອງ​ເຈົ້າ

7)  ຊ: ຊ່ວຍ​ເຫຼືອ ​ແລະ ຊື່ສັດ​ກັບ​ເຈົ້າ

8)  ຍ: ຍິນ​ດີ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດສະ​ເໝີ ​ແລະ ຍົກ​ໂທດ​ເມື່ອ​ເຈົ້າ​ເຮັດ​ຜິດ

9)  ດ: ​ເດີ​ນຄຽງຂ້າ​ເຈົ້າ

10)  ຕ: ຕິດຕາມ​ເຈົ້າ​ໄປ​ໃນ​ທຸກ​ສະຖານ​ທີ່​ທີ່​ເຈົ້!ຕ້ອງການ

11)  ຖ: ຖາມ​ຂ່າວ​ຄາວ​ຂອງ​ເຈົ້າ

12)  ທ: ທັມມະ​ທັມ​ໂມ​ກັບ​ເຈົ້າ ຫຼື ທຳ​ໃຫ້​ເຈົ້າມີ​ຄວາມສຸກ

13)  ນ: ນັບຖື​ເຈົ້າ

14)  ບ: ບອກ​ຄວາມ​ຈິງ​ກັບ​ເຈົ້າ

15)  ປ: ປອບ​ໃຈ​ເມື່ອ​ເຈົ້າ​ທໍ້

16)  ຜ: ຜະຈົນ​ໄພ​ກັບ​ເຈົ້າ​ໄດ້​ຕະຫຼອດ​ເວລາ

17)  ຝ: ​ເຝົ້າ​ດູ​ແລ​​ເຈົ້າ

18)  ພ: ​ເພີ່ມ​ກຳລັງ​ໃຈ​ໃຫ້​ເຈົ້າ ​ແລະ ພູມ​ໃຈ​ໃນ​ຕົວ​ເຈົ້າ

19)  ຟ: ຟັງ​ເຈົ້າ

20)  ມ: ມອບ​ໃສ່​ດີໆ​ໃຫ້​ກັບ​ເຈົ້າ

21)  ຢ: ຢູ່​ກັບ​ເຈົ້າ​ຕະຫຼອດ​ເວລາ

22)  ລ: ລະອຽດອ່ອນ​ກັບ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ

23)  ວ: ​ໄວ້​ໃຈ​ເຈົ້າ

24)  ຫ: ​ເຫັນ​ຄຸນຄ່າ​ຂອງ​ເຈົ້າ

25)  ອ: ອະທິບາຍ​ໃນ​ສິ່ງ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ

26)  ຮ: ​ເຮ​ຮາ​ກັບ​ເຈົ້າ​ໄດ້​ທຸກ​ເວລາ