ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ພໍຮອດຊ່ວງບຸນປີໃໝ່ລາວລູກຊາຍທັງ 3 ກໍ່ໄດ້ກັບມາຢ້ຽມຢາມພໍ່ແມ່ຜູ້ບັງເກີດເກົ້າ

ພາຍຫຼັງທີ່ຖາມຫຼາຍເລື່ອງລາວກ່ຽວກັບຄອບຄົວ ແລະ ການດຳເນີນຊີວິດຂອງລູກໆແລ້ວ

ຜູ້ເປັນພໍ່ກໍ່ເລີຍຢາກຮູ້ວ່າພວກລູກໆຂອງຕົນເອງມີໃຜແດ່ທີ່ຢ້ານເມຍ ເລີຍຖາມຂື້ນວ່າ

ພໍ່: ເອີ!!! ພວກລູກນີ້ກະຢ້ານເມຍຢູ່ຫວາ?

ລູກຊາຍກົກ: ໂອ!!!! ເຮົານີ້ຢ້ານແທ້ພໍເອີຍ ເມຍເຮົານີ້ມັນລະຮ້າຍເອົາແທ້ເອົາວ່າ

ພໍ່:​ ອືມ!!! ແລ້ວພວກລູກເດຊັ້ນນະ?

ລູກຊາຍກາງ: ລູກນີ້ບໍ່ຢ້ານແຕ່ກະບໍ່ຖຽງຄວາມດອກ

ລູກຊາຍຫຼ້າ: ໂອຍ!! ພໍ່ເຮົານີ້ບໍ່ໄດ້ວ່າຊິຢ້ານມັນເມຍນະ

ພໍ່: ດີໆໆໆໆໆໆໆໆ ຖືກໃຈພໍ່ຫຼາຍບັກຫຼ້າພໍ່ຊິເອົາຄວາຍເຖິກໃຫ້ເປັນຂອງຂວັນລູກໂຕໜື່ງ

ພາຍຫຼັງທີ່ລູກຊາຍຫຼ້າໄດ້ຄວາຍແລ້ວກໍ່ເອົາກັບບ້ານ  2-3 ມື້ຜ່ານໄປລາວກໍ່ໄດ້ນຳຄວາຍກັບມາ ຜູ້ເປັນພໍ່ແປກໃຈເລີຍຖາມຂື້ນ

ພໍ່: ອ໊າວ!!! ບັກຫຼ້າມືງເປັນຫຍັງຄືເອົາຄວາຍກັບມາ?

ລູກຊາຍຫຼ້າ: ຄືວ່າ ເມຍຂອງເຮົາຮ້າຍໃຫ້ເຮົາ ມັນວ່າມັນຢາກໄດ້ໂຕແມ່ມັນຈັ່ງຊິໄດ້ແຜ່ພັນຊັ້ນນາ ເຮົາກະເລີຍເອົາມາປ່ຽນ

ຜູ້ເປັນພໍ່ໄດ້ຍິນແນວນັ້ນກະເລີຍເອົາຄວາຍຄືນເລີຍທັນທີ

ຈັກຊິເປັນຕາຢາກຫົວຫຼືບໍ່ກະບໍ່ຮູ້ ແນວໃດກະຢ່າຫົວໃຫ້ແດ່ເດີ 55555555555

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ມີຊາຍສອງ (ປຶກ ແລະ ສະຫຼາດ) ຄົນຂີ່ລົດມາຕຳກັນ ຕ່າງຝ່າຍຕ່າງກໍ່ບໍ່ມີໃຜຍອມກັນເລີຍຫາເຫດຜົນມາເວົ້າໃສ່ກັນ

ປຶກ: ມຶງຮູ້ບໍ່ວ່າກູເປັນລູກໃຜ?

ສະຫຼາດ: ຂະໜາດມຶງຍັງໄກ້ມາຖາມກູເລີຍວ່າມຶງເປັນລູກໃຜລະກູຊິຮູ້ໄດ້ແນວໃດ? ລະມຶງເປັນລູກໃຜຊັ້ນ?

ປຶກ: ກູເປັນລູກຫົວໜ້າໂຮງຮຽນທີ່ມຶງກຳລັງຮຽນຢູ່

ສະຫຼາດ: ລະມຶງຮູ້ບໍ່ວ່າເປັນລູກໃຜຊັ້ນ? ຄັນມຶງຮູ້ຈັກພໍ່ກູລະມຶງຊິໜາວ!!!!!

ປຶກ: ລະມຶງເປັນລູກໃຜຊັ້ນ?

ສະຫຼາດ: ກູເປັນລູກເຈົ້າຂອງໂຮງງານນຳກ້ອນ ຮາຮາຮາຮາຮາ ໜາວບໍ່ມຶງ5555555555555

ຂໍໂທດຖ້າໃຊ້ຄຳບໍ່ສຸພາບແຕ່ເພື່ອຢາກເຮັດໃຫ້ມັນມ່ວນຂື້ນຊື່ໆເດີ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ມີສອງຜົວເມຍທີ່ແຕ່ງງານກັນມາໄດ້ 20 ກວ່າປີ ແຕ່ເຫດການບໍຄາດຄິດກໍ່ເກີດຂື້ນເມື່ອຜູ້ເປັນເມຍສົງໃສວ່າຜົວມີຊູ້ ເລີຍເຂົ້າມາຫາສານເພື່ອຂໍຢ່າງຮ້າງ

ສານ: ເປັນຫຍັງເຈົ້າຈື່ງຢາກປະຜົວ?

ຜູ້ຮ້ອງຂໍ (ເມຍ): ກະຜົວຂອງຂ້ອຍນອກໃຈຂ້ອຍໄປມີເມຍນ້ອຍເດ

ສານ: ເຈົ້າຮູ້ໄດ້ແນວໃດວ່າຜົວເຈົ້າມີເມຍນ້ອຍ?

ຜູ້ຮ້ອງຂໍ (ເມຍ): ເປັນຫຍັງຊິບໍ່ຮູ້ ກະລູກຂອງພວກເຮົາທັງ 4 ຄົນໜ້າຕາມັນບໍ່ຄືພໍ່ຈັກຄົນ

ສານ: ອ໊າວ!!!!! ຊັ້ນມັນໄປຄືໃຜຊັ້ນນະ?

ຜູ້ຮ້ອງຂໍ (ເມຍ): ໜ້າຕາແຕ່ລະຄົນມັນໄປຄືຄົນຂ້າງບ້ານໝົດ ບໍ່ມີຜູ້ໃດຄືພໍ່ຈັກຄົນ

ສານ: ເອີ!!!!! ຊັ້ນໃຫ້ເຈົ້າໄປຖາມຜົວເອົາເອງເດີວ່າຊິຢ່າງຮ້າງ ຫຼື ບໍ່?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 22 ຄຳເຫັນ ແລະ 0 trackback(s)

ສອງພໍ່ລູກນັ່ງລົມກັນຢູ່ດີໆຜູ້ເປັນລູກພັດຖາມຂື້ນວ່າ:

ລູກ: ພໍ່ໆ!!! ລະຫວ່າງພໍ່ກັບລູກຜູ້ໃດສະຫຼາດກວ່າກັນ?

ພໍ່: ມຶງກະຖາມແນວບໍ່ຖາມເນາະບັກອັນນິກະຕ້ອງແມ່ນພໍ່ຢູ່ແລ້ວ

ລູກ: ລູກວ່າບໍ່ແມ່ນ

ພໍ່: ເປັນຫຍັງມັນຊິບໍ່ແມ່ນ!!!

ລູກ: ຊັ້ນພໍ່ຮູ້ບໍ່ວ່າໃຜເປັນປານາທິບໍດີຂອງສະຫາລັດຊັ້ນນະ?

ພໍ່: ໂອຍອັນຊ່ຳນີ້ນະ ກະບາຣັກໂອບາມາຫັ້ນເດໃຜຊິບໍ່ຮູ້!!!!!!!!!

ລູກ:ອ໊າວ......!!!! ຄັນພໍ່ສະຫຼາດກວ່າລູກ ເປັນຫຍັງພໍ່ຂອງ ບາຣັກໂອບາມາຄືບໍ່ໄດ້ເປັນຊັ້ນນະ?!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຕຳຫຼວດໄດ້ຈັບຊາຍຄົນໜື່ງມາສອບປາກຄຳໃນຂໍ້ຫາຍາດຊິງເມຍຝຣັ່ງ

ຕຳຫຼວດ: ເປັນຫຍັງເຈົ້າຈື່ງໄປຍາດເອົາເມຍຝຣັ່ງ? ເຈົ້າຮູ້ບໍ່ວ່າມັນຜິດນະ?

ປຶກ: ອ໊າວ!!!! ມັນຜິດຊັ້ນຫວາທີ່ຂ້ອຍຟັງຄວາມແມ່ຂອງຂ້ອຍນະ?

ຕຳຫຼວດງົງຢູ່ດົນເຕີບ ແລ້ວຖາມຂື້ນວ່າ: ທີ່ເຈົ້າໄປຍາດເອົາເມຍຄົນອື່ນຫັ້ນມັນກ່ຽວກັບຟັງຄວາມແມ່ບ່ອນໃດ?

ປຶກ: ມັນຫຍັງຊິບໍ່ກ່ຽວ!! ກະແມ່ຂ້ອຍສອນຂ້ອຍມາແຕ່ຕອນຂ້ອຍຍັງນ້ອຍໆວ່າ: ບາດໃຫຍ່ມາໃຫ້ມຶງໄປຫາເອົາເມຍຝຣັ່ງເດີ ມຶງຊິບໍ່ໄດ້ທຸກຍາກ. ແລ້ວຕອນນີ້ຂ້ອຍກະໄດ້ເຮັດຕາມຄຳສອນຂອງແມ່ຂ້ອຍແລ້ວມັນຜິດຊັ້ນຫວະ? !!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 25 ຄຳເຫັນ ແລະ 0 trackback(s)

ສອງສ່ຽວອື່ງ ແລະ ກົບກຳລັງນັ່ງກິນອາຫານຢູ່ໃນຮ້ານອາຫານແຫ່ງໜື່ງ ທັນໃດນັ້ນກໍ່ໄດ້ມີຜູ້ຊາຍຕຸ້ຍຄົນໜື່ງຢ່າງເຂົ້າມາໃນຮ້ານນັ້ນ

ອື່ງຫຼຽວເຫັນເລີຍທ້ວງຂື້ນວ່າ:

ອື່ງ: ເຮີຍສ່ຽວ!! ເບິ່ງແມນັກເລງກຳລັງຍ່າງມາພຸ້ນນະ!!!

ກົບ: ຮ໊ວຍ!!! ນັກເລງຫວະ!!!!! ໂອຊັ້ນເຮົາກະຮີບກິນຮີບໜີຕິຊັນ ເຮົາບໍ່ຢາກມີເລື່ອງໃດນິສ່ຽວ

ອື້ງ: ຢ່າຢ່າຢ່າຢ່າ..........!!!!! ໂຕຢ່າຟ້າວເຂົ້າໃຈຜິດສ່ຽວ ບັກນັ້ນມັນນັກເລງຕ່ອນ!!! 555555555555555555