ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

​ເຈົ້າ​ຄິດ​ວ່າ​ເວລາ​ຂອງ​ໃຜ​ສຳຄັນ​ກວ່າ​ກັນ?

ຄຳ​ຖາມ​ນີ້​ເຈົ້າ​ຂອງ​ໄດ​ອາຣີ່ ກະ​ຕອບ​ບໍ່​ໄດ້​ຄື​ກັນ

​ແຕ່ ຂພຈ ກ້າ​ຢືນຢັນ​ທີ່​ສຸດ​ຄື ​ເວລາ​ຂອງ​ຜູ້​ທີ່​ຮູ້ຈັກ​ຄຸນຄ່າຂອງ​ມັນ

 ຫຼື ຮູ້ຈັກ​ຈັດການ​ກັບ​ມັນ… ​ເວລາ​ຂອງ​ຄົນ​ນັ້ນ​ແຫຼະສຳຄັນ​ກວ່າໝູ່

 

ເວລາ ​ແລະ ສາຍ​ນ້ຳບໍ່ໄດ້ຖ້າໃຜ

 

Time and Tide wait for no man

 

The River has no return

ຂຽນເມື່ອ ຂຽນເມື່ອ: ກ.ພ.. 29, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ມີ​ສອງອ້າຍນ້ອງ​ກຳລັງ​ຢືນ​ຖຽງກັນຢູ່​ຕໍ່ໜ້າຫ້ອງ​ໄອ​ຊີ​ຢູ ​ກ່ຽວກັບ​ເລື່ອງ​ວ່າ​ໃຜ​ຈະ​ເປັນ​ຄົນ​ອອກ​ເງິນ​ຄ່າ​ຜ່າຕັດ​ຂອງ​ຜູ້​ເປັນ​ແມ່

​ເຄີ່ງ​ຊົ່ວໂມງ​ຕໍ່ມາ ທ່ານໝໍກໍ່​ເດີນ​ອອກ​ມາ​ຈາກຫ້ອງ​ໄອ​ຊີ​ຢູ ​ແລ້ວ​ເວົ້າ​ວ່າ: “​ພວກເຈົ້າຕັດສິນ​ໃຈ​ຊ້າ​ເກີນ​ໄປ ​ແມ່​ຂອງ​ພວກເຈົ້າ​ເສຍ​ຊີວິດ​ໄປ​ແລ້ວ”

ຄັດຈາກ​: ປື້​ມ​ຖອດ​ລະຫັດ​ຄວາມ​ຄິດ ​ເພື່ອ​ຊີວິດ​ທີ່​ມີ​ຄຸນຄ່າ. ​ໂດຍ: ຮສ.ດຣ. ​ໄຊ​ນະຣົງ ວົງສິນຊັບ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 29, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ມີຊາຍສູງ​ອາຍຸ 4 ຄົນ​ເປັນ​ເພື່ອນ​ສະໜິດກັນ ​ໄດ້​ນັດ​ກັນ​ໄປ​ກິນລ້ຽງສ້າງສັນ ພໍ​ເວລາ​ຜ່ານ​ໄປຈົນ​ເດິກກໍ່​ເລີຍ​ໄດ້​ຊວນ​ກັນ​ໄປ​ນອນ​ຢູ່​ຫ້ອງ​ເຊົ່າ​ຂອງ​ສ່ຽວຜູ້​ທີ່ 4 ​ເຊິ່ງຢູ່​ຫ້ອງ​ພັກ​ຊັ້ນ​ທີ 60

ພໍດີ​ມື້ນນັ້ນ​ລິບ​ຕາຍຊາຍ​ສູງ​ອາຍຸ​ທັງ 4 ຈື່ງ​ຕົກລົງ​ໃຈ​ກັນ​ຍ່າງ​ຂື້ນ​ຂັ້ນ​​ໄດ ​ແຕ່​ເພື່ອ​ບໍ່​ໃຫ້​ເຫງົາ​ພວກ​ເຂົາ​ຈື່ງ​ໄດ້​ຕົກລົງ​ກັນ​ເລົ່າ​ເລື່ອງ​ຕ່າງໆ

ຊາຍ​ຄົນທີ 1: ອາສາ​ເ​ລົ່າ​ເລື່ອງ​ “ຕະຫຼົກ” ຕ່າງ​ຄົນ​ຕ່າງ​ກໍ່ມີ​ຄວາມ​ສະໜຸກສະໜານ ​​ແລະ​ແລ້ວ​ພໍ​ຮອດ​ຊັ້ນ​ທີ 20 ​ເລື່ອງ​ກໍ່ຈົບ​ພໍດີ

ຊາຍ​ຄົນທີ 2: ອາສາ​ເ​ລົ່າ​ເລື່ອງ​ “ປະສົບ​ການ​ຊີວິດ” ຕ່າງ​ຄົນ​ຕ່າງ​ກໍ່ມີ​ຄວາມ​ຕື່ນ​ເຕັ້ນ​ກັບ​ການ​ປະ​ເຊີນ​ກັບ​ອຸປະສັກຂອງໝູ່​ໃນ​ອະ​ດີດ ຈົນຮອດ​ຊັ້ນ​ທີ 40 ​ເລື່ອງ​ກໍ່ຈົບ​ພໍດີ

ຊາຍ​ຄົນທີ 3: ອາສາ​ເ​ລົ່າ​ເລື່ອງ​ “ເສົ້າ” ​ແລ້ວ​ຕ່າງ​ຄົນ​ຕ່າງ​ກໍ່​ເສົ້າ​ຈົນ​ນ້ຳ​າຕາຈະຕົກ ຈົນຮອດ​ຊັ້ນ​ທີ 60 ​ເລື່ອງ​ກໍ່ຈົບ​ພໍດີ. ຊາຍ​ທັງ 3 ຄົນ​ຕ່າງ​ກໍ່​ຫຼຽວ​ໄປ​ທາງ​ຄົນທີ 4 (ຊຶ່ງ​ກຳລັງ​ຢືນ​ຢູ່ໜ້າຫ້ອງ​ແລ້ວ)

ຊາຍ​ຄົນທີ 4: ບອກ​ວ່າ​ຕົນ​ເອງ​ຈະ​ເ​ລົ່າ​ເລື່ອງ​ “​ເສົ້າ” ອີກ​ເລື່ອງໜື່ງ​ໃຫ້​ຟັງ​ ​ເລື່ອງ​ມີ​ຢູ່​ວ່າ “​ເຂົາ​ລືມ​ຈັບ​ກະ​ແຈ​ຫ້ອງ​ຂື້ນມາ​ນຳ”

     ຫາກ​ມື້​ນີ້​ຫາກ​ບໍ່​ແມ່ນ​ການ​ຂື້ນ​ຂັ້ນ​ໄດ​ຕຶກ 60 ຊັ້ນ ​ແລ້ວ​ລືມ​ກະ​ແຈ​ຫ້ອງ ​ແຕ່​ຫາກ​ເປັນ​ການ​ລືມ​ເວລາ 60 ​ເດືອນ ຫຼື 60 ​ປີ​ລະ ​ແລ້ວ​ລືມ​ອິຫຍັງບາງ​ຢ່າງ

     ​ເວລາ​ເດີນທາງ​ຜ່ານ​ໄປ​ເປັນ​ປີໆ ບາງ​ຄົນ​ອາດ​ຈະ​ເດີນທາງ​ໄປ​ຮອດ 60 ປີ​ແລ້ວ​ຈື່ງ​ຄິດ​ອອກ​ວ່າ​ລືມ​ເຮັດ​ຫຍັງ​ບາງ​ຢ່າງ ​ເຖີງ​ເວລາ​ນັ້ນ​ຈະ​ຢ້ອນ​ກັບ​ມາບໍ່​ໄດ້​ອີກ​ແລ້ວ ພຽງ​ແຕ່​ລົງ​ຂັ້ນ​ໄດ​ໄປ​ເອົາ​ກະ​ແຈ​ພຽງ 60 ຊັ້ນ​ກະ​ຍັງ​ຖື​ວ່າ​ເປັນ​ເລື່ອງ​ເສົ້!ຫຼາຍ​ແລ້ວ ​ແຕ່​ລອງ​ຄິດ​ເບິ່ງ​ວ່າ​ຖ້າ​ເປັນ​ເວລາ 60 ປີ ທີ່​ບໍ່ສາມາດ​ກັບ​ຄືນ​ມາ​ໄດ້ ​ແລ້ວ​ມັນ​ຈະ​ເສົ້າ​ເທົ່າ​ໃດ?

     ຈາກ​: ໜັງສື​ຖອດ​ລະຫັດ​ຄວາມ​ຄິດ ​ເພື່ອ​ຊີວິດ​ທີ່​ມີ​ຄຸນຄ່າ. ​ໂດຍ: ຮສ.ດຣ. ​ໄຊ​ນະຣົງ ວົງສິນຊັບ

 

 

     ຂໍ​ໂທດ​ເດີ​ຖ້າ​ຫາກ​ມັນ​ຊ້ຳກັບຄົນອື່ນເພາະບໍ່ຮູ້ມາກ່ອນ